ທ່ານຈອນ ແຄຣີ ລັດຖະມົນຕີຕ່າງປະເທດສະຫະລັດ ໄດ້ພົບປະ
ກັບສາມຜູ້ນໍາຝ່າຍຄ້ານຂອງຢູເຄຣນ ເມື່ອວັນເສົາວານນີ້ ທີ່ປະ
ເທດເຢຍຣະມັນ ຫຼັງຈາກໄດ້ແລກປ່ຽນຄວາມເຫັນກັນຢ່າງເຜັດ
ຮ້ອນ ກັບຣັດເຊຍ ກ່ຽວກັບອະນາຄົດຂອງອະດີດສາທາລະນະ
ລັດໂຊຫວຽດແຫ່ງນັ້ນ.
ທ່ານແຄຣີ ໄດ້ພົບປະກັບພວກຜູ້ນໍາຝ່າຍຄ້ານ ອັນມີ ທ່ານ
Arseniy Yatsenyuk, Vitali Klitschko ແລະ Petro
Poroshenko ຢູ່ນອກ ກອງປະຊຸມຄວາມໝັ້ນຄົງ Munich.
ເຈົ້າໜ້າທີ່ອາວຸໂສກະຊວງຕ່າງປະເທດສະຫະລັດທ່ານນຶ່ງເວົ້າວ່າ ທ່ານ ແຄຣີ ໄດ້ກ່າວເນັ້ນ
ຢໍ້າເຖິງການສະໜັບສະໜຸນຂອງສະຫະລັດ ຕໍ່ຄວາມພະຍາຍາມຂອງພວກຝ່າຍຄ້ານ ທີ່ຈະ
ປາກເວົ້າອອກມາ ເພື່ອປ້ອງກັນ ປະຊາທິປະໄຕແລະທາງເລືອກສໍາລັບປະຊາຊົນຢູເຄຣນ
ແຕ່ທ່ານ ແຄຣີ ກໍໄດ້ຮຽກຮ້ອງໃຫ້ພວກເຂົາເຈົ້າ ຈົ່ງດໍາເນີນການຢ່າງສັນຕິ ແລະໃຫ້ສືບຕໍ່
ປຶກສາຫາລືກັນ ກັບລັດຖະບານ.
ກ່ອນໜ້ານີ້ ທ່ານແຄຣີ ໄດ້ບອກກອງປະຊຸມວ່າ ບໍ່ມີບ່ອນໃດ ທີ່ວ່າການຕໍ່ສູ້ເພື່ອອະນາຄົດ
ທີ່ມີປະຊາທິປະໄຕແລະໄດ້ເປັນພາກສ່ວນນຶ່ງຂອງຢູໂຣບນັ້ນ ຈະມີຄວາມສໍາຄັນໄປກວ່າ
ຢູ່ໃນຢູເຄຣນ. ທ່ານແຄຣີ ເວົ້າວ່າ ສະຫະລັດແລະສະຫະພາບຢູໂຣບ ແມ່ນຢືນຢູ່ຄຽງຂ້າງ
ປະຊາຊົນຢູເຄຣນ ໃນການຕໍ່ສູ້ດັ່ງກ່າວນັ້ນ.
ວີດີໂອ: ສະຫະລັດ ກັບອີຢູ ຢືນຢັດໃຫ້ການສະໜັບສະໜຸນ ແກ່ພວກປະທ້ວງ
ໃນຢູເຄຣນ:
ແຕ່ຢູ່ໃນຄໍາປາໄສຂອງລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergei Lavrov ໃນກອງປະຊຸມດຽວກັນນັ້ນ ທ່ານ Lavrov ໄດ້ກ່າວຫາພວກນັກການເມືອງຢູໂຣບວ່າ ຍຸຍົງໃຫ້ມີການປະທ້ວງຕໍ່ຕ້ານລັດຖະບານ ຢູ່ໃນຢູເຄຣນ.
ການປະທ້ວງ ໄດ້ລະເບີດຂຶ້ນໃນເດືອນພະຈິກປີຜ່ານມາ ຫຼັງຈາກປະທານາທິບໍດີ Viktor Yanukovych ໄດ້ຖອນອອກຈາກຂໍ້ຕົກລົງດ້ານການຄ້າກັບສະຫະພາບຢູໂຣບ ແລະຫັນໄປເລືອກເອົາການມີຄວາມສໍາພັນທີ່ໃກ້ຊິດຂຶ້ນກັບຣັດເຊຍ.
ເບິ່ງລາຍງານວີດີໂອ ກ່ຽວກັບຢູເຄຣນ: