ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງຫວີເກີ້ທີ່ໄດ້ມາ ສຫລ ເລົ່າທຸກສູ່ຟັງ ເລື້ອງລາວ ຢູ່ໃນສູນສັບພະທຸກ ຂອງຈີນ


Uighur Woman Recalls Harrowing Journey from Chinese Detention Center to US
please wait

No media source currently available

0:00 0:02:56 0:00

ນາງ ມີຣິກຸລ ຕຸກຊຸນ ແມ່ຍິງ ຫວີເກີ້ ທີ່ໄດ້ຖືກປົດປ່ອຍອອກ ມາຈາກສູນດັດສ້າງຈີນ

ແຂວງຊິນຈຽງເປັນແຂວງທີ່ຊຸກຊຸມທີ່ສຸດ ຂອງຊາວມຸສລິມຢູ່ໃນປະເທດຈີນ ເປັນບ່ອນ
ຢູ່ອາໄສຂອງພວກຫວີເກີ 10 ລ້ານຄົນ. ໃນການຖືກໜີບເຕັງໂດຍລັດຖະບານຈີນ ໄດ້
ມີການຄຳນວນວ່າ ຊາວຫວີເກີ້ຫຼາຍກວ່າ ນຶ່ງລ້ານຄົນ ແມ່ນຖືກກັກຂັງຢູ່ໃນສູນຕ່າງໆ ອີງຕາມລາຍງານຂອງສຫະປະຊາຊາດ. ປັກກິ່ງເອີ້ນສູນດັ່ງກ່າວນີ້ວ່າ “ສູນດັດສ້າງ”
ທັງປະຕິເສດບ່ໍຍອມຮັບວ່າ ເປັນການກະທຳທີ່ລະເມີດສິດທິມະນຸດ. ຫາກແຕ່ວ່າ ເລື້ອງ
ລາວຕ່າງໆ ກ່ຽວກັບການລະເມີດ ແມ່ນໄດ້ມີມາເລື້ອຍໆ ລວມທັງເລື້ອງຂອງແມ່ຍິງຫວີ
ເກີ້ຜູ້ນຶ່ງ ທີ່ໄດ້ຜ່ານພ່າ ການເດີນທາງທີ່ທົນທຸກທໍລະມານ ຈາກສູນແຫ່ງນຶ່ງ ຈົນມາເຖິງ ສະຫະລັດ ດັ່ງ Saba Shah Khan ມີເລື້ອງລາວຂອງຜູ້ກ່ຽວ ຊຶ່ງສາລີຈະນຳສະເໜີ
ທ່ານ ໃນອັນດັບຕໍ່ໄປ ດັ່ງສາລີຈະສະເໜີທ່ານໃນອັນດັບຕໍ່ໄປ.

ຜູ້ຍິງຜູ້ນີ້ຢູ່ກິນກັບພວກລູກໆຂອງລາວຢູ່ໃນແຂວງແຟແຟັກ. ເຂດນອກ ຂອງນະຄອນ
ຫຼວງ ວໍຊິງຕັນດີຊີ ຫ່າງໄກເປັນພັນໆກິໂລແມັດ ຈາກບ່ອນທີ່ລາວເຄີຍປະເຊີນໜ້າກັບ
ຊະຕາກຳສອງຢ່າງ ຄືຄວາມຕາຍ ຫຼືຊີວິດຢູ່ໃນຄຸກ. ນາງມີຣິກຸລ ຕຸກຊຸນ ຜູ້ລອດຊີວິດ ມາຈາກສູນກັກຂັງຂອງຈີນເວົ້າເປັນພາສາຫວີເກີ້ວ່າ“ ຂ້ອຍບໍ່ເຄີຍຄຶດ ວ່າຂ້ອຍຊິໄດ້
ມາສະຫະລັດ. ຂ້ອຍຄຶດວ່າ ຖ້າຂ້ອຍໄດ້ມາອິຈິບ ຢ່າງໜ້ອຍຊີວິດຂ້ອຍກໍຈະປອດໄພ.”

