ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍຸດທະສາດໃໝ່ຂອງສະຫະລັດ ເຮັດໃຫ້ຢູໂຣບ ຕ້ອງປ່ຽນແນວຄິດ ດ້ານການປ້ອງກັນ ຂອງຕົນໃໝ່ (ເບິ່ງວີດີໂອລາວ/ອັງກິດ)


ຍຸດທະສາດໃໝ່ຂອງສະຫະລັດ ເຮັດໃຫ້ຢູໂຣບ ຕ້ອງປ່ຽນແນວຄິດ ດ້ານການປ້ອງກັນ ຂອງຕົນໃໝ່ (ເບິ່ງວີດີໂອລາວ/ອັງກິດ)
ຍຸດທະສາດໃໝ່ຂອງສະຫະລັດ ເຮັດໃຫ້ຢູໂຣບ ຕ້ອງປ່ຽນແນວຄິດ ດ້ານການປ້ອງກັນ ຂອງຕົນໃໝ່ (ເບິ່ງວີດີໂອລາວ/ອັງກິດ)

ເວລາປະທານາທິບໍດີ ໂອບາມາ ອອກມາປະກາດແຜນຍຸດທະສາດດ້ານການປ້ອງກັນໃໝ່ ຂອງສະຫະລັດຢູ່ໃນໂລກ ໃນເດືອນມັງກອນຜ່ານມານີ້ ທ່ານໄດ້ເນັ້ນໜັກໃສ່ໃນຂົງເຂດເອ ເຊຍ ແລະສຸມການຕັດສິນໃຈດ້ານງົບປະມານຂອງທ່ານ ໃສ່ການພັດທະນາສະມັດຖະພາບ ທາງອາກາດທະເລ ແລະຄວາມສາມາດໃນການປະຕິບັດການພິເສດ ທີ່ວ່າເໝາະສົມທີ່ສຸດ ຕໍ່ໄພຂົ່ມຂູ່ດ້ານຄວາມໝັ້ນຄົງ ທີ່ອາດມີຂຶ້ນໄດ້ຢູ່ໃນຂົງເຂດດັ່ງກ່າວ ແລະນັ້ນໄດ້ກໍ່ໃຫ້ເກີດ ມີຄໍາຖາມບາງຢ່າງຂຶ້ນມາ ກ່ຽວກັບຄວາມໝັ້ນຄົງຂອງພາກພື້ນຢູໂຣບ ບ່ອນທີ່ສະຫະລັດ ໄດ້ເປັນພາຄີໃຫຍ່ໃນດ້ານການປ້ອງກັນນັ້ນ. ຜູ້ສື່ຂ່າວວີໂອເອ ອາລ ແພສສິນ ມີລາຍງານ ມາຈາກລອນດອນ ຊຶ່ງທອງປານຈະນໍາມາສະເໜີທ່ານ.

ເບິ່ງວີດີໂອ ລາຍງານພາສາລາວ:

ການ​ມອບ​ໂອນ​ຕໍາ​ແໜ່​ງຜູ້​ບັນຊາ​ການ​ກອງທັບ​ບົກ​ຂອງສະຫະລັດ​ຢູ່​ໃນພາກ​ພື້ນ​ຢູ​ໂຣບ​ເມື່ອ​ເດືອນ​ຜ່ານ​ມາ​ນັ້ນ ​ໄດ້​ເປັນ​ໄປ​ຢ່າງ​ມີ​ພິທີ​ຮີ​ຕອງ​ແລະເຄ່ງ​ຂຶມ​ຕາມ​ປົກກະຕິ. ​ແຕ່​ຜູ້​ບັນຊາ​ການ​ຄົນ​ໃໝ່​ຮູ້​ດີ​ວ່າສ່ວນ​ນຶ່ງ​ຂອງ​ພາລະກິດຂອງ​ ທ່ານ​ກໍ​ຄື ການ​ຕັດ​ຈໍານວນທະຫານ​ພົນ​ລົບລົງ​ເຄິ່ງນຶ່ງ. ​ແຜນ​ຍຸ​ທະ​ສາດ​ປ້ອງ​ກັນ​ປະ​ເທດ​ຊຸດ​ໃໝ່ ຂອງ​ປະທານາທິບໍດີ​ໂອ​ບາ​ມາ ສໍາລັບ​ຢູ​ໂຣບ ​ແມ່ນ​ກໍານົດໃຫ້​ຍົກຍ້າຍໜ່ວຍລົບ​ສອງ​ກອງ​ພົນນ້ອຍ ຂອງ​ຈໍານວນ​ສີ່​ກອງ​ພົນ​ທີ່ປະ​ຈໍາ​ຢູ່​ໃນ​ພາກ​ພື້ນ​ຢູ​ໂຣບນັ້ນ ອອກ​ໄປ.

ພ້ອມ​ກັບ​ງົບປະມານ​ປ້ອງ​ກັນ​ປະ​ເທດ​ຂອງ​ສະຫະລັດ​ຖືກ​ປະຢັດ​ຮັດ​ເຄ່ງ​ຂຶ້ນອີກ​ນັ້ນ ​ແຜນ​ຍຸ​ດ
ທະ​ສາດໃໝ່ແມ່ນໃຫ້​ສຸມ​ໃສ່​ການ​ເສີມ​ສ້າງ​ສະມັດຖະພາບ ທາງ​ທະ​ເລ​ແລະ​ທາງ​ອາກາດ ທີ່​
ເຫັນ​ວ່າ​ເໝາະ​ສົມຫລາຍ​ກວ່າ​ສໍາລັບ​ພື້ນ​ທີ່ອັນ​ກ້ວາງ​ໃຫຍ່​ໄພສານ​ຂອງ​ຂົງ​ເຂດ​ເອ​ເຊຍ ​ແລະ
ມະຫາສະມຸດ​ປາຊິ​ຟິກແລະສຸມ​ໃສ່​ການ​ເສີມ​ສ້າງ​ກໍາລັງພິ​ເສດ ສໍາລັບ​ການ​ປະຕິບັດ​ງານ​ຕ້ານ
ຢັນພວກ​ກໍ່​ການ​ຮ້າຍ.

ປະທານາທິບໍດີ Barack Obama ຖະແຫລງກ່ຽວ ກັບຍຸດທະສາດໃໝ່ດ້ານການປ້ອງກັນ ທີ່ທໍານຽບ 5 ແຈ, ວັນທີ 5 ມັງກອນ 2012.
ປະທານາທິບໍດີ Barack Obama ຖະແຫລງກ່ຽວ ກັບຍຸດທະສາດໃໝ່ດ້ານການປ້ອງກັນ ທີ່ທໍານຽບ 5 ແຈ, ວັນທີ 5 ມັງກອນ 2012.

ສະຫະລັດ​ໄດ້​ດໍາ​ເນີນ​ການຫລາຍສົມຄວນ ​ເພື່ອ​ໃຫ້​ຄວາມ​ໝັ້ນ​ໃຈ​ຄືນ​ໃໝ່ແກ່ ພວກ​ພັນທະ​ມິດ​ໃນພາກ​ພື້ນ​ຢູ​ໂຣບ ວ່າ​ຄວາມ​ໝັ້ນ​ໝາຍ​ຂອງສະຫະລັດ​ຕໍ່​ຄວາມ​ໝັ້ນຄົງ​ຂອງເຂົາ​ເຂົ້ານັ້ນ ​ຍັງ​ຄົງ​ເຂັ້ມ​ແຂງ​ຢູ່​ຄື​ເກົ່າ ​
ໂດຍ​ກ່າວ​ວ່າ ສະຫະລັດ​ຈະ​ສັບ​ປ່ຽນ​ກໍາລັງ​
ທະຫານຢູ່​ທົ່ວ​ຢູ​ໂຣບ ສໍາລັບ​ການ​ເຝິກອົບ​
ລົມ ​ແລະກໍ​ໄດ້​ສົ່ງທ່ານລີ​ອອນ ພາ​ແນ​ດຕ້າ
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ
ແລະ​ທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ ລັດຖະ
ມົນຕີ​ຕ່າງປະ​ເທດ​ ໄປ​ຮ່ວມ​ກອງ​ປະຊຸມ​ວ່າ
ດ້ວຍຄວາມ​ໝັ້ນຄົງ​ບັ້ນ​ນຶ່ງ ທີ່​ປະ​ເທດ​ເຢຍ
ຣະມັນ.

ລັດຖະມົນ​ປ້ອງ​ກັນ​ປະ​ເທດ ພາ​ແນ​ດຕ້າ ​ໄດ້​ນໍາ​ເອົາ​ຂໍ້ຄວາມແບບ​ດຽວ​ກັນ ​ໄປຖະ​ແຫລ​ງຕໍ່
ກອງ​ປະ​ຊຸມ​ຄະນະ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ທີ່​ກອງ​ບັນຊາ​ການ​ເນ​ໂຕ້ຢູ່ນະຄອນຫລວງ
Brussels ປະ​ເທດ​ເບ​ລຢ້ຽມ. ພວກເຈົ້າໜ້າ​ທີ່​ສະຫະລັດ​ຮູ້​ດີ​ວ່າ​ ຍັງ​ມີ​ໄພ​ຂົ່ມຂູ່​ທີ່​ອາດ​ເປັນ​
ໄປໄດ້​ຕໍ່​ຄວາມ​ໝັ້ນຄົງ​ນັ້ນ​ຢູ່ ຢູ່​ໃນ​ພາກ​ພື້ນ​ຢູ​ໂຣບ ອັນ​ໂຮມ​ທັງ​ໂຄງການ​ລູກ​ສອນ​ໄພ​ແລະ
ນີວເຄລຍຂອງ​ອິຣ່ານ ​ແຕ່​ນັ້ນ​ມັນ​ບໍ່​ແມ່ນ​ໄພ​ຂົ່ມຂູ່ແບບທີ່ຈະ​ຕ້ອງໄດ້​ຕອບ​ໂຕ້​ດ້ວຍ​ກໍາລັງ
ພາກ​ພື້ນ​ດິນ.

ທ່ານ Anders Fogh Rasmussen ​ເລຂາທິການ​ອົງການ​ເນ​ໂຕ້ ກ່າວ​ວ່າ ທ່ານ​ບໍ່ວິຕົກ​ກັງວົນ​ປານ​ໃດ ກ່ຽວ​ກັບ​ການ​ຖອນ​ທະຫານ​ສອງ​ກອງພົນນ້ອຍຂອງ​ສະຫະລັດ ​ອອກ​ຈາກ​ພາກ​ພື້ນ​ຢູ​ໂຣບນັ້ນ​.

ທ່ານ Rasmussen ບອກ​ວີ​ໂອ​ເອ​ວ່າ ​ແຕ່ພວກ​ປະ​ເທດ​ໃນ​ພາກ​ພື້ນ​ຢູ​ໂຣບ ກໍຈໍາ​ເປັນຕ້ອງ​ຮັບ​ຮູ້​ຄວາມ​ສໍ​າຄັນ​ ຂອງ​ການ​ຫັນປ່ຽນບູລິ​ມະ​ສິດດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ສະຫະລັດໄປ​ຍັງ​ພາກ​ພື້ນ​ຕາ​ເວັນ​ອອກ​ຫລື​ເຂດ​ເອຊຍນັ້ນ. ທ່າ​ນຣັສມຸດ​ສັນ​ເວົ້າ​ວ່າ

ເລຂາທິການໃຫຍ່ອົງການ NATO ທ່ານ Anders Fogh Rasmussen ຖະແຫລງຕໍ່ກອງປະຊຸມນັກຂ່າວ ທີ່ກອງປະຊຸມຄະນະລັດຖະມົນຕີປ້ອງກັນປະເທດຂອງ ກຸ່ມເນໂຕ້ ຢູ່ສໍານັກງານໃຫຍ່ທີ່ນະຄອນຫລວງ Brussels ຂອງປະເທດເບລຢ້ຽມ, ວັນທີ 3 ກຸມພາ 2012. (REUTERS/Francois Lenoir)
ເລຂາທິການໃຫຍ່ອົງການ NATO ທ່ານ Anders Fogh Rasmussen ຖະແຫລງຕໍ່ກອງປະຊຸມນັກຂ່າວ ທີ່ກອງປະຊຸມຄະນະລັດຖະມົນຕີປ້ອງກັນປະເທດຂອງ ກຸ່ມເນໂຕ້ ຢູ່ສໍານັກງານໃຫຍ່ທີ່ນະຄອນຫລວງ Brussels ຂອງປະເທດເບລຢ້ຽມ, ວັນທີ 3 ກຸມພາ 2012. (REUTERS/Francois Lenoir)

“ແຜນ​ຍຸ​ທະ​ສາດ​ປ້ອງ​ກັນ​ປະ​ເທດ​ຂອງ​ສະຫະລັດ ​ເປັນ​ສັນຍານ​ອັນ​ແຈ້ງ​ຂາວ ຕໍ່​ພວກ​ປະ​ເທດ​ພັນທະ​ມິດ​ໃນ​ພາກ​ພື້ນ​
ຢູ​ໂຣບ
ວ່າ ພວກ​ເຂົາ​ເຈົ້າຈະ​ຕ້ອງຮັບ​
ເອົາ​ຄວາມ
ຮັບຜິດຊອບ ທີ່​ເປັນ​ພາກ
ສ່ວນ​ຂອງ​ເຂົາ​ເຈົ້າ
ສໍາລັບ​ຄວາມ​ໝັ້ນ
ຄົງ​ຮ່ວມ​ກັນ​ຂອງ​ພວກ​ເຮົາ. ພວກ​ເຮົາ

ກໍາລັງ
ປະຕິບັດພາລະກິດ​ອັນ​ນີ້ ຕໍ່ໜ້າ
ງົບປະມານ​ປ້ອງ​ກັນ​ປະ​ເທດ​ທີ່​ຖືກ​ຕັດ​
ລົງ​ໄປ ​ເນຶ່ອງ
ມາຈາກ​ຄວາມ​ປະຢັດ
ມັດທະຍັດ​ດ້ານ​ເສດຖະກິດ​ນັ້ນ​ເອງ.
ດັ່ງ​ນັ້ນ
ພວກເຮົາຈໍາ​ເປັນ​ທີ່​ຈະຕ້ອງ
ນໍາ
ໃຊ້​ຊັບພະຍາກອນ​ທີ່​ເຮົາ​ມີ​ນັ້ນ
ຢ່າ​ງປະຢັດ​ຫລາຍ​ຂຶ້ນ ​ໂດຍ​ການ

ຮວມ
ແລະ​ແບ່ງປັນ​ຊັບພະຍາກອນ
ຕ່າງໆ
ຜ່ານຄວາມ​ຮ່ວມມື​ກັນ​ແບບ​
ຫລາຍໆ​ຝ່າຍ ​ແທນ​ທີ່​ຈະ​ແມ່ນແກ້​
ໄຂ​ບັນຫາ
ໃນລະດັບ​ຊາດແຕ່​ຢ່າງ​ດຽວເທົ່ານັ້ນ.”

ພ້ອມ​ກັບ​ການ​ມີໜ້າທີ່​ລົດ​ນ້ອຍ​ຖອຍ​ລົງ​ນັບ​ມື້ ຂອງ​ກອງທະຫານສະຫະລັດ​ຢູ່​ໃນ​ອັຟກາ​ນີສ
ຖານ ໃນໄລຍະ​ສາມ​ປີ​ຕໍ່ໜ້າ​ນີ້ ​ແຜນ​ຍຸ​ທະ​ສາດ​ຊຸດ​ໃໝ່​ນັ້ນ ​ແມ່ນ​ສ້າງ​ຄວາມ​ວິຕົກ​ກັງວົນ​ທີ່​
ແຕກ​ຕ່າງ​ກັນ ​ສໍາລັບ​ນັກວິ​ເຄາະ​ຄົນ​ນຶ່ງທີ່​ນະຄອນຫລວງ Brussels ກໍ​ຄື​ທ່ານ Giles
Merritt ປະ​ຈໍາ​ລາຍການ ຄວາມ​ໝັ້ນຄົງ​ແລະ​ປ້ອງ​ກັນ​ປະ​ເທດ ທີ່​ກ່າວ​ວ່າ ພວກ​ປະ​ເທດ​ໃນ
ພາກ​ພື້ນ​ຢູ​ໂຣບທັງຫລາຍ ​ຈະ​ຕ້ອງ​ຮັບປະກັນ​ວ່າ​ ພວກ​ເຂົາ​ເຈົ້າຍັງ​ມີ​ອິດ​ທິພົນ​ຢູ່​ໃນ​ວໍ​ຊິງຕັນ
ນັ້ນ​ຢູ່ ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ການ​ແຊກ​ແຊງໃດໆໃນ​ອະນະຄົດ​ ດັ່ງເຊ່ນ​ສົງຄາມໃນອັຟກາ
ນີສຖານ ​ແລະ​ອີ​ຣັກນັ້ນ ທ່ານ ​ແມຣິຕ ​ເວົ້າ​ວ່າ:

“ຂ້າພະ​ເຈົ້າຄິດ​ວ່າ ພາກ​ພື້ນຢູ​ໂຣບນັ້ນ ຈິງໆ​ແລ້ວ ແມ່ນ​ຫລິງເຫັນຜົນ​ປະ​
ໂຫຍ​ດ
ຂອງ​ພວກ​ເຂົາເຈົ້າ​ວ່າ ຕ້ອງກ້​ຊິດຕິດ​ແທດ ກັບ​ສະຫະລັດຫລາຍ​
ທີ່​ສຸດ
ເທົ່າ​ທີ່​ຈະເປັນ​ໄປ​ໄດ້ ​ເພື່ອທີ່​ຈະໃຫ້​ສະຫ​ະລັດ​ສືບຕໍ່ເປັນອິດ​ທິພົນຍັບ
ຍັ້ງ​ໄພ​ຂົ່ມຂູ່​ຕ່າງໆ ຢ່າງ​ນ້ອຍ​ທີ່​ສຸດ
. ພວກ​ເຮົາ​ຈະ​ຕ້ອງ​ພະຍາຍາມ​ເຮັດ​ໃຫ້
ການຕັດສິນ​ໃຈໃດໆ​ຂອງ​ສະຫະລັດ
ເປັນ​ໄປ​ໃນ​ແບບ​ມີ​ຫລາຍ​ຝ່າຍ​ກວ່າ
ທີ່​ເຄີຍ​ເປັນມາ
.

ຜົນ​ກະທົບ​ຢ່າງ​ເຕັມ​ສ່ວນ​ຂອງ​ການ​ຫັນປ່ຽນບູລິ​ມະ​ສິດ​ດ້ານປ້ອງ​ກັນ​ປະ​ເທດ​ຂອງ​ສະຫະລັດ​ໄປ​ຍັງ​ຂົງ​ເຂດ​ເອ​ເຊຍ​ນັ້ນ ຈະ​ບໍ່​ສະ​ແດງ​ໃຫ້​ເຫັນ​ຫລື​ຮູ້ສຶກ​ໄດ້ ຈົນ​ກ່ວາອີກ​ຫລາຍ​ປີຕໍ່ໜ້າ ​ແຕ່​ການ​ປ່ຽນ​ແປງ​ດັ່ງກ່າວ​ນີ້​ກໍໄດ້ເຮັດ​ໃຫ້​ພວກ​ເຈົ້າໜ້າ​ທີ່​ແລະ​ພວກ​ນັກວິ​ເຄາະ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ພາກ​ພື້ນ​ຢູ​ໂຣບ ພາກັນຄຸ່ນຄິດ​ແລະວາງ​ແຜນ​ໄວ້ ສໍາລັບ​ອະນາຄົດ​ທີ່ວ່າ ຕໍ່​ໄປ​ນີ້ ພັນທະ​ມິດ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ຂອງ​ພວກ​ເຂົາ​ເຈົ້າ ກໍ​ຄື​ສະຫະລັດນັ້ນ​ ແມ່ນ​ຈະຫັນ​ຄວາມ​ສົນ​ໃຈໄປໃສ່ແຫ່ງ​ອື່ນຫລາຍຂຶ້ນນັບ​ມື້​.

ເບິ່ງວີດີໂອພາສາອັງກິດ:

XS
SM
MD
LG