ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ສະຫະລັດ ອາຣັບ ເອເມີເຣັສ 4 ຄົນ ເສຍຊີວິດ ຢູ່ ເຢເມນ


ແຂວງ Bayda, Shabwa ແລະ Abyan ຂອງເຢເມນ.
ແຂວງ Bayda, Shabwa ແລະ Abyan ຂອງເຢເມນ.

ອົງການ​ຂ່າວ​ຂອງ​ລັດຖະບານ ສະຫະລັດ ອາຣັບ ​ເອ​ເມີ​ເຣັສ ​ແຈ້ງວ່າ ທະຫານ​ຂອງ​ຕົນ
4 ຄົນ​ໄດ້​ເສຍ​ຊີວິດ ​ຍ້ອນ​ອຸບັດ​ຕິ​ເຫດ​ເຮືອບິນ​ເຮຣີຄອບ​ເຕີ້ຕົກ ​ໃນປະ ​ເທດ​ເຢ​ເມນ.

ອົງການ​ຂ່າວ WAM ລາຍ​ງານ​ໃນ​ຕອນ​ເຊົ້າວັນ​ເສົາ​ມື້ນີ້ວ່າ ພວກ​ທະຫານ​ຈຸ​ດັ່ງກ່າວ​ໄດ້
​ເຂົ້າຮ່ວມ​ ໃນ​ການກວດ​ລ້າງທີ່ນຳພາ​ໂດຍ​ຊາ​ອຸ​ດີ ອາຣາ​ເບຍ ທີ່​ແນ​ເປົ້າໝາຍ​ໃສ່​ພວກ​
ກະບົດ​ຊີ​ໄອ​ທ໌ ​ໃນ​ປະ​ເທດ​ເຢ​ເມນ.

ອົງການ​ຂ່າວ WAM ​ແຈ້ງວ່າ ອຸບັດ​ຕິ​ເຫດ​ເຮືອບິນ​ເຮຣີຄອບ​ເຕີ້ຕົກ ​ເກີດ​ຂຶ້ນທີ່​ແຂວງ
Shabwa ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ​ເຢ​ເມນ ບ່ອນ​ທີ່​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະ
ຫະລັດ ​ໄດ້​ແນ່​ເປົ້າໝາຍ​ໃສ່​ເຄືອ​ຂ່າຍ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ອາລກາອີ​ດາ​ຢູ່​ໃນ​ທ້ອງ​ຖິ່ນ.

​ກຳລັງຂອງແນວ​ໂຮມ ພາຍ​ໃຕ້​ການ​ນຳພາ​ ຂອງ​ຊາ​ອຸ​ດີ ພວມ​ສູ້​ລົບ​ກັບ ​ພວກ​ກະ ບົດ
Houthi ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງຈາກ​ອີຣ່ານ ທັງ​ທາງ​ອາກາດ​ແລະ​ທາງ​ພາກພື້ນດິນ.

ພວກ​ກະບົດ​ ໄດ້​ເຂົ້າຍຶດນະຄອນຫຼວງ Sana’a ​ໃນ​ປີ 2015 ​ໂດຍ​ບັງຄັບ​ໃຫ້​ລັດຖະ
ບານ​ເຢ​ເມນ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ ​ຈາກ​ນາໆ​ຊາດ ຕ້ອງ​ໄດ້​ໄປ​ລີ້​ໄ​ພ ຢູ່ຊາ​ອຸ​ດີ ອາ
ຣາ​ເບຍ ກ່ອນ​ທີ່​ຈະ​ກັບ​ຄືນ​ມາຕັ້ງ ຢູ່​ເມືອງ​ທ່າ​ເອ​ເດັນ ຂອງ​ເຢ​ເມນ.

​ເຈົ້າໜ້າ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ ກ່າວ​ເມື່ອ​ໄວໆ​ມານີ້ວ່າ 80 ​ເປີ​ເຊັນ​ຂອງປະຊາ
ຊົນ​ຊາວ​ເຢ​ເມນແມ່ນ​ພວມ​ຕ້ອງການ​ຄວາມ​ຊ່ອຍ​ເຫຼືອ​ທາງ​ດ້ານ​ອາຫານ ນ້ຳ​ສະອາດ
​ແລະ​ຢາ​ປົວ​ພະຍາດ. ການລະ​ບາດ​ຂອງ​ໂຣກອະຫິວາ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ
ຫຼາຍກວ່າ 1,700 ຄົນ ນັບ​ແຕ່​ເດືອນ​ເມສາ​ເປັນຕົ້ນມາ​ແລະຫຼາຍ​ກວ່າ 320,000 ຄົນ
ສົງ​ໄສ​ວ່າ​ໄດ້​ຕິດ​ເຊື້ອພະຍາດ​ດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG