ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​​ເຊເລນສ​ກີ ກ່າວ​ວ່າ ຢູ​ເຄ​ຣ​ນ ຈະ​ຕໍ່​ສູ້​ຈົນ​ຮອດ​ນາ​ທີ​ສຸດ​ທ້າຍ


​ເດັກ​ນ້ອຍ​ຄົນ​ນຶ່ງ​ໂບກ​ທຸງຊ​າດ​ຢູ​ເຄ​ຣນ ຢູ່​ເທິງ​ລົດ​​​ລຸ້ມເກາະຂອງທະ​ຫານຣັດ​ເຊຍ ​ທີ່​ຖືກ​ທຳ​ລາຍ​ ນຳ​ມາ​ສະ​ແດງກ່ອນ​ວັນ​ເອກ​ກະ​ລາດ ຢູ່​ກາງ​ນະ​ຄອນ​ກິ​ຢິບ ວັນ​ທີ 21 ສິງ​ຫ​າ 2022
​ເດັກ​ນ້ອຍ​ຄົນ​ນຶ່ງ​ໂບກ​ທຸງຊ​າດ​ຢູ​ເຄ​ຣນ ຢູ່​ເທິງ​ລົດ​​​ລຸ້ມເກາະຂອງທະ​ຫານຣັດ​ເຊຍ ​ທີ່​ຖືກ​ທຳ​ລາຍ​ ນຳ​ມາ​ສະ​ແດງກ່ອນ​ວັນ​ເອກ​ກະ​ລາດ ຢູ່​ກາງ​ນະ​ຄອນ​ກິ​ຢິບ ວັນ​ທີ 21 ສິງ​ຫ​າ 2022

ປະ​ທາ​ນາ​ທິ​ບໍ​ດີ​ໂວ​ໂລດີ​ເມຍ ເຊີ​ເລ​ນ​ສ​ກີ ຂອງ​ຢູ​ເຄ​ຣນ ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ຊາວ​ຢູ​ເຄ​ຣນ​ພາ​ກັນ​ “ຕໍ່​ສູ້ເພື່ອ​ຊະ​ຕາ ກຳ ​ຂອງ​ພວກ​ເຮົາ” ໃນ​ຂະ​ນະ​ທີ່​ປະ​ເທດ​ກຳ​ລັງ​ສະ​ຫລອງ​ວັນ​ເອກ​ກະ​ລ​າດ ພ້ອມ​ກັບເວ​ລາຫົກ​ເດືອນນັບ​ແຕ່​ຣັດ​ເຊຍ​ໄດ້​ເລີ້ມ​ທຳ​ການ​ຮຸກ​ຮານ.

​ໃນ​ການຖະ​ແຫລງ​ຜ່ານ​ທາງວີ​ດີ​ໂອ ຈາກ​ຈະຕຸລັດເອກ​ກະ​ລາດ ​ທີ່ນະ​ຄອນ​ກິ​ຢິບ ທ່ານ​ເຊ​ເລນ​ສ​ກີ ກ່າວ​ວ່າ ​ຢູ​ເຄ​ຣນ ​ຈະ​ຕໍ່​ສູ້​ເພື່ອ​ດິນ​ແດນຂອງ​ຕົນ “ຈົນ​ຮອດ​ນາ​ທີ​ສຸດ​ທ້າຍ” ​ແລະເມື່ອ​ໃດ​ສົງ​ຄາມ​ສິ້​ນ​ສຸດ​ລົງ ມັນຈະ​ເປັນ​ຂີດໝາຍຂອງ​ ສັນ​ຕິ​ພາບ ​ຊຶ່ງບັດ​ນີ້​ຢູ​ເຄ​ຣນ​ຕ້ອງ​ການໄຊ​ຊະ​ນະ.

​ທ່ານ​ເຊ​ເລນ​ສ​ກີກ່າວ​ວ່າ “ແລະ​ພວກ​ເຮົາ​ຈະ​ຍົກ​ມື​ຂຶ້ນ​ພຽງ​ເທື່ອ​ດຽວ​ເທົ່າ​ນັ້ນ ເວ​ລາ​ພວກ​ເຮົາ​ຈະ​ສະ​ຫຼອງ​ໄຊ​ຊະ​ນະ ​ຂອງ​ພວກ​ເຮົາ​. ຊາວຢູ​ເຄ​ຣນ​ທັງ​ໝົດ. ​ເພາະ​ ວ່າພວກ​ເຮົາ​ບໍ່​ຂາຍ​ດິນ​ແດນ​ຂອງ​ພວກ​ເຮົາ ແລະ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ. ​ສຳ​ລັບ​ພວກ​ເຮົາ ຢູ​ເຄຣນ ແມ່ນ​ຢູ​ເຄ​ຣນ​ທັງ​ໝົດ. 25 ​ຂົງ​ເຂດ​ທັ​ງໝົດໂດຍປາດ​ສະ​ຈາກ​ການຍິນຍອ​ມ ແລະ ​ການ​ປະ​ນີ​ປະ​ນອມ.”

​ທ່ານ​ເຊ​ເລນ​ສ​ກີ ກ່າວ​ວ່າ ຢູ​ເຄ​ຣນ​ຈະ​ກັ​ບ​ຄືນ​ເຂົ້າ​ໄປ​ຄວບ​ຄຸມ​ເອົ​າ​ພາກ​ຕາ​ເວັນ​ອອກ​ຂອງຂົງ​ເຂດດອນ​ບັ​ສ ພ້ອມ​ທັງ​ ໄ​ຄ​ຣ​ເມຍ.

​ກຳ​ລັງຣັດ​ເຊຍ​ໄດ້​ຫັນ​ປ່ຽນຈຸດ​ເພັ່ງ​ເລັງ​ຂອງ​ເຂົາ​ເຈົ້າເຂດ​ດອນ​ບັ​ສ ຫລັງ​ຈາກປະ​ສົບ​ຄວາມລົ້ມ​ແຫລວ​ໃນ​ການບຸກ​ໄປ​ສູ່ນະ​ຄອນ​ຫລວງ​ກີ​ຢິບ​ຂອງ​ຊາວ​ຢູ​ເຄ​ຣນ ​ໃນຕອນ​ຕົ້ນ​ໆ. ​ຣັດ​ເຊຍ​ທີ່​ໜູນ​ຫລັງ​ພວກ​ແບ່ງ​ແຍກ​ດິນ​ແດນໄດ້​ທຳ​ການ ​ສູ້​ລົບ​ກຳ​ລັງ​ຢູ​ເຄ​ຣ​ນ​ຢູ່ເຂດດອນ​ບັ​ສ ນັບ​ແຕ່​ປີ 2014 ເປັນ​ຕົ້ນ​ມາ. ​ໃນປີ​ດຽວ​ກັນ​ນັ້ນ ຣັດ​ເຊຍ​ໄດ້ປະ​ກາດ​ຮວມຫຼື​ພະ​ນວກເອົາ​ເຂດ​ໄຄ​ຣ​ເມຍມາ​ເປັນ​ດິນ​ແດນ​ຕົນ ໃນ​ການ​ເຄື່ອນ​ໄຫ ວ​ທີ່​ບໍ່ໄດ້​ຖືກ​ຮັບ​ຮູ້​ໂດ​ຍປະ​ຊາ​ຄົ​ມ​ສາ​ກົນ.

​ທ່ານ​ເຊ​ເລນ​ສ​ກີກ່າວ​ວ່າ “​ຖ້າເຈົ້າ​ບໍ່​ຕ້ອງ​ການ​ໃຫ້​ທະ​ຫານ​ຂອງ​ພວກ​ເຈົ້າ​ເສຍຊີ​ວິດ? ​ປ່ອຍດິນ​ແດນ​ຂອງ​ພວກ​ເຮົາ​. ​ຖ້າເຈົ້າ​ບໍ່​ຕ້ອງ​ການ​ໃຫ້ແມ່​ຂອງ​ພວກ​ເຈົ້າ​ຮ້ອງໄຫ້? ປ່ອຍ​ດິນ​ແດນ​ຂອງ​ພວກ​ເຮົາ. ​ສິ່ງ​ເຫລົ່ານີ້​ແມ່ນກໍ​ລະ​ນີ​ງ່າຍໆ ແລະ​ແຈ້ງ​ຂາວ​ຂອງ​ພວກ​ເຮົາ.”

​ການ​ສະ​ຫລອງວັນ​ເອກ​ກະ​ລາດ​ໃນ​ສ​າ​ທາ​ລະ​ນະ ໄດ້​ຫ້າມ​ຢູ່​ນະ​ຄອນ​ກິ​ຢິບ ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ນຳ​ຢູ​ເຄ​ຣນ ແລະ​ ສະ​ຫະ​ລັດໄດ້​ເຕືອນ​ເຖິງ​ຄວາມ​ພະ​ຍາ​ຍາມ​ຂອງ​ຣັດ​ເຊຍ ທີ່​ຈະ​ໂຈມ​ຕີເຮືອນ​ຊານຂ​ອງພົນ​ລະ​ເຮືອນ ແລະ​ສະ​ຖານ​ທີ່​ຕ່າງໆ​ຂອງ​ລັດ​ຖະ​ບານ​ໃນ​ຢູ​ເຄ​ຣນ.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊີ​ເລນ​ສ​ກີ ກ່າວ​ຕໍ່​ກອງ​ປະ​ຂຸມ​ນັກ​ຂ່າວ ທ່​າມ​ກາງ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ໃນ​ນະ​ຄອນ​ກິ​ຢິບ ວັນ​ທີ 23 ສິງ​ຫາ 2022
ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊີ​ເລນ​ສ​ກີ ກ່າວ​ຕໍ່​ກອງ​ປະ​ຂຸມ​ນັກ​ຂ່າວ ທ່​າມ​ກາງ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ໃນ​ນະ​ຄອນ​ກິ​ຢິບ ວັນ​ທີ 23 ສິງ​ຫາ 2022

Ukraine’s President Volodymyr Zelenskyy said Wednesday that Ukrainians are “fighting for our destiny” as the country marked its Independence Day along with six months since Russia launched its invasion.

Speaking in a video address from Kyiv’s Independence Square, Zelenskyy said Ukraine will fight for its land “until the end,” and that while once the end of the war would be marked by peace, now Ukraine wants victory.

“And we will put our hands up only once — when we will celebrate our victory. The whole of Ukraine,” Zelenskyy said. “Because we do not trade our lands and our people. For us, Ukraine is all of Ukraine. All 25 regions, without any concessions or compromises.”

Zelenskyy said Ukraine would regain control of the eastern Donbas region as well as Crimea.

Russian forces shifted their focus to the Donbas after failing in an early push toward the Ukrainian capital, Kyiv. Russian-backed separatists have been battling Ukrainian forces in the Donbas since 2014. The same year, Russian annexed Crimea in a move not recognized by the international community.

“You don’t want your soldiers to die? Free our lands,” Zelenskyy said. “You don’t want your mothers to cry? Free our lands. These are our simple and clear terms.”

Public Independence Day celebrations were banned in Kyiv as Ukrainian leaders, and the United States, warned of increased Russian efforts to strike civilian infrastructure and government facilities in Ukraine.

XS
SM
MD
LG