ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸດ ລະຫວ່າງເຈົ້າໜ້າທີ່ ຂອງສະຫະລັດ ແລະ ສປປ ລາວ


ພາບລວມ ຈາກການປະຊຸມກ່ຽວກັບວຽກງານຕ້ານການຄ້າມະນຸດ ລະຫວ່າງເຈົ້າໜ້າທີ່ ຂອງສະຫະລັດ ແລະ ສປປ ລາວ.
ພາບລວມ ຈາກການປະຊຸມກ່ຽວກັບວຽກງານຕ້ານການຄ້າມະນຸດ ລະຫວ່າງເຈົ້າໜ້າທີ່ ຂອງສະຫະລັດ ແລະ ສປປ ລາວ.

ຫ້ອງການຕິດຕາມ ແລະຕ້ານການຄ້າມະນຸດ ຂອງສະຫະລັດອາເມຣິກາ ພົບປະ ກັບກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຂອງ ສປປ ລາວ ໃນກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸດ

ຮອງທ່ານທູດ ແຊ່ເນິນ ແຟໂຣ ຈາກສະຖານທູດສະຫະລັດ ປະຈໍາ ສປປ ລາວ ແລະ ທ່ານພັນເອກ ລັດສະໝີ ໄຊຍະຄໍາ, ຫົວໜ້າກົມຕໍາຫຼວດສະກັ້ດກັ້ນ ແລະ ຕ້ານການຄ້າມະນຸດ ທັງເປັນຫົວໜ້າຫ້ອງການກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ເປັນປະທານຮ່ວມ ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸດ ໃນວັນທີ 17 ມີນາຜ່ານ​ມາ. ​ການ​ພົບ​ປະດັ່ງກ່າວ ປະກອບດ້ວຍການນໍາສະເໜີກ່ຽວກັບບົດລາຍງານການຄ້າມະນຸດ ຈາກ ຫ້ອງການຕິດຕາມ ແລະຕ້ານການຄ້າມະນຸດ ຂອງສະຫະລັດຢູ່ນະ​ຄອນວໍຊິງຕັນ ດີຊີ ແລະພາບລວມການຄ້າມະນຸດ ແລະ ຄວາມຄືບໜ້າວຽກງານການຕ້ານການຄ້າມະນຸດ ຢູ່ ສປປ ລາວ ນໍາສະເໜີໂດຍກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ.

ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບ ວຽກງານຕ້ານການຄ້າມະນຸດ ແມ່ນກິດຈະກໍາທໍາອິດ ທີ່ສະຖານທູດ ແລະ ກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດຮ່ວມກັນ ແລະ ເພື່ອຕອບຂໍ້ສະເໜີ ທີ່ຕ້ອງການໃຫ້ສະຖານທູດ ສະໜອງຂໍ້ມູນກ່ຽວກັບການລວບລວມຂໍ້ມູນເພື່ອເຮັດບົດລາຍງານການຄ້າມະນຸດ ແລະ ການສ້າງຄໍາແນະນໍາບົດລາຍງານການຄ້າມະນຸດ ສໍາລັບ ສປປ ລາວ.

ຮອງທ່ານທູດແຊ່ເນິນ ແຟໂຣ ກ່າວວ່າ: ການຢຸດຕິການຄ້າມະນຸດ ຍັງແມ່ນບູລິມະສິດສໍາລັບສະຫະລັດອາເມຣິກາ. ສືບຕໍ່ເນື່ອງຈາກການຕອບໂຕ້ ແລະຄວາມພະຍາຍາມ ທີ່ສະແດງໃຫ້ເຫັນໃນປີທີ່ຜ່ານມາ ຂ້າພະເຈົ້າ ເຊື່ອໝັ້ນວ່າ ລັດຖະ ບານ ສປປ ລາວ ພ້ອມດ້ວຍ ບັນດາຄູ່ຮ່ວມພັດທະນາ ສາມາດສືບຕໍ່ເຮັດວຽກຫຼາຍຂຶ້ນ ໃນປີ 2023 ແລະ ປີຕໍ່ໆໄປ. ສະຫະລັດອາເມຣິກາ ມີຄວາມມຸ້ງໝັ້ນສະໜັບສະໜູນ ສປປ ລາວ ໃນຄວາມພະຍາຍາມນີ້.

ໃນປີ 2022, ຄໍາແນະນໍາບົດລາຍງານການຄ້າມະນຸດ ສໍາລັບ ສປປ ລາວ ປະກອບດ້ວຍ ການສືບຕໍ່ຄວາມພະຍາຍາມໃນການເຜີຍແຜ່ ແລະ ຈັດຕັ້ງປະ ຕິບັດ ແລະ ຝຶກອົບຮົມບັນດາຕໍາຫຼວດ ແລະ ເຈົ້າໜ້າທີ່ຊາຍແດນ ຄູ່ມືການປົກປ້ອງ ຊ່ວຍເຫຼືອ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ເພີ່ມທະວີຄວາມພະຍາຍາມໃນການກຳນົດຕົວຢ່າງຕັ້ງໜ້າ ແລະ ການໃຫ້ບໍລິການປົກປ້ອງຜູ້ຊາຍ ແລະ ເດັກນ້ອຍຊາຍ ແລະ ຜູ້ຖືກເຄາະຮ້າຍ LGBTQI+ ທີ່ຕົກເປັນຜູ້ຖືກເຄາະຮ້າຍຈາກການບັງຄັບໃຊ້ແຮງງານ ແລະ ການຄ້າປະເວນີ ແລະ ເພີ່ມການສອບສວນ-ສືບສວນ ການດໍາເນີນຄະດີ ແລະ ຕັດສິນໂທດຄະດີ. ນີ້ແມ່ນບາງຈໍານວນຂອງຄໍາແນະນໍາ.

ສະຫະລັດອາເມຣິກາ ໄດ້ປະກອບສ່ວນຫຼາຍກວ່າ 10 ລ້ານໂດລາ ເຂົ້າໃນວຽກງານສະກັດກັ້ນການຄ້າມະນຸດ ໃນ ສປປ ລາວ. ຫ້ອງການຕິດຕາມ ແລະຕ້ານການຄ້າມະນຸດ ໄດ້ມາຢ້ຽມຢາມ ສປປ ລາວ ເພື່ອມາພົບປະກັບກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແລະ ລົງຢ້ຽມຢາມພາກສະໜາມ ກັບບັນດາອົງການຈັດຕັ້ງທີ່ໄດ້ຮັບທຶນ ທີ່ເຮັດວຽກກ່ຽວກັບວຽກງານຕ້ານການຄ້າມະນຸດ ຢູ່ ສປປ ລາວ.

U.S. Office to Monitor and Combat Trafficking in Persons Meets with Anti-Human Trafficking Secretariat of Lao PDR for Trafficking in Persons Learning Event

VIENTIANE, LAO PDR —Embassy Vientiane Deputy Chief of Mission, Shannon Farrell and Police Colonel Latsamy Xayakham, Director General of Anti Human Trafficking Department, Head of the Office, National Secretariat on Anti Human Trafficking co-chaired a Trafficking in Persons (TIP) Learning Event for in Vientiane on March 17. The event included a presentation on the U.S. TIP report from the U.S. Office to Monitor and Combat Trafficking in Persons (TIP) in Washington D.C and overview of TIP situation in Lao PDR presented by a representative from the Anti-Human Trafficking Secretariat.

The TIP Learning Event was the first event of its kind between the embassy and the Anti-Human Trafficking Secretariat and fulfilled a request made to the embassy to provide the Secretariat with information about the compilation of the U.S. TIP Report and the development of Prioritized Recommendations for Laos.

“Ending trafficking in persons continues to be a priority for the United States. Building on the responsiveness and efforts shown in the last year, I am confident that the Government of Lao PDR, together with development partners can do more in 2023 and beyond. The United States is committed to supporting Lao PDR in this effort,” said DCM Shannon Farrell.

In 2022, the U.S. TIP Report Prioritized Recommendations for Laos included continued dissemination and training for police and border officials on the national victim protection and guidelines, proactive screening for trafficking indicators among vulnerable groups, increased efforts to proactively identify and provide protection services to men, boys, and LGBTQI+ victims of forced labor and sex

trafficking, and increasing the number of investigations, prosecutions, and convictions, among other recommendations.

The United States has contributed over $10 million dollars to combat TIP in Lao PDR. The Office to Monitor and Combat Trafficking in Persons visited Lao PDR to meet with the Secretariat for Anti-Human Trafficking and to conduct site visits with TIP grantee organizations working on TIP in Lao PDR.

XS
SM
MD
LG