ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູເຄຣນ ແລະ ຈີນ ແມ່ນຫົວ​ຂໍ້ສໍາຄັນ ໃນ​ການ​ເດີນ​ທາງ ໄປ​ຢ້ຽມ​ຢາມ​ເຂດເອເຊຍຕາເວັນອອກສຽງໃຕ້ ​ຂອງ​ນາ​ຍົກ​ຍີ່​ປຸ່ນ


ນາຍົກລັດຖະມົນຕີຍີປຸ່ນ ທ່ານຟູມິໂອະ ກິຊິດະ ຍົກມືທັກທາຍສື່ມວນຊົນ ໃນຂະນະທີ່ທ່ານອອກຈາກການປະ​ຊຸມກັບນາຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ, ຢູ່ທີ່​ບ້ານ ໝາຍເລກ 10 ຖະນົນດາວນິງ ໃນນະຄອນລອນດອນ, ເມື່ອວັນທີ 5 ພຶດສະພາ 2022.
ນາຍົກລັດຖະມົນຕີຍີປຸ່ນ ທ່ານຟູມິໂອະ ກິຊິດະ ຍົກມືທັກທາຍສື່ມວນຊົນ ໃນຂະນະທີ່ທ່ານອອກຈາກການປະ​ຊຸມກັບນາຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ, ຢູ່ທີ່​ບ້ານ ໝາຍເລກ 10 ຖະນົນດາວນິງ ໃນນະຄອນລອນດອນ, ເມື່ອວັນທີ 5 ພຶດສະພາ 2022.

ນາຍົກລັດຖະມົນຕີຂອງຍີປຸ່ນ ທ່ານຟູມິໂອະ ກິຊິດະ (Fumio Kishida) ໃນອາທິດນີ້, ໄດ້ນໍາໃຊ້ໃນສິ່ງທີ່ກາຍມາເປັນການເດີນທາງປົກກະຕິ ​ໄປ​ຢ້ຽມ​ຢາມຂົງເຂດເອເຊຍຕາເວັນອອກສຽງໃຕ້ ເພື່ອປະຊຸມກ່ຽວກັບການລົງໂທດທາງດ້ານເສດຖະກິດ​ຕໍ່ຣັດເຊຍ ແລະເພື່ອຢືນຢັນຄວາມມຸ້ງໝັ້ນ ຂອງປະເທດທ່ານ ທີ່ຈະປົກປ້ອງເສລີພາບໃນການແລ່ນເຮືອ ຢູ່ທະເລຈີນໃຕ້.

ດ້ວຍການໄປຢ້ຽມຢາມປະເທດອິນໂດເນເຊຍ, ຫວຽດນາມ ແລະໄທໃນຊ່ວງໄລ ຍະກາງປີທໍາອິດຂອງການດໍາລົງຕໍາແໜ່ງ, ທ່ານກິຊິດະ ໄດ້ປະຕິບັດຕາມຮອບທີ່ຜູ້ນໍາຄົນກ່ອນທັງສອງຄື ທ່ານຊິນໂຊະ ອ​າເບະ (Shinzo Abe) ແລະ ທ່ານໂຢຊິຮິເດະ ຊູກະ (Yoshohide Suga) ໄດ້​ກະ​ທຳ​ມາ​ແລ້ວ.

“ໄປຢາມປະເທດໄທ ໜ້າຈະກ່ຽວກັບເຫດຜົນ ທາງດ້ານເສດຖະກິດ,” ທ່ານ​ສິ-​ຊຸນ-ໄຊ (Hsi-hsun Tsai), ສາດສະດາຈານທີ່ມະຫາວິທະຍາໄລທໍາກັງ ໃນໄຕ້ຫວັນ ໄດ້ອະທິບາຍ. “ທີ່ຜ່ານມາ ທ່ານ ຊູກະ ເຄີຍໄປຢ້ຽມຢາມແຕ່ຫວຽດ ນາມ ແລະອິນໂດເນເຊຍ. ແຕ່ເວລານີ້ ທ່ານກິຊິດະ ໄດ້ໄປຢ້ຽມຢາມປະເທດອິນໂດເນເຊຍ, ຫວຽດນາມ ແລະປະເທດໄທ. ໃນຈໍານວນນີ້, ອິນໂດເນເຊຍ ແລະຫວຽດນາມ ມີຊາຍແດນຕິດກັບທະເລຈີນໃຕ້ ແລະສະໜັບສະໜຸນສິດເສ ລີພາບ ໃນການແລ່ນເຮືອທາງທະເລ.”

ນາຍົກລັດຖະມົນຕີຂອງຫວຽດນາມ ທ່ານມິນ ຊິນ (Minh Chinh) ຢູ່ເບື້ອງຂວາ, ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານໂນບູໂອະ ກິຊິ (Nobuo Kishi), ຈັບມືກັນໃນນະຄອນຫຼວງຮາໂນ່ຍ, ຫວຽດນາມ, ເມື່ອວັນທີ 12 ກັນຍາ 2021.
ນາຍົກລັດຖະມົນຕີຂອງຫວຽດນາມ ທ່ານມິນ ຊິນ (Minh Chinh) ຢູ່ເບື້ອງຂວາ, ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານໂນບູໂອະ ກິຊິ (Nobuo Kishi), ຈັບມືກັນໃນນະຄອນຫຼວງຮາໂນ່ຍ, ຫວຽດນາມ, ເມື່ອວັນທີ 12 ກັນຍາ 2021.

ບໍ່ຄືກັນກັບຜູ້ນໍາກ່ອນໜ້າຂອງທ່ານ, ຢ່າງໃດກໍຕາມ ທ່ານກິຊິດະ ໄດ້ມີຄວາມເປັນຫ່ວງກັງວົນຫຼາຍ ກ່ຽວກັບພຶດຕິກໍາຂອງຈີນຢູ່ໃນຂົງເຂດນ່ານນໍ້າຂອງເອເຊຍ ​ຄື​ກັນກັບການຮຸກຮານຢູເຄຣນ ຂອງ ຣັດເຊຍ.

ຍີປຸ່ນ ພິຈາລະນາວ່າ ສົງຄາມທີ່ບໍ່ມີເຫດຜົນຂອງ ຣັດເຊຍ ຄືການປະຕິບັດທີ່ “ສັ່ນສະເທືອນຮາກຖານ ຂອງກົດລະບຽບສາກົນທີ່ບໍ່ແມ່ນແຕ່ສະເພາະຢູ່ໃນຢູໂຣບເທົ່ານັ້ນ ແຕ່ມັນຍັງໄດ້ລວມເຖິງເອເຊຍນໍາອີກດ້ວຍ.” ອີງຕາມລາຍງານຂອງຖະແຫຼງການກະຊວງການຕ່າງປະເທຍີປຸ່ນ ທີ່ໄດ້ນໍາອອກເຜີຍແຜ່ພຽງນຶ່ງ ມື້ ລຸນຫຼັງທີ່ກອງກໍາລັງທະຫານຂອງຣັດເຊຍ ໄດ້ບຸກເຂົ້າໄປຮຸ​ກຮານຢູເຄຣນ ເມື່ອວັນທີ 24 ກຸມພາ.

ຜູ້ຊ່ວຍສາດສະດາຈານແຫ່ງມະຫາວິທະຍາໄລເທັກໂນໂລຈີນັນຢາງ ໃນປະເທດ ສິງກະໂປ ທ່ານເຄອິ ໂກກະ (Kei Koga) ກ່າວວ່າ ຈຸດປະສົງທີ່ຍິ່ງໃຫຍ່ ໃນການເດີນທາງຂອງທ່ານກິຊິດະ ໃນຄັ້ງນີ້ ແມ່ນຮ້ອງວ່າ ການລວມໂຕກັນຂອງປະຊາຄົມລະຫວ່າງປະເທດ ເພື່ອຕໍ່ຕ້ານກັບການກະທໍາທີ່ບໍມີເຫດຜົນດັ່ງກ່າວ.”

ທ່ານບອກກັບ VOA ວ່າ “ທັງສາມປະເທດດັ່ງກ່າວນັ້ນ ກໍາລັງມີອິດທິພົນຫຼາຍຂຶ້ນຢູ່ໃນ ASEAN, ດັ່ງນັ້ນ ທ່ານກິຊິດະ ຈຶ່ງຕ້ອງການນຳ​ໃຊ້ ການເດີນທາງຂອງທ່ານ ​ເພື່ອ​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້ກັບພວກເຂົາ​ເຈົ້າໃນການສະແດງທ່າທີທີ່ເຂັ້ມແຂງຂຶ້ນ ກັບການຕ້ານຢັນຣັດເຊຍ ເພື່ອຮັກສາກົດລະບຽບຂອງສາກົນໃຫ້ຍັງຄົງ​ຢູ່.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG