ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

Haiyan ອ່ອນແຮງລົງ ເວ​ລາ ພັດ​ເຂົ້າ​ປະ​ທະ ຫວຽດນາມ (ສະ​ໄລ​ດ໌/​ວີ​ດີ​ໂອ)


At Least 10,000 People Reportedly Died in Central Philippines
please wait

No media source currently available

0:00 0:03:33 0:00
ລິງໂດຍກົງ
ລົມພາຍຸ​ໄຕ້​ຝຸ່ນ​ລູກ​ນຶ່ງ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ທີ່​ບໍ່​ເຄີຍ​ບັນທຶກ​ໄວ້​ມາ
​ກ່ອນ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້​ແກ່​ພາກ​ກາງຂອງ​
ຟີ​ລິບ​ປິນ ​ເຮັດ​ໃຫ້​ຫຼາຍ​ຫົວ​ເມືອງໃຫຍ່​ແລະ​ນ້ອຍ​ໄດ້ຮັບ​ຄວາມ
​ຫາຍຍະນະ ​ແລະ​ປະຊາຊົນ​ໃນ​ຈຳນວນ​ຫຼາຍ​ເຖິງ 10 ພັນ​ຄົນ
​ເສຍຊີວິດ.

ບັນດາ​ກຸ່ມ​ຊ່ອຍ​ເຫຼືອ​ກຳລັງ​ພາກັນ​ຂຸ້ນຂ້ຽວ​ເຂົ້າ​ຫາ​ພວກ​ຂົງ
​ເຂດ​ທີ່​ຖືກ​ປະ​ທະ​ຢ່າງ​ໜັກ​ທີ່ສຸດ ບ່ອນ​ທີ່​ຊອກ​ຫາ​ເຂົ້າປາ​ອາ
​ຫານ​ແລະນ້ຳ​ດື່ມ​ນ້ຳ​ໃຊ້​ທີ່​ສະອາດ​ໄດ້​ຍາກ​ນັ້ນ.

ສະຫະລັດ​ອາ​ເມຣິກາ ​ແລະ​ປະ​ເທດ​ອື່ນໆ​ຫຼາຍ​ປະ​ເທດ​ກຳລັງ​ສົ່ງ​
ສະບຽງ​ບັນ​ເທົາ​ທຸກ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ໄປ​ຍັງ​ຂົງ​ເຂດ​ດັ່ງກ່າວ. ການ​ຊ່ອຍ​ເຫຼືອ​ບັນ​ເທົາ​ທຸກ​ແລະ​ທະຫານ​ສະຫະລັດ​ຊຸດ​ທຳ​ອິດ​ໄດ້​ບິນ​ອອກ​ຈາກ​ກຸງ​ມາ​ນີລາ​ໄປ​ຍັງ​ຂົງ​ເຂດ Tacloban ຊຶ່ງ​ເປັນນຶ່ງ​ໃນ​ບັນດາ​ຂົງ​ເຂດ​ທີ່​ຖືກ​ປະ​ທະ​ຢ່າງ​ຮ້າຍ​ແຮງທີ່​ສຸດ​ໃນ​ວັນ​ຈັນ​ມື້​ນີ້.

ຄວາມ​ພະຍາຍາມ​ໃຫ້ການ​ຊ່ອຍ​ເຫຼືອ​ໄດ້​ປະ​ເຊີນ​ກັບ​ສິ່ງ​ກີດຂວາງ​ໂດຍ​ການ​ລັກຂະ​ໂມ​ຍຊຶ່ງ​ພວກ
​ແກ໊ງອາ​ຊະ​ຍາກ​ອນ​ເຫຼົ່ານີ້​ບໍ່​ພຽງ​ແຕ່​ຊອກ​ຫາ​ເຂົ້າປາ​ອາຫານ​ແລະ​ນ້ຳ​ຈາກ​ຮ້ານຄ້າ​ແຫ່ງ​ຕ່າງໆ​ເຫຼົ່າ​
ນັ້ນ ແຕ່​ພວກ​ເຂົາ​ຍັງ​ລັກ​ເອົາ​ສິ່ງ​ຂອງ​ບໍລິ​ໂພ​ກອຸບປະ​ໂພ​ກຕ່າງໆ​ເຊັ່ນພວກ​ເຄື່ອງ​ໂທລະພາບ ຈັກ
ຊັກ​ເຄື່ອ​ງນຸ່ງ​ແລະ​ພວກ​ຕູ້​ເຢັນ​ນຳ.

ລົມພາຍຸ​ທີ່​ມີ​ຄວາມ​ແຮງ​ໄດ້​ປະ​ທະ​ເກາະ Leyte ຈາກ​ທິດຕາ​ເວັນ​ອອກ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ມາ​ຮອດ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ຄວາມ​ເສຍ​ຫາຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ບັນດາ​ເຈົ້າ​ໜ້າ​ທີ່​ຟີ​ລິບ​ປິນກ່າວ​ວ່າ ​ໃກ້​ຈະ​ເປັນ​ທີ່​ແນ່ນອນ​ແລ້ວ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ປະທານາທິບໍດີ Benigno Aquino ​ໄດ້​ປະກາດ​ຂົງ​ເຂດ​ດັ່ງກ່າວ​ເປັນ​ເຂດ​ໄພພິບັດ.

​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ລົມພາຍຸ​ລູກ​ນີ້​ໄດ້ເລີ້ມອ່ອນ​ແຮງ​ລົງ ​ໃນ​ຂະນະ​ທີ່​ມັນ​ໄປ​ປະ​ທະຝັ່ງ​ທະ​ເລແຂວງ Quang Ninh ​ໃນ​ພາກ​ເໜືອ​ຂອງ​ຫວຽດນາມ ​ແລະ​ອ່ອນ​ລົງ​ມາ​ເປັນພາຍຸເຂດຮ້ອນ​ເວລາ​ມັນຂຶ້ນ​ປະ​ທະ​ຝັ່ງ​. ພວກ​ພະຍາກອນ​ອາກາດ​ຄາດ​ວ່າ ລົມ​ລູກ​ນີ້​ຈະ​ອ່ອນ​ແຮງ​ລົງ​ເປັນຄວາມ​ກົດ​ດັນ​ອາກາດ​ຕໍ່າ​ໃນ​ຕອນ​ແລງ​ມື້​ນີ້ ​ໃນ​ພາກ​ໃຕ້​ຂອງ​ຈີນ ບ່ອນ​ທີ່​ຝົນຕົກ​ແຮງ​ໄດ້​ເລີ້ມ​ຂຶ້ນ​.




XS
SM
MD
LG