ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ພັກລັດຖະບານ ໄດ້ຮັບ ໄຊຊະນະ ໃນການເລືອກຕັ້ງ ທີ່ຢູ​ເຄຣນ


ປະທານາທິບໍດີຢູເຄຣນ ທ່ານ Vikto Yanukovych ທັກທາຍ ບັນດານັກລົບເກົ່າ ໃນພິທີຂີດໝາຍມື້ແຫ່ງການປົດປ່ອຍ ຢູເຄຣນ ຈາກພວກນາຊີເຢຍລະມັນ, ໃນມື້ເລືອກຕັ້ງສະພາ, ວັນທີ 28 ຕຸລາ 2012
ປະທານາທິບໍດີຢູເຄຣນ ທ່ານ Vikto Yanukovych ທັກທາຍ ບັນດານັກລົບເກົ່າ ໃນພິທີຂີດໝາຍມື້ແຫ່ງການປົດປ່ອຍ ຢູເຄຣນ ຈາກພວກນາຊີເຢຍລະມັນ, ໃນມື້ເລືອກຕັ້ງສະພາ, ວັນທີ 28 ຕຸລາ 2012
ປາກົດ​ວ່າ ພັກ​ທີ່​ປົກຄອງ​ປະ​ເທດຢູ​ເຄຣນ ​ຢູ່​ໃນ​ປະຈຸ​ບັນ​ນີ້
​ແມ່ນ​ຍັງຈະສືບ​ຕໍ່​ມີ​ສຽງ​ສ່ວນ​ຫຼາຍຢູ່​ໃນ​ສະພາ ຫຼັງ​ຈາກການ
​ເລືອ​ກຕັ້ງ​ໄດ້ຜ່າ​ນ​ໄປ​ ໃນ​ວັນ​ອາທິດ​ວານ​ນີ້.

ຄະນະ​ກໍາມະການ​ເລືອກ​ຕັ້ງ​ ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຈາກການ​ນັບ​
ບັດ​ຄະ​ແນນສຽງໄປ​ແລ້ວ ປະມານ 1/3 ນັ້ນ ພັກ​ Party of the
Regions ຂອງປະທານາທິບໍດີຢູ​ເຄຣນ ທ່ານ Vikto Yanu-
kovych ແມ່ນ​ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາຍ​ກວ່າ 36%. ​ແລະພັກ
ຄອມ​ມິຍນີສແຫ່ງຢູ​ເຄຣນ ທີ່​ເປັນ​ພາຄີ​ກັບ​ທ່ານ Yanukovych
ຢູ່​ໃນ​ສະພາ​ນັ້ນ ມາ​ໃນ​ອັນ​ດັບ ​3 ​ໂດຍ​ໄດ້ຮັບ 15% ຂອງບັ​ດທີ່​
ນັບ​ໄປ​ແລ້ວ​ນັ້ນ.

​ໄຊຊະນະ​ຂອງພັກທີ່ກໍາອໍານາດຢູ່ນີ້ ​ແມ່ນ​ຈະ​ເຮັດໃຫ້ການ​ນໍາພາ​ຂອງທ່ານ Yanukovych ມີ​ຄວາມ​ໝັ້ນຄົງ​ຍິ່ງ​ຂຶ້ນ. ທ່ານກໍາລັງຢູ່ໃນລະຫວ່າງກາງຂອງການ
ຄອງຕໍາແໜ່ງປະທານາທິບໍດີ ໄລຍະ 5 ປີ​ນັ້ນ​ ​ທີ່​ໄດ້​ເຫັນ​ການ​ເພີ່ມ​ພູນ​ຂຶ້ນ​ຂອງ​ອໍານາດ​ຂອງ
​ປະທານາທິບໍດີ ແລະ​ການເປັນ​ປໍ​ລະ​ປັກກັບຝ່າຍຕາ​ເວັນ​ຕົກ ​ຍ້ອນການຈໍາ​ຄຸກຄູ່​ແຂ່ງຂອງ
ທ່ານ ຄືຜູ້​ນໍາພັກ​ຝ່າ​ຍຄ້າ​ນ ອະ​ດີດ​ນາຍົກລັດຖະມົນຕີ Yulia Tymoshenko ຊຶ່ງ​ພັກ​ປິຕຸພູມ​
ຂອງ​ທ່ານ​ນາງ ທີ່​ສະໜັບ​ສະໜຸນຕາ​ເວັນ​ຕົກ ໄດ້​ຮັບ 20% ຂອງຄະ​ເ​ເນນ​ສຽງ.

ອີກ​ສອງພັກ​ທີ່ສະໜັບ​ສະໜຸນຕາ​ເວັນ​ຕົກຄື​ກັນ ທີ່ຍັງ​ໃໝ່​ຕໍ່ເວທີ​ການເມືອງ​ລະ​ດັບ​ປະ​ເທດນັ້ນ
​ກໍ​ໄດ້​ຮັບ​ຄະ​ແນນ​ສຽງ​ຫລາຍ​ສົມຄວນ ຄື​ຮວມກັນ​ແລ້ວ ​ແມ່ນໄດ້​ຮັບ 19%.
XS
SM
MD
LG