ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກ​ອັກ​ຄະ​ລັດ​ຖະ​ທູດ ສຫລ ແລະກະຊວງ ສຶກສາແລະກິລາຂອງ​ລາວ ລົງນາມ ເພື່ອຕໍ່ສັນຍາໂຄງການສອນພາສາ ອັງກິດ ໄປ​ອີກ 3 ປີ


ພິ​ທີ​ເຊັນຂໍ້ຕົກລົງເພື່ອສຶບຕໍ່ສັນຍາຈາກການໂຄງການ Fulbright English Teaching Assistant ລະ​ຫວ່າງເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ແລະ ກະ​ຊວງ​ສຶກ​ສາ​ທິ​ການ ແລະ​ກິ​ລາ​ຂອງລາວ, ທີ່​ນະ​ຄອນ​ຫລວງວຽງ​ຈັນ ໃນ​ວັນ​ທີ 28 ທັນ​ວາ, 2022
ພິ​ທີ​ເຊັນຂໍ້ຕົກລົງເພື່ອສຶບຕໍ່ສັນຍາຈາກການໂຄງການ Fulbright English Teaching Assistant ລະ​ຫວ່າງເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ແລະ ກະ​ຊວງ​ສຶກ​ສາ​ທິ​ການ ແລະ​ກິ​ລາ​ຂອງລາວ, ທີ່​ນະ​ຄອນ​ຫລວງວຽງ​ຈັນ ໃນ​ວັນ​ທີ 28 ທັນ​ວາ, 2022

ສະຖານເອກ​ອັກ​ຄະ​ລັດ​ຖະທູດສະຫະລັດປະຈຳລາວ ແລະ ກະຊວງສຶກສາທິການ ແລະກິລາ ໃນວັນທີ 28 ທັນວາ 2022 ວານນີ້ໄດ້ເຊັນສັນຍາຮ່ວມມື ໂຄງການຄູສອນພາສາອັງກິດໃນໄລຍະ 3 ປີ ຄື ແຕ່ 2022 ຫາ 2025 ເພື່ອນຳເອົາຜູ້ຊ່ວຍຄູສອນພາສາອັງກິດໃນ​ໂຄງ​ການ Fulbright 12 ທ່ານ ແລະ ຜູ້ຊ່ຽວຊານທາງດ້ານພາສາອັງກິດ 5 ທ່ານຈາກສະຫະລັດມາສິດສອນຢູ່ໃນ ສປປ ລາວ.

ຜູ້ຊ່ວຍຄູສອນພາສາອັງກິດ ແລະ ຜູ້ຊ່ຽວຊານທາງດ້ານພາສາອັງກິດ ຊຶ່ງເວົ້າ​ພາ​ສາ​ອັງ​ກິດມາ​ແຕ່​ກຳ​ເນີດ ຈະໄດ້ປະກອບສ່ວນໂດຍກົງເຂົ້າໃນການຮຽນ ໃນແຕ່ລະວັນ, ຊ່ວຍປັປປຸງ ແລະພັດທະນາຫຼັກສູດການຮຽນການສອນ, ສົ່ງເສີມຜູ້ທີ່ສິດສອນຢູ່ໃນ ສປປ ລາວ ລວມໄປເຖິງຄູອາອາຈານທີ່ສອນ ພາສາອັງກິດ ແລະນັກສຶກສາ. ຂໍ້ຕົກລົງສະບັບນີ້ເປັນການສຶບຕໍ່ສັນຍາຈາກ ການໂຄງການ Fulbright English Teaching Assistant ທີ່​ເຊັນກ່ອນ ຫນ້ານີ້ ຊຶ່ງໄດ້ປະກາດໂດຍ ອະດີດປະທານາທິບໍດີບາຣັກ ໂອບາມາ ໃນຕອນທີ່​ທ່ານຢ້ຽມຢາມລາວໃນປີ 2016.

ເປັນກຽດເຂົ້າຮ່ວມ ໃນພິທີຄັ້ງນີ້ ມີທ່ານ ເອກອັກຄະລັດຖະທູດສະຫະລັດ ປະຈໍາ ສປປ ລາວ, ທ່ານ ດຣ. ປີເຕີ ເອັມ ເຮມ໋ອນ ແລະລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ, ປອ. ພຸດ ສິມມາລາວົງ ໂດຍໄດ້ຮ່ວມລົງ​ນາມເຊັນສັນຍາ ເພື່ອເສີມສ້າງແລະ ພັດທະນາຄວາມອາດສາມາດໃນການ ສິດສອນໃຫ້ແກ່ຄູອາຈານ, ແລະ ຄູອາຈານຜູ້ອາວຸໂສຢູ່ຕາມໂຮຽຮຽນ ແລະ ຕາມສະຖາບັນການສຶກສາ ເພື່ອເປັນການເສີມສ້າງວິທີການສິດສອນພາສາ ອັງກິດ ແລະ ການແລກປ່ຽນດ້ານວັດທະນະທໍາໃຫ້ແກ່ນັກຮຽນຢູ່ໃນລາວ.

ເອກ​ອັກ​ຄະ​ລັດ​ຖະ​ທູດສະຫະລັດ, ທ່ານ ດຣ. ປີເຕີ ເອັມ ເຮມ໋ອນ ແລະ ລ​ັດ​ຖະ​ມົນ​ຕີກະຊວງສຶກສາທິການ ແລະ ກິລາ, ປອ. ພຸດ ສິມມາລາວົງລົງນາມຕໍ່ສັນຍາ ໂຄງການຄູສອນພາສາອັງກິດ ໄປ​ອີກ 3 ປີ, ວັນ​ທີ 28 ທັນ​ວາ 2022
ເອກ​ອັກ​ຄະ​ລັດ​ຖະ​ທູດສະຫະລັດ, ທ່ານ ດຣ. ປີເຕີ ເອັມ ເຮມ໋ອນ ແລະ ລ​ັດ​ຖະ​ມົນ​ຕີກະຊວງສຶກສາທິການ ແລະ ກິລາ, ປອ. ພຸດ ສິມມາລາວົງລົງນາມຕໍ່ສັນຍາ ໂຄງການຄູສອນພາສາອັງກິດ ໄປ​ອີກ 3 ປີ, ວັນ​ທີ 28 ທັນ​ວາ 2022

ໃນພິທີດັ່ງ​ກ່າວ, ທ່ານ​ເອກ​ອັກຄະ​ລັດຖະທູດເຮມ໋ອນ ກ່າວວ່າ: ພາສາ​ອັງກິດ​ແມ່ນເປັນ​ພາສາ​ຂອງ​ອາ​ຊຽນ, ທັງເປັນ​ພາສາສຳລັບການ​ດຳ​ເນີນ​ທຸລະ​ກິດກັບ​ສາກົນ, ​ແລະທັງເປັນ​ໝາກຫົວໃຈສຳຄັນໃນການ​ທີ່​ຈະເປີດປະຕູໄປສູ່ຂໍ້​ມູນ​ຂ່າວສານ ​ແລະ ​ໂອກາດ​ໃນ​ທົ່ວ​ໂລກ. ຂ້າພະເຈົ້າມີຄວາມຍີນດີທີ່ສຸດ ທີ່ໜັງ​ສື​ຂໍ້​ຕົກ​ລົງສະບັບນີ້ບໍ່ພງຽແຕ່ຈະນຳຜົນປະໂຫຍດ ມາສູ່ຄູອາຈານພາຍໃນ ນະຄອນຫຼວງວງຽຈັນເທົ່າ​ນັ້ນ ແຕ່​ຍັງຈະນຳຜົນປະໂຫຍດມາໃຫ້ບັນດາ​ແຂວງ​ພາກ​ເໜືອ ​ແລະພາກ​ໃຕ້​ຂອງ ສປປ ​ລາວ ອີກດ້ວຍ.”

ໂດຍຜ່ານໜັງສືຂໍ້ຕົກລົງສະບັບນີ້, ສະຫະລັດຈະສາມາດສະໜັບສະ ໜູນ ໃນການຊັບຊ້ອນຜູ້ຊ່ວຍຄູສອນພາສາອັງກິດ ແລະຜູ້ຊ່ຽວຊານທາງດ້ານ ພາສາອັງກິດຢູ່ຕາມສະຖາບັນການສຶກສາໃນລາວ ລວມທັງ ນະຄອນ ຫຼວງວຽງຈັນ, ສະຫວັນນະເຂດ, ແລະ ຫຼວງພະບາງຈົນເຖິງທ້າຍສົກຮຽນປີ 2023, ແລະ ມີແຜນຈະຂະຫຍາຍການສະໜັບສະໜູນໄປສູ່ສະຖາບັນການ ສຶກສາທີ່ຢູ່ໃນແຂວງຫຼວງນ້ຳທາ,​ ແຂວງຊຽງຂວາງ, ແຂວງວຽງຈັນ, ແລະ ແຂວງຈຳປາສັກ.

ຄູສອນພາສາອັງກິດເຫຼົ່ານີ້ ແມ່ນໂຄງການຫລ້າສຸດຂອງລັດຖະບານ ສະຫະລັດ ໃນການສ້າງຄວາມອາດສາມາດໃຫ້ແກ່ ພົນລະເມືອງລາວໃນທຸກເພດ ທຸກໄວ. ສະຫະລັດມີຄວາມໝາຍຫມັ້ນທີ່ຈະເຮັດວຽກຮ່ວມກັບປະຊາຊົນກໍຄື ລັດຖະບານ ສປປ ລາວ ເພື່ອຊ່ວຍໃຫ້ບັນລຸເປົ້າຫມາຍການພັດທະນາແບບຍືນຍົງ ແລະ ກາຍເປັນປະເທດທີ່ມີຄວາມຜາສຸກທີ່ມີການເຊື່ອມໂຍງຢ່າງ​ເຕັມ​ສ່ວນ​ກັບ​ປະ​ເທດ​ເພື່ອນ​ບ້ານ​ອາ​ຊຽນ.

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

U.S. Ambassador and Minister of Education and Sports Sign
Letter of Agreement on English Teaching Assistance

At a ceremony in Vientiane Capital on December 28, 2022, the U.S. Embassy in Laos and the Lao PDR Ministry of Education and Sports (MoES) signed a three-year Letter of Agreement (2022-2025) enabling the United States to support bringing up to 12 Fulbright English Teaching Assistants (ETA) and five English Language Fellows (ELF) to the Lao PDR from the United States.

These U.S.-citizen, native English language-speaking ETA and ELF specialists will provide direct and daily instruction, curriculum development, and instructor support to Lao PDR English teachers and students. The Agreement renews a previous expansion of the Fulbright English Teaching Assistant program that was announced by former U.S. President Barack Obama during his historic 2016 visit to the Lao PDR.

Attended by U.S. Ambassador to Laos, Dr. Peter M. Haymond, and Minister of Education and Sports, Associate Professor Dr. Phout Simmalavong, the Agreement was signed to enhance and develop teaching capacities for the teaching of English to Lao teachers and senior teachers at schools and educational institutes, and to help strengthen English language instruction and offer cultural insights for students in Laos.

At the signing, Ambassador Haymond said, “English is the language of ASEAN, is the language of international business, and is the key that unlocks information and opportunity around the world. I am also pleased that this Letter of Agreement will benefit not only teachers and students here in Vientiane Capital, but also those in provinces in northern and southern Laos.”

Through this Letter of Agreement, the United States will initially support ETA and ELF placement at Lao educational institutions in Vientiane Capital, Savannakhet, and Luang Prabang provinces during the academic year ending 2023, with additional expansion planned in future years to institutions in Luang Namtha, Xiengkhouang, Vientiane Province, and Champasak Province.

These English teachers are the U.S. Government’s latest program to build the capacity of Lao PDR citizens of all ages. The United States is committed to working with the Lao people and their government to help Lao PDR achieve its sustainable development goals.

XS
SM
MD
LG