ດ້ວຍກຳເໜີດຈາກຄອບຄົວມຸສລິມຫວີເກີ້ ໃນແຂວງຊິນຈຽງ ນາງມີຣິກຸລ ຕຸກຊຸນ ໄດ້
ມີຄວາມໄຝ່ຝັນ. ຜູ້ກ່ຽວໄດ້ເປັນນາງແບບ ໃນການໂຄສະນາທາງທີວີ ແລະກໍໄດ້ໄປເຮັດ
ວຽກ ໃຫ້ບໍລິສັດສົ່ງອອກຂອງຈີນ ຊຶ່ງໄດ້ອະນຸຍາດໃຫ້ນາງ ໄດ້ເດີນທາງໄປຫຼາຍປະ
ເທດມຸສລິມ. ໃນທີ່ສຸດ ນາງກໍໄດ້ອອກຈາກວຽກງານດັ່ງກ່າວ ໄປເຂົ້າມະຫາວິທະຍາ
ໄລໃນອິຈິບ ໄດ້ແຕ່ງງານ ແລະໄດ້ລູກຝາແຝດສາມຄົນ.ບັນຫາຂອງນາງໄດ້ເລີ້ມຂຶ້ນ
ເວລານາງກັບໄປບ້ານ ໃນປີ 2015 ໄປ ຢາມແມ່. ນາງກ່າວວ່າ “ຢູ່ເດິ່ນເຮືອບິນອູຣຸມ
ຈີ ເຂົາເອົາລູກສາມຄົນຂອງຂ້ອຍໜີໄປຈາກຂ້ອຍ. ເຂົາເອົາເທບມາຕິດປາກຂ້ອຍ
ໄວ້. ເອົາຖົງ ຖົງນຶ່ງຕັ້ງໃສ່ເທິງຫົວຂ້ອຍ. ໃສ່ກັບມືຂ້ອຍ ແລ້ວກໍເອົາຂ້ອຍຂຶ້ນລົດ ໄປສູນ
ກັກຂັງແຫ່ງນຶ່ງ.”

ສະຫະປະຊາຊາດລາຍງານວ່າ ພວກມຸສລິມ ໄດ້ຖືກບັງຄັບໃຫ້ປະຖິ້ມສາສະໜາຂອງ
ເຂົາເຈົ້າຢູ່ໃນສູນດັດສ້າງດັ່ງກ່າວ ແຕ່ພວກເຈົ້າໜ້າທີ່ຈີນ ປະຕິເສດວ່າ ນີ້ບໍ່ເປັນຄວາມ
ຈິງ. ນາງມິຣິກຸລອ້າງວ່າ ນາງໄດ້ຖືກທໍລະມານໂດຍເຈົ້າໜ້າທີ່ຈີນ ເພາະພວກເຂົາເຊື່ອ
ວ່າລາວເປັນນັກສືບ ແລະລາວ ກໍບໍ່ປະຖິ້ມສາສະໜາອິສລາມຂອງລາວ. ນາງມິຣິກຸລ
ເວົ້າວ່າ “ໃນລະຫວ່າງການທໍລະມານນັ້ນ ໃນເວລາທີ່ມັນໜັກໜ່ວງຫຼາຍ ຂ້ອຍທົນບໍ່
ໄຫວ ອົດບໍ່ໄດ້ ກໍເລີຍຮ້ອງອອກມາວ່າ ຢະ ອາລ່າ ແລ້ວພວກເຂົາກໍຮູ້.”

ມັນບໍ່ແມ່ນແຕ່ເລື້ອງການທໍລະມານທາງຮ່າງກາຍ ມັນແມ່ນທາງຈິດໃຈນຳ. ນາງວົ້າວ່າ
“ພວກເຂົາເວົ້າກັບຂ້ອຍແລະບອກຂ້ອຍວ່າ ‘ມື້ວານນີ້ແມ່ເຈົ້າຕາຍ ແລະພໍ່ເຈົ້າກໍຕາຍ.’ ດຽວນີ້ອ້າຍເອື້ອຍນ້ອງຂອງເຈົ້າຢູ່ຄຸກໝົດ ເຈົ້າອອກໄປນອກບໍ່ໄດ້ ຫົວຂອງລູກຊາຍເຈົ້າ
ແຕກ ແລ້ວລາວກໍຕາຍ ລູກສາວຂອງຈົ້າຢູ່ໂຮງໝໍ ແລະອາດຈະຕາຍຢູ່ຫັ້ນ ແລະເຈົ້າກໍ
ຈະຕາຍຄືກັນ.

ລາວຮູ້ວ່າ ຖ້າລາວຕາຍ ລູກຂອງລາວຈະເປັນຈັ່ງໃດ? ເພາະສະນັ້ນລາວຈຶ່ງໄດ້ບອກ
ເຈົ້າໜ້າທີ່ຈີນວ່າ ພວກລູກຂອງລາວເປັນສັນຊາດອິຈິບ ຖ້າພວກເຂົາເຈົ້າຖຶກກະທຳ
ຮ້າຍ ມັນຈະເປັນບັນຫາຢ່າງໃຫຽ່ ທາງດ້ານການທູດ.

ຫຼັງຈາກເຈົ້າໜ້າທີ່ຈີນໄດ້ຄົ້ນພົບ ເຫັນສັນຊາດຂອງລູກລາວແລ້ວ ພວກເຂົາເຈົ້າກໍຢາກໃຫ້ເຂົາໜີອອກປະເທດໄປ ແຕ່ພວກເຈົ້າໜ້າທີ່ອິຈິບໄດ້ຮຽກຮ້ອງວ່າ ຢາກພົບແມ່ຂອງເດັກນ້ອຍ. ເວລານາງ ມິຣິກຸລ ໃນທີ່ສຸດໄດ້ພົບເຈົ້າໜ້າທີ່ອິຈິບ ລາວກໍບອກເຂົາເຈົ້າວ່າ ລາວກໍເປັນສັນຊາດອິຈິບຄືກັນ. ອັນນັ້ນ ຈຶ່ງໄດ້ນຳໄປສູ່ການປ່ອຍໂຕຂອງລາວໃນປີກາຍນີ້ ແລະໃນທີ່ສຸດ ກໍໄດ້ມາເຖິງສະຫະລັດ. ດັ່ງນາງເວົ້າວ່າ

“ເວລາຢູ່ສູນກັກຂັງ ມັນມີແມ່ຍິງຫຼາຍຕໍ່ຫຼາຍຄົນ ພາກັນມີຄວາມປາດຖະໜາ ມີຄວາມໄຝ່
ຝັນ ແລະພວກເຂົາເຈົ້າຈະເຮັດຫຍັງ ຖ້າພວກເຂົາເຈົ້າໄດ້ອອກໄປ. ແລະຂ້າພະເຈົ້າໄດ້
ບອກຕົນເອງວ່າ ດຽວນີ້ໄດ້ອອກມາແລ້ວ ແລະກ່ອນຈະຕາຍ ຂ້າພະເຈົ້າຈະເປັນປາກ
ເປັນສຽງໃຫ້ພວກເຂົາເຈົ້າ ຂ້າພະເຈົ້າຈະຕ້ອງໃຫ້ແນ່ໃຈວ່າ ພວກເຂົາເຈົ້າຈະໄດ້ຍິນ.

ແລະດຽວນີ້ນາງກຳລັງເຮັດສິ່ງດັ່ງກ່າວຢູ່. ເມື່ອບໍ່ດົນນີ້ ມິຣິກຸລໄດ້ພົບພໍ້ກັບຜູ້ແທນສະ
ພາສະຫະລັດຫຼາຍທ່ານ ເພື່ອເລົ່າເລື້ອງຂອງນາງສູ່ພວກເພິ່ນຟັງ ແລະຂໍການສະໜັບ
ສະໜູນຈາກພວກເພິ່ນ ໃຫ້ຊ່ອຍເຫຼືອພວກຫວີເກີ້ມຸສລິມ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG