ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ສະ​ແດງ​ຄວາມ​ຫວັງສຳ​ລັບ​ການ​ສືບ​ຕໍ່​ຊ່ວຍ​ເຫຼືອ​ຂອງ ສະ​ຫະ​ລັດ


ຫົວ​ໜ້າ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ EU ທ່ານ ໂຈ​ເຊັບ ບໍ​ແຣ​ລ, ແລະ​ ເຈົ້າ​ໜ້າ​ທີ່​ຄົນ​ສຳ​ຄັນ​ຂອງ ຢູ​ເຄ​ຣນ ຢ້ຽມ​ຢາມ​ກຳ​ແພງ​ແຫ່ງ​ຄວາມ​ຊົງ​ຈຳ​ສຳ​ລັບ​ນັກ​ລົບ ຢູ​ເຄ​ຣນ​ ທີ່​ໄດ້​ເສຍ​ຊີ​ວິດ, Oct. 1, 2023.
ຫົວ​ໜ້າ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ EU ທ່ານ ໂຈ​ເຊັບ ບໍ​ແຣ​ລ, ແລະ​ ເຈົ້າ​ໜ້າ​ທີ່​ຄົນ​ສຳ​ຄັນ​ຂອງ ຢູ​ເຄ​ຣນ ຢ້ຽມ​ຢາມ​ກຳ​ແພງ​ແຫ່ງ​ຄວາມ​ຊົງ​ຈຳ​ສຳ​ລັບ​ນັກ​ລົບ ຢູ​ເຄ​ຣນ​ ທີ່​ໄດ້​ເສຍ​ຊີ​ວິດ, Oct. 1, 2023.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ ຢູ​ເຄ​ຣນ ທ່ານ ດິ​ມິ​ໂຕ​ຣ ຄູ​ເລ​ບາ ໄດ້​ກ່າວໃນ​ວັນ​ຈັນ​ນີ້ວ່າ​ທ່ານເຊື່ອ​ວ່າ ສະ​ຫະ​ລັດ “ຈະ​ສາ​ມາດ​ຊອກ​ຫາ​ຂໍ້​ແກ້​ໄຂ​ທີ່​ຈຳ​ເປັນ” ເພື່ອ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ.

ໃນ​ການ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວຢູ່​ຄຽງ​ຂ້າງ​ຫົວ​ໜ້າ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ສະ​ຫະ​ພາບ ຢູ​ໂຣບ ທ່ານ ໂຈ​ເຊັບ ບໍ​ແຣ​ລ ນັ້ນ, ທ່ານ ຄູ​ເລ​ບາ ໄດ້​ກ່າວ​ວ່າ ຢູ​ເຄ​ຣນ​ໄດ້​ທຳ​ການ​ສົນ​ທະ​ນາ​ຢ່າ​ງ​ເລິກ​ເຊິ່ງ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຈາກ​ທັງ​ພັກ​ເດ​ໂມ​ແຄ​ຣັດ ແລະ ຣີ​ພັບ​ບ​ລີ​ກັນ.

ທ່ານ​ໄດ້​ອະ​ທິ​ບາຍ​ການ​ຕັດ​ສິນ​ໃຈ​ໂດຍ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ທີ່​ຈະ​ຕັດ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນ​ສຳ​ລັບ ຢູ​ເຄ​ຣນ ອອກ​ຈາກ​ຮ່າງ​ງົບ​ປະ​ມານ​ຊົ່ວ​ຄາວ​ທີ່​ຖືກ​ຮັບ​ຜ່ານ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ​ເພື່ອຫຼີກ​ລ່ຽງ​ການ​ປິດ​ລັດ​ຖະ​ບານ​ກາງ​ດັ່ງ​ກັບ “ເຫດ​ການ” ແທນ​ທີ່​ຈະ​ເປັນ​ການ​ປ່ຽນ​ແປງ​ຢ່າງ​ເປັນ​ລະ​ບົບ​ໃນ​ການ​ສະ​ໜັບ​ສະ​ໜູນ​ນັ້​ນ.

ທ່ານ ຄູ​ເລ​ບາ ໄດ້​ກ່າວ​ວ່າ “ພວກ​ເຮົາ​ບໍ່​ຮູ້​ສຶກວ່າ​ ການ​ສະ​ໜັບ​ສະ​ໜູນ​ຂອງ ສະ​ຫະ​ລັດ ແມ່ນ​ໄດ້ຫຼົ້​ມ​ສະຫຼາຍ​ໄປ, ເພາະ​ ສະ​ຫະ​ລັດ ເຂົ້າ​ໃຈ​ວ່າສິ່ງ​ທີ່​ອັນ​ຕະ​ລາຍ​ໃນ ຢູ​ເຄ​ຣນ ແມ່ນ​ໃຫຍ່ກວ່າ ຢູ​ເຄ​ຣນ ຫຼາຍ, ມັນ​ ກ່ຽວ​ກັບ ຄວາມ​ໝັ້ນ​ຄົງ ແລະ ຄວາມ​ຄາດ​ເດົາ​ໄດ້​ຂອງ​ໂລກ.”

ທ່ານ ບໍ​ແຣ​ລ, ຜູ້​ທີ່​ໄດ້​ນຳ​ພາ​ກອງ​ປະ​ຊຸມ​ຂອງ​ສະ​ພາ​ການ​ຕ່າງ​ປະ​ເທດ ສະ​ຫະ​ພາບ ຢູ​ໂຣບ ໃນ​ນະ​ຄອນຫຼວງ ກີ​ຢິບ ເມື່ອ​ວັນ​ຈັນ​ມື້ນີ້​ໄດ້​ກ່າວ​ວ່າ, ທ່າ​ນ​ຍັງ​ເຊື່ອ​ວ່າ​ມັນ​ຈະ​ມີ​ການ​ຄົ້ນ​ພົບຂໍ້​ແກ້​ໄຂ​ບັນ​ຫາ​ເພື່ອ​ສືບ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ຂອງ ສະ​ຫະ​ລັດ ສຳ​ລັບ ຢູ​ເຄ​ຣນ.

ກົດ​ໝາຍ​ນິ​ຕິ​ບັນ​ຍັດ ສະ​ຫະ​ລັດ ເພື່ອ​ຮັກ​ສາ​ໃຫ້​ລັດ​ຖະ​ບານ​ກາງ​ສືບ​ຕໍ່​ດຳ​ເນີນ​ໄປ​ຈົນ​ຮອດ​ວັນ​ທີ 17 ພະ​ຈິກ ໄດ້​ຕັດ​ການ​ຊ່ວຍ​ເຫຼືອ​ເພີ່ມ​ເຕີມ​ສຳ​ລັບ ຢູ​ເຄ​ຣນ, ບູ​ລິ​ມະ​ສິດ​ສູ​ງ​ສຸດ​ຂອງ ທຳ​ນຽບ​ຂາວ ໄດ້ຖືກ​ຄັດ​ຄ້ານ​ໂດຍ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ຈຳ​ນວນຫຼາຍ​ຂຶ້ນກວ່າ​ເກົ່າ.

ໃນ​ຄຳ​ປາ​ໄສ​ເມື່ອ​ວັນ​ອາ​ທິດ​ທີ່​ຜ່ານ​ມາ, ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ ບໍ່​ມີ​ຫຍັງ​ທີ່​ຈະ​ເຮັດ​ໃຫ້​ການ​ຕໍ່​ສູ້​ຂອງ​ປະ​ເທດ​ຂອງ​ທ່ານ​ກັບ ຣັດ​ເຊຍ ອ່ອນ​ແອ​ລົງ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ເມື່ອ​ວັນ​ອາ​ທິດ​ວານນີ້​ໄດ້​ກົດ​ດັນ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ສະ​ພາ​ຕ່ຳ​ໃຫ້​ສະ​ໜັບ​ສະ​ໜູນ​ຮ່າງ​ກົດ​ໝາຍ​ທີ່​ຈະ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ເພີ່ມ​ເຕີມ​ໃຫ້ ຢູ​ເຄ​ຣນ, ໂດຍ​ເວົ້າ​ວ່າ​ທ່ານ “ເບື່ອ ແລະ ເມື່ອຍ” ກັບ​ສະ​ຖາ​ນະ​ການ​ສ່ຽງ​ໄພ​ທີ່​ເກືອບ​ນຳ​ໄປ​ສູ່​ການ​ປິດ​ລັດ​ຖະ​ບານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG