ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ນໍາ ຝ່າຍຄ້ານ ຢູເຄຣນ ໄດ້ຮັບບາດເຈັບ ໃນການປະທະ ກັບຕໍາຫຼວດ


ບັນດານັກເຄຶ່ອນໄຫວ ທີ່ສະໜັບສະໜຸນ ສະຫະພາບຢູໂຣບ ພາກັນກີດກັ້ນ ຕໍາຫລວດ ປາບປາມຈະລາຈົນ ທີ່ນະຄອນ Kyiv.
ບັນດານັກເຄຶ່ອນໄຫວ ທີ່ສະໜັບສະໜຸນ ສະຫະພາບຢູໂຣບ ພາກັນກີດກັ້ນ ຕໍາຫລວດ ປາບປາມຈະລາຈົນ ທີ່ນະຄອນ Kyiv.
ອະດີດລັດ​ຖະມົນຕີພາຍ​ໃນ ຢູ​ເຄຣນ ​ແລະ​ຜູ້​ນໍາ​ຝ່າຍ​ຄ້ານ ໃນ
ປັດ​ຈຸ​ບັນ ທ່ານ Yurliy Lutsenko ​ໄດ້ເຂົ້າຮັບການປິ່ນປົວ ຢູ່
​ຫ້ອງ​ສຸກ​ເສີນຂອງໂຮງໝໍຫລັງຈາກ​ໄດ້​ຖືກ​ທຸບ​ຕີໃນ​ການ​ປະ​ທະ
​ກັນ ທີ່​ເກີດຂື້ນ​ລະຫວ່າງພວກ​ປະ​ທ້ວງ​ທີ່ສະໜັບສະໜຸນສະຫະ
ພາບ​ຢູ​ໂຣບ ​ແລະ​ຕໍາຫລວດ ທີ່​ຖື​ໄມ້ຄ້ອນ.

ການ​ປະ​ເຊີນ​ໜ້າ ​ໄດ້​ເກີ​ດຂື້ນ​ໃນ​ຕອນ​ແລງ​ວັນ​ສຸກວານ​ນີ້ ຫຼັງ​
ຈາກ​ສານນະຄອນ Kyiv ​ໄດ້​ຕັດສິນ​ລົງ​ໂທດ​ຜູ້​ຊາຍ​ສາມ​ຄົນ
ໃຫ້ຕິດ​ຄຸກ​ຫົກ​ປີ ​ໃນ​ຖານ​ວາງ​ແຜນ​ໃນ ​ປີ 2011 ທີ່​ຈະ​ລະເບີດ​
ຮູບ​ປັ້ນ ຜູ້​ກໍ່ຕັ້ງ ສະຫະພາບໂຊ​ຫວຽດ ທ່ານ Vladimir Lenin.

ຂ່າວ​ທ້ອງ​ຖິ່ນ​ລາຍ​ງານ ​ທີ່​ອອກ​ອາກາດຢູ່​ໃນຢູ​ເຄຣນ ແມ່ນໄດ້ສະແດງໃຫ້ເຫັນ ​ພວກປະ​
ທ້ວງທີ່​ຖືກ​ທຸບ​ຕີ​ຢ່າງ​ຮ້າຍ​ແຮງ ຮວມ​ທັງ ທ່ານ Lutsenko ທີ່ມີ​ລາຍ​ງານ​ວ່າ ​ຖືກ​ຕີ​ຢູ່ຫົວນັ້ນ.

ພວກ​ປະ​ທ້ວງຕໍ່​ຕ້ານລັດຖະບານ ​ໄດ້​ພາກັນເດີນຂະບວນ ຢູ່ຕາມ​ຖະໜົນ​ຫົນທາງ​ສາຍ
ຕ່າງໆໃນກຸງ Kyiv ​ແລະ​ຫົວເມືອງ​ອື່ນໆ​ຂອງຢູ​ເຄຣນ ຕັ້ງ​ແຕ່​ເດືອນ​ພະຈິກ ​ເປັນຕົ້ນມາ
ເວລາປະທານາທິບໍດີ Viktor Yanukovych ໄດ້​ປ່ຽນທ່າທີຢ່າງກະທັນຫັນ ​ແລະ​ປະຕິ​ເສດບໍ່ຍອມລົງ​ນາມ​ ໃນຂໍ້ຕົກລົງ​ການ​ຄ້າ ກັບສະຫະພາບ​ຢູໂຣບ ​ໂດຍ​ເລືອກ​ເອົາ ການ
​ມີ​ສໍາພັນ​ຢ່າງ​ໃກ້​ຊິດກັບຣັດ​ເຊຍຫລາຍ​ຂື້ນແທນ. ນັບ​ແຕ່​ນັ້ນ​ມາ ກຸງ​ມົສກູ​ໄດ້​ໃຫ້​ຄໍາ​ໝັ້ນ
​ສັນຍາທີ່​ຈະ​ຊື້ໜີ້​ສິນມູນຄ່າ​ 15 ພັນ​ລ້ານໂດລາຂອງຢູ​ເຄຣນ ​ແລະ​ຫຼຸດ​ລາຄາແກັສຂອງ
ຣັດ​ເຊຍ ​ທີ່ສົ່ງໃຫ້​ແກ່ຢູ​ເຄຣນລົງ ເພື່ອ​ຊຸກຍູ້ເສດຖະກິດ ທີ່ພວມດີ້ນລົນຂອງປະເທດດັ່ງ
ກ່າວ​.

ພວກ​ປະ​ທ້ວງ ພາກັນ​ຮຽກຮ້ອງ​ໃຫ້ລັດຖະບານ ປະຕິບັດຕາມ​ຄໍາ​ໜັ້ນສັນຍາ​ທີ່​ໄດ້ໃຫ້ໄວ້
ນັ້ນວ່າ ຈະລົງ​ນາມ​ໃນຂໍ້ຕົກລົງການຄ້າ ​ກັບສະຫະ​ພາຍ​ຢູ​ໂຣບ.
XS
SM
MD
LG