ໃນຂະນະທີ່ຢູເຄຣນແມ່ນຢູ່ໃນສະພາບລະມັດລະວັງຢ່າງສູງສຳລັບການໂຈມຕີທາງອາກາດໃນວັນຈັນມື້ນີ້ ຜູ້ບັນຊາການທະຫານຂັ້ນສູງຂອງປະເທດ ໄດ້ກ່າວວ່າ ກຳລັງທະຫານຂອງຣັດເຊຍ ຫຼາຍສິບພັນຄົນ ແມ່ນກຽມພ້ອມທີ່ຈະບຸກເຂົ້າໄປໃນຂົງເຂດເຄີຣສຄ໌ (Kursk).
“ໂດຍປະຕິບັດຕາມຄຳສັ່ງຂອງຜູ້ນຳທະຫານຂອງພວກເຂົາ, ພວກເຂົາກຳລັງພະຍາຍາມທີ່ຈະຂັບໄລ່ກຳລັງທະຫານຂອງພວກເຮົາ ແລະບຸກເລິກເຂົ້າໄປໃນດິນແດນທີ່ພວກເຮົາຄວບຄຸມຢູ່” ນາຍພົນ ໂອເລັກຊານເດີ ຊີຣສກີ ໄດ້ຂຽນລົງໃນແອັປ ເທເລີແກຣມ.
ຢູເຄຣນ ໄດ້ເລີ້ມບຸກເຂົ້າໄປໃນເຂດເຄີຣສຄ໌ ເມື່ອເດືອນສິງຫາ ໂດຍເຂົ້າຄວບຄຸມຫົວເມືອງ ແລະຄຸ້ມບ້ານຕ່າງໆ ໃນຂົງເຂດທີ່ເປັນຊາຍແດນ.
ໃນຂະນະດຽວກັນ ປະຊາຊົນຢ່າງໜ້ອຍຫົກຄົນໄດ້ເສຍຊີວິດໃນການໂຈມຕີທາງອາກາດຢູ່ໃນພາກໃຕ້ຂອງຢູເຄຣນ-ຫ້າຄົນຢູ່ໃນເຂດ ມິໂຄໄລ (Mykolaiv) ແລະຄົນນຶ່ງຢູ່ໃນເຂດ ຊາໂປຣິສເຊຍ (Zaporizhzhia) ລວມຢູ່ໃນນັ້ນ ມີເດັກນ້ອຍອາຍຸ 4 ປີ ແລະ 17 ປີ ບ່ອນທີ່ຕຶກທີ່ຢູ່ອາໄສໄດ້ຖືກທຳລາຍ ຕາມການລາຍງານຂອງບັນດາຜູ້ປົກຄອງຢູ່ໃນຂົງເຂດດັ່ງກ່າວ.
ເມື່ອຕອນເຊົ້າກ່ອນໜ້ານີ້ ກອງທັບອາກາດຂອງຢູ່ເຄຣນ ໄດ້ຍົກລະດັບການເຕື່ອນໄພຢູ່ທີ່ລະດັບສູງ ສຳລັບການໂຈມຕີດ້ວຍລູກສອນໄຟຂະໜາດໃຫຍ່ ໂດຍມີລາຍງານວ່າ ເຮືອຍິນຖິ້ມລະເບີດຈຳນວນຫຼວງຫຼາຍ ໄດ້ບິນຂຶ້ນອອກຈາກຣັດເຊຍ ແລະມຸ້ງໜ້າໄປຍັງຢູເຄຣນ.
ກອງທັບອາກາດຢູເຄຣນ ໄດ້ກ່າວໃນຊ່ອງທາງເທເລີແກຣມ ວ່າ “ສຽງເຕືອນໄພທາງອາກາດ ແມ່ນກ່ຽວຂ້ອງກັບການສົ່ງພວກລູກສອນໄຟນຳວິຖີມາຈາກ ເຮືອບິນຖິ້ມລະເບີດຍຸດທະສາດ Tu-95MS.”
ໄຟຟ້າໄດ້ຖືກຕັດ ເພື່ອຫລີກເວັ້ນຄວາມເສຍຫາຍຈາກການຖືກໂຈມຕີ ແລະປະຊາຊົນໄດ້ຖືກຮຽກຮ້ອງໃຫ້ໄປຫລົບລີ້ຢູ່ທີ່ບ່ອນທີ່ປ່ອນໄພ - ລວມທັງຢູ່ໃນສະຖານີລົດໄຟໃຕ້ດິນຂອງກີຢິບ.
ແຕ່ຈົນຮອດເວລາ 6:30 ຕາມເວລາໃນທ້ອງຖິ່ນ ພວກລູກສອນໄຟກໍຍັງບໍ່ມາເຖິງເທື່ອ. ອີງຕາມນັກຂຽນ ບລອກເກີຫຼາຍຄົນດ້ານການທະຫານຂອງຢູເຄຣນ ແລ້ວ ພວກເຮືອບິນຖິ້ມລະເບີດຂອງຣັດເຊຍ ໄດ້ທຳການບິນເພື່ອຂົ່ມຂູ່ຈະປ່ອຍພວກລູກສອນໄຟທັງຫຼາຍ ດັ່ງທີ່ອົງການຂ່າວຣອຍເຕີໄດ້ລາຍງານ.
ໜັງສືພິມວໍຊິງຕັນ ໂພສ ແລະ ຣອຍເຕີສ ໄດ້ລາຍງານວ່າ ທ່ານດໍໂນປະທານາທິບໍດີ ສະຫະລັດຜູ້ທີ່ຫາກໍໄດ້ຖືກເລືອກ ໄດ້ລົມກັບຜູ້ນຳຂອງຣັດເຊຍ ທ່ານວລາດີເມຍປູຕິນ ແລະຮຽກຮ້ອງທ່ານປູຕິນ ບໍ່ໃຫ້ສົງຄາມໃນຢູເຄຣນ ທະວີຂຶ້ນຕື່ມ.
While Ukraine was on high alert for air attacks on Monday, the country’s top military commander said tens of thousands of Russian troops were ready to advance on the Kursk region.
"Following the order of their military leadership, they are trying to dislodge our troops and advance deep into the territory we control," Ukraine’s General Oleksandr Syrskyi wrote on the Telegram messaging app.
Ukraine launched an incursion into Kursk in August, taking control of a number of towns and villages in the border region.
Meanwhile, at least six people were killed in air attacks in southern Ukraine – five in Mykolaiv and one in Zaporizhzhia, where a residential building was destroyed, regional governors reported.
At least a dozen people were injured in Zaporizhzhia, including five children between the ages of 4 and 17.
Earlier, the Ukrainian air force put the nation on high alert for a large-scale missile attack, reporting that a large number of bombers were taking off from Russia and heading to Ukraine.
"The air alert is related to the launch of cruise missiles from Tu-95MS strategic bombers," the air force said on its Telegram channels.
Power was cut to prevent further damage from attacks, and people were encouraged to seek shelter – including in Kyiv’s metro stations.
But by 0630 GMT the missiles had not arrived. According to some Ukrainian military bloggers, the Russian bombers performed flights imitating the launch of missiles, Reuters reported.
The Washington Post and Reuters reported that U.S. President-elect Donald Trump spoke to Russian leader Vladimir Putin and urged him not to escalate the war in Ukraine.
ຟໍຣັມສະແດງຄວາມຄິດເຫັນ