ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະຫານຢູເຄຣນ ປະທະກັບ ຂະບວນລົດຫຸ້ມເກາະ ຂອງພວກຫົວແບ່ງແຍກ (ວີດີໂອ/ສະໄລດ໌)


ພວກລົດຖັງກອງທັບຢູເຄຣນ ແລ່ນຜ່ານດ່ານກວດກາແຫ່ງນຶ່ງ ໃນຂະນະທີທຳການລາດຕາເວນ ໃກ້ກັບເມືອງDebaltseve
ຂອງຢູເຄຣນ ວັນທີ 3, ສິງຫາ 2014.
ພວກລົດຖັງກອງທັບຢູເຄຣນ ແລ່ນຜ່ານດ່ານກວດກາແຫ່ງນຶ່ງ ໃນຂະນະທີທຳການລາດຕາເວນ ໃກ້ກັບເມືອງDebaltseve ຂອງຢູເຄຣນ ວັນທີ 3, ສິງຫາ 2014.

ຢູ​ເຄຣນກ່າວ​ວ່າ ກຳລັງ​ຂອງ​ລັດຖະບານ​ໄດ້​ທຳ​ການ​ຕໍ່ສູ້​ກັນ​ກັບ
​ຂະ​ບວນລົດ​ຫຸ້ມ​ເກາະຂະ​ບວນ​ນຶ່ງ ຂອງ​ພວກຫົວ​ແບ່ງ​ແຍກ ຢູ່
​ໃກ້ໆ​ກັບ​ຊາຍ​ແດນຣັດ​ເຊຍ.

​ແຫຼ່ງຂ່າວ​ທະຫານ​ກ່າວ​ວ່າ ຂະ​ບວນລົດດັ່ງກ່າວ​ໄດ້​ຖືກ​ຢຸດ​ໃນ​
ວັນ​ຈັນ​ມື້​ນີ້ ​ໃນ​ຂະນະ​ທີ່​ພວມ​ເຄື່ອນ​ເຂົ້າໄປ​ໃກ້​ກັບ​ເມືອງ​ນຶ່ງ​ຢູ່​
ແຄມ​ທະ​ເລ Azov.

ອົງການ​ຂ່າວ​ຝຣັ່ງ ອ້າງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່ຢູ​ເຄຣນທ່ານ​ນຶ່ງ
​ວ່າ ຂະ​ບວນລົດ​ດັ່ງກ່າວ​ໄດ້​ເຄື່ອນ​ເຂົ້າ​ໄປ​ໃນ​ປະ​ເທດ ຈາກຣັດ​ເຊຍ.

ທ່ານ Sergei Lavrov ລັດຖະມົນຕີຕ່າງປະເທດຣັດເຊຍ
ທ່ານ Sergei Lavrov ລັດຖະມົນຕີຕ່າງປະເທດຣັດເຊຍ

​ໃນ​ຂະນະ​ດຽວ​ກັນ ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei
Lavrov ກ່າວ​ໃນວັນ​ຈັນ​ມື້​ນີ້​ວ່າ ມົສກູ​ຢາກ​ສົ່ງ​ຂະ​ບວນລົດ​ບັນທຸກ
​ເຄື່ອງຊ່ອຍ​ເຫຼືອ​ທາງ​ດ້ານ​ມະນຸດສະທຳອີກ​ຈຸ​ນຶ່ງ ​ໄປ​ຍັງ​ພາກ​ຕາ
​ເວັນ​ອອກ​ຂອງ​ຢູ​ເຄຣນ.

ທ່ານ Lavrov ກ່າວ​ວ່າ ຣັດ​ເຊຍ​ໄດ້​ສົ່ງ​ຈົດໝາຍ​ທາງ​ການ​ສະບັບ
​ນຶ່ງ​ໄປ​ຍັງ​ລັດຖະບານ Kyiv ​ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ບັນຈຸ​ຂໍ້ມູນ
ກ່ຽວ​ກັບ​ຂະ​ບວນລົດ​ຊ່ວຍ​ເຫຼືອຈຸ​ໃໝ່ ຮວມທັງ​ຂ່າວ​ຂໍ້​ມູນ​ກ່ຽວ​ກັບ
​ປະ​ເພດ​ຂອງເຄື່ອງ​ຊ່ອຍ​ເຫຼືອ​ຊຸດໃໝ່ ທີ່​ຈະ​ສົ່ງ​ໄປ​ນັ້ນ.

ຣັດ​ເຊຍ​ໄດ້​ປະ​ເຊີນ​ກັບ​ການ​ຕຳ​ໜິຕິຕຽນ​ຢ່າງ​ໜັກ​ຈາກ​ນະຄອນ Kyiv ​ແລະ​ຝ່າຍ​ຕາ​ເວັນ​ຕົກ ກ່ຽວ​ກັບ​ຂະ​ບວນລົດສົ່ງ​ການຊ່ອຍ​ເຫຼືອ​ໄປ​ຍັງ​ເມືອງ Luhansk ຂອງ​ຢູ​ເຄຣນ ທີ່ຢູ່​ພາຍ​ໃຕ້
​ການ​ຄຸ້ມ​ຄອງ​ຂອງ​ພວກ​ກະບົດ​ນັ້ນ.

ພາບການສະຫລອງວັນເອກະລາດ ໃນຢູເຄຣນ:

ຂະ​ບວນລົດ​ດັ່ງກ່າວ​ໄດ້​ຖືກ​ສົ່ງ​ໄປ​ ໂດຍ​ບໍ່​ໄດ້​ຮັບ​ເຫັນ​ດີ​ຢ່າງ​ເປັນ​ທາງ​ການ​ຈາກລັດຖະບານ
Kyiv. ​ແລະຣັດ​ເຊຍ​ບໍ່​ໄດ້​ລໍຖ້າ​ໃຫ້​ ຄະນະ​ກຳມະການ​ສະພາກາ​ແດງ​ສາກົນ ​ເສັດ​ສິ້ນ​ການກວດກາ​ຕາມ​ລະບຽບ​ການຂອງ​ຕົນ​ນັ້ນ.

ທ່ານ Lavrov ກ່າວ​ຕື່ມ​ວ່າ ຣັດ​ເຊຍ​ຢາກ​ສົ່ງຂະ​ບວນລົດ​ຖ້ຽວ​ທີ​ສອງ​ອີກ​ໃນ​ເວລາ​ໄວເທົ່າ
​ທີ່​ຈະ​ເປັນ​ ໄປ​ໄດ້ ​ແລະ​ກ່າວ​ວ່າ ຣັດ​ເຊຍ​ຢາກ​ບັນລຸ ຂໍ້​ຕົກລົງ​ກັນ​ກ່ຽວກັບ “​ເງື່ອນ​ໄຂ​ທັງ​ໝົດ ສຳລັບ​ການ​ສົ່ງເຄື່ອງ​ຊ່ອຍ​ເຫຼືອ​ຮອບ​ໃໝ່ ​ໃນ​ເສັ້ນທາງ​ດຽວ​ກັນ​ກັບ​ຖ້ຽວທຳ​ອິດ​ນັ້ນ.

ມື້ວານ​ນີ້ ປະທານາທິບໍດີ Petro Poroshenko ​ແຫ່ງ​ຢູ​ເຄຣນ ​ໄດ້​ໃຫ້ຄຳ ​ໝັ້ນ​ສັນຍາ​ທີ່​
ຈະ​ເພີ້​ມງົບປະມານ​ທາງ​ດ້ານ​ທະຫານ​ຂອງຢູ​ເຄຣນຂຶ້ນ​ອີກ 3 ພັນ​ລ້ານ​ດອນ​ລາ ​ໃນໄລ
ຍະສອງ​ສາມ​ປີ​ຕໍ່ໜ້າ ຍ້ອນ​ໄພ​ຂົ່ມ​ຂູ່​ຈາກພວກ​ຫົວ​ແບ່ງ​ແຍກນິຍົມຣັດ​ເຊຍ ​ທີ່​ຍັງ​ມີ​ຢູ່​ຕໍ່​ມາ​
ໃນ​ພາກ​ຕາເວັນ​ ອອກ​ຂອງ​ຢູ​ເຄຣນນັ້ນ.

Independence Day in Eastern Ukraine Takes on New Meaning
please wait

No media source currently available

0:00 0:02:55 0:00

ທ່ານ Poroshenko ກ່າວ​ຖ້ອຍ​ຖະ​ແຫລ​ງດັ່ງກ່າວ​ ໃນ​ຄຳ​ປາ​ໄສ​ສະຫລອງ​ວັນ​ເອກະລາດ
​ໃນ​ວັນ​ອາທິດ​ວານ​ນີ້ 23 ປີ ​ຫຼັງ​ຈາກ​ການ​ແຕກ​ແຍກ​ຂອງ​ອະດີດ​ສະຫະພາບ​ໂຊ​ຫວຽດ.

​ໃນ​ຂະນະ​ດຽວ​ກັນ ພວກ​ຫົວ​ແບ່ງ​ແຍກ​ນິຍົມຣັດ​ເຊຍ ກໍ​ໄດ້​ເອົາພວກ​ຊະ​ເລີຍ​ເສິກ​ຢູ​ເຄຣນ
ຫລາຍ​ສິບ​ຄົນ ອອກ​ໄປ​ຍ່າງຕາມ​ຖະໜົນ​ຫົນທາງໃຫ້​ປະຊາຊົນ​ເບິ່ງ ​ໃນ​ເມືອງ Donets
ທີ່ຢູ່​ພາຍ​ໃຕ້​ການ​ຄອບຄອງ​ຂອງ​ພວກ​ກະບົດ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ.

ukraine25august14
please wait
Embed

No media source currently available

0:00 0:00:29 0:00

XS
SM
MD
LG