ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອູການດາ ຍົກຍ້ອງ ການຜະລິດນ້ຳມັນ ແຕ່ພວກນັກວິຈານ ຍ້ານວ່າ ຈະສົ່ງຜົນເສຍຫາຍ ຕໍ່ສະພາບແວດລ້ອມ


ເຄຶ່ອງຈັກຂຸດເຈາະບໍ່ນ້ຳມັນ ຂອງບໍ່ນ້ຳມັນ ຄິງຟິສເຊີ (Kingfisher), ດຳເນີນງານໂດຍ ບໍລິສັດນ້ຳມັນນອກຝັ່ງທະເລແຫ່ງຊາດຈີນ ທີ່ເປັນລັດວິສາຫະກິດ ຫຼື CNOOC, ແມ່ນເຫັນໄດ້ຢູ່ທີ່ແຄມຝັ່ງຂອງທະເລສາບ ອາລເບີຕ ໃນເມືອງຄິກູອູເບ ທາງພາກຕາເວັນຕົກຂອງອູການດາ, ວັນທີ 24 ມັງກອນ 2023.
ເຄຶ່ອງຈັກຂຸດເຈາະບໍ່ນ້ຳມັນ ຂອງບໍ່ນ້ຳມັນ ຄິງຟິສເຊີ (Kingfisher), ດຳເນີນງານໂດຍ ບໍລິສັດນ້ຳມັນນອກຝັ່ງທະເລແຫ່ງຊາດຈີນ ທີ່ເປັນລັດວິສາຫະກິດ ຫຼື CNOOC, ແມ່ນເຫັນໄດ້ຢູ່ທີ່ແຄມຝັ່ງຂອງທະເລສາບ ອາລເບີຕ ໃນເມືອງຄິກູອູເບ ທາງພາກຕາເວັນຕົກຂອງອູການດາ, ວັນທີ 24 ມັງກອນ 2023.

ການຂຸດເຈາະບໍ່ນ້ຳມັນເພື່ອທາງການຄ້າແຫ່ງທຳອິດຂອງອູການດາ ໄດ້ເລີ້ມຂຶ້ນໃນອາທິດນີ້ ອັນເປັນສ່ວນນຶ່ງຂອງໂຄງການພັດທະນາບໍ່ນ້ຳມັນ ມູນຄ່າ 10 ຕື້ໂດລາ ແລະໂຄງການວາງທໍ່ໄປຫາແຄມຝັ່ງທະເລ ຂອງປະເທດແທນຊາເນຍ ທີ່ເປັນເລື້ອງນອງນັນກັນຢູ່ນີ້. ທາງການອູການດາ ກ່າວວ່າ ພວກເຂົາເຈົ້າ ໄດ້ແກ້ໄຂຄວາມເປັນຫ່ວງຕ່າງໆ ກ່ຽວກັບຜົນກະທົບຕໍ່ສະພາບແວດລ້ອມ ແລະການຍົກຍ້າຍປະຊາຊົນອອກຈາກພື້ນທີ່. ເຖິງຢ່າງໃດກໍຕາມ ພວກວິຈານ ກ່າວວ່າ ໄພອັນຕະລາຍທັງຫຼາຍ ໄດ້ຖືກລະເລີຍ. ຮາລີມາ ອາທູມານີ ມີລາຍງານຈາກນະຄອນຫຼວງກຳປາລາ ຂອງອູການດາ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະ ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອູການດາ ໄດ້ເລີ້ມເສັ້ນທາງການຜະລິດນ້ຳມັນຂອງຕົນ ໂດຍການເປີດທາງໃຫ້ເຄື່ອງຈັກຂຸດເຈາະ ໃນວັນອັງຄານຜ່ານມານີ້ ຢູ່ທີ່ບໍ່ນ້ຳມັນ ຄິງຟິສເຊີ ໃນເມືອງຄິກູອູເບ ທາງພາກຕາເວັນຕົກສຽງໃຕ້ ຂອງປະເທດ.

ບໍ່ນ້ຳມັນດັ່ງກ່າວ ດຳເນີນການໂດຍ ບໍລິສັດ ນ້ຳມັນນອກຝັ່ງທະເລແຫ່ງຊາດຈີນ ທີ່ເປັນລັດວິສາຫະກິດ ຫຼື CNOOC ທີ່ມີຄ່າໃຊ້ຈ່າຍປະມານ 2 ຕື້ໂດລາ ອັນເປັນສ່ວນນຶ່ງຂອງມູນຄ່າໂຄງການ 10 ຕື້ໂດລາ ເພື່ອພັດທະນານ້ຳມັນສຳຮອງຂອງອູການດາ ແລະການກໍ່ສ້າງທໍ່ນ້ຳມັນຜ່່ານໄປແທນຊາເນຍ.

ຫົວໜ້າອົງການນ້ຳມັນແຫ່ງອູການດາ ທ່ານເອີເນສຕ໌ ຣູບອນໂດ ກ່າວວ່າ ພວກເຂົາເຈົ້າ ຈະເຈາະນ້ຳມັນ 31 ທໍ່ ຢູ່ໃນບໍ່ນ້ຳມັນ ຄິງຟິສເຊີ ຫຼາຍເຖິງ 10 ​ທໍ່ກ່ອນຈະເລີ້ມທຳການຜະລິດ ພາຍໃນສອງປີ.

ທ່ານຣູບອນໂດ ບັນລະຍາຍວ່າ “ບໍ່ນ້ຳມັນ ຄິງຟິສເຊີ ກະປະມານໄດ້ວ່າ ມີນ້ຳ ມັນທັງໝົດ 560 ລ້ານຖັງໃນແຫ່ງດັ່ງກ່າວ. ນອກຈາກນີ້ ນ້ຳມັນ 190 ລ້ານຖັງ ແມ່ນຄາດກັນວ່າ ຈະຖືກຜະລິດຕະຫຼອດໄລຍະເວລາ 20 ຫາ 25 ປີ. ບໍ່ນ້ຳມັນແຫ່ງນີ້ ຄາດວ່າ ຈະມີການຜະລິດນ້ຳມັນສູງສຸດເຖິງ 40,000 ຖັງຕໍ່ມື້ ເປັນເວລາ 5 ປີ.”

ສ່ວນບໍ່ນ້ຳມັນ ທີເລັງກາ ຂອງອູການດາ ທີ່ດຳເນີນການໂດຍ ບໍລິສັດ TotalEngergies ຂອງຝຣັ່ງ ແມ່ນຄາດວ່າ ໃນທີ່ສຸດກໍຈະຜະລິດນ້ຳມັນຕື່ມອີກ 190,000 ຖັງຕໍ່ມື້.

ອູການດາ ຍັງຈະເລີ້ມຕົ້ນວາງທໍ່ນ້ຳມັນ ໄລຍະຍາວ 1,400 ກິໂລແມັດ ຜ່ານໄປທ່າເຮືອ ທັນກາ ຂອງແທນຊາເນຍ ຈາກແຫ່ງນີ້ ນ້ຳມັນຈະຖືກຂົນສົ່ງດ້ວຍກຳປັ່ນໄປຍັງຕະຫຼາດຕ່າງປະເທດທັງຫຼາຍ.

ເຈົ້າໜ້າທີ່ເອີ້ນໂຄງການວາງທໍ່ນ້ຳມັນດິບ ທາງພາກຕາເວັນອອກຂອງອາຟຣິກາ ເປັນການວາງທໍ່ນ້ຳມັນຍາວທີ່ສຸດຂອງໂລກ ທີ່ເປັນເລື້ອງຖົກຖຽງກັນຮ້ອນແຮງ ຊຶ່ງພວກວິພາກວິຈານ ກ່າວວ່າ ໄດ້ຍົກຍ້າຍຊາວບ້ານອອກຈາກຖິ່ນຖານ ແລະເປັນໄພຄຸກຄາມຕໍ່ສະພາບແວດລ້ອມ.

ບໍ່ນ້ຳມັນຄິງຟິສເຊີ ຕໍ່ຈາກຝັ່ງທະເລສາບ ອາລເບີຕ ເຂົ້າໄປໃນພື້ນທີ່ຂອງທະເລສາບ 3 ກິໂລແມັດ.

ພວກນັກເຄື່ອນໄຫວ ຢ້ານວ່າ ນ້ຳມັນອາດຈະຮົ່ວໄຫລເຂົ້າໄປໃນທະເລສາບ ຫຼື ຄຸ້ມບ້ານຕ່າງໆທີ່ຢູ່ໃກ້ຄຽງ ແລະຄຳຖາມກ່ຽວກັບສິ່ງເສດເຫຼືອຈາກໂຄງການ ຈະຖືກກຳກັບແນວໃດ.

ທ່ານດິກເກັນສ໌ ຄາມູກິຊາ ເປັນຜູ້ອຳນວຍການສະຖາບັນເພື່ອການປົກຄອງພະລັງງານຂອງອາຟຣິກາ ຫຼື AFIEGO ແລະເປັນກຸ່ມປຸກ​ລະ​ດົມທີ່ມີຫ້ອງການຕັ້ງຢູ່ໃນອູການດາ.

ທ່ານຄາມູກິຊາ ກ່ວວ່າ “ພວກເຮົາມີປະມານເຈັດຄະດີ ທີ່ທ້າທາຍຕໍ່ການປະເມີນຜົນກະທົບທາງດ້ານສະພາບແວດລ້ອມ ແລະ ສັງຄົມ. ແລະລັດຖະບານຂອງປະທານາທິບໍດີ ມູເຊເວີນີ ບໍ່ເອົາຫົວຊາ ເພື່ອຮັບປະກັນວ່າ ລະບົບຍຸຕິທຳ ປະຕິບັດງານ. ແລະຮັບຟັງ ແລະສະຫລຸບຄະດີເຫຼົ່ານັ້ນ. ສະນັ້ນ ສິ່ງທີ່ພວກເຮົາສາມາດເຮັດດີທີ່ສຸດ ແມ່ນແຈ້ງໃຫ້ຊາວອູການດາ ຮູ້ວ່າ ໂຄງການທັງຫຼາຍເຫຼົ່ານີ້ ແມ່ນມີຄວາມສ່ຽງ. ພວກມັນຈະສົ່ງຜົນກະທົບຕໍ່ກະສິກຳຂອງເຈົ້າ ພວກມັນຈະສົ່ງຜົນກະທົບຕໍ່ການປະມົງຂອງເຈົ້າ ພວກມັນຈະສົ່ງຜົນກະທົບຕໍ່ການທ່ອງທ່ຽວຂອງເຈົ້າ ພວກມັນຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງເຈົ້າ.”

ພວກເຈົ້າໜ້າທີ່ອູການດາ ກ່າວວ່າ ການຍົກຍ້າຍຊາວບ້ານອອກຈາກຖິ່ນຖານ ໄດ້ຖືກຊົດເຊີຍ ແລະເນັ້ນໜັກໃຫ້ພວກເຂົາເອົາມາດຕະການຢ່າງເຂັ້ມງວດ ເພື່ອປົກປ້ອງສະພາບແວດລ້ອມ.

ທ່ານນາງຣຸຕ ນານກາເບີວາ ເປັນລັດຖະມົນຕີຮັບຜິດຊອບພະລັງງານ ແລະການພັດທະນາແຮ່ທາດຂອງອູການດາ.

ທ່ານນາງ ນານກາເບີວາ ກ່າວວ່າ “ພວກເຮົາເຮັດໃຫ້ແນ່ໃຈວ່າ ພວກເຮົາຈະແກ້ໄຂທຸກບັນຫາ ກ່ຽວກັບທຸກຂໍ້ບັງຄັບຂອງນານາຊາດ. ເພາະວ່າ ພວກເຮົາຮູ້ດີວ່າ ບໍ່ແມ່ນໝົດທຸກຄົນຫວັງດີຕໍ່ອູການດາ. ທີ່ວ່າ ບໍ່ແມ່ນໝົດທຸກຄົນຫວັງດີຕໍ່ອາຟຣິກາ. ສະນັ້ນ ພວກເຮົາຈະຂຸດເຈາະ ໂດຍຮູ້ດີວ່າ ພວກເຮົາໄດ້ປົກປັກຮັກສາທຳມະຊາດ ສຸຂະພາບ ແລະບັນຫາດ້ານຄວາມປອດໄພ.”

ອູການດາ ກະປະມານວ່າ ຕົນມີນ້ຳມັນດິບ 6 ພັນ 5 ຮ້ອຍລ້ານຖັງ ພາຍໃຕ້ທະເລສາບ ແຕ່ພຽງ 1 ພັນ 4 ຮ້ອຍລ້ານຖັງ ແມ່ນເຊື່ອກັນວ່າ ສາມາດຂຸດ​ຄົ້ນໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG