ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບຢູເຄຣນວ່າ ຕົນບໍ່ສາມາດຖອນ ພວກອາວຸດໜັກ ອອກຈາກ ເຂດແນວໜ້າໄດ້


ກອງທັບຢູ​ເຄຣນ ກ່າວ​ວ່າ ຕົນ​ບໍ່​ສາມາດ​ເລີ້ມ​ຖອນ​ພວກ​ອາວຸດ
​ໜັກ​ອອກ​ຈາກ​ເຂດ​ແນວ​ໜ້າໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​
ຕາມຂໍ້​ຕົກລົງ​ຢຸດ​ຍິງ ​ນັ້ນໄດ້ ເພາະວ່າ ພວກ​ກະບົດ​ນິຍົມຣັດ​ເຊຍ
ຍັງ​ທຳ​ການໂຈມ​ຕີ​ຢູ່​ຕໍ່​ມາ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ໂອ້​ລົມ​ກັນກ່ຽວ​ກັບ
​ການ​ຖອນ​ພວກ​ອາວຸດ ​ແມ່ນ​ຈະ​ມີ​ຂຶ້ນ​ບໍ່​ໄດ້ ຕາບ​ໃດ​ທີ່​ການ​ໂຈມ​
ຕີ​ຍັງ​ດຳ​ເນີນ​ສືບ​ຕໍ່​ໄປ.

​ໃນ​ວັນ​ອາທິດ​ວານ​ນີ້ ທັງສອງ​ຝ່າຍ​ໄດ້​ຕົກລົງ​ທີ່​ຈະຖອນ​ພວກ​ອາ
ວຸດ​ໜັກ​ອອກ​ຈາກ​ເຂດ​ແນວ​ໜ້າ ຊຶ່ງ​ເປັນ​ຮ່ອງຮອຍ​ໃນ​ທາງ​ບວກ​
ອັນ​ນຶ່ງ​ສຳລັບ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ສັນຕິພາບ ​ທີ່​ໄດ້​ຖືກ​ລະ​ເມີດ​ມາ​ຊ້ຳ​ແລ້ວ​ຊ້ຳ​ອີກ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ທະຫານ​ກ່າວ​ວ່າ ຝ່າຍ​ກະບົດ​ໄດ້​ຕົກລົງ​ທີ່​ຈະ​ຖອນ​ພວກ​ອາວຸດ​ດັ່ງກ່າວ
ອອກ​ໄປ​ໃຫ້​ໝົດ ​ພາຍ​ສອງ​ອາທິດ​ຕໍ່ໜ້ານີ້ ຊຶ່ງ​ລາຍ ງານຂ່າວສື່ມວນ​ຊົນເວົ້າ​ວ່າ ການຖອນ​ອາວຸດ​ຂອງ​ພວກ​ເຂົາ​ ສາມາດ​ເລີ້​ມຂຶ້ນ​ໃນ​ວັນ​ອາທິດ​ວານ​ນີ້ ​ກໍ​ໄດ້.

ການ​ຖອນ​ອາວຸດ​ແມ່ນ​ລະບຸ​ໄວ້​ພາຍ​ໃຕ້​ຂໍ້​ຕົກລົງ​ຢຸດ​ຍິງ​ກັນ ທີ່​ໄດ້​ມີ​ຜົນ​ບັງຄັບ​ໃຊ້​ ເມື່ອອາ
ທິດປາຍຜ່ານ​ມາ​ແລ້ວ​ນັ້ນ.

ຂໍ້​ຕົກລົງ​ໃນ​ວັນ​ອາທິດ​ວານ​ນີ້ ມີ​ຂຶ້ນ​ນຶ່ງ​ມື້ ຫຼັງ​ຈາກ​ຢູ​ເຄຣນ​ແລະ​ພວກກະບົດ​ໄດ້​ທຳ​ການ​ແລກປ່ຽນ​ຊະ​ເລີຍ​ເສິກ​ກັນ ຊຶ່ງ​ເປັນ​ຮ່ອງຮອຍ​ແຫ່ງ​ຄວາມ​ກ້າວໜ້າ​ໃນ​ການ​ຢຸດ​ຍິງ​ທີ່​ສັ່ນ​ຄອນ​ ທີ່​ໄດ້​ເຊັນ​ກັນ​ໃນ​ວັນ​ທີ 12 ກຸມພາ​. ​ໃນ​ການ​ແລກປ່ຽນ​ຊະ​ເລີຍ​ເສິກ​ກັນ​ດັ່ງກ່າວ ມີ​ທະຫານ​ຢູ​ເຄຣນ 139 ຄົນ ຕໍ່​ພວກ​ກະບົດ 52 ຄົນ.

ukraine23february15
please wait
Embed

No media source currently available

0:00 0:00:17 0:00

​ໃນ​ວັນອາທິດ​ວານ​ນີ້​ເຊັ່ນ​ກັນ ປະຊາຊົນ 2 ຄົນ​ເສຍ​ຊີວິດ​ໃນ​ເຫດລະ​ເບີດ​ຢູ່​ເມືອງ Kharkiv ທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຢູ​ເຄຣນ ​ໃນ​ຂະນະ​ທີ່​ພວກ​ສະໜັບສະໜຸນ​ລັດຖະບານ​ຢູ່​ທີ່​ນັ້ນ ​ແລະ​ໃນ​ແຫ່ງ​ອື່ນໆ​ອີກ ສະຫຼອງວັນ​ຄົບຮອບນຶ່ງ​ປີ ​ແຫ່ງ​ການ​ໂຄ່ນ​ລົ້ມ​ອະດີດ​ປະທານາ
ທິບໍດີ Viktor Yanukovych ​ ທີ່​ນິຍົມຣັດ​ເຊຍ ​ອອກ​ຈາກ​ຕຳ​ແໜ່​ງ​.

ຕຳຫຼວດ​ກ່າວ​ວ່າ ພວກ​ຜູ້​ຕ້ອງ​ສົງ​ໄສ​ຫຼາຍ​ຄົນ​ຖືກ​ຈັກ​ກຸມ​ໃນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ດັ່ງ
ກ່າວ ຊຶ່ງ​ຜູ້​ຊ່ອຍ​ຮັກສາ​ຄວາມ​ປອດ​ໄພ​ຢູ​ເຄຣນຄົນ​ນຶ່ງ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ອາ
ວຸດ ​ແລະ​ການ​ເຝິກ​ແອບ​ທີ່ຣັດ​ເຊຍ.

ທີ່ ​ນະຄອນຫລວງ Kyiv ປະທານາທິບໍດີ Petro Poroshenko ​ໄດ້ ນຳພາ​ປະຊາຊົນ​ຫຼາຍ​ພັນ​ຄົນ ​ທຳ​ພິທີ​ຢ່າງ​ສັນຕິ​ຂຶ້ນ ທີ່​ຈະ​ຕຸ​ລັດ Independence ​ເພື່ອເປັນຂີດ​ໝາຍວັນ​ຄົບຮອບ
​ດັ່ງກ່າວ ​ແລະ​ລະນຶກ​ເຖິງ​ພວກ​ເສຍ​ຊີວິດ.

ວີດີໂອ: ພວກສະໜັບສະໜູນ ທ່ານ ປູຕິນ ທຳການປະທ້ວງຕໍ່ຕ້ານຢູເຄຣນ ຢູມອສໂຄ

Putin Supporters Hold 'Anti-Maidan' March in Moscow
please wait

No media source currently available

0:00 0:03:15 0:00

XS
SM
MD
LG