ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຂັດແຍ້ງ​ໃນຢູເຄຣນ ໄດ້​ເຮັດ​ໃຫ້ຕະຫຼາດພະ​ລັງ​ງານຂອງໂລກ ປັ່ນປ່ວນ


ພາບ​ທີ່​ສະ​ໜອງ​ໃຫ້​ໂດຍຫ້ອງ​ການ​ບໍ​ລິ​ການ​ສຸກ​ເສີນ​ຂອງ​ຢູ​ເຄ​ຣນ ສະ​ແດງ​ໃຫ້​ເຫັນ​ວ່າ​ມີ​ຄວັນ​ພຸ້ງ​ຂຶ້ນ​ຈາກສາງ​ເກັບ​ນ້ຳ​ມັນທີ່ບອກວ່າ​ ຖືກປືນ​ໃຫຍ່​ຍິງ​ໃສ່ໃນ​ເມືອງ Chernihiv ຂອງ​ຢູ​ເຄ​ຣນ, ວັນ​ທີ 3 ມີ​ນາ, 2022.
ພາບ​ທີ່​ສະ​ໜອງ​ໃຫ້​ໂດຍຫ້ອງ​ການ​ບໍ​ລິ​ການ​ສຸກ​ເສີນ​ຂອງ​ຢູ​ເຄ​ຣນ ສະ​ແດງ​ໃຫ້​ເຫັນ​ວ່າ​ມີ​ຄວັນ​ພຸ້ງ​ຂຶ້ນ​ຈາກສາງ​ເກັບ​ນ້ຳ​ມັນທີ່ບອກວ່າ​ ຖືກປືນ​ໃຫຍ່​ຍິງ​ໃສ່ໃນ​ເມືອງ Chernihiv ຂອງ​ຢູ​ເຄ​ຣນ, ວັນ​ທີ 3 ມີ​ນາ, 2022.

ຄວາມຂັດແຍ້ງລະຫວ່າງຣັດເຊຍ ແລະ ຢູເຄຣນ ໄດ້ເຮັດໃຫ້ຕະຫຼາດນ້ຳມັນ ແລະ ອາຍແກ໊ສທົ່ວໂລກ ຕົກຢູ່ໃນສະພາບທີ່ປັ່ນ​ປ່ວນ, ເຊິ່ງກໍ່ໃຫ້ເກີດບັນຫາ ການສະໜອງສິນ​ຄ້າ ແລະລາຄາເພີ້ມຂຶ້ນ, ໂດຍທີ່ລາ​ຄານ້ຳມັນໄດ້​ຖີບ​ຕົວ​ສູງຂຶ້ນ​ເກີນກວ່າ 110 ໂດລາຕໍ່ຖັງ ໃນວັນພະຫັດວານນີ້ ເຖິງແມ່ນຄວາມຕ້ອງການນ້ຳມັນຈາກຣັດເຊຍຫຼຸດລົງກໍ​ຕາມ. ໄລຍະເວລາທີ່ບໍ່ແນ່ນອນຂອງການຂັດແຍ້ງກັນ, ເຮັດໃຫ້ມັນຍາກທີ່ຈະຄາດຄະເນໄດ້ວ່າ ບັນ​ຫາຂັດ​ສົນນີ້ຈະແກ່​ຍາວ​ໄປ​ດົນປານໃດ.

ນັກວິ​ເຄາະ​ເຂດ​ອ່າວເປີ​ເຊຍ​ ທີ່​ຕັ້ງ​ຢູ່​ນະ​ຄອນ​ຫລວງ​ວໍ​ຊິງ​ຕັນ, ທ່ານເທວ​ດໍ ຄາ​ຣາ​ຊິກ (Theodore Karasik) ກ່າວ​ຕໍ່​ວີ​ໂອ​ເອວ່າ ມີ “ສິ່ງ​ທີ່​ບໍ່​ສາ​ມາດ​ຄາ​ດ​ເດົາ​ໄດ້” ຫຼາຍ​ຢ່າງ​ໃນ​ການ​ປະ​ເຊີນ​ໜ້າ​ກັນ​ທາງ​ທະຫານທີ່ “ສາມາດ​ເຮັດ​ໃຫ້​ລາຄາ​ພະລັງງານ​ເພີ້ມ​ຂຶ້ນ​ອີກ.” ທ່ານກ່າວຕື່ມວ່າ, "ໃນກໍລະນີໃດກໍ່ຕາມ, ມັນມີການປ່ຽນແປງອັນໃຫຍ່ຫລວງເກີດຂຶ້ນ ໃນອຸດສາຫະກໍາພະລັງງານ."

ທ່ານຄາ​ຣາ​ຊິກ ກ່າວ​ອີກວ່າ "ສະຖານະການພະລັງງານ ແລະການກໍານົດລາຄາ ແມ່ນຂຶ້ນກັບວ່າ ຄວາມຂັດແຍ້ງນີ້ຈະແກ່​ຍາວໄປດົນປານໃດ ແລະຈະສິ້ນສຸດລົງ ໃນລະດັບໃດ. ພວກເຮົາໄດ້ເຫັນການລົງໂທດຢ່າງກວ້າງຂວາງ ຕໍ່ຣັດ​ເຊຍຍ້ອນການກະທໍາຂອງປະ​ເທດນັ້ນໃນຢູເຄຣນ. ການລົງໂທດເຫຼົ່ານັ້ນຕໍ່ຣັດ​ເຊຍໃນຂົງເຂດພະລັງງານ ຈະສົ່ງຜົນກະທົບຕໍ່ການດໍາເນີນງານຂອງອຸດສາຫະກໍາພະລັງ ງານຂອງຣັດ​ເຊຍຄືແນວໃດ, ແລະພວກເຮົາຍັງບໍ່ສາ​ມາດ​ວາດພາບເຫັນ​ໄດ້​ຢ່າງຊັດເຈນກ່ຽວກັບເລື້ອງນັ້ນ​ເທື່ອ.”

ບ່ອນ​ເຈາະ​ນ້ຳ​ມ​ັນ​ທີ່​ດຳ​ເນີນ​ງານ​ໂດຍ​ບໍ​ລິ​ສັດ China National Offshore Oil Corporation (CNOOC) ທີ່​ເປັນ​ຢູ່​ນອກ​ຝັ່ງທະ​ເລຂອງ​ແຂວງ​ໄຫ​ໜານຂອງ​ຈີນ, 23 ມີ​ນາ, 2018.
ບ່ອນ​ເຈາະ​ນ້ຳ​ມ​ັນ​ທີ່​ດຳ​ເນີນ​ງານ​ໂດຍ​ບໍ​ລິ​ສັດ China National Offshore Oil Corporation (CNOOC) ທີ່​ເປັນ​ຢູ່​ນອກ​ຝັ່ງທະ​ເລຂອງ​ແຂວງ​ໄຫ​ໜານຂອງ​ຈີນ, 23 ມີ​ນາ, 2018.

ໃນເວລານີ້, ການຊື້ນ້ໍາມັນດິບຂອງຣັດ​ເຊຍໄດ້ຢຸດສະ​ງັກລົງ ຍ້ອນຄວາມບໍ່ແນ່ນອນທີ່ເພີ້ມຂຶ້ນກ່ຽວກັບການລົງໂທດໂດຍກົງທີ່​ອາດ​ເປັນ​ໄປ​ໄດ້ຂອງປະ​ເທດຕາເວັນຕົກກ່ຽວກັບການສົ່ງອອກພະລັງງານ, ຜັກ​ດັນລາຄາເຂົ້າໄປ​ສູ່​ສະ​ພາບທີ່ບໍ່ແນ່ນອນ ແລະກະຕຸ້ນໃຫ້ຜູ້ຊື້ຊອກຫາທາງເລືອກອື່ນ.

ປະລິມານການສົ່ງອອກນ້ຳ​ມັນປະສົມຢູ​ຣອ​ລ​ສ໌ (Urals) ຂອງຣັດ​ເຊຍ - ຊຶ່ງ​ມີການຊື້ຂາຍທີ່​ມີລາ​ຄາແຕກຕ່າງກັນ ​ອີງ​ໃສ່ລາ​ຄາ​ຫລັກ Dated Brent ທີ່​ເປັນ​ດັດ​ຊະ​ນີຂອງ​ເຂດ​ອ່າງ​ມະ​ຫາ​ສະ​ມຸດ​ແອັດ​ແລນ​ຕິກ​ (Atlantic Basin) ແມ່ນ​ຫລຸດ​ລົງໄປ​ເຖິງລະດັບຕໍ່າຢ່າງ​ເປັນ​ປະ​ຫວັດ​ການ ໃນການ​ຊື້​ຂາຍ​ເມື່ອມໍ່ໆ​ມານີ້.

ແຫຼ່ງຂ່າວໃນອຸດສາຫະກຳການຄ້າຂາຍນ້ຳມັນ, ຜູ້ທີ່ຊ່ຽວຊານໃນເລື້ອງຕະຫຼາດໂລກກ່າວຕໍ່ວີໂອເອວ່າ ດຽວນີ້ຜູ້ຊື້ຂອງຢູໂຣບກຳລັງ​ຂຸ້ນ​ຂ້ຽວຊອກຫາແຫຼ່ງສະໜອງນ້ຳມັນດິບທີ່​ເປັນທາງເລືອກອື່ນ - ບໍລິສັດ PKN Orlen ຂອງໂປແລນ ກຳລັງຮັບສິນຄ້າເພີ້ມເຕີມຈາກຜູ້ສະໜອງນ້ຳ​ມັນ​ປະ​ຈຳ Aramco - ແລະສ່ວນໃຫຍ່ນ້ຳ​ມັນ​ນັ້ນ​ ຈະມາຈາກການຜະລິດໃນທະ​ເລ​ເໜືອ ຫລື North Sea ​ຢູ່​ໃນ​ທ້ອງ​ຖິ່ນ ພ້ອມ​ທັງໃນອາຟຣິກາຕາເວັນຕົກ ແລະສະຫະລັດ.

ແຫຼ່ງຂ່າວ, ຜູ້ທີ່ບໍ່ປະ​ສົງ​ບອກ​ນາມ ກ່າວວ່າ ໂຮງກັ່ນນ້ຳ​ມັນ​ຂອງຈີນ, ໂດຍສະເພາະແມ່ນຜູ້ທີ່ຢູ່ໃນສູນກາງກັ່ນນ້ຳ​ມັນຂອງແຂວງຊານ​ດົງ (Shandong) ແມ່ນເປັນຜູ້ຊື້ທີ່​ສຳ​ຄັນ ສຳ​ລັບນ້ຳມັນດິບປະ​ສົມ Urals ແລະ ESPO Blend ຂອງຣັດ​ເຊຍ

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG