ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາຍຸໃຕ້ຝຸ່ນ ເຮັດໃຫ້ ເຮືອນຊານ ຫຼາຍພັນຫຼັງ ຂອງ ປະຊາຊົນ ເກົາຫຼີໃຕ້ ຂາດໄຟຟ້າໃຊ້


ແມ່ຍິງຄົນນຶ່ງຍ່າງຜ່ານປ້າຍອີເລັກໂທຣນິກ ທີ່ສະແດງໃຫ້ເຫັນ ຄຳວ່າ ຍົກເລີກ ຂອງຖ້ຽວບິນພາຍໃນປະເທດ ຍ້ອນພາຍຸໃຕ້ຝຸ່ນ ຊູລິກ ຢູ່ສະໜາມບິນ ກິມໂປ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ເມື່ອວັນທີ 23 ສິງຫາ 2018. REUTERS/Kim Hong-Ji
ແມ່ຍິງຄົນນຶ່ງຍ່າງຜ່ານປ້າຍອີເລັກໂທຣນິກ ທີ່ສະແດງໃຫ້ເຫັນ ຄຳວ່າ ຍົກເລີກ ຂອງຖ້ຽວບິນພາຍໃນປະເທດ ຍ້ອນພາຍຸໃຕ້ຝຸ່ນ ຊູລິກ ຢູ່ສະໜາມບິນ ກິມໂປ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ເມື່ອວັນທີ 23 ສິງຫາ 2018. REUTERS/Kim Hong-Ji

ພາ​ຍຸ​ໃຕ້​ຝຸ່ນ​ທີ່​ມີ​ກຳ​ລັງ​ຮຸນ​ແຮງ ໄດ້​ພັດ​ເຂົ້າ ເກົາຫຼີ​ໃຕ້ ໃນ​ຕອນ​ເຊົ້າ​ວັນ​ເສົາ​ວານນີ້,
ເຮັດ​ໃຫ້​ຢ່າງ​ໜ້ອຍ​ຄົນ​ນຶ່ງ​ເສຍ​ຊີ​ວິດ ແລະ ຕັດ​ຂາດ​ໄຟ​ຟ້າ 57,000 ຄົວເຮືອນ ກ່ອນ​ທີ່
ຈະ​ຫັນ​ຂຶ້ນ​ໄປ​ສູ່ ເກົາຫຼີ​ເໜືອ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່.

ພາ​ຍຸ​ໃຕ້​ຝຸ່ນ ຫຼິງຫຼິງ ໄດ້​ພັດ​ເຂົ້າ​ເກາະ ເຈ​ຈູ ແລະ ທ່າ​ເຮືອ​ພາກ​ໃຕ້​ຂອງ​ເມືອງ​ຕ່າງໆ, ຕັດ​
ຂາດ​ໄຟ​ຟ້າ ແລະ ສ້າງ​ຄວາມ​ເສຍ​ຫາຍ​ຕໍ່ຕຶກ​ອາ​ຄານ​ທັງຫຼາຍ ໃນ​ຂະ​ນະ​ທີ່ມັນ​ເຄື່ອນ​ຂຶ້ນ
​ເໜືອ​ດ້ວຍ​ຄວາມ​ໄວ 49 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ກະ​ຊວງ​ພາຍ​ໃນ ແລະ ຄວາມ​ປອດ​ໄພ
​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ.

ແມ່​ຍິງ​ອາ​ຍຸ 75 ປີ​ຄົນ​ນຶ່ງ​ໄດ້​ເສຍ​ຊີ​ວິດ​ໃນ​ເມືອງ ໂບ​ຣີ​ຢອງ, ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ
​ໃຕ້​ຂອງ​ນະ​ຄອນຫຼວງ ໂຊ​ລ, ແລະ ອີກ​ຢ່າງ​ໜ້ອຍ 2 ຄົນ​ໄດ້​ເຮັບ​ບາດ​ເຈັບ. ຖ້ຽວ​ບິນ​
ລວມ​ທັງ​ໝົດ 124 ຖ້ວ​ແມ່ນ​ໄດ້​ຖືກ​ຍົກ​ເລີກ.

ພາ​ຍຸ​ດັ່ງ​ກ່າວ​ຄາດ​ວ່າ​ຈະ​ຜ່ານ​ນະ​ຄອນຫຼວງ ໂຊ​ລ ແລະ ໄປ​ຮອດ ເກົາຫຼີ​ເໜືອ ຕອນ​
ປະ​ມານ 6 ໂມງ​ແລງ, ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ.

ສູງ​ກາງ​ຂອງ​ພາ​ຍຸ​ໃຕ້​ຝຸ່ນ​ຄາດ​ວ່າ ​ຈະ​ຜ່ານ​ນະ​ຄອນຫຼວງ ພຽງ​ຢາງ ຂອງ ເກົາຫຼີ​ເໜືອ,
ອີງ​ຕາມ​ແຜນ​ທີ່​ຕິດ​ຕາມທີ່​ໄດ້​ເອົາ​ລົງ​ໃນ​ເວັບ​ໄຊ້​ຂອງ ​ອົງ​ການ​ອຸ​ຕຸ​ນິ​ຍົມ ເກົາຫຼີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG