ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ຍັງບໍ່​ສາ​ມາດ​ຊັກ​ຊວນ ໃຫ້ ເກົາຫຼ​ີ​ໃຕ້ ຊ່ວຍ​ເຫຼືອ​ດ້ານ​ອາ​ວຸດ ​ເພື່ອ​ຕໍ່​ສູ້​ໃນ​ສົງ​ຄາມ​ ກັບ ຣັດ​ເຊຍ


ລົດ​ຖັງ K2 ຂອງກອງ​ທັບ​ບົກ ເກົາຫຼີ​ໃຕ້ ຍິງ​ລູກ​ປືນ​ແທ້​ໃນ​ການ​ສະ​ແດງ ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ປະ​ເທດສະ​ໜາມ​ຊ້ອ​ມ​ລົບ​ໃນ​ເມືອງ ໂປ​ຈອນ, ເກົາຫຼີ​ໃຕ້, 20 ກັນ​ຍາ 2022.
ລົດ​ຖັງ K2 ຂອງກອງ​ທັບ​ບົກ ເກົາຫຼີ​ໃຕ້ ຍິງ​ລູກ​ປືນ​ແທ້​ໃນ​ການ​ສະ​ແດງ ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ປະ​ເທດສະ​ໜາມ​ຊ້ອ​ມ​ລົບ​ໃນ​ເມືອງ ໂປ​ຈອນ, ເກົາຫຼີ​ໃຕ້, 20 ກັນ​ຍາ 2022.

ເກົາຫຼີໃຕ້ ຄວນ​ໃຫ້​ການ​ສະ​ໜັບ​ສະ​ໜູນຢ່າງ​ຈະ​ແຈ້ງ​ຂຶ້ນກວ່າ​ເກົ່າ​ສຳ​ລັບ​ການ​ຕໍ່​ສູ້​ຂອງ ຢູ​ເຄ​ຣນ ກັບ ຣັດ​ເຊຍ, ອີງ​ຕາມ​ການ​ກ່າວ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຢູ​ເຄ​ຣນ ປະ​ຈຳ​ນະ​ຄອນຫຼວງ ໂຊ​ລ ຕໍ່​ວີ​ໂອ​ເອ, ເຊິ່ງ​ເປັນ​ການ​ຜັກ​ດັນ​ຄັ້ງ​ໃໝ່​ ສຳ​ລັບ​ອາ​ວຸດ​ຂອງ ເກົາຫຼີ​ໃຕ້ ທີ່​ອາດ​ມີ​ບົດ​ບາດ​ທີ່​ສຳ​ຄັນໃນ​ການ​ຊ່ວຍ​ເຫຼືອ ຢູ​ເຄ​ຣນ ກອບ​ກູ້​ເອົາ​ດິນ​ແດນ​ທີ່​ເສຍ​ໄປ​ກັບ​ຄືນ​ມາ.

ໃນ​ຈົດ​ໝາຍ​ທີ່​ຂຽນ​ຕອບ​ກັນ​ກັບວີ​ໂອ​ເອ​ນັ້ນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ດີ​ມິ​ໂຕ​ຣ ໂປ​ໂນ​ມາ​ເຣັນ​ໂກ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ສຳ​ລັບ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ທີ່ ເກົາຫຼີ​ໃຕ້ ໄດ້​ສະໜອງ​ໃຫ້ ແຕ່​ໄດ້​ກ່າວ​ຢ້ຳ​ວ່າ ຢູ​ເຄ​ຣນ ຍັງ​ມີ “ຄວາ​ມ​ຕ້ອງ​ການ​ອາ​ວຸດ​ໜັກ​ຢ່າງ​ແຮງ” ທີ່ ໂຊ​ລ ສາ​ມາດ​ສະ​ໜອງ​ໃຫ້.

ທ່ານ ໂປ​ໂນ​ມາ​ເຣັນ​ໂກ ໄດ້​ກ່າວ​ວ່າ “ໜ້າ​ເສຍ​ໃຈ, ເກົາຫຼີ​ໃຕ້ ຍັງ​ລັງ​ເລ​ໃຈ​ທີ່​ຈະ​ສະ​ໜອງ​ອາ​ວຸດ​ໃຫ້ກອງ​ທັບຂອງພວກ​ເຮົາ ທີ່​ເຂົາ​ເຈົ້າ​ຕ້ອງການ​ໃນ​ແນວ​ໜ້າ.”

ນັບ​ຕັ້ງ​ແຕ່​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ເມື່ອ​ນຶ່ງ​ປີ​ທີ່​ຜ່ານ​ມາ, ຢູ​ເຄ​ຣນ ແມ່ນ​ໄດ້​ທຳ​ການ​ຮຽກ​ຮ້ອງ​ຢ່າງ​ເປີດ​ເຜີຍຢ່າງ​ເປັນ​ປະ​ຈຳ​ເພື່ອ​ໃຫ້ ເກົາຫຼີ​ໃຕ້ ສະ​ໜອງ​ອາ​ວຸດ​ໃຫ້. ແຕ່​ສະ​ຖາ​ນະ​ການ​ແມ່ນ​ໄດ້​ມີ​ຄວາມ​ຮີບ​ດ່ວນ​ເພີ່ມ​ຂຶ້ນ ໃນ​ຂະ​ນະ​ທີ່ ຣັດ​ເຊຍ ໄດ້​ຜັກ​ດັນ​ການ​ໂຈມ​ຕີ​ຂອງ​ພວກ​ເຂົາ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ, ບ່ອນ​ທີ່​ທັງ​ສອງ​ຝ່າຍ​ປະ​ເຊີນ​ກັບ​ການ​ຂາດ​ແຄນ​ລູກ​ປືນ.

ທ່ານ​ ໂປ​ໂນ​ມາ​ເຣັນ​ໂກ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ການ​ ການ​ນຳ​ສົ່ງ​ລົດ​ຫຸ້ມ​ເກາະຂະ​ໜາດ​ໜັກ, ປືນ​ໃຫຍ່ ແລະ ລະ​ບົບ​ປ້ອງ​ກັນ​ອາ​ກາດ, ລູກ​ປືນ ແລະ ອຸ​ປະ​ກອນ​ທີ່​ໄດ້​ມາດ​ຕະ​ຖານ​ອົງ​ການ NATO ທີ່ບໍ່​ຖືກ​ລົບ​ກວນ ແລະ ທັນ​ເວ​ລາ ເພື່ອ​ທີ່​ຈະ​ສາ​ມາດ​ສືບ​ຕໍ່​ການ​ປະ​ຕິ​ບັດ​ການ​ໂຈມ​ຕີ​ຕອບ​ໂຕ້.”

ເກົາຫຼີ​ໃຕ້ ແມ່ນ​ນຶ່ງ​ໃນ​ບັນ​ດາ​ຜູ້​ສົ່ງ​ອອກ​ອາ​ວຸດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ ແລະ ເມື່ອບໍ່​ດົນ​ມານີ້​ໄດ້​ຮວມ​ຕົນ​ເອງ​ເຂົ້າ​ກັບ​ປະ​ເທດ​ຕາ​ເວັນ​ຕົກ​ຢ່າງ​ໃກ້​ຊິດກວ່າ​ເກົ່າ. ແຕ່ ໂຊ​ລ ແມ່ນບໍ່​ໄດ້​ອະ​ນຸ​ມັດ​ການ​ຂາຍ ຫຼື ການ​ບໍ​ລິ​ຈາກ​ອາ​ວຸດ​ໃຫ້ ຢູ​ເຄ​ຣນ, ໂດຍ​ອ້າງ​ເຖິງ​ກົດ​ໝາຍ​ພາຍ​ໃນ​ປະ​ເທດ ​ທີ່​ຄວ​ບ​ຄຸມ​ການ​ສົ່ງ​ອາ​ວຸດ ​ໄປ​ເຂດ​ສົງ​ຄາມ​ຢ່າງ​ເຄັ່ງ​ຄັດ.

ແຕ່​ແທນ​ທີ່, ເກົາຫຼີ​ໃຕ້ ໄດ້​ສົ່ງ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ທີ່ບໍ່​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ​ໃຫ້ ຢູ​ເຄ​ຣນ ຫຼາຍ​ຊຸດ, ເຊັ່ນ​ເສື້ອ​ກັກ​ກັນ​ລູກ​ປືນ, ໝວກ​ກັນ​ກະ​ທົບ ແລະ ວັດ​ຖຸ​ການ​ແພດ​ຕ່າງໆ. ເມື່ອບໍ່​ດົນ​ມານີ້​ ເຂົາ​ເຈົ້າ​ໄດ້​ປະ​ກາດ​ແຜນ​ການ​ທີ່​ຈະ​ສົ່ງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ມູນ​ຄ່າ 130 ລ້ານ​ໂດ​ລາ ​ໃຫ້​ຢູ​ເຄ​ຣນ ນອກ​ຈາກ 100 ລ້ານ​ໂດ​ລາ​ ທີ່​ເຂົາ​ເຈົ້າ​ໄດ້​ສົ່ງ​ໃຫ້​ເມື່ອ​ປີ​ກາຍນີ້.

ທ່ານ ໂປ​ໂນ​ມາ​ເຣັນ​ໂກ ໄດ້​ຮຽກ​ຮ້ອງ​ໃຫ້​ເກົາຫຼີ​ໃຕ້ ເຮັດຫຼາຍ​ກວ່າ​ນັ້ນ, ໂດຍ​ເວົ້າ​ວ່າການ​ສະ​ໜອງ​ອາ​ວຸດ​ໃຫ້​ຈະ​ສອດ​ຄ່ອງ​ກັບ​ອຸ​ດົມ​ການ​ປະ​ຊາ​ທິ​ປະ​ໄຕ ແລະ ສະ​ຖາ​ນະ​ພາບ “ລັດ​ທີ່​ສຳ​ຄັນ​ໃນ​ໂລກ” ຂອງ​ເກົາຫຼີ​ໃຕ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG