ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກເຄື່ອນໄຫວອູການດາ ກ່າວວ່າ ອະນາຄົດຂອງສື່ມວນຊົນ ຍັງບໍ່ແນ່ນອນ


ແຟ້ມພາບ - ພໍ່ຄ້າໜັງສືພິມ, ຂວາ, ເອົາໜັງສືພິມໃຫ້ຜູ້ຊື້ເບິ່ງ, ຊ້າຍ, ຢູ່ Ggabe ໃກ້ກັບນະຄອນຫຼວງກຳປາລາ ໃນອູການດາ, ວັນທີ 19 ກຸມພາ 2016
ແຟ້ມພາບ - ພໍ່ຄ້າໜັງສືພິມ, ຂວາ, ເອົາໜັງສືພິມໃຫ້ຜູ້ຊື້ເບິ່ງ, ຊ້າຍ, ຢູ່ Ggabe ໃກ້ກັບນະຄອນຫຼວງກຳປາລາ ໃນອູການດາ, ວັນທີ 19 ກຸມພາ 2016

ບົດ​ລາຍ​ງານ​ໃນ​ອູ​ການ​ດາ​ສະ​ແດງ​ໃຫ້​ເຫັນວ່າ ​ນັກ​ຂ່າວ​ຢູ່​ທີ່​ນັ້ນ ​ຕ້ອງປະ​ເຊີນໜ້າ​ກັບບັນ​ຫາທີ່​ຫຍຸ້ງ​ຍາກໃນປັດ​ຈຸ​ບັນ​ ແລະ​ອະ​ນາ​ຄົດ​ທີ່​ບໍ່​ແນ່ນອນ. ບັນດານັກເຄື່ອນໄຫວກ່າວວ່າ ໃນຂະນະທີ່ການລ່ວງລະເມີດ​ສິດ​ທິ​ມະ​ນຸດ ແລະການສິດທິ​ຂອງ​ພວກນັກຂ່າວໄດ້ຫຼຸດລົງເລັກນ້ອຍໃນປີກາຍນີ້, ພື້ນທີ່​ສຳ​ລັບສື່ມວນຊົນ ຍັງບໍ່ເປັນມິດ. ຮາລີມາ ອາທູມານີ (Halima Athumani) ລາຍງານຈາກນະຄອນຫຼວງກຳປາລາ (Kampala) ຂອງອູການດາ ຊຶ່ງ​ອາດ​ນາ​ສັກ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ເຄືອຂ່າຍສິດທິມະນຸດສໍາລັບນັກຂ່າວໄດ້ບັນທຶກ 94 ກໍລະນີການລະເມີດສິດທິ ແລະການລະເມີດຕໍ່ນັກຂ່າວ ແລະນັກປະຕິບັດງານສື່ມວນຊົນຂອງອູການດາ ໃນປີ 2022. ກໍລະນີທີ່ໄດ້ຖືກລາຍງານມານັ້ນ ແມ່ນກ່ຽວຂ້ອງກັບການທຳ​ຮ້າຍ​ຮ່າງ​ກາຍ, ການຈັບກຸມ ແລະກັກຂັງທີ່ຜິດກົດໝາຍ, ການປະຕິເສດຂໍ້ມູນ ແລະການລະເມີດທາງເພດ ຕໍ່ນັກຂ່າວຍິງ.

ລາຍ​ງານ​ເສລີພາບ​ດ້ານການ​ຂ່າວ​ປີ 2022 ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ອັງຄານ​ນີ້ ບໍ່​ໄດ້​ອະທິບາຍເຖິງ​ສະພາບ​ແວດ​ລ້ອມ ​ທີ່​ນັກ​ຂ່າວຕ້ອງ​ປະ​ເຊີນ​ໜ້າ​ຢູ່​ໃນ​ອູ​ການ​ດາ.

ບົດລາຍງານກ່າວວ່າ ສື່ມວນຊົນອູການດາ ກໍາລັງປະເຊີນໜ້າກັບ "ຄວາມເສື່ອມໂຊມທີ່ເພີ້ມຂຶ້ນ ຂອງປະຊາທິປະ ໄຕ ແລະລະບຽບກົດຫມາຍ ທີ່ເຮັດໃຫ້ນັກຂ່າວ ແລະຜູ້ປະຕິບັດງານສື່ມວນຊົນ ຈະເລີນເຕີບໂຕໄດ້ຍາກຫຼາຍ."

ທ່ານໂຣເບີຣ໌ທ ເຊັມເພລາ (Robert Sempala), ຜູ້ປະສານງານແຫ່ງຊາດຂອງເຄືອຂ່າຍສິດທິມະນຸດສໍາລັບນັກຂ່າວໃນອູການດາ, ກ່າວວ່ານັກຂ່າວຈໍານວນຫຼາຍປະຕິບັດການເຊັນເຊີຕົນເອງ ຍ້ອນຄວາມຢ້ານກົວວ່າ ຈະຖືກຈັບຫຼືຖືກລົບກວນ. ທ່ານໄດ້ກ່າວວ່າ:

"ແລະນັ້ນເຮັດໃຫ້ພວກເຮົາເວົ້າເຖິງຄວາມບໍ່ແນ່ນອນທີ່ເກີດຂື້ນອ້ອມຮອບສື່ມວນຊົນແທ້ໆ. ແລະນັ້ນແມ່ນອັນຕະລາຍທີ່ສຸດ. ເນື່ອງຈາກວ່າ, ມັນດີກວ່າທີ່ຈະຮູ້ວ່າຄວນຈະຄາດຫວັງຫຍັງ ແທນທີ່ຈະບໍ່ຮູ້. ເຊັ່ນ ຕົວຢ່າງວ່າ ເມື່ອຄົນທົ່ວໄປເວົ້າວ່າ, ພວກເຂົາຈະໄປຫາເຈົ້າ ແລະບໍ່ມີໃຜສາມາດປົກປ້ອງເຈົ້າໄດ້. ແນ່ນອນວ່າ ນັ້ນແມ່ນໄພຂົ່ມຂູ່ທີ່ເກີດຂຶ້ນກັບນັກຂ່າວທຸກຄົນ.”

ເພື່ອສະແດງໃຫ້ເຫັນເຖິງຄວາມເປັນສັດຕູ, ໜ້າປົກຂອງບົດລາຍງານມີຮູບພາບຂອງກຳລັງຮັກສາການປະທານາທິບໍດີ ເຕະນັກຂ່າວ ລໍເຣນສ໌ ກິຕາດຕາ (Lawrence Kitatta).

ທ່ານກິຕາດຕາ (Kitatta) ກ່າວ​ຕໍ່​ວີ​ໂອ​ເອວ່າ ຈື່​ໄດ້​ວ່າ ມື້​ຫຼັງ​ຈາກ​ເຫດການ​ດັ່ງກ່າວ ​ມີ​ໜັງ​ສື​ພິມ​ທ້ອງ​ຖິ່ນ The Daily Monitor ​ໄດ້​ພິມ​ຮູບ​ຂອງ​ລາວ​ລົງ​ໃນ​ໜ້ານຶ່ງ.

ລາວເວົ້າວ່າ ນັ້ນແມ່ນຊ່ວງເວລາທີ່ຊີວິດຂອງລາວໄດ້ຕ່າວປິ້ນໄປໃນທາງທີ່ຮ້າຍແຮງກວ່າເກົ່າ.

ທ່ານກິຕາດຕາ (Kitatta), ຜູ້ທີ່ໃນເວລານັ້ນ ໄດ້ເຮັດວຽກໃຫ້ຫນັງສືພິມຂອງລັດຖະບານ, ກ່າວວ່າບັນດາຫົວໜ້າຂອງໜັງສືພິມ ໄດ້ປະຕິຍານ​ວ່າ​ຈະປົກ​ປ້ອງລາວ ​ຈົນກວ່າພວກ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຂົ່ມຂູ່ ​ຈາກ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ທີ່​ບອກ​ໃຫ້ພວກເຂົາ​ເຈົ້າ​ຍົກ​ເລີກ​ເລື່ອງ​ດັ່ງກ່າວ.

ມັນຮ້າຍແຮງກວ່າເກົ່າສໍາລັບ ທ່ານ ກິຕາດຕາ (Kitatta), ຜູ້ທີ່ໃນເວລານັ້ນ, ໄດ້ຖືກມອບຫມາຍໃຫ້ຮັບຜິດຊອບກິດຈະກໍາຂອງພັກ National Unity Platform ເຊິ່ງເປັນພັກຝ່າຍຄ້ານທີ່ນໍາພາໂດຍນັກຮ້ອງ ໂບບີ ໄວນ໌ (Bobi Wine).

“ສິ່ງ​ທີ່​ບໍ່​ດີ​ທີ່​ມັນ​ເກີດ​ຂຶ້ນ​ເມື່ອ​ຂ້ອຍ​ໄດ້ຮັບຜິດຊອບວຽກ​ການ​ເຄື່ອນ​ໄຫວ​ທາງ​ການ​ເມືອງ​ຂອງ​ພັກຝ່າຍ​ຄ້ານ. ຂ້ອຍຄິດວ່າພວກເຂົາຕ້ອງການລົງໂທດຂ້ອຍສໍາລັບສິ່ງທີ່ຂ້ອຍກໍາລັງເຮັດ. ຊຶ່ງເປັນວຽກຂອງຂ້ອຍ. ມີຄວາມຢ້ານກົວ. ຂ້ອຍບໍ່ສະບາຍໃຈ, ຂ້ອຍປອດໄພ ຫຼືບໍ່. ຂ້ອຍບໍ່ຮູ້ວ່າແມ່ນຫຍັງຈະເກີດຂຶ້ນ. ຂ້ອຍຍ້າຍບ່ອນຢູ່ເພື່ອປອມຕົວຂ້ອຍເອງ, ປິດບັງເພື່ອ​ໃຫ້​ເຫັນວ່າ​ຂ້ອຍ​ເບິ່ງ​ແຕກ​ຕ່າງຈາກເກົ່າ. ຂ້ອຍບໍ່ສາມາດເຮັດວຽກຂອງຂ້ອຍໄດ້.”

ຕຳຫຼວດ​ບໍ່​ໄດ້​ໃຫ້ຄຳຕອບ​ຕໍ່​ຄຳ​ຮ້ອງ​ຂໍ​ໃຫ້ມີ​ຄຳ​ເຫັນ​ກ່ຽວ​ກັບ​ບົດ​ລາຍ​ງານ​ດັ່ງ​ກ່າວ.

ບົດ​ລາຍ​ງານ​ໄດ້​ອ້າງ​ເຖິງກອງກຳລັງ​ຕຳຫລວດ​ອູ​ການ​ດາວ່າ ​ເປັນ​ຜູ້​ລະ​ເມີດ​ສິດ​ເສລີ​ດ້ານ​ການຂ່າວ​ອັນ​ດັບ​ນຶ່ງ​ໃນ​ອູ​ການ​ດາ ​ເປັນ​ປີ​ທີ 14 ​ຕິດ​ຕໍ່​ກັນ​.

ແຕ່, ທ່ານສຕີເວນ ບາຊາລິຊາ (Steven Basaliza), ສະມາຊິກຂອງຄະນະກໍາມະສິດທິມະນຸດອູການດາ, ກ່າວວ່າ ຄະນະກໍາມາທິການ ໃນບໍ່ດົນມານີ້ ໄດ້ຟື້ນຟູກອງປະຊຸມປະຈໍາໄຕມາດກັບຫົວຫນ້າຂອງອົງການຄວາມປອດໄພທີ່ແຕກຕ່າງກັນ ເພື່ອຮັບປະກັນວ່າ ບໍ່ມີຄວາມຜິດພາດໃນເວລາທີ່ກອງກໍາລັງພົວພັນກັບປະຊາຊົນທົ່ວໄປ.

ບົດ​ລາຍ​ງານ​ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ຮັກສາ​ຄວາມ​ປອດ​ໄພ​ດຳເນີນການທາງ​ວິ​ໄນ ​ແລະ ລົງໂທດ​ບັນດາ​ພະນັກງານ ​ທີ່​ຖືກ​ກ່າວ​ຫາວ່າ​ລະ​ເມີດ​ສິດ​ຂອງ​ນັກ​ຂ່າວ.

ບົດ​ລາຍ​ງານ​ຍັງ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຍົກ​ເລີກ​ການ​ຫ້າມ​ໃຊ້​ເຟ​ສ​ບຸກ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2021.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG