ສາຍໄຟຟ້າຢູ່ທາງນອກຂອງໂຮງໄຟຟ້ານິວເຄລຍ ຊາໂປຣິສເຊຍ (Zaporizhzhia) ຂອງຢູເຄຣນ ຊຶ່ງເປັນໂຮງໄຟຟ້າທີ່ໃຫຍ່ທີ່ສຸດໃນຢູໂຣບ ໄດ້ຖືກສ້ອມແປງຄືນໃນວັນອາທິດວານນີ້ ຫລັງຈາກຖືກຍິງດ້ວຍປືນໃຫຍ່ ເຮັດໃຫ້ການເຊື່ອມຕໍ່ຂອງໂຮງໄຟຟ້າ ກັບຕາຂ່າຍໄຟຂາດແລະບັງຄັບໃຫ້ມັນຕ້ອງໄດ້ໃຊ້ເຄື່ອງຈັກປັ່ນພະລັງງານສຸກເສີນທີ່ໃຊ້ນ້ຳມັນກາຊວນ, ອີງຕາມອົງການຄຸ້ມຄອງດ້ານນິວເຄລຍຂອງສະຫະປະຊາຊາດກ່າວ ຢູ່ໃນລາຍງານຂອງອົງການຂ່າວເອພີ (AP).
ອົງການພະລັງງານປະລະມານູສາກົນ ຫຼື IAEA ກ່າວວ່າ ສາຍສົ່ງຂະໜາດ 750 ກິໂລໂວນ ໄດ້ຖືກເອົາເຊື່ອມຕໍ່ຄືນໃສ່ ກັບໂຮງໄຟຟ້າ ໃນຕອນແລງວັນອາທິດວານນີ້ ຫລັງຈາກຖືກສ້ອມແປງໂດຍວິສະວະກອນຊາວຢູເຄຣນ. ເຫດການນັ້ນ ເຮັດໃຫ້ໂຮງ ໄຟຟ້າສາມາດເລີ່ມປິດເຄື່ອງປັ່ນໄຟທີ່ເປີດຂຶ້ນເພື່ອສະໜອງພະລັງງານ ຫຼັງຈາກສາຍ ໄຟ - ການເຊື່ອມຕໍ່ສາຍສຸດທ້າຍຂອງມັນກັບຕາຂ່າຍໄຟຟ້າ - ຖືກຕັດຂາດໃນຕອນເຊົ້າໆ ຂອງວັນເສົາຜ່ານມາ.
ຜູ້ອຳນວຍການໃຫຍ່ຂອງ IAEA, ທ່ານຣັບຟາແອລ ກຣອຊຊີ (Rafael Grossi) ໄດ້ສົ່ງຂໍ້ຄວາມທາງທວີດເຕີວ່າ ການເຊື່ອມຕໍ່ຄືນໃໝ່ ແມ່ນ "ເປັນການບັນເທົາຊົ່ວ ຄາວໃນສະຖານະການທີ່ຍັງບໍ່ສາມາດແກ້ໄຂໄດ້."
ໂຮງໄຟຟ້າດັ່ງກ່າວ ໄດ້ຖືກຍຶດໂດຍກໍາລັງທະຫານຣັດເຊຍເປັນເວລາຫຼາຍເດືອນ ແຕ່ຖືກດໍາເນີນງານໂດຍພະນັກງານຢູເຄຣນ. ເຕົາປະຕິກອນທັງໝົດ 6 ອັນຢູ່ໃນສະຖານ ທີ່ນັ້ນຖືກປິດລົງ ແຕ່ມັນຍັງຕ້ອງການໄຟຟ້າເພື່ອເຮັດຄວາມເຢັນ ແລະເຮັດຄຸນລັກສະນະຂອງຄວາມປອດໄພອື່ນໆຢູ່.
ທ່ານກຣອຊຊີ (Grossi) ໄດ້ໃຊ້ເວລາຫຼາຍອາທິດ ເພື່ອຊຸກຍູ້ການສ້າງຕັ້ງ "ເຂດປົກ ປ້ອງຄວາມປອດໄພ ແລະຄວາມໝັ້ນຄົງຂອງນິວເຄຼຍ" ຢູ່ອ້ອມຮອບໂຮງໄຟຟ້າແຫ່ງ ນັ້ນ. ທ່ານກ່າວວ່າ ທ່ານຈະເດີນທາງໄປຍັງຣັດເຊຍ ແລະຈາກນັ້ນ ກໍຈະໄປພົບກັບ ປະປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລນສ໌ກີ ໃນຄວາມພະຍາຍາມທີ່ຈະບັນລຸແຜນການນັ້ນ.
ທ່ານກຣອຊຊີ ໄດ້ປະນາມການໂຈມຕີ "ໃນເຂດທີ່ອາດຈະສົ່ງຜົນກະທົບຕໍ່ຄວາມ ປອດໄພ ແລະຄວາມໝັ້ນຄົງ" ຂອງໂຮງງານ, ລວມທັງໃນເມືອງເອນເນີໂຮດາ (Enerhodar) ທີ່ຢູ່ໃກ້ຄຽງກັນ ແລະເປັນເມືອງເອກຂອງແຂວງຊາໂປຣິສເຊຍ ທີ່ປົກຄອງໂດຍຢູເຄຣນນັ້ນ.
ທ່ານກ່າວວ່າ "ເກືອບທຸກໆມື້ ດຽວນີ້, ມີການຍິງປືນໃຫຍ່ຢູ່ໃນເຂດທີ່ໂຮງໄຟຟ້ານິວເຄຼຍຊາໂປຣິສເຊຍ ຕັ້ງຢູ່ ແລະບ່ອນທີ່ພະນັກງານໂຮງໄຟຟ້າແລະ ຄອບຄົວ ຂອງເຂົາເຈົ້າອາໄສຢູ່." "ການຍິງປືນຖະຫລົ່ມໃສ່ຕ້ອງຍຸຕິລົງໃນທັນທີທັນໃດ ມັນມີຜົນກະ ທົບຕໍ່ຄວາມປອດໄພ ແລະສະພາບຄວາມໝັ້ນຄົງຂອງນິວເຄຼຍຢູ່ໂຮງໄຟຟ້າດັ່ງກ່າວ."