ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ Museveni ໄດ້ຮັບ 62 ເປີເຊັນ ຂອງການປ່ອນບັດ ໃນ ອູການດາ


Ugnada Election
please wait
Embed

No media source currently available

0:00 0:00:29 0:00

ຜົນ​ຂອງ​ການນັບ​ບັດ​ຄະ​ແນນ​ສຽງ​ທີ່​ຍັງ​ບໍ່​ທັນ​ເປັນ​ທາງ​ການແລະ
ມີ​ການຂັດ​ແຍ້​ງ​ ໃນການ​ເລືອກ​ຕັ້ງປະທານາທິບໍດີອູ​ການ​ດາ ສະ
​ແດງ​ໃຫ້​ເຫັນ​ວ່າທ່ານ Yoweri Museveni ​ທີ່ໄດ້ກຳ​ອຳນາດ​ມາ​
ໄດ້ 30 ປີ​ແລ້ວນັ້ນນຳ​ໜ້າ​ຢູ່​ດ້ວຍ​ຄະ​ແນນ​ສຽງເກືອບ 62 ​ເປິ​ເຊັນ​
ຂອງ​ການປ່ອນ​ບັດ. ການ​ນັບຄະ​ແນນ​ສຽງ​ຂັ້ນສຸດ​ທ້າຍ ຄາດ​ວ່າ
ຈະແລ້ວ​ໃນ​ວັນ​ເສົາ​ມື້​ນີ້.

ຕົວ​ເລກດັ່ງກ່າວ​ໄດ້ນຳ​ອອກ​ເຜີຍ​ແຜ່ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ກ່ອນ​ກຳ
ໜົດ​ເສັ້ນ​ຕາຍ ​ໃນ​ເວລາ 4 ​ໂມງ​ແລງ ດ້ວຍບັດ​ທີ່​ນັບໄປ​ແລ້ວ​ທັງ​
ໝົດ 83 ​ເປີ​ເຊັນ​.

ຜູ້​ທ້າ​ທາຍ​ຕໍ່ທ່ານ Museverni ທີ່ໄດ້​ຮັບ​ຄະ​ແນນ​ຫຼາຍທີ່​ສຸດກໍຄື ທ່ານ Kizza Besigye ​ໄດ້ຮັບ 34 ​ເປີ​ເຊັນ​ຂອງ​ການ​ປ່ອນ​ບັດ ​ແລະ ທ່ານ Amama Mbabazi ​ໄດ້ 1.5 ​ເປີ​ເຊັນ.

ຜົນການເລືອກຕັ້ງໃນວັນທີ 19 ກຸມພາ. 2016, 3 ໂມງຕອນແລງ.
ຜົນການເລືອກຕັ້ງໃນວັນທີ 19 ກຸມພາ. 2016, 3 ໂມງຕອນແລງ.

ສະຫະລັດ ພ້ອມ​ທັງບັນດາ​ຜູ້​ສັງ​ເກດ​ການ​ສາກົນອື່ນໆ ​ແລະ​ກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ທີ່​ມີ​ຊື່​ສຽງ ​ໄດ້ຕຳ​ໜິ​ຕິຕຽນ​ຂັ້ນຕອນການ​ເລື​ອກຕັ້ງຂອງ​ອູ​ການ​ດາ ​ໂດຍ ກ່າວ​ຫາ​ວ່າ ​ມີ​ຄວາມກົດ​ດັນ​ເກີນ​ໄປ ​ແລະ ​ໃນ​ບາງ​ກໍລະນີ​ໄດ້​ມີ​ການ​ໃຊ້​ກຳລັງເກີນ​ຂອບ​ເຂດ ​ໂດຍ​ກຳລັງຮັກສາ​ຄວາມ​ປອດ​ໄພ ຕໍ່​ບັນດາ​ຜູ້​ສະມັກ​ຝ່າຍ​ຄ້ານ ​ແລະພວກສະໜັບສະໜູນ​ເຂົາ​ເຈົ້າ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Right Watch ທີ່​ມີ​ສຳນັກງານ​ຢູ່​ສະຫະລັດ​ໃນ​ວັນ​ເສົາ​ມື້​ນີ້​ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ຄວາມ​ສາມາດ​ຂອງອູ​ການ​ດາ ທີ່​ຈະຈັດການ​ເລືອກ​ຕັ້ງ​ຢ່າງ​ເສລີ ​ແລະ​ທ່ຽງ​ທຳ ຕະຫລອດ​ທັງ​ສິດທິຂອງ​ຊາວອູ​ການ​ດາ ​ໃນ​ການ​ປາກ​ເວົ້າ ​ແລະໂຮມ​ຊຸມນຸມຢ່າງ​ເສລີ.

XS
SM
MD
LG