ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປະທານາທິບໍດີ ຢູເຄຣນ ແລະຣັດເຊຍ ຈະພົບປະກັນ ເພື່ອຫາທາງຍຸດຕິ ການຂັດແຍ້ງ (ວີດີໂອ)


ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko
ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ແລະ​ຣັດ​ເຊຍ ຈະ​ພົບ​ປະ​ກັນ​ກັບບັນ​ດາ​
ຜູ້​ຕາງ​ໜ້າຂອງສ​ະ​ຫະ​ພ​າບ​ຢູ​ໂຣບ ທີ່ເບລາ​ຣຸ​ສ ໃນ​ວັນ​ອັງ​ຄານ
ມື້​ອື່ນ​ນີ້ ໃນຄວາມ​ພະ​ຍາ​ຍາມ​ເພື່ອ​ໃຫ້​ບັນ​ລຸຂໍ້​ຕົກ​ລົງ ທີ່​ຈະເຮັດ​
ໃຫ້ກ​ານ​ສູ້​ລົບ​ກັນ​ທີ່ພາກ​ຕາ​ເວັນ​ອອກຂອງຢູ​ເຄ​ຣນ ຍຸດຕິ​ລົງ.
ໃນ​ຂະ​ນະ​ດຽວ​ກັນ ກຳ​ລັງຂອງລັດ​ຖະ​ບານ​ຢູ​ເຄ​ຣນ ກໍປາ​ກົດ​ວ່າ​
​ໄດ້​ຫຍັບເຂົ້າໃກ້​ຂຶ້ນ ​ທີ່ໝັ້ນ​ທີ່ຍັງເຫລືອ​ຢູ່​ໃນຂົງ​ເ​ຂດ ​ຂອງພວກ​
ແບ່ງ​ແຍກ​ດິນແດນນິຍົມຣັດ​ເຊຍ. ນັກ​ຂ່າວ​ວີ​ໂອ​ເອ Zlatica Hoke
ມີເລື່ອງ​ນີ້​ເພີ້ມ​ເຕີມ ຊຶ່ງກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ.

ລັດ​ຖະ​ບານ​ຢູ​ເຄ​ຣນ ໄດ້​ສົ່ງ​ກຳ​ລັງ​ທະ​ຫານ​ເພີ້​ມ​ເຕີມ​ອີກ​ ໃນວັນ​ພຸດ​ແລ້ວ​ນີ້ ໄປ​ຍັງ​ເມືອງ
Luhansk ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ຊຶ່ງເປັນ​ບ່ອນທີ່​ມີ​ການ​ສູ້​ລົບ​ກັນ​ຢ່າງ​ໜັກ
ໃນ​ອາ​ທິດ​ທີ່​ຜ່ານ​ມາ. ແຕ່​ຢູ່​ເມືອງ Donetsk ຊຶ່ງ​ແມ່ນ​ອີກ​ຈຸດ​ນຶ່ງ​ທີ່​ມີ​ການ​ສູ້​ລົບ​ກັນ ລ​ະ​
ຫວ່າງທະ​ຫານ​ລັດ​ຖ​ະ​ບານ ແລະ​ພວກແບ່ງ​ແຍກ​ດິນ​ແດນນິ​ຍົມ​ຣັດ​ເຊຍນັ້ນ ​ຊາວ​ເມືອງ
​ໄດ້ພາ​ກັນ​ອອກມ​າ​ຍັງຖະ​ໜົນ​ຫົນ​ທາງ ​ໃນ​ຂະ​ນະ​ທີ່​ມີ​ການ​ຢຸດ​ລະດົມ​ຍິງ​ປືນ​ໃຫຍ່ໃສ່
​ເມືອງ​ຂອງ​ເຂົາ​ເຈົ້າ ເພື່ອສັ່​ງ​ຊາ​ຕີ​ລາຄາ ຄວາມ​ເສຍ​ຫາຍ. ​ຊາວເມືອງຈຳ​ນວນ​ນຶ່ງກ່າວ​
ວ່າ ເຂົ​າ​ເຈົ້າ​ບໍ່ສົນ​ໃຈ​ວ່າ ຈະແມ່ນລັດ​ໃດ​ທີ່​ເຂົາ​ເຈົ້າ​ອາ​ໃສຢູ່ ຂໍພຽ​ງ​ແຕ່​ໃຫ້ມີ​ຄວາມ​ສະ
​ຫງົບ​ເທົ່າ​ນັ້ນກໍ​ພໍ.

