ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຕ້ຝຸ່ນ ຣາມມະສູນ ໄດ້ເອົາຊີວິດ ຢ່າງນ້ອຍ 10 ຄົນແລ້ວ ໃນ ຟີລິບປີນ (ສະໄລດ໌/ວີດີໂອ)


ພະນັກງານຄົນນຶ່ງ ໃຊ້ເລື່ອຍໄຟຟ້າ ຕັດຕົ້ນໄມ້ໃຫຍ່ຕົ້ນນຶ່ງ ທີ່ລົ້ມທັບລົດຢູ່ນັ້ນ ຫຼັງຈາກໄຕ້ຝຸ່ນຣາມມະສູນ ໄດ້ພັດຖະຫລົ່ມ ເມືອງ Makati ໃນນະຄອນຫຼວງມານີລາ ເມື່ອວັນທີ 16 ກໍລະກົດ 2014.
ພະນັກງານຄົນນຶ່ງ ໃຊ້ເລື່ອຍໄຟຟ້າ ຕັດຕົ້ນໄມ້ໃຫຍ່ຕົ້ນນຶ່ງ ທີ່ລົ້ມທັບລົດຢູ່ນັ້ນ ຫຼັງຈາກໄຕ້ຝຸ່ນຣາມມະສູນ ໄດ້ພັດຖະຫລົ່ມ ເມືອງ Makati ໃນນະຄອນຫຼວງມານີລາ ເມື່ອວັນທີ 16 ກໍລະກົດ 2014.

ໄຕ້​ຝຸ່ນຣາມມະ​ສູນ​ ໄດ້​ພັດ​ຜ່ານ​ປະ​ເທດ​ຟີ​ລິບ​ປີນ​ໄປ​ແລ້ວ
​ແລະ​ກຳລັງ​ພັດ​ມຸ່ງ​ໜ້າ ​ໄປ​ຍັງພາກ​ເໜືອ​ຂອງ​ຫວຽດນາມ ​
ແລະ​ເກາະ​ໄຫ​ໜານ​ ຂອງ​ປະ​ເທດ​ຈີນ ຊຶ່ງ​ມີ​ຄວາມ​ເປັນ​ໄປ​
ໄດ້​ວ່າອາດ​ຈະ​ເພີ້​ມຄວາມ​ແຮງ​ແລະ​ໄວ​ຂຶ້ນ​ໃນ​ຂະນະ​ທີ່​ພັດ
​ຜ່ານ​ທະ​ເລ​ຈີນ​ໃຕ້.

ຣາມມະ​ສູນ ຊຶ່ງ​ເປັນ​ໄຕ້​ຝຸ່ນ​ຫົວ​ທຳ​ອິດ​ຂອງ​ລະດູ ​ໄດ້​ພັດ​ຂຶ້ນ​ຝັ່ງ​ຟີ​ລິບ​ປີນ​ ໃນ​ວັນ​ພຸດ​ມື້​ນີ້ ພ້ອມ​ກັບລົມ​ທີ່​ມີ​ຄວາມ​ແຮງ​ສູງເຖິງ 250 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ເຮັດ​ໃຫ້​ຢ່າງ​ນ້ອຍ 10 ຄົນ​ເສຍ​ຊີວິດ ​ແລະ​ໄຟຟ້າ​ມອດ​ຢູ່​ໃນ​ຫຼາຍໆ​ເຂດ.

PHILIPPINES TYPHOON VOSOT
please wait

No media source currently available

0:00 0:01:55 0:00

​ພາຍຸ​ໄຕ້​ຝຸ່ນ​ລູກ​ນີ້​ໄດ້​ພັດ ຫຼັງຄາ​ເຮືອນຫຼາຍໆ​ຫຼັງ​ເສຍ​ຫາຍ ​ ​ຕົ້ນ​ໄມ້ ຈຳນວນນຶ່ງຖືກ​ໂຄ່ນ​ລົງ ​ແລະຫຼາຍໆເຂດທີ່ຢູ່​ອາໄສ ​ໃນ​ນະຄອນ​ຫລວງ ມາ​ນີລາ​ ຖືກນ້ຳຖ້ວມ.​

​ຫຼາຍຄົນເສຍ​ຊີວິດ ​ຍ້ອນຖືກ​ຕົ້ນ​ໄມ້ຫຼື​ເສົາ​ໄຟຟ້າ​ລົ້ມທັບ ​ແລະ ຢ່າງ​ນ້ອຍ 3 ຄົນ ​ເສຍ​ຊີວິດ​ຍ້ອນຝາ​ອາຄານພັງລົງມາທັບ ​ໃນ​ເມືອງ Lucena.

ສ່ວນຜູ້​ຄົນ​ອີກຈຳນວນນຶ່ງ ​ຫາຍ​ສາບ​ສູນ ຊຶ່ງພາໃຫ້ມີທ່າທາງວ່າ​ຈຳນວນ​ຄົນ​ເສຍ​ຊີວິດ ອາດຈະ​ເພີ້​ມຂຶ້ນອີກຕື່ມ.

ຫຼາຍກ່ວາ 3 ​ແສນ 7 ໝື່ນຄົນ ​ໃນ​ຫົກ​ແຂ​ວງ ​ໄດ້​ພາກັນຍົກຍ້າຍໜີ​ອອກ​ຈາກ​ເຮືອນ​ຊານ​ຂອງ​ຕົນ ​ໄປ​ຢູ່​ບ່ອນ​ຫລົບ​ໄພ.

​ກ່ອນ​ໜ້າໄຕ້ຝຸ່ນຣາມມະ​ສູນໄປຮອດ​ ຖ້ຽວບິນ​ພາຍ​ໃນປະ​ເທດຫຼາຍສິບ​ ຖ້ຽວ​ໄດ້​ຖືກ​ຍົກເລີກ ​ແລະ​ໂຮງຮຽນຫຼາຍໆ​ແຫ່ງ​ໄດ້​ຖືກປິດລົງ. ​ການຂົນ​ສົ່ງທາງ​ທະ​ເລ ກໍໄດ້ຖືກ​ປິດ​ໝົດ​ເຊັ່ນ​ກັນ ເຮັດ​ໃຫ້ຜູ້ໂດຍສານເຮືອຂ້າມ​ຟາກຫຼາຍຮ້ອຍ​ຄົນ ຕົກ​ຄ້າງ​ຢູ່ ຕາມ​ທ່າ​ເຮືອຕ່າງໆ.

ໄຕ້ຝຸ່ນ Rammasun ທີ່ມີຄວາມ​ໝາຍ​ວ່າ “ເທບພະ​ເຈົ້າແຫ່ງຟ້າ ຮ້ອງ” ໃນ​ພາສາ​ໄທ ​ໄດ້ເພີ້​ມຄວາມ​ແຮງຂຶ້ນ​ໃນ​ຄ່ຳຄືນຂອງ​ວັນ​ຈັນ​ຜ່ານ​ມາ​ນີ້ ​ຈາກລົມພາ​ຍຸ​ເຂດ​ຮ້ອນ ​ມາ​ເປັນ​ລົມໄຕ້​ຝຸ່ນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG