ອັງກິດ ກ່າວວ່າ ຣັດເຊຍ “ເກືອບແນ່ນອນວ່າໄດ້ສ້າງກອງກຳລັງພາກພື້ນດິນທີ່ສຳຄັນໃໝ່ຂຶ້ນມາ” ທີ່ອາດລວມມີກອງທະຫານ “ອາສາສະໝັກ” ເພື່ອສະໜັບສະໜູນການບຸກລຸກ ຢູເຄຣນ ຂອງພວກເຂົາ. ການກຳເນີດຂຶ້ນຂອງກອງກຳລັງອາສາສະໝັກທີ່ສຳຄັນດັ່ງກ່າວຈະເນັ້ນໃຫ້ເຫັນສິ່ງທ້າທາຍຕ່າງໆທີ່ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ແລະ ຜູ້ວາງແຜນສົງຄາມຂອງທ່ານ ໄດ້ປະເຊີນ ໃນຂະນະທີ່ພວກເຂົາພະຍາຍາມ ທີ່ຈະເອົາຊະນະປະເທດ ໃນຍຸກຫຼັງສາທາລະນະລັດ ໂຊຫວຽດ ທີ່ນ້ອຍກວ່າຫຼາຍຂອງ ຣັດເຊຍ ນັ້ນ.
ໜ່ວຍສືບລັບປ້ອງກັນປະເທດ ອັງກິດ ໃນວັນທີ 10 ສິງຫາມື້ນີ້ໄດ້ອະທິບາຍ ກອງກຳລັງໃໝ່ນັ້ນວ່າ ເປັນ “ກອງກຳລັງທະຫານບົກທີ 3 ຫຼື 3 AC” ແລະ ໄດ້ກ່າວວ່າ ພວກເຂົາມີຖານຢູ່ນອກເມືອງ ມູລີໂນ, ໃນພາກພື້ນ ນີສນີ ນອຟໂກຣອດ (Nizhny Novgorod) ທາງພາກຕາເວັນອອກຂອງ ມົສກູ.
ການປະເມີນຜົນດັ່ງກ່າວຖືກເປີດເຜີຍໃນຂໍ້ຄວາມທາງ ທວິດເຕີ ຂອງການລາຍງານຂໍ້ມູນລັບໃໝ່ ຂອງກະຊວງປ້ອງກັນປະເທດ.
ຂໍ້ມູນໃໝ່ນັ້ນໄດ້ກ່າວວ່າ “ຣັດເຊຍ ມີຄວາມເປັນໄປໄດ້ວ່າໄດ້ວາງແຜນທີ່ຈະສະໜອງກອງກຳລັງ 3 AC ຂະໜາດໃຫຍ່ຈາກກອງກຳລັງ “ອາສາສະໝັກ” ທີ່ຫາກໍ່ຖືກຕັ້ງຂຶ້ນມາໃໝ່, ເຊິ່ງຖືກເກນຈາກທົ່ວປະເທດ, ແລະ ໄດ້ລວມກຸ່ມເຂົ້າກັນເພື່ອຮັບເກນຈາກບໍລິເວນດຽວກັນ.”
ກະຊວງໄດ້ກ່າວຢ້ຳຄຳເວົ້າ ຂອງພວກເຈົ້າໜ້າທີ່ ຣັດເຊຍ ໃນພາກພື້ນວ່າ ທະຫານເກນ 3 AC “ແມ່ນຖືກສະເໜີເງິນສົດໂບນັສໃຫ້ຢ່າງຫຼວງຫຼາຍ ເວລາທີ່ພວກເຂົາຖືກສົ່ງໄປ ຢູເຄຣນ.”
ກອງທະຫານ ຣັດເຊຍ ຫຼາຍຮ້ອຍພັນຄົນແມ່ນກຳລັງເຂົ້າຮ່ວມ ຫຼື ສະໜັບສະໜູນການບຸກລຸກຂະໜາດໃຫຍ່ໃນ ຢູເຄຣນ ທີ່ໄດ້ເລີ່ມຂຶ້ນເມື່ອວັນທີ 24 ກຸມພາ, ລຸນຫຼັງການສະໜັບສະໜູນຂອງ ຣັດເຊຍ 8 ປີ ສຳລັບພວກແບ່ງແຍກດິນແດນຕິດອາວຸດໃນພາກຕາເວັນອອກຂອງ ຢູເຄຣນ.
ບັນດານັກວິເຄາະກອງທັບຕາເວັນຕົກໄດ້ໂຕ້ແຍ້ງວ່າ ທ່ານ ປູຕິນ ແລະ ກອງທັບຂອງທ່ານ ແລະ ໜ່ວຍສືບລັບ ໄດ້ຄາດການໄຊຊະນະທີ່ບໍ່ໄດ້ເປັນຕົວເປັນຕົນຢ່າງວ່ອງໄວ.
ນັບຕັ້ງແຕ່ໄດ້ປະສົບຄວາມລົ້ມແຫຼວເພື່ອຍຶດເອົານະຄອນຫຼວງ ກີຢິບ ຂອງ ຢູເຄຣນ ໃນຕອນຕົ້ນຂອງການບຸກລຸກນັ້ນ, ພວກຜູ້ບັນຊາການ ຣັດເຊຍ ໄດ້ແນະນຳວ່າ ພວກເຂົາຈະສຸມກອງກຳລັງຂອງພວກເຂົາໃສ່ເຂດແດນໃນພາກຕາເວັນອອກ ແລະ ໃຕ້ຂອງ ຢູເຄຣນ.
ໜ່ວຍສືບລັບປ້ອງກັນປະເທດຂອງ ອັງກິດ ໄດ້ກ່າວວ່າ “ພວກຜູ້ບັນຊາການ ຣັດເຊຍ ມີຄວາມເປັນໄປໄດ້ວ່າຈະສືບຕໍ່ປະເຊີນກັບການພະຍາຍາມປະຕິບັດບູ ລິມະສິດຕ່າງໆໃນການໂຈມຕີພາກພື້ນ ດອນບາສ ແລະ ເສີມຂະຫຍາຍການປ້ອງກັນ ຕໍ່ການໂຈມຕີຕອບໂຕ້ທີ່ຄາດການໄວ້ຂອງ ຢູເຄຣນ ໃນພາກໃຕ້.”
ບັນດາເຈົ້າໜ້າທີ່ປ້ອງກັນປະເທດ ສະຫະລັດ ເມື່ອບໍ່ດົນມານີ້ໄດ້ກະປະມານວ່າ ກອງທະຫານ ຣັດເຊຍ 70,000 ຫາ 80,000 ຄົນຖືກຂ້າຕາຍ ຫຼື ໄດ້ຮັບບາດເຈັບໃນການຕໍ່ສູ້.
ລັດຖະບານ ຢູເຄຣນ ກ່ອນໜ້ານີ້ໄດ້ກ່າວວ່າກອງທະຫານຂອງເຂົາເຈົ້າ 100 ຫາ 200 ຄົນໄດ້ເສຍຊີວິດໃນແຕ່ລະວັນ.