​ທ່ານ Raf Tatine ຊາວ​ເມືອງ Donetsk ກ່າວ​ເປັນ​ພາສາຣັດ​ເຊຍ ວ່າ:

“ເຮົາ​ຕ້ອງຊອກ​ຫາການປະ​ນີ​ປະ​ນອມກັນເພື່ອຄວາມສັນ​ຕິ. ຖ້າ​ຫາກວ່າ ຣັດ​ເຊຍ ບໍ່​
ຕ້ອງ​ການ​ພວ​ກເຮົາ ຂ້ອຍ​ກໍບໍ່​ຢາກຕົກຄ້າງຢູ່ລະຫວ່າງ​ກາງ​ການ​ສູ້​ລົບ​ກັນ. ເຂົາ​ເຈົ້າ​ຖະຫລົ່ມຍິງ​ໃສ່​ພວກ​ເຮົາຢູ່​ທີ່​ນີ້. ຂ້ອຍສະ​ໜັບ​ສະ​ໜູນ ທັງຮັດ​ເຊຍ ​ແລະຢູ​ເຄ​ຣນ ເພາະ
​ສະ​ນັ້ນ ຖ້າ​ຫ​າກວ່າ ຣັດ​ເຊຍບໍ່​ຕ້ອງ​ການ​ພວກ​ເຮົາ ພວກ​ເຮົາກໍ​ຄວນ​ເຂົ້າ​ຮ່ວມກັບ
ຢູ​ເຄ​ຣນ.”

ເບິ່ງວີດີໂອ ກ່ຽວກັບລາຍງານນີ້:

Ukraine, Russian Presidents to Meet in Belarus
please wait

No media source currently available

0:00 0:03:00 0:00

ຖ້າ​ຫາກ ປະ​ທານ​າ​ທິ​ບໍ​ດີ ​ຣັດ​ເຊຍ ແລະ​ຢູ​ເຄ​ຣນ ບັນ​ລຸ​ຂໍ້​ຕົກ​ລົງກັນ ສັນ​ຕິ​ພາບ​ອາດ​
ຈະ​ຢູ່ໃກ້ເອື້ອມມື. ແຕ່​ວ່າ ມັນ​ຍາກ​ທີ່​ຈະ​ບອກ​ໄດ້​ວ່າ ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ
Vladmir Putin ​ຄິດ​ແນ​ວ​ໃດ ອິງ​ຕາມ ອະ​ດີດ ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ລັດ ປະ​
ຈຳ ຢູ​ເຄ​ຣນ ທ່ານ William Taylor.

ທ່ານ Taylor ກ່າວ​ວ່າ: “ທັງ​ໝົດທີ່​ພວກ​ເຮົາສາ​ມາດ​ເຮັດໄດ້ກໍຄື ຕັດສິນ​ຈາກ​ສິ່ງ​ທີ່​
ທ່ານ​ Putin ​ເຮັດ. ແລະ​ສິ່ງ​ທີ່​ເພິ່ນໄດ້​ກ​ະ​ທຳ​ ໃນຜ່ານ​ມາ ​ໂດຍສາລະ​ແລ້ວ ​ກໍ​ຄື ບໍ່​ໄດ້​
ເວົ້າ​ຄວາມ​ຈິງ ​ກັບພວກ​ເຮົາ ກັບປະ​ຊາ​ຄົມ​ນາ​ໆ​ຊາດ ກັບໝົດ​ທັງ​ໂລກ ​ຕະຫລອດ​ຮອດ​ຊາວຣັດເຊຍ.”

​ທ່ານ Taylor ອະດີດ ເອກອັກຄະລັດຖະທູດ ສະຫະລັດ ປະຈຳຢູເຄຣນ ຊຶ່ງປັດ​ຈຸ​ບັນ​
ນີ້​ເປັນ​ນັກ​ວິ​ເຄາະ​ ຢູ່ສະ​ຖາ​ບັນ​ສັນ​ຕິ​ພາບສະຫະລັດ ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ
ທ່ານ Petro Poroshenko ຢູ່​ໃນຖານະ​ທີ່ ​ແຂງ​ແຮງ​ກ່ວາ ປະ​ທາ​ນາ​ທິ​ບໍ​ດີ Putin ​ກ່ຽວ
​ກັບພາກ​ຕາ​ເວັນ​ອອກ​ຂອງຢູ​ເຄ​ຣນ ນັ້ນ​.

ທ່ານ Taylor ກ່າວວ່າ:

“ກຳ​ລັງ​ທະ​ຫານຂອງເພິ່ນ ກຳ​ລັງ​ເສຍ​ໄຊ. ​ເຂົາ​ເຈົ້າ​ກໍ​າ​ລັ​ງ​ຖືກ​ບີບຮັດ ແລະ​ຈຳ​ນວນ​ນຶ່ງ​
ໄດ້​ພາກັນ​ໂຕນ​ໜີ. ​ທະຫານ​ຣັດ​ເຊຍ​ທີ່​ຢູ່ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູເຄ​ຣນ ຈຳ​ນວນ​ນຶ່ງ
ກໍ​ໄດ້​ພາ​ກັນ​ປະ​ໜີ ກັບ​ຄືນ​ໄປ​ຍັງຣັດ​ເຊຍ ປອມ​ແປງ​ເປັນ​ພົນ​ລະ​ເຮືອນ ຫລືຂ້າ​ພະ​ເຈົ້າ​
ໄດ້​ເຫັນລາຍ​ນຶ່ງປອມ​ແປງ​ເປັນ​ຮອດຄຸນ​ພໍ່. ສະຫລູບ​ແລ້ວ ກໍ​ແມ່ນ​ວ່າ ທ່ານ Putin ຕົກ​
ຢູ່​ໃນສະພາບ​ທີ່​ອ່ອນ​ແອ​ລົງໄປ​ເລື້ອຍໆ ແລະ​ບັດ​ນີ້ ​ເພິ່ນ​ໄດ້ຂໍພົບກັບ ທ່ານ Poros-
henko ຊ້ອງ​ໜ້າຜູ້​ແທນ​ຈາກ​ສະຫະພາບຢູ​ໂຣບ. ສະ​ນັ້ນ​ແລ້ວ ນີ້​ອາດ​ເປັນຮ່ອງ​ຮອຍ​
ວ່າ ທ່ານ​ປູ​ຕິນຮູ້ແລ້ວວ່າ ຕົນ​ເອງ​ຕົກ ຢູ່​ໃນຖານະທີ່​ອ່ອນ​ແອ.”

​ທ່ານ Taylor ​ກ່າວຕື່ມ​ວ່າ ການ​ຍຶດ​ເອົາແຫລມ Crimea ຂອງ​ຢູ​ເຄຣນ​ ໂດ​ຍ ຮັດ​ເຊຍ ແລະຄວາມ​ພະ​ຍາ​ຍາມ​ຂອງ ຣັດ​ເຊຍ ທີ່​ຈະບຸກ​ຄືບ​ໜ້າເລິກເຂົ້າ​ໄປ​ໃນ ອະ​ດີດ​ສາ​ທາ​
ລະ​ນະລັດ​ຂອງ ​ໂຊ​ວຽດ​ແຫ່ງນັ້ນ ໄດ້​ທຳ​ລ​າຍ​ການ​ປະ​ຕິ​ບັດ​ງານຢ່າງ​ໜັກ ມາ​ເປັນ​ເວ​
ລາ​ ຫ​ລາຍ​ທົດ​ສະ​ວັດ​ຂອງມົ​ສ​ກູ ເພື່ອສ້າງ​ພາບ​ພົດ​ຂອງ​ຣັດ​ເຊຍນັ້ນ​.

ທ່ານ Taylor ກ່າວວ່າ:

“ຂ້າ​ພະ​ເຈົ້າ​ຄິດ​ວ່າ ເຂົາ​ເຈົ້າໄດ້​ສູນເສຍ​ຄວາມ​ເຊື່ອ​ຖື​ ຂອງປະ​ຊາ​ຄົມ​ນາໆ​ຊາດ. ແລະ
ເພາະສະ​ນັ້ນ ພວກ​ເຮົາ​ກໍ​ຕ້ອງຮັບ​ຮູ້ຣັດ​ເຊຍ ​ໃນ​ສິ່ງ​ທີ່ຣັດ​ເຊຍ​ເປັນ ກໍ​ຄື​ເປັນ​ປະ​ເທດ
ນອກ​ກົດ​ໝາຍ.”

​ທ່ານ Taylor ອະດີດ ເອກອັກຄະລັດຖະທູດ ສະຫະລັດ ປະຈຳຢູເຄຣນ ກ່າ​ວ​ວ່າ ບຸລິ
ມະສິດ​ອັນ​ດັບ​ນຶ່ງ​ຂອງຢູ​ເຄຣນ​ເວລາ​ນີ້ ​ກໍ​ຄື ຍຸດຕິ​ການ​ກະ​ບົດຂອງພວກ​ນິ​ຍົມ​ຣັດ​ເຊຍ
ຢູ່​ພາກ​ຕາ​ເວັນ​ອອກ ແລະ​ຮັກ​ສາ​ຊາຍ​ແດນຕິດ​ກັບຣັດ​ເຊຍ ​ໃຫ້​ແໜ້ນໜາ. ທ່ານກ່າວ
​ວ່າ ລັດຖະບານ Kyiv ຕ້ອງ​ຈັດ​ຕັ້ງ​ປະຕິບັດ ການ​ປະ​ຕິ​ຣູບ​ປະ​ຊາ​ທິ​ປະ​ໄຕຕ່າງໆ ​ທີ່​ຈະ
ຮັບ​ໃຊ້​ພົນລະ​ເມືອງ​ຢູ​ເຄ​ຣນທຸກ​ຄົນ​ ຢ່​າງເທົ່າ​ທ່ຽມ​ກັນ ແລະ​ສ້າງ​ສະພາບ​ແວດ​ລ້ອມ​ທີ່
​ດີ ສຳ​ຫລັບການ​ລົງ​ທືນຂອງ​ຕ່າງ​ປະ​ເທດ. ​ແລະທ່ານ Taylor ກ່າວໃນ​ທີ່​ສຸດວ່າ ສະ​ຫະ​
ລັດ ແລະ​ຢູ​ໂຣບ ຕ້ອງ​ໃຫ້​ການ​ສະ​ໜັບ​ສະ​ໜູນ ​ເພື່ອ​ຄ້ຳ​ປະ​ກັນ​ວ່າ ຢູ​ເຄ​ຣນຈະບໍ່ປະສົບ​
ກັບ​ຄວາມຫລົ້ມ​ແຫລວ.

ເບິ່ງວີດີໂອອີກເລື້ອງນຶ່ງ ກ່ຽວກັບລາຍງານນີ້:

Meeting in Minsk May Hinge on Putin Story
please wait

No media source currently available

0:00 0:03:04 0:00

XS
SM
MD
LG