ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອັງກິດ ມີແຜນງົບປະມານ 8 ພັນລ້ານໂດລາ ເພື່ອຂະຫຍາຍຄວາມສາມາດ ໃນການບໍລິການ ສຸຂະພາບ


ນາຍົກລັດຖະມມົນຕີອັງກກິດ ທ່ານບໍຣິສ ຈອນສອນ (ຂວາ) ແລະລັດຖະມົນການເງິນ ທ່ານຣີຊີ ຊຸນັກ ທີ່ນະຄອນຫຼວງລອນດອນ ວັນທີ 1 ກັນຍາ 2020.
ນາຍົກລັດຖະມມົນຕີອັງກກິດ ທ່ານບໍຣິສ ຈອນສອນ (ຂວາ) ແລະລັດຖະມົນການເງິນ ທ່ານຣີຊີ ຊຸນັກ ທີ່ນະຄອນຫຼວງລອນດອນ ວັນທີ 1 ກັນຍາ 2020.

ອົງການຂ່າວຣອຍເຕີ ລາຍງານວ່າ ງົບປະມານຂອງລັດຖະມົນຕີກະຊວງການເງິນ ອັງກິດ
ທ່ານ ຣິສຊີ ຊູນັກ (Rishi Sunak) ໃນອາທິດນີ້ຈະຮວມມີການໃຊ້ຈ່າຍເພີ່ມເຕີມ 8 ພັນ
1 ຮ້ອຍລ້ານໂດລາສະຫະລັດ ສຳລັບການບໍລິການສຸຂະພາບ ໃນອີກສອງສາມປີຂ້າງໜ້າ
ເພື່ອຫຼຸດຜ່ອນສິ່ງທີ່ຄ້າງຄາຢູ່, ອີງຕາມການກ່າວຂອງ ກະຊວງການເງິນໃນວັນອາທິດວານນີ້.

ຈຳນວນເງິນແມ່ນເກືອບເທົ່າກັບໂຄງການ 11 ພັນລ້ານໂດລາ ທີ່ໄດ້ປະກາດມໃນເດືອນ
ກັນຍາ ເພື່ອແກ້ໄຂສິ່ງທີ່ຄ້າງຄາຍ້ອນໂຣກ ລະບາດໂຄວິດ-19,ອີງຕາມການກ່າວຂອງ
ກະຊວງການເງິນ.

ງົບປະມານໃຊ້ຈ່າຍດັ່ງກ່າວໄດ້ແນໃສ່ການເພີ້ມໃນສິ່ງທີ່ຖືກເອີ້ນວ່າ ການເລືອກການປິ່ນ
ປົວໃນການບໍລິການດ້ານສຸຂະພາບແຫ່ງຊາດ ຫຼື NHS ເຊັ່ນການສະແກນ ແລະຂະບວນ
ການທີ່ບໍ່ສຸກເສີນ ໂດຍ 30 ເປີເຊັນພາຍໃນປີການເງິນ 2024/25.

ການເພີ້ມຂື້ນດັ່ງກ່າວປະກອບດ້ວຍເງິນ 3 ພັນ 2 ຮ້ອຍລ້ານໂດລາ ສຳລັບການບໍລິການ
ກວດກາ, 2 ພັນ 9 ຮ້ອຍລ້ານໂດລາ ເພື່ອປັບປຸງເທັກໂນໂລຈີຢູ່ເບຶ້ອງຫຼັງການບໍລິການສຸຂະພາບ
ແລະ 2 ພັນລ້ານໂດລາ ສຳລັບການເພີ້ມຈຳນວນຕຽງນອນ.

ທ່ານ ຊຸນັກ ໄດ້ກ່າວຢູ່ໃນຖະແຫຼງການວ່າ “ນີ້ແມ່ນລົງທຶນທີ່ສ້າງການປ່ຽນແປງໃນ NHS
ເພື່ອຮັບປະກັນວ່າ ພວກເຮົາມີຕຶກ, ອຸບປະກອນ ແລະ ບັນດາລະບົບຕ່າງໆທີ່ຖືກຕ້ອງ
ເພື່ອໃຫ້ຄົນໄຂ້ໄດ້ຮັບການຊ່ວຍເຫຼືອທີ່ເຂົາເຈົ້າຕ້ອງການ ແລະ ຮັບປະກັນວ່າ NHS ມີ
ຄວາມພ້ອມສຳລັບອະນາຄົດ”

ທ່ານ ຊຸນັກ ແມ່ນຄາດວ່າຈະຕັ້ງຂໍ້ກຳນົດທີ່ເຄັ່ງຄັດສຳລັບຂົງເຂດສ່ວນໃຫຍ່ຂອງການໃຊ້
ຈາຍວັນຕໍ່ວັນໃນງົບປະມານຂອງທ່ານໃນວັນພຸດຈະມາເຖິງນີ້, ເຊິ່ງຈະ ພະຍາຍາມຫຼຸດ
ຜ່ອນໜີ້ສິນສາທາລະນະ ຫຼັງຈາກໄດ້ມີການຢືມເງິນທີ່ສູງເປັນປະຫວັດການໃນລະຫວ່າງ
ໂຣກລະບາດ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG