ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໑ ເມສາ ໒໐໒໕

ຢູເຄຣນສະເຫຼີມສະຫຼອງວັນຄົບຮອບ 3 ປີ ຂອງສົງຄາມ ໃນຂະນະທີ່ການສະໜັບສະໜູນຂອງສະຫະລັດ ຫັນປ່ຽນໄປ


ຢູເຄຣນສະເຫຼີມສະຫຼອງວັນຄົບຮອບ 3 ປີ ຂອງສົງຄາມ ໃນຂະນະທີ່ການສະໜັບສະໜູນຂອງສະຫະລັດ ຫັນປ່ຽນໄປ

ສູນການແພດ Razom ໃນກິຢິບ ເປີດບໍລິການໃນເດືອນກຸມພາ 2024 ໂດຍທະຫານຜ່ານເສິກ ເປໂຕຣ ຄຣາຊິຕສກີ (Petro Krasytsky) ແລະ ແພດປະຈຳຄອບຄົວຂອງລາວ ຫຼັງຈາກໄດ້ຮັບໃຊ້ໃນກອງທັບໃນປີ 2015 ແລະ ອີກຄັ້ງນຶ່ງຫຼັງຈາກການຮຸກຮານຂອງຣັດເຊຍ. ທ່ານ ຄຣາຊິຕສກີ ຈິນຕະນາການເຖິງຄລີນິກໃນຊ່ວງທີ່ລາວພວມຟື້ນໂຕຈາກໂຣກຫຼອດເລືອດສະໝອງແຕກສອງຄັ້ງ ແລະອາການກະທົບກະເທືອນທາງສະໝອງຫຼາຍຄັ້ງ.

ເນື່ອງຈາກຄາດວ່າ ປະຊາກອນທະຫານຜ່ານເສິກຂອງຢູເຄຣນ ຈະສູງເຖິງ 4 ເຖິງ 5 ລ້ານຄົນ ເຂົາຈຶ່ງເບິ່ງວ່າ ສູນແຫ່ງນີ້ ເປັນການລົງທຶນເພື່ອອະນາຄົດຂອງປະເທດ.

ທ່ານ ເປໂຕຣ ຄຣາຊິຕສກີ ຜູ້ສ້າງຕັ້ງສູນການແພດ ຣາຊອມ ກ່າວເປັນພາສາຢູເຄຣນວ່າ

“ ຖ້າເຮົາບໍ່ເຊື່ອໃນອະນາຄົດຂອງປະເທດ ເຮົາຄົງບໍ່ເລີ້ມຕົ້ນສິ່ງນີ້ເລີຍ ຈະບໍ່ມີສູນການແພດ ເຮົາຄົງພຽງແຕ່ໄປຕ່າງປະເທດ ແລະ ນັ້ນຄົງເປັນຈຸດຈົບຂອງເລື້ອງທັງໝົດ.”

ຊາວຢູເຄຣນຢ້ານວ່າ ການທີ່ສະຫະລັດບໍ່ຍອມຮັບຄຳໝັ້ນສັນຍາອາດຈະບັນທອນຄວາມພະຍາຍາມໃນການຢຸດຢັ້ງຜູ້ຮຸກຮານຣັດເຊຍ ແລະເຮັດໃຫ້ຕໍາແໜ່ງຂອງຢູເຄຣນອ່ອນແອລົງໃນການເຈລະຈາໃດໆ ໃນອະນາຄົດ.

ທ່ານນາງ ມາອີຣາ ແມເຊນເຊວາ ສະມາຊິກລັດຖະສະພາ ຈາກພັກລັດຖະບານຂອງປະທານາທິບໍດີ ທ່ານ ໂວໂລດີເມຍ ເຊເລນສກີ ກ່າວກັບອົງການຂ່າວ ວີໂອເອວ່າ ແຮງກົດດັນມີສູງ ແລະ ຂໍ້ຄວາມບາງຢ່າງກ່ຽວກັບຢູເຄຣນ ກໍ່ເຮັດໃຫ້ຜິດຫວັງ.

ທ່ານນາງ ແມເຊນເຊວາ ກ່າວຕໍ່ໄປວ່າ

“ ພວກເຮົາຍັງຄົງຄາດຫວັງສັນຕິພາບທີ່ຍຸຕິທຳ ການເຈລະຈາທີ່ເປັນທຳ ແລະ ບໍ່ມີຫຍັງຕ້ອງຕັດສີນໃຈ ກ່ຽວກັບຢູເຄຣນ ໂດຍບໍ່ມີຢູເຄຣນ ເຮົາຄາດຫວັງວ່າຈະມີຊ່ວງເວລາທີ່ຍາກລຳບາກ ແຕ່ຂ້ອຍເຫັນແລ້ວເຖິງຄວາມສາມັກຄີພາຍໃນປະເທດ ຊຶ່ງເຮົາອາດເລີ້ມສູນເສຍໄປແດ່ໜ້ອຍນຶ່ງ ແຕ່ກຳລັງຈະກັບມາແລະບາງເທື່ອການປ່ຽນແປງເຫຼົ່ານີ້ອາດຈຳເປັນສຳລັບຈຸດປະສົງນີ້.”

ການສຳຫຼວດຫຼ້າສຸດຂອງ ກາລລັພ (Gallup) ສະແດງໃຫ້ເຫັນວ່າ ຊາວຢູເຄຣນ 52 ເປີເຊັນ ສະໜັບສະໜູນການເຈລະຈາສັນຕິພາບ. ທ່ານ ໂອລັກຊີ ເມລນິກ ຈາກ ຣາຊູຄອບ ເຊັນເຕີ (Razumkov Center) ຊຶ່ງເປັນສະຖານທີ່ວິໄຈນະໂຍບາຍສາທາລະນະຂອງຢູເຄຣນກ່າວວ່າ ທ່ານເຫັນເຖິງຄວາມຮູ້ສຶກແທ້ຈິງທີ່ເພີ້ມຫຼາຍຂຶ້ນໃນສັງຄົມຢູເຄຣນ ກ່ຽວກັບທ່າອ່ຽງຂອງສັນຕິພາບ.

ທ່ານ ໂອເລັກຊີ ເມລນິກ ກ່າວໃນພາສາອັງກິດວ່າ

“ ໂດຍທົ່ວໄປແລ້ວມີຄວາມເຂົ້າໃຈວ່າ ການຢຸດຍິງອາດບໍ່ແມ່ນຈຸດສີ້ນສຸດຂອງສົງຄາມ. ຄວາມຄິດເຫັນທີ່ແຜ່ຫຼາຍ ກໍແມ່ນວ່າ ຫາກຊາວອາເມຣິກາ ແລະຣັດເຊຍ ບັນລຸຂໍ້ຕົກລົງກ່ຽວກັບການຢຸດຍິງ ກໍ່ຈະເປັນພຽງແບບລະຫວ່າງສົງຄາມອີກຊ່ວງນຶ່ງເທົ່ານັ້ນ.”

ຈຳນວນພົນລະເຮືອນທີ່ເສຍຊີວິດໃນຢູເຄຣນເພີ້ມຂຶ້ນ 16% ໃນປີທີສາມຂອງສົງຄາມໂດຍມີຜູ້ເສຍຊີວິດຫຼາຍກ່ວາ 1,600 ຄົນ ຂະນະທີ່ການໂຈມຕີິທາງອາກາດທີ່ແນເປົ້າໝາຍໃສ່ພົນລະເຮືອນ ເພີ້ມຂຶ້ນສາມເທົ່າ ຕາມຂໍ້ມູນຂອງ ACLED ຊຶ່ງເປັນອງົກອນຕິດຕາມຄວາມຂັດແຍ້ງທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດອາເມຣິກາ.

ຕາມຖະໜົນໃນນະຄອນຫຼວງກິຢິບຫຼາຍຄົນຫວັງວ່າ ການເຈລະຈາສັນຕິພາບຈະຍຸຕິການສູ້ລົບໄດ້ ແຕ່ບໍພໍໃຈໃນແນວຄິດທີ່ຈະປະນີປະນອມກັບຣັດເຊຍ ແລະປະທານາທິບໍດີ ວລາດີເມຍ ປູຕິນ.

ທ່ານນາງ ແອນນາ ຊາວກິຢິຍ ກ່າວເປັນພາສາ ຢູເຄຣນວ່າ

“ ຂ້ອຍໝັ້ນໃຈກ່ຽວກັບຂະບວນການເລີ້ມການເຈລະຈາ ແຕ່ເປັນເລື້ອງຍາກຫຼາຍທີ່ຈະເວົ້າໃນເງື່ອນໄຂທີ່ເຮົາໄດ້ຍິນ ສິ່ງສຳຄັນທີ່ສຸດທີ່ຢູເຄຣນຕ້ອງການໃນຕອນ ນີ້ ຄືຄວາມເຊື່ອໝັ້ນວ່າ ມີການສະໜັບສະໜູນທັງພາຍໃນປະເທດ ແລະຈາກພັນທະມິດຕ່າງປະເທດ.”

ທ່ານ ດມີິໂຕຣ ຊາວກິຢິບ ກ່າວເປັນພາສາຢູເຄຣນວ່າ

“ ການເຈລະຈາຄວນເປັນໄປຕາມເງື່ອນໄຂຂອງເຮົາເທົ່ານັ້ນ ເມື່ອພິຈາລະນາຈາກການສະເໜີໃຫ້ປະນີປະນອມ ຂ້ອຍເຊື່ອວ່າ ນັ້ນຈະເປັນການສູນເສຍ ແລະນັ້ນ ບໍ່ແມ່ນສິ່ງທີ່ເຮົາຕໍ່ສູ້ມາຕະຫຼອດສາມປີທີ່ຜ່ານມາ.”

ຫຼັງຈາກສາມປີຂອງການຕໍ່ສູ້ຕໍ່ຕ້ານການຮຸກຮານຂອງຣັດເຊຍ ຢູເຄຣນກຳລັງປະເຊີນກັບຊ່ວງເວລາທີ່ທ້າທາຍທີ່ສຸດຊ່ວງນຶ່ງ ເນື່ອງຈາກກອງກຳລັງຂອງຢູເຄຣນຄ່ອຍໆ ເສຍພື້ນທີ່ທາງພາກຕາເວັນອອກ.

ຊາວຢູເຄຣນພຽງບໍ່ເທົ່າໃດຄົນ ຫຼືບໍ່ມີເລີຍທີ່ຕ້ອງການໃຫ້ປະເທດຍອມສະລະດິນແດນ ແລະຫວັງວ່າ ສະຫະລັດຈະຖືກຊັກຊວນໃຫ້ຢູ່ຝ່າຍດຽວກັບພວກເຂົາ ເພື່ອໃຫ້ພວກເຂົາມີໂອກາດຮັກສາປະເທດຂອງຕົນໄວ້ ຢ່າງສົມບູນ.

ອ່ານບົດລາຍງານເປັນພາສາອັງກິດ

The Razom Medical Center in Kyiv was opened in February 2024 by war veteran Petro Krasytskyi and his family doctor. After serving in the army in 2015 and again following Russia's invasion, Krasytskyi envisioned the clinic during his recovery from two strokes and multiple concussions.

With Ukraine’s veteran population expected to reach 4 to 5 million, he says he sees the center as an investment in the country’s future.

Petro Krasytskyi, Founder of Razom Medical Center)) ((MALE IN UKRAINIAN

"If we didn’t believe in the future of our country, we wouldn’t have started any of this. There would be no medical center—we would have simply gone abroad, and that would have been the end of it."

Many in Ukraine share Krasytskyi’s optimism, but recent shifts in U.S. policy and rhetoric have many worried about the country’s future as it enters a fourth year of war with Russia.

Ukrainians fear that wavering U.S. commitment could undermine efforts to hold back the Russian invaders and weaken Ukraine’s position at any future negotiations.

Maria Mezentseva, a lawmaker from President Volodomyr Zelenskyy's ruling party, told VOA that the pressure is high and that some messages about Ukraine are disappointing.

Maria Mezentseva, Member of Ukrainian Parliament FEMALE IN ENGLISH

“We still expect just peace, fair negotiations, and nothing to be decided about Ukraine without Ukraine. // We are expecting tough times, but I already see this unity [inside the country], which we probably started to lose a little bit, coming back. And maybe these shake-ups are needed for the purpose.”

Gallup's latest survey shows 52% of Ukrainians support peace talks. Oleksiy Melnyk from the Razumkov Center, a Ukrainian public policy think tank, notes that he sees a growing sense of realism in Ukrainian society about the prospects for peace.

Oleksiy Melnyk, Razumkov Center MALE IN ENGLISH

“There is a general understanding that a possible ceasefire is not the end of the war. //

The prevailing opinion is that if Americans and Russians achieve some kind of agreement about the ceasefire, it will be just another kind of interwar period.”

Civilian casualties in Ukraine increased by 16% in the third year of the war, with over 1,600 deaths as airstrikes targeting civilians tripled, according to U.S.-based conflict tracker ACLED.

On the streets of Kyiv, many hope peace talks will bring an end to the hostilities but are not happy at the idea of making concessions to Russia and President Vladimir Putin.

Anna, Kyiv Citizen FEMALE IN UKRAINIAN

“I am positive about the process of starting negotiations, but it is very difficult to talk about it on the terms we're hearing. The most important thing Ukraine needs right now is confidence that there is support, both within the country and from foreign allies."

Dmytro, Kyiv CitizenMALE IN UKRAINIAN

"Negotiations should only be on our terms. Given the compromises being suggested, I believe it would be a loss, and that is not what we've been fighting for over the past three years."

after three years of resisting Russian aggression, Ukraine is enduring one of its most challenging periods, as its forces slowly lose ground in the east.

Few, if any, Ukrainians want to see the country give up land, and hope the U.S. can be convinced to stay on their side, giving them a chance to keep their country whole.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG