ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອູການດາ ກ່າວຫາ ນັກຂ່າວ 8 ຄົນ ຂາຍຊາຍ


ຊາວອູການດາ ອ່ານໜັງສືພິມ ເຣດເພັບເປີ້ ທີ່ນະຄອນຫຼວງ ກຳປາລາ. (25 ກຸມພາ 2014)
ຊາວອູການດາ ອ່ານໜັງສືພິມ ເຣດເພັບເປີ້ ທີ່ນະຄອນຫຼວງ ກຳປາລາ. (25 ກຸມພາ 2014)

ເຈົ້າໜ້າທີ່ອູການດາ ໄດ້ຈັບນັກຂ່າວອະວຸໂສ 8 ຄົນ ຂອງໜັງສືພີມລະດັບຊາດ ໝາກ
ເພັດແດງ ຫຼືເຣດເພັບເປີ້ ແລະກ່າວຫາພວກເຂົາເຈົ້າວ່າຂາຍຊາດ.

ຕຳຫຼວດໄດ້ບຸກເຂົ້າໄປໃນສຳນັກງານຂອງໜັງສືພິມເອກກະຊົນພາສາອັງກິດດັ່ງກ່າວ ທີ່ນະຄອນຫຼວງກຳປາລາ ໃນຕອນແລງວັນອັງຄານອາທິດນີ້ແລະໄດ້ຈັບກຸມພວກນັກ
ຂ່າວ ທີ່ຕຳຫຼວດກ່າວຫາວ່າ ພິມເຜີຍແຜ່ລາຍງານຂ່າວທີ່ບໍ່ຖືກຕ້ອງໃນມື້ກ່ອນ.

ລາຍງານຂ່າວ ຊຶ່ງໄດ້ອ້າງແຫຼ່ງຂ່າວທີ່ຂໍສະຫງວນຊື່ດັ່ງກ່າວ ເວົ້າວ່າ ປະທານາທິບໍດີ
ອູການດາ ທ່ານຢາວເວີຣີ ມູເຊວີນີ ໄດ້ວາງແຜນທີ່ຈະໂຄ່ນລົ້ມປະທານນາທິບໍດີຣວັນ
ດາ ທ່ານພອລ ກາກາເມ.

ນອກຈາກຂໍ້ຫາຂາຍຊາດແລ້ວ ພວກນັກຂ່າວຍັງໄດ້ຖືກກ່າວຫາ ໃຊ້ການສື່ສານໂຈມ
ຕີບຸກຄົນອື່ນແລະພິມເຜີຍແຜ່ຂໍ້ມູນທີ່ສ້າງຄວາມເສຍຫາຍໃຫ້ແກ່ຄວາມໝັ້ນຄົງແຫ່ງ
ຊາດ ອີງຕາມຄຳເວົ້າຂອງໂຄສົກຕຳຫຼວດທ່ານເອມີລີອານ ກາຢິມາ ທີ່ກ່າວຕໍ່ອົງການ ຂ່າວຣອຍເຕີ້.

ທ່ານກາຢີມາ ບໍ່ໄດ້ແຈ້ງໃຫ້ຊາບວ່າ ເວລາໃດພວກນັກຂ່າວເຫຼົ່ານີ້ຈຶ່ງຈະໄປປາກົດໂຕ
ຢູ່ສານ.

ຄະນະກຳມະການປົກປ້ອງນັກຂ່າວຫຼືຊີພິເຈຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ສະຫະລັດຮຽກ
ຮ້ອງໃຫ້ອູການດາປ່ອຍໂຕບຸກຄົນທັງ 8 ໃນທັນທີ.

ທ່ານນາງແອງກີລາ ກິນຕາລ ຜູ້ປະສານງານໂຄງການຂອງອົງການຊີພີເຈໃນເຂດອາ
ຟຣິກາ ກ່າວຈາກສຳນັກງານຂອງອົງການທີ່ນະຄອນນິວຢອກວ່າ “ອູການດາພວມພະ ຍາຍາມທີ່ຈະຂົ່ມຂູ່ ພວກນັກຂ່າວແລະພະນັກງານ ຂອງໜັງສືພິມເຣດເພັບເປີ້ ໃຫ້ມິດ
ງຽບ ດ້ວຍການຈັບກຸມ ແລະບຸກເຂົ້າໄປກວດຄົ້ນ. ການລາຍງານຂ່າວ ກ່ຽວກັບເລື່ອງ
ການເມືອງ ບໍ່ແມ່ນການກໍ່ອາຊະຍາກຳ. ພວກນັກຂ່າວໃນອູການດາຕ້ອງສາມາດລາຍ
ງານ ໂດຍປາດສະຈາກຄວາມຢ້ານກົວທີ່ຈະໄດ້ຮັບການຕອບໂຕ້.”

ສື່ມວນຊົນທ້ອງຖິ່ນ ຮວມທັງໜັງສືພິມເຣດເພັບເປີ້ ໄດ້ລາຍງານ ໃນເດືອນນີ້ ກ່ຽວກັບ
ຄວາມເຄັ່ງຕຶງ ລະຫວ່າງອູການດາ ແລະຣວັນດາ ທີ່ເປັນເພື່ອນບ້ານ ຍ້ອນມີການຂັດ
ແຍ້ງ ໃນດ້ານເສດຖະກິດ ແລະຄວາມໝັ້ນຄົງ ກະຊວງຕ່າບປະເທດຂອງອູການດາບໍ່ ໄດ້ໃຫ້ຄວາມສຳຄັນຕໍ່ລາຍງານຂ່າວເຫຼົ່ານີ້ ໂດຍເວົ້າວ່າ ເປັນຂ່າວລື ແລະຢືນຢັດວ່າ
ຄວາມສຳຄັນລະຫວ່າງປະເທດທັງສອງບໍ່ມີບັນຫາໃດໆເລີຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG