ລິ້ງ ສຳຫລັບເຂົ້າຫາ

logo-print

ທະຫານແຫ່ງກອງທັບສະຫະລັດ ກ່າວວ່າ "ຂ້ອຍຈະບໍ່ຖືວ່າ ການມີໜ້າຂອງພວກເຮົາ ຢູ່ໃນອັຟການິສຖານນັ້ນ ເປັນຄວາມຫລົ້ມແຫລວ"


ເຊີນຮັບຊົມວີດີໂອ ການສໍາພາດທະຫານທີ່ເຄີຍປະຈໍາການຢູ່ອັຟການິສຖານ ໃນໂອກາດຄົບຮອບ 20 ປີ ຂອງວັນທີ 11 ກັນຍາ, ຕອນທີ 3.

ໃນປີ 2002, ເຄນ ຟາຣາບອຟ (Kane Farabaugh) ຊຶ່ງຕອນນັ້ນຍັງເປັນນັກຂ່າວຂອງກອງທັບສະຫະລັດຢູ່ ໄດ້ເດີນທາງໄປອັຟການິສຖານໃນຊ່ວງເລີ້ມຕົ້ນຂອງການປະຕິບັດງານ ເປັນເວລາ 20 ປີ ຂອງອາເມຣິກາຢູ່ໃນປະເທດນີ້. ເມື່ອສະຫະລັດໄດ້ຢຸດຕິການພົວພັນທາງທະຫານ, ຟາຣາບອຟຍັງໄດ້ຕິດຕໍ່ ກັບບາງບຸກຄົນ ທີ່ລາວໄດ້ພົບ ໃນຊ່ວງປີທໍາອິດນັ້ນ ເພື່ອໂອ້ລົມເຖິງເຫດຜົນໃນການຖອນໂຕຂອງສະຫະລັດ ແລະມູນເຊື້ອໃນການປະຕິບັດພາລະ ກິດດັ່ງກ່າວຂອງພວກເຂົາເຈົ້າ, ເຊິ່ງທິບສຸດາ ຈະນໍາເອົາຕອນທີ 3 ຂອງລາຍງານທີ່ມີທັງໝົດ 4 ຕອນ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການມອບໝາຍວຽກງານໃຫ້ຂ້າພະເຈົ້າໄປທີ່ປະເທດອັຟການິສຖານໃນປີ 2002 ຄືການທໍາຄວາມເຂົ້າໃຈກັບເງື່ອນໄຂ ແລະແຮງຈູງໃຈຂອງບັນດາສະມາຊິກທະ
ຫານ ທີ່ໃຊ້ມື້ພັກທໍາອິດວັນທີ 4 ກໍລະກົດຫລັງຈາກເຫດການວັນທີ່ 11 ກັນຍາ ຢູ່ໃນປະເທດອັຟການິສຖານ, ໃນຄວາມພະຍາຍາມທໍາລາຍເຄືອຂ່າຍຂອງກຸ່ມກໍ່ການຮ້າຍອານກາອີດາ.

ເພື່ອນຂອງຂ້ອຍ ແລະເພື່ອນຮ່ວມງານເຄືອຂ່າຍທະຫານອາເມຣິກາ, ສິບເອກ ແດນ ມິລບາວເອີ (Dan Millbauer), ຕິດຕາມໄປນໍາຂ້າພະເຈົ້າ ໃນປະສົບການຄັ້ງທໍາອິດ ຢູ່ໃນຂົງເຂດສະໜາມລົບ.

ສິບເອກແດນ ມິລບາວເອີ, ທະຫານແຫ່ງກອງທັບສະຫະລັດກ່າວວ່າ:

“ເມື່ອພວກເຈົ້າເຂົ້າມາໃນປະເທດໂດຍທາງເຮືອບິນ ກອງທັບທີ່ເຮົາເຄີຍບີນມາພາຍໃນຄວາມືດມິດ ເພື່ອຫລີກລ້ຽງການຖືກຍິງໂຈມຕີ ແລະການລົງຈອດ ໃນສະພາບທີ່ບີບຮັດ, ນັ້ນຄືຄັ້ງທໍາອິດທີ່ມັນຕໍາຄວາມຮູ້ສຶກພວກເຈົ້າວ່າ, ‘ໂອແມ່ນ, ນີ້ມັນແມ່ນເລື້ອງຈິງ. ພວກເຮົາກໍາລັງເຂົ້າໄປໃນທາງທີ່ອັນຕະລາຍ’.”

ໃນເວລານັ້ນ, ກອງກໍາລັງສະຫະລັດປະມານ 1,000 ຄົນໄດ້ຢູ່ໃນ “ທາງທີ່ອັນ ຕະລາຍ,” ຫຼາຍໆຄົນທີ່ປະຈໍາການຢູ່ສະໜາມບິນແບັກແຣມ, ທີ່ກໍາລັງເຕີບໃຫຍ່ຢ່າງວ່ອງໄວ ຈົນກາຍມາເປັນສູນປະຕິບັດການທາງທະຫານຂອງສະຫະລັດ ທີ່ໃຫຍ່ທີ່ສຸດໃນໂລກ.

ເຊິ່ງເປັນບ່ອນທີ່ນາງຣອນດາ ລໍຊັນ (Rhonda Lawson) ເຊິ່ງຮັບລາດຊະການກັບໜ່ວຍປະຊາສໍາພັນສະເພາະກິດຂອງກອງທັບສະຫະລັດ ຫລື MPAD, ອັນໄດ້ນໍາພາພວກເຮົາເວລາທີ່ຢູ່ໃນອັຟການິສຖານ. ເພື່ອແຈ້ງໃຫ້ກອງທະຫານສະຫະລັດຢູ່ທີ່ນັ້ນຮູ້ຂ່າວຄາວ, ທີມງານຂອງລາວ ຈຶ່ງຜະລິດໜັງສືພິມຂອງຖານທັບ ແລະຜະລິດຕະພັນອື່ນໆອອກມາ.

ໂດຍນາງຣອນດາ ລໍຊັນ, ທະຫານແຫ່ງກອງທັບສະຫະລັດກ່າວວ່າ:

“ສິ່ງທີ່ຂ້ອຍມີຄວາມພູມໃຈທີ່ໄດ້ກະທໍາຄືການບອກເລົ່າເລື້ອງລາວຂອງທະຫານ. ພວກເຮົາໄດ້ໂອ້ລົມກ່ຽວກັບພາລະກິດ, ແຕ່ໃນເວລາດຽວກັນຂ້ອຍຢາກໃຫ້ທຸກໆຄົນຮັບຮູ້ວ່າ ບັນດາທະຫານຂອງພວກເຮົານັ້ນເປັນຄົນເຮັດແທ້, ທະຫານຂອງພວກເຮົາເຫລົ່ານັ້ນມີຄອບຄົວ, ທະຫານຂອງພວກເຮົາຕ່າງກໍ່ມີຄວາມຮູ້ສຶກ.”

ກອງກໍາລັງທະຫານສະຫະລັດ ຍັງໄດ້ຮັບຂໍ້ຄວາມທີ່ສົ່ງມາຈາກທາງບ້ານທີ່ສະ ແດງຄວາມຈິງໃຈ ໃນການສະໜັບສະໜຸນ ໃນພາລະໜ້າທີ່ຂອງພວກເຂົາເຈົ້າ.

ເຊິ່ງນາງຣອນດາ ລໍຊັນກ່າວວ່າ:

“ນຶ່ງໃນບັດອ່ວຍພອນທີ່ຂ້ອຍໄດ້ຮັບ, ເວົ້າແຕ່ພຽງສັ້ນໆວ່າເຕະ ‘ກົ້ນຂອງບິນລາເດັນ.’ ດັ່ງນັ້ນ, ຈຶ່ງມີຄວາມຮູ້ສຶກເໝືອນດັ່ງວ່າ ພວກເຮົາຈະຕ້ອງໄດ້ແກ້ແຄ້ນຄືນ.”

ແຕ່ວ່າ ການຊອກຫາບິນລາເດັນນັ້ນ ໃຊ້ເວລາເກືອບທົດສະວັດ. ທັງນາງຣອນດາ ລໍຊັນ ແລະຄົນອື່ນໆທີ່ພວກເຮົາໄດ້ເວົ້າລົມນໍາ ໃນລະຫວ່າງການໄປຢ້ຽມ ຢາມໃນປີ 2002 ນັ້ນ, ບໍ່ໄດ້ຄິດວ່າການດໍາເນີນງານຢູ່ໃນອັຟການິສຖານຈະຍາວນານທີ່ສຸດໃນປະຫວັດສາດຂອງສະຫະລັດ.

ນາງຣອນດາ ລໍຊັນ, ທະຫານແຫ່ງກອງທັບສະຫະລັດກ່າວວ່າ:

“ພາຍຸທະເລຊາຍ, ການຕໍ່ສູ້ຫລາຍໆຄັ້ງແມ່ນສິ້ນສຸດລົງໃນປະມານ 6 ອາທິດ, ແລະຂ້ອຍກໍ່ຄິດວ່າ ຜູ້ຄົນໄດ້ຄິດວ່າ ນີ້ຄົງຈະໄວເໝືອນດັ່ງພາຍຸທະເລຊາຍ.”

ເຊິ່ງສິບເອກ ແດນ ມິລບາວເອີ ກ່າວວ່າ:

“ແນ່ນອນ, ເປັນທີ່ຈະແຈ້ງແລ້ວວ່າພວກເຮົາຫລາຍໆຄົນໄດ້ຄິດວ່າການດໍາເນີນການຕ່າງໆກ່ຽວກັບການສະໜອງຕໍ່ເຫດການ 11 ກັນຍາ ຈະຕ້ອງເປັນການຊົ່ວ ຄາວ ຫລືໄວ.”

ໃນຂະນະທີ່ສົງຄາມໃນອັຟການິສຖານໄດ້ຍືດເຍື້ອຍາວນານ, ສິບເອກມິລບາວເອີ ໄດ້ກັບມາປະເທດນີ້ເປັນຄັ້ງທີສອງ ໃນປີ 2003, ເພຶ່ອດໍາເນີນງານກ່ຽວກັບຈິດຕະວິທະຍາ ຫລືໜ່ວຍງານ Psyop.

ທ່ານແດນ ມິລບາວເອີ, ທະຫານແຫ່ງກອງທັບສະຫະລັດກ່າວວ່າ:

“ເປັນການນໍາສະເໜີຂໍ້ມູນຂ່າວສານຢ່າງມີຍຸດທະສາດ.”

ທ່ານມິລບູເອີ ກ່າວວ່າລາວໄດ້ສັງເກດເຫັນບາງຢ່າງມີການປ່ຽນແປງໄປເມື່ອເວລາລາວກັບຄືນມາສະໜາມບິນແບັກແຣມ.

ເຊິ່ງທ່ານແດນ ມິລບາວເອີ ກ່າວວ່າ:

“ຢູ່ທີ່ນັ້ນມີກິດຈະກໍາຫລາຍຂຶ້ນ, ມີຄົນຫລາຍຂຶ້ນຢູ່ທີ່ນັ້ນ, ແລະຂ້ອຍຄິດວ່າ ມີກອງກໍາລັງປະສົມພັນທະມິດຫລາຍຂຶ້ນຢູ່ທີ່ນັ້ນ.”

ແລະທ່ານມິລບາວເອີກ່າວວ່າ ເຮັດວຽກຢູ່ໃນອັຟການິສຖານ ແມ່ນອັນຕະລາຍຫລາຍ. ລາວຍັງຈື່ໄດ້ດີເຖິງການຮຽກຮ້ອງກະທັນຫັນ ລະຫວ່າງການປະຕິບັດໜ້າທີ່ໃນການສະໜັບສະໜຸນສະຖານີວິທະຍຸອັຟການິສຖານທີ່ຢູ່ຫ່າງໄກສອກຫລີກ.

ທ່ານແດນ ມິລບາວເອີກ່າວວ່າ:

“ຂ້ອຍໄດ້ຍິນສຽງ ຂອງຈະຫລວດ RPG ເຂົ້າມາ...ມັນໄດ້ກາຍຫົວຂ້ອຍໄປ.”

ທ່ານມິລບາວເອີກ່າວວ່າ ບໍ່ມີໃຜໄດ້ຮັບບາດເຈັບ. ສໍາລັບລາວແລ້ວ, ການຂົ່ມຂູ່ຢ່າງຕໍ່ເນື່ອງຂອງການໂຈມຕີ ບໍ່ໄດ້ປ່ຽນມູມມອງຂອງລາວຕໍ່ວັດຖຸປະສົງຕ່າງໆທາງການທະຫານຂອງສະຫະລັດ, ເຊິ່ງລວມເຖິງການຊ່ວຍເຫລືອປະຊາຊົນໃນທ້ອງຖິ່ນໃຫ້ມີຊີວິດທີ່ດີຂຶ້ນ.

ທ່ານແດນ ມິລບາວເອີກ່າວວ່າ:

“ໃນບາງສິ່ງທີ່ພວກເຮົາໄດ້ເຮັດ, ເມື່ອຂ້ອຍເວົ້າວ່າ ‘ພວກເຮົາ,’ ຂ້ອຍໝາຍເຖິງກອງກໍາລັງປະສົມ, ໄດ້ມີການສອນຜູ້ຄົນແບບນັ້ນ ແລະຈັດຫາແຫລ່ງນໍ້າສະ ອາດແກ່ພວກເຂົາ ແລະເງິນຈໍານວນຫລາຍເພື່ອເພີ້ມຊີວິດການເປັນຢູ່ຂອງເຂົາ ເຈົ້າໃຫ້ດີຂຶ້ນ, ໃນຄວາມເອົາໃຈໃສ່ດັ່ງກ່າວນັ້ນ ຂ້ອຍໄດ້ຢູ່ເບື້ອງຫລັງນັ້ນຢູ່ຕະຫລອດ.”

ທ່ານມິລບາວເອີ ແລະທ່ານນາງລໍຊັນ ເປັນສອງຄົນ ຂອງຈໍານວນທະຫານສະ ຫະລັດຫລາຍກວ່າ 775,000 ຄົນຜູ້ທີ່ປະຕິບັດໜ້າທີ່ຢ່າງໜ້ອຍນຶ່ງຄັ້ງໃນການສົ່ງໄປປະຈໍາການທີ່ອັຟການິສຖານຕັ້ງແຕ່ປີ 2001. ໃນນັ້ນຫຼາຍກວ່າ 2,300 ຄົນແມ່ນເສຍຊີວິດ. ເຖິງແມ່ນວ່າປັດຈຸບັນ ປະເທດດັ່ງກ່າວໄດ້ຕົກມາຢູ່ໃນກໍາມືຂອງກຸ່ມຕາລິບານ, ນາງລໍຊັນຜູ້ທີ່ໄດ້ກະສຽນອາຍຸຈາກການເປັນທະຫານຂອງກອງທັບສະຫະລັດໃນປີ 2017 ເຊື່ອວ່າ ຄວາມພະຍາຍາມຂອງສະຫະລັດບໍ່ແມ່ນວ່າບໍ່ເປັນປະໂຫຍດຫຍັງ.

ໂດຍທ່ານນາງຣອນດາ ລໍຊັນກ່າວວ່າ:

“ຂ້ອຍຈະບໍ່ພິຈາລະນາວ່າ ການມີໜ້າຂອງພວກເຮົາໃນອັຟການິສຖານນັ້ນເປັນຄວາມລົ້ມແຫຼວ.”

ທ່ານແດນ ມິລບາວເອີກ່າວວ່າ:

“ພວກເຈົ້າຮູ້, ມັນຍາກທີ່ຈະເວົ້າວ່າ ພາລະກິດທັງໝົດ ແມ່ນບັນລຸຜົນຫລືບໍ່.”

ທ່ານມິລບາວເອີ ຜູ້ທີ່ອອກຈາກກອງທັບໃນປີ 2007, ຮູ້ສຶກວ່າສະຫະລັດໄດ້ກ້າວໄປເຖິງຈຸດໃນການກະທໍາທຸກຢ່າງທີ່ສາມາດເຮັດໄດ້ ຢູ່ໃນອັຟການິສຖານ.

ທ່ານແດນ ມິລບາວເອີກ່າວວ່າ:

“ພວກເຮົາໄດ້ພົບ ແລະກໍ່ໄດ້ກໍາຈັດ ໂອຊາມາ ບິນ ລາເດັນ ໄປແລ້ວ. ພວກເຈົ້າຮູ້, ຂ້ອຍຄິດວ່າ ຫລັງຈາກ 20 ປີຜ່ານໄປ ມັນອາດຈະເຖິງເວລາທີ່ຕ້ອງອອກຈາກທີ່ນັ້ນ ແລະປ່ອຍໃຫ້ພວກເຂົາເຈົ້າພະຍາຍາມເບິ່ງແຍງພວກເຂົາເຈົ້າເອງໃຫ້ດີທີ່ສຸດເທົ່າທີ່ພວກເຂົາເຈົ້າສາມາດເຮັດໄດ້.”

ຊາວອັຟການິສຖານຫລາຍໆຄົນມີຄວາມກັງວົນວ່າກຸ່ມຕາລິບານຈະປະຕິບັດຕໍ່ພວກເຂົາເຈົ້າແນວໃດ, ຜູ້ເຊິ່ງປົກຄອງອໍານາດທັງໝົດຂອງປະເທດໃນຂະນະທີ່ກອງທັບສະຫະລັດໄດ້ຖອນອອກຈາກອັຟການິສຖານ ອັນເປັນການຕໍ່ສູ້ທີ່ຍາວນານທີ່ສຸດຂອງອາເມຣິກາ.

In 2002, VOA’s Kane Farabaugh — then a reporter for the U.S. military — visited Afghanistan in the early stages of America’s 20-year presence in the country. As the United States ends its military engagement, Farabaugh follows up with some of those he met in those early years to discuss he U.S. withdrawal and the legacy of their mission.

My assignment to Afghanistan in 2002 was to understand the conditions and motivations of service members who were spending their first Fourth of July holiday after 9/11 in Afghanistan, trying to rout the al-Qaida terrorist network.

My friend and American Forces Network colleague, Staff Sergeant Dan Millbauer, accompanied me on our first experience in a combat zone.

((Dan Millbauer, US Army Veteran))

“When you come into the country the way we did in a military aircraft under the cover of darkness to avoid being shot at and landing in a corkscrew kind of pattern, that’s when it first hits you that, ‘Oh yeah, this is real. We are going into harm’s way.’”

At the time, nearly 10-thousand U.S. forces were in “harm’s way,” many based at Bagram Airfield, which was quickly growing into one of the largest U.S. military facilities in the world.

((NATS, RHONDA LAWSON))

It’s where Rhonda Lawson served with a U.S. Army mobile public affairs detachment, or MPAD, which hosted us in Afghanistan. To keep U.S. troops there informed, her team produced a base newspaper and other products.

((Rhonda Lawson, US Army Veteran))

“What I took pride in doing was telling the soldiers’ story. // We talked about the mission, but at the same time I wanted people to know that our soldiers were real people. Our soldiers had families. Our soldiers had feelings.”

US troops also received messages from back home showing passionate support for their mission.

((Rhonda Lawson, US Army Veteran))

“One of the cards that I got, it just said ‘Kick bin Laden’s ass’ on it. So, there was that sense that we needed to get revenge.”

But finding bin Laden took nearly a decade. Neither Lawson nor others we spoke to during our 2002 visit thought operations in Afghanistan would become the longest in U.S. history.

((Rhonda Lawson, US Army Veteran))

“Desert Storm, a lot of the fighting ended in about six weeks, and I think people thought this would be quick like Desert Storm.”

((Dan Millbauer, US Army Veteran))

“Of course, obviously a lot of us thought that any operations around 9/11 response would be temporary or quick.”
As the war in Afghanistan dragged on, Millbauer returned to the country a second time in 2003 to work with a psychological operations, or Psyop, unit.

((Dan Millbauer, US Army Veteran))

“It’s really trying to strategically put out information.”

Millbauer says he noticed some things had changed when he returned to Bagram Airfield.

((Dan Millbauer, US Army Veteran))

“There was more activity, more people there, and I think more coalition partners had forces there.”

And working in Afghanistan was more dangerous, says Millbauer. He vividly remembers a close call during a mission to support a remote Afghan radio station.

((Dan Millbauer, US Army Veteran))

“I heard this whistling of an RPG (rocket-propelled grenade) coming in … it passed over my head.”

No one was injured, says Millbauer. For him, the constant threat of attack didn’t change his outlook on U.S. military objectives, including helping locals to have a better life.

((Dan Millbauer, US Army Veteran))

“Some of the things we did, when I say “we,” I mean the coalition forces, was to teach people that kind of stuff and provide them with clean water sources and lots of money to improve their lives, so in that regard, I was behind that all the way.”
Millbauer and Lawson were two of more than 775,000 U.S. forces who served at least one deployment to Afghanistan since 2001. More than 2,300 lost their lives. Despite the country now falling back into the hands of the Taliban, Lawson — who retired from the U.S. Army in 2017 — believes the U.S. effort was not in vain.

((Rhonda Lawson, US Army Veteran))

“I will never consider our presence in Afghanistan a failure.”

((Dan Millbauer, US Army Veteran))

“You know, it’s hard to say whether the mission was accomplished in total.”

Millbauer, who left the military in 2007, feels the U.S. reached the point of doing all it could in Afghanistan.

((Dan Millbauer, US Army Veteran))

“We’ve found and eliminated Osama bin Laden. // You know, I think after 20 years, it’s probably time to get out of there and let them try to take care of themselves the best they can.”

Many Afghans are now worried about how they will be treated by the Taliban, who took control of most of the country as U.S. forces pulled out of Afghanistan – ending America’s longest conflict.

ເບິ່ງຄວາມເຫັນ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG