ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າພະລັງງານນິວເຄລຍຂອງ​ຢູ​ເຄ​ຣນ ​ເວົ້າ​ວ່າ ທ່ານ​ເຫັນ​ສັນ​ຍານບົ່ງ​ບອກວ່າ ຣັດເຊຍອາດຈະ​ອອກຈາກ​ໂຮງໄຟ​ຟ້າ​ ທີ່​ຖືກ​ຍຶດ​ຄອງນັ້ນ​ ໄປ


ທະ​ຫານ​ຣັດ​ເຊຍ​ຄົນ​ນຶ່ງລາດ​ຕະ​ເວນ​ໃນ​ເຂດ​ດິນ​ແດນ​ຂອງ​ໂຮ​ງ​ໄຟ​ຟ້ານິວ​ເຄ​ລຍ Zaporizhzhia ຢູ່​ນອກ​ເມືອງ Enerhodar ຂອງ​ຢູ​ເຄ​ຣນ, ວັນ​ທີ 1 ພຶດ​ສະ​ພາ, 2022.
ທະ​ຫານ​ຣັດ​ເຊຍ​ຄົນ​ນຶ່ງລາດ​ຕະ​ເວນ​ໃນ​ເຂດ​ດິນ​ແດນ​ຂອງ​ໂຮ​ງ​ໄຟ​ຟ້ານິວ​ເຄ​ລຍ Zaporizhzhia ຢູ່​ນອກ​ເມືອງ Enerhodar ຂອງ​ຢູ​ເຄ​ຣນ, ວັນ​ທີ 1 ພຶດ​ສະ​ພາ, 2022.

ຫົວໜ້າບໍລິສັດພະລັງງານນິວເຄລຍຂອງລັດຖະ​ບານຢູເຄຣນກ່າວໃນ ວັນອາທິດ ວານນີ້ວ່າ ມີສັນຍານບົ່ງ​ບອກໃຫ້ຮູ້ວ່າກຳລັງທະ​ຫານຂອງຣັດເຊຍອາດຈະພວມ ກຽມ ທີ່ຈະອອກຈາກໂຮງໄຟຟ້ານິວເຄລຍຊາ​ໂປ​ຣີສ​ເຊຍ (Zaporizhzhia) ທີ່ກວ້າງໃຫຍ່ໄພສານ ທີ່ພວກເຂົາເຈົ້າຍຶດໄດ້ໃນເດືອນມີນາ ຜ່ານ​ມາຫລັງຈາກພວກ​ເຂົາ​ໄດ້ເຂົ້າ​ໄປບຸກລຸກນັ້ນ, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ​ຈະ​ເປັນ​ການ​ປ່ຽນ​ແປງ​ສະ​ໜາມ​ລົບທີ່​ໃຫຍ່​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ ເຂດຊາ​ໂປ​ຣີ​ສເຊຍ (Zaporizhzhia) ທີ່ຖືກ​ຍຶດ​ຄອງ​ເປັນ​ບາງ​ສ່ວນ ​ທີ່ເປັນ​ແນວ​ໜ້າ​ບໍ່​ໄດ້​ມີ​ການປ່ຽນ​ແປງ​ມາ​ເປັນ​ເວ​ລາ​ຫລາຍ​ເດືອນ. ການ​ຍິງປືນໃສ່ຊ້ຳ​ແລ້ວ​ຊ້ຳ​ອີກ ​ຢູ່​ອ້ອມ​ແອ້ມ​ໂຮງ​ໄຟ​ຟ້າ​ນັ້ນ ໄດ້​ກະ​ຕຸ້ນ​ໃຫ້​ມີ​ຄວາມ​ຢ້ານ​ກົວ​ວ່າ ​ຈະ​ເກີດ​ໄພ​ພິ​ບັດ​ນິວ​ເຄ​ລຍຂຶ້ນ.

"ໃນຫລາຍອາທິດຜ່ານມານີ້ ພວກເຮົາໄດ້ຮັບຂໍ້ມູນຢ່າງມີປະສິດທິຜົນທີ່ສົ່ງສັນ ຍານທີ່ປາກົດບອກ​ໃຫ້​ຮູ້ວ່າ ພວກເຂົາອາດຈະກຽມອອກຈາກໂຮງໄຟ​ຟ້າ​ໄປ" ນັ້ນ​ຄື​ຄຳ​ເວົ້າ ​ຂອງທ່ານເປ​ໂຕຣ ໂຄ​ຕິນ (Petro Kotin), ຫົວຫນ້າບໍລິສັດ ອີ​ເນີ​ໂກອາຕອມ (Energoatom) ທີ່ກ່າວໃນໂທລະພາບແຫ່ງຊາດ.

ທ່ານກ່າວໂດຍ​ອ້າງ​ເຖິງອົງການ​ເຝົ້າ​ຕິດ​ຕາມ​ດ້ານ​ນິວ​ເຄລຍຂອງ​ສະຫະ​ປະຊາ​ຊາດວ່າ "ທໍາອິດ, ມີການລາຍງານຈໍານວນຫລາຍຄັ້ງ ໃນສື່ມວນຊົນຣັດເຊຍທີ່​ເວົ້າວ່າ ມັນກຸ້ມ​ຄ່າທີ່ຈະອອກຈາກໂຮງ (ໄຟ​ຟ້າ) ໄປ ແລະອາດຈະກຸ້ມຄ່າຖ້າ​ມອບມີການຄວບຄຸມຂອງໂຮງ​ໄຟ​ຟ້າ​ໃຫ້​ແກ່ (ອົງການພະລັງງານປະລະມານູ ສາກົນ ຫລື IAEA)." ທ່ານ​ກ່າວ​ຕໍ່​ໄປ​ວ່າ "ເປັນ​ສິ່ງນຶ່ງທີ່ມີຄວາມຮູ້​ສຶກ​ເຊື່ອໄດ້​ແທ້ໆ​ວ່າ ພວກເຂົາກໍາລັງມ້ຽນເຄື່ອງ​ຂອງ​ເພື່ອ​ກຽມ​ໜີ ແລະລັກເອົາ​ສິ່ງ​ຂອງອັນ​ໃດທີ່ພວກເຂົາສາມາດລັກໄດ້."

ຣັດ​ເຊຍ ແລະຢູ​ເຄຣນ ຊຶ່ງ​ເປັນ​ບ່ອນ​ເກີດ​ອຸບັດ​ຕິ​ເຫດ​ນິວ​ເຄລຍທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ ທີ່​ເມືອງຊໍ​ໂນ​ບິລ (Chornobyl ​ໃນ​ປີ 1986 ​ໄດ້​ກ່າວ​ຫາຊຶ່ງ​ກັນແລະ ​ກັນ​ເປັນ​ເວລາ​ຫຼາຍ​ເດືອນ​ວ່າ ​ໄດ້​ຍິງ​ລູກ​ປືນ​ໃສ່​ຍ່ານ​ໄວ້ເຕົາ​ປະຕິກອນຂອງໂຮງໄຟຟ້າຊາ​ໂປ​ຣີສ​ເຊຍ ຊຶ່ງ​ບໍ່​ໄດ້​ຜະລິດ​ພະລັງງານ​ອີກແລ້ວນັ້ນ.

ເມື່ອຖືກຖາມວ່າ ມັນ​ໄວເກີນໄປບໍ່ ທີ່ຈະເວົ້າກ່ຽວກັບການ​ຖອນ​ທະຫານຣັດເຊຍອອກຈາກໂຮງໄຟ​ຟ້າ, ທ່ານ​ໂຄ​ຕິນກ່າວໃນໂທລະພາບວ່າ: "ມັນໄວເກີນໄປ. ພວກເຮົາບໍ່ເຫັນມັນເກີດ​ຂຶ້ນ​ໃນຕອນນີ້, ແຕ່ວ່າພວກເຂົາ ກໍາລັງກະກຽມ (ທີ່ຈະອອກໜີ​ໄປ).”

"ພະ​ນັກ​ງານ (ຢູເຄຣນ) ທຸກ​ຄົນຖືກຫ້າມບໍ່ໃຫ້ຜ່ານດ່ານກວດກາ ແລະ ເດີນ ທາງໄປຍັງດິນແດນ (ທີ່ຄວບຄຸມ) ໂດຍຢູເຄຣນ."

​ຫົວໜ້າ​ອົງການ IAEA ​ໄດ້​ພົບ​ປະ​ກັບ​ຄະນະ​ຜູ້​ແທນຣັດ​ເຊຍ​ ຢູ່​ນະຄອນອິ​ສ​ຕັນ​ບູ​ລ ໃນວັນ​ທີ 23 ພະຈິກ​ຜ່ານ​ມາ ​ເພື່ອ​ປຶກສາ​ຫາລື ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ເຂດ​ຄຸ້ມ​ຄອງ​ຢູ່ອ້ອມ​ແອ້ມ​ໂຮງໄຟ​ຟ້າ​ດັ່ງກ່າວ, ​ເຊິ່ງ​ເປັນໂຮງ​ໄຟ​ຟ້າ​ທີ່ໃຫຍ່​ທີ່​ສຸດຂອງຢູ​ໂຣບ, ​ເພື່ອ​ສະກັດ​ກັ້ນ​ໄພ​ພິບັດ​ນິວ​ເຄຼຍ. ໂຮງໄຟຟ້າຊາ​ໂປ​ຣີສ​ເຊຍເຄີຍ​ໄດ້ຖືກໃຊ້ເພື່ອສະຫນອງໄຟຟ້າໃຫ້​ປະມານນຶ່ງສ່ວນຫ້າຂອງຄວາມ​ຕ້ອງ​ການ​ໄຟ​ຟ້າ​ໃນ​ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG