ລັດຖະບານອັງກິດ ໃນວັນອັງຄານວານນີ້ຍອມຮັບວ່າ ອາຊະຍາກໍາທີ່ກະທໍາຕໍ່ ຊົນເຜົ່າກຸ່ມນ້ອຍ ຢາຊີດີ (Yazidi) ໂດຍກຸ່ມຫົວຮຸນແຮງລັດອິສລາມຢູ່ໃນອີຣັກ ເມື່ອປີ 2014 ເປັນການຂ້າລ້າງເຜົ່າພັນ.
ການຕັດສິນໃຈດັ່ງກ່າວນີ້ ມີຂຶ້ນພຽງບໍ່ເທົ່າໃດມື້ກ່ອນວັນຄົບຮອບ 9 ປີຂອງການ ກໍ່ອາຊະຍາກໍາທີ່ຜິດກົດໝາຍໂດຍກຸ່ມກໍ່ການຮ້າຍ ເຊິ່ງຮູ້ໃນອີກຊື່ນຶ່ງວ່າ ກຸ່ມໄອຊິດ (ISIS) ຫຼື ເດສ (Daesh).
“ປະຊາຊົນຊາວຢາຊີດີ ໄດ້ຮັບຄວາມ ທຸກທໍລະມານຢ່າງຮຸນແຮງ ໂດຍການກະທໍາຂອງພວກ ເດສ ໃນ 9 ປີແລ້ວນີ້ ແລະຜົນກະທົບດັ່ງກ່າວທີ່ພວກເຂົາເຈົ້າໄດ້ຮັບ ຍັງຮູ້ສຶກໄດ້ຈົນຮອດທຸກມື້ນີ້,” ອີງຕາມການກ່າວຢູ່ໃນຖະແຫຼງການຂອງລັດຖະມົນຕີການຕ່າງປະເທດອັງກິດ ສໍາລັບຂົງເຂດ ຕາຣິກ ອາເມດ ຢູ່ໃນຕາເວັນອອກກາງ. “ຄວາມຍຸຕິທໍາ ແລະ ຄວາມຮັບຜິດຊອບເປັນກະແຈສໍາຄັນສໍາລັບຊີວິດຂອງຜູ້ຄົນທີ່ຖືກທໍາລາຍລ້າງ ເຫຼົ່ານັ້ນ.”
ປະຊາຊົນຊາວຢາຊີດີ ເປັນຊົນເຜົ່າກຸ່ມນ້ອຍທີ່ເວົ້າພາສາເຄີດິສ ແລະເຄັ່ງຄັດ ໃນສາດສະໜາ ເຊິ່ງຖືກມອງວ່າ ເປັນພວກນອກສາດສະໜາ ໂດຍກຸ່ມຫົວຮຸນ ແຮງ IS. ໃນເດືອນສິງຫາ ປີ 2014, ກຸ່ມ IS ໄດ້ດຳເນີນການໂຈມຕີຄັ້ງໃຫຍ່ຕໍ່ເມືອງ ຊິນຈາ (Sinjar) ເຊິ່ງຄັ້ງນຶ່ງເຄີຍເປັນບ້ານເຮືອນຂອງຊຸມຊົນຊາວ ຢາຊີດີ ທີ່ໃຫຍ່ທີ່ສຸດໃນໂລກ. ມີຊາວຢາຊີດີຢ່າງໜ້ອຍ 5,000 ຄົນ ເຊິ່ງສ່ວນ ໃຫຍ່ແມ່ນຜູ້ຊາຍ ແລະເດັກຊາຍໄດ້ຖືກສັງຫານ ໃນລະຫວ່າງການໂຈມຕີໃສ່ ເມືອງອິຣາກີ ທີ່ຕັ້ງຢູ່ທາງພາກເໜືອ.
ຈາກນັ້ນ, ກຸ່ມ IS ໄດ້ລັກພາໂຕບັນດາແມ່ຍິງ ແລະເດັກນ້ອຍຫຼາຍພັນຄົນ, ເຊິ່ງຕໍ່ມາໄດ້ໃຊ້ເປັນທາດສະໜອງທາງເພດ ແລະມີລູກໃຫ້ກັບພວກທະຫານ, ເຊິ່ງຫຼາຍກວ່າ 2,000 ຄົນໃນຈໍານວນນັ້ນ ຍັງຄົງຫາຍສາບສູນ.