ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການເບິ່ງແຍງສຸຂະພາບ ຢູ່ໃນຢູເຄຣນ ໄດ້ຮັບຜົນກະທົບ ຈາກການໂຈມຕີ ໃນຂະນະທີ່ຣັດເຊຍ ຂະຫຍາຍສົງຄາມ ໄປສູ່ເຂດ ດອນບາສ


ແຟ້ມຮູບ-ໃນຮູບພາບທີ່ເປີດເຜີຍໃຫ້ເຫັນລົດ ແລະຕຶກອາຄານຂອງໂຮງໝໍ ໄດ້ຖືກທໍາລາຍໂດຍການໂຈມຕີທາງອາກາດ ທ່າມກາງການຮຸກຮານ ຢູເຄຣນ ຂອງ ຣັດເຊຍ, ຢູ່ໃນເມືອງມາຣິອູໂປລ, ປະເທດຢູເຄຣນ. ຮູບພາບທີ່ຖືກເຜີຍແຜ່ເມື່ອວັນທີ 9 ມີນາ 2022 ໂດຍອົງການບໍລິການຂ່າວ ຂອງກົມຕໍາຫຼວດແຫ່ງຊາດຢູເຄຣນ.
ແຟ້ມຮູບ-ໃນຮູບພາບທີ່ເປີດເຜີຍໃຫ້ເຫັນລົດ ແລະຕຶກອາຄານຂອງໂຮງໝໍ ໄດ້ຖືກທໍາລາຍໂດຍການໂຈມຕີທາງອາກາດ ທ່າມກາງການຮຸກຮານ ຢູເຄຣນ ຂອງ ຣັດເຊຍ, ຢູ່ໃນເມືອງມາຣິອູໂປລ, ປະເທດຢູເຄຣນ. ຮູບພາບທີ່ຖືກເຜີຍແຜ່ເມື່ອວັນທີ 9 ມີນາ 2022 ໂດຍອົງການບໍລິການຂ່າວ ຂອງກົມຕໍາຫຼວດແຫ່ງຊາດຢູເຄຣນ.

ອົງການອະນາໄມໂລກກ່າວວ່າ ການໂຈມຕີຕໍ່ເຈົ້າ​ໜ້າ​ທີ່ ແລະສະ​ຖານ​ທີ່​ທາງການແພດຕ່າງໆ ໂດຍກອງກໍາລັງທະຫານຂອງຣັດເຊຍຢູ່ໃນຢູເຄຣນ ເປັນ ​ອຸບ​ປະ​ສັກຂັດຂວາງ​ຕໍ່​ການ​ດຳ​ເນີນຄວາມພະຍາຍາມໃນການຈັດຫາເຄື່ອງມືເພື່ອຊ່ວຍຊີວິດທາງການແພດໃຫ້ກັບປະຊາຊົນທີ່ປະສົບກັບບັນຫາ. ລິຊາ ສໄລນ໌ ມີລາຍງານໃຫ້ VOA ຈາກນະຄອນເຈເນວາ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອົງການສະຫະປະຊາຊາດ ໄດ້ບັນທຶກຈໍານວນພົນລະເຮືອນທີ່ບາດເຈັບລົ້ມຕາຍ 4,450 ຄົນ ລວມເຖິງຈໍານວນຜູ້ທີ່ເສຍຊີວິດ 1,900 ຄົນ ແລະບາດເຈັບອີກ 2,560 ຄົນ, ນັບຕັ້ງແຕ່ການຮຸກຮານ ເຂົ້າ​ໄປ​ໃນຢູເຄຣນ ຂອງຣັດເຊຍ ເມື່ອວັນທີ 24 ກຸມພາຜ່​ານ​ມາ.

ແຕ່ ສໍານັກງານຂ້າຫຼວງໃຫຍ່ທາງດ້ານສິດທິມະນຸດແຫ່ງອົງການສະຫະປະຊາຊາດ ເຊິ່ງຕິດຕາມເບິ່ງສະພາ ຂອງຜູ້ເຄາະຮ້າຍທາງສົງຄາມທີ່ເປັນພົນລະເຮືອນກ່າວວ່າ ພວກເພິ່ນມີຄວາມເຊື່ອວ່າ ຈໍານວນດັ່ງກ່າວນີ້ແມ່ນຕໍ່າກວ່າໂຕ​ເລກ​ທີ່​ເປັນ​ຈິງ​ຢ່າງ​ຫຼວງ​ຫຼາຍ.

ນັບຕັ້ງແຕ່ເລີ້ມຕົ້ນຄວາມຂັດແຍ້ງ, ອົງການອະນາໄມໂລກລາຍງານວ່າ ໄດ້ຈັດສົ່ງອຸປະກອນ ແລະເຄື່ອງມືຕ່າງໆທາງການແພດສຸກເສີນຈໍານວນ 216 ໂຕນ ໄປ​ໃຫ້ທົ່ວປະເທດຢູເຄຣນແລ້ວ. ຢ່າງໃດກໍຕາມ, ໂຄສົກຂອງອົງການອະນາໄມໂລກ ທ່ານບານູ ບັດນາກາ (Bhanu Bhatnagar) ກ່າວວ່າ ຫຼາຍກວ່າເຄີ່ງນຶ່ງຂອງເຄື່ອງໃຊ້ນັ້ນ ແມ່ນໄປເຖິງຈຸດໝາຍປາຍທາງທີ່ພວກເພິ່ນໄດ້ຕັ້ງໃຈເອົາໄວ້ແລ້ວ.

ໂດຍກ່າວຈາກເມືອງລິວິບ ທາງທິດຕາເວັນຕົກຂອງປະເທດຢູເຄຣນ, ທ່ານບັດນາກາ ໄດ້ອະທິບາຍກ່ຽວກັບຄວາມຫຍຸ້ງຍາກໃນການຈັດສົ່ງຄວາມຊ່ວຍເຫຼືອຢູ່ໃນຂົງເຂດຂອງສົງຄາມ. ນະເວລານີ້, ທ່ານກ່າວວ່າ ອົງການອະນາໄມໂລກ ໄດ້ດໍາເນີນການກວດສອບເບິ່ງ 108 ການໂຈມຕີ ທີ່ເກີດຂຶ້ນ​ຕໍ່​ສະ​ຖານ​ທີ່​ທາງ
ການແພດ ເຊິ່ງລວມມີໂຮງໝໍຕ່າງໆ, ບັນດາເຈົ້າ​ໜ້າ​ທີ່ດ້ານການແພດ, ລົດໂຮງໝໍຫຼາຍໆຄັນ, ອຸປະກອນຕ່າງໆ ແລະສາງເກັບເຄື່ອງອື່ນໆ.

ທ່ານບານູ ບັດນາກາ ກ່າວວ່າ:

“ມີຢ່າງໜ້ອຍ 73 ຄົນໄດ້ຖືກຂ້າຕາຍ ແລະ 51 ຄົນໄດ້ຮັບບາດຈາກການໂຈມຕີເຫຼົ່ານັ້ນ, ແລະພວກເຮົາຍັງຄົງຕິຕຽນເຖິງຄວາມເປັນໄປໄດ້ ໃນການໂຈມຕີທີ່ຮຸນແຮງຕໍ່ສະ​ຖານ​ທີ່​ປິ່ນ​ປົວ​ທາງ​ດ້ານ​ການ​ແພດ, ເຊິ່ງບໍ່ພຽງແຕ່ຂັດຂວາງຜູ້ຄົນ ຈາກການບໍລິການທາງດ້ານສາ​ທາ​ລະ​ນະ​ສຸກທີ່ສໍາຄັນເທົ່ານັ້ນ ແຕ່ຍັງເປັນການລະເມີດຕໍ່ກົດໝາຍມະນຸດສະທໍາສາກົນນໍາອີກດ້ວຍ.”

ທ່ານບັດນາກາ ກ່າວວ່າ ທີມແພດສຸກເສີນແຫ່ງອົງການອະນາໄມໂລກ ໄດ້ພາ ກັນຈັດຕັ້ງໂຮງໝໍສະໜາມຂຶ້ນມາຢູ່ໃນພື້ນທີ່ ທີ່ສະຖານທີ່ອໍານວຍສະດວກຕ່າງໆໄດ້ຖືກທໍາລາຍ ແລະໄດ້ຮັບຄວາມເສຍຫາຍ, ແລະທ່ານກໍໄດ້ເນັ້ນວ່າ ພວກເຂົາ ເຈົ້າໄດ້ດໍາເນີນງານຮ່ວມກັບພັນທະມິດລະດັບຊາດ ແລະລະດັບສາກົນ ເພື່ອຈັດຕັ້ງຫ້ອງກວດພະຍາດເຄື່ອນທີ່ຂຶ້ນມາຫຼາຍໆຄັນອີກດ້ວຍ.

ຜູ້ຊາຍທີ່ອາໄສຢູ່ໃນທ້ອງຖິ່ນຄົນນຶ່ງ ຍ່າງຜ່ານລົດໂຮງໝໍທີ່ໄດ້ຮັບຄວາມເສຍຫາຍ, ຍັງຂະນະທີ່ການໂຈມຕີຂອງ ຣັດເຊຍ ຢູ່ໃນ ຢູເຄຣນ ຍັງຄົງດໍາເນີນຢ່າງຕໍ່ເນື່ອງ, ໃນຂົງເຂດໝູ່ບ້ານຂອງເມືອງ ໂຮສໂຕເມລ, ນອກນະຄອນຫຼວງກີຢິບ, ປະເທດຢູເຄຣນ, ເມື່ອວັນທີ 6 ເມສາ 2022.
ຜູ້ຊາຍທີ່ອາໄສຢູ່ໃນທ້ອງຖິ່ນຄົນນຶ່ງ ຍ່າງຜ່ານລົດໂຮງໝໍທີ່ໄດ້ຮັບຄວາມເສຍຫາຍ, ຍັງຂະນະທີ່ການໂຈມຕີຂອງ ຣັດເຊຍ ຢູ່ໃນ ຢູເຄຣນ ຍັງຄົງດໍາເນີນຢ່າງຕໍ່ເນື່ອງ, ໃນຂົງເຂດໝູ່ບ້ານຂອງເມືອງ ໂຮສໂຕເມລ, ນອກນະຄອນຫຼວງກີຢິບ, ປະເທດຢູເຄຣນ, ເມື່ອວັນທີ 6 ເມສາ 2022.

ທ່ານບັດນາກາ ກ່າວວ່າ:

“ປັດຈຸບັນນີ້ ມີສະຖານທີ່ທາງ​ດ້ານ​ການ​ແພດ ຢູ່ 300 ແຫ່ງຢູ່ໃນພື້ນທີ່ຂອງຄວາມຂັດແຍ້ງ, ແລະມີປະມານ 1,000 ສະຖານທີ່ທາງດ້ານການ​ແພດຢູ່ໃນພື້ນທີ່ການປ່ຽນແປງທີ່ໄດ້ຖືກຄວບຄຸມ, ແລະນັ້ນ ມັນໄດ້ເຮັດໃຫ້ລະບົບ​ສາ​ທາ
ລະ​ນະ​ສຸກ ມີຄວາມສ່ຽງຢ່າງຫຼວງຫຼາຍຕໍ່ພື້ນຖານໂຄງລ່າງທີ່ຖືກທໍາລາຍ ແລະເປັນການຂັດຂວາງທີ່ຮຸນແຮງຕໍ່ການບໍລິການທີ່ສໍາຄັນ ແລະນັ້ນກໍໝາຍຄວາມວ່າ ຖືກຈໍາກັດຂອບເຂດ ແລະບໍ່ສາມາດເຂົ້າເຖິງຢາຕ່າງໆ, ເຄື່ອງອໍານວຍຄວາມສະດວກທາງດ້ານການ​ແພດ ແລະບັນດາພະນັກງານທາງດ້ານການແພດຄົນ ອື່ນໆຢູ່ໃນບາງຂົງເຂດໄດ້.”

ກອງກໍາລັງທະຫານຂອງ ຣັດເຊຍ ໄດ້ປະ​ສົບ​ກັບ​ຄວາມລົ້ມແຫຼວໃນການເຂົ້າຢຶດຄອງນະຄອນຫຼວງກີຢິບ ແລະໄດ້ປ່ຽນເປົ້າໝາຍໄປຢຶດເມືອງ ລູຮານ ແລະດອນເນັທ ຢູ່ໃນພື້ນທີ່ດອນບາສ ທາງທິດຕາເວັນອອກຂອງຢູເຄຣນ ແທນ.

ໃນມຸມມອງຂອງວິກິດການທີ່ກໍາລັງຈະເກີດຂຶ້ນ, ອົງການອະນາໄມໂລກກໍາລັງພະຍາຍາມຂະຫຍາຍການປະຕິບັດງານຢູ່ໃນເມືອງນີໂປຣ (Dnipro) ທີ່ຢູ່ທາງພາກກາງທິດຕາເວັນອອກຂອງ ຢູເຄຣນ. ໂຄສົກຂອງອົງການອະນາໄມໂລກ ທ່ານບັດນາກາ ກ່າວວ່າ ອົງການອະນາໄມໂລກ ຕ້ອງການທີ່ຈະຢູ່ໃກ້ກັບປະຊາ ຊົນ ຜູ້ທີ່ມີຄວາມຕ້ອງການການຊ່ວຍເຫຼືອຊີວິດຫຼາຍທີ່ສຸດ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG