ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

2,500 ຄົນຖືກ​ຈັດ ​ເຂົ້າ​ໃນລາຍ​ຊື່ ຜູ້​ຫາຍ​ສາບ​ສູນ ໃນ​ ບາ​ຮາ​ມາ​ສ


ສະ​ມາ​ຊິກ​ໜ່ວຍ​ຄົ້ນ​ຫາ ແລະ ກູ້ໄພ​ຂອງ ນັກ​ດັບ​ເພີງ ເບີ​ນາ​ບີ ກາ​ນາ​ດາ (Canadian Burnaby) ຊອກ​ຫາ​ຜູ້​ເຄາະ​ຮ້າຍ ຫຼັງ​ຈາກ​ພາ​ຍຸ​ເຮີ​ຣິ​ເຄນ ໂດ​ຣຽນ ພັດ​ເຂົ້າ​​ຖະ​ຫຼົ່ມເກາະ ອາ​ບາ​ໂກ ໃນ​ທ່າ​ເຮືອ ມາ​ຊ໌, ປະ​ເທດ ບາ​ຮາ​ມາ​ສ. 11 ກັນ​ຍາ, 2019.
ສະ​ມາ​ຊິກ​ໜ່ວຍ​ຄົ້ນ​ຫາ ແລະ ກູ້ໄພ​ຂອງ ນັກ​ດັບ​ເພີງ ເບີ​ນາ​ບີ ກາ​ນາ​ດາ (Canadian Burnaby) ຊອກ​ຫາ​ຜູ້​ເຄາະ​ຮ້າຍ ຫຼັງ​ຈາກ​ພາ​ຍຸ​ເຮີ​ຣິ​ເຄນ ໂດ​ຣຽນ ພັດ​ເຂົ້າ​​ຖະ​ຫຼົ່ມເກາະ ອາ​ບາ​ໂກ ໃນ​ທ່າ​ເຮືອ ມາ​ຊ໌, ປະ​ເທດ ບາ​ຮາ​ມາ​ສ. 11 ກັນ​ຍາ, 2019.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ປະ​ເທດ ບາ​ຮາ​ມາ​ສ ກ່າວ​ວ່າ ປະ​ຊາ​ຊົນ 2,500 ຄົນ​ໄດ້ຖືກ​ຈັດເຂົ້າ
ໃນລາຍຊື່ຜູ້ຫາຍສາບສູນ ດົນກວ່ານຶ່ງອາທິດ ຫຼັງຈາກພາຍຸເຮີຣິເຄນ ໂດຣຽນ ໄດ້ພັດ
ຖະລົ່ມເກາະ ອາບາໂກ ແລະ ແກຣນ ບາຮາມາ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຈຳ​ນວນ​ຂອງ​ຜູ້​ທີ່​ຫາຍ​ສາບ​ສູນ​ນັ້ນ​ອາດ​ອາ​ໄສ​ຢູ່​ສະ​ຖານ​ທີ່ຫຼົບ
ລີ້ໄພຊົ່ວຄາວ ຫຼື ຖືກຍົກຍ້າຍອອກຈາກເກາະ. ເຂົາເຈົ້າເວົ້າວ່າລາຍຊື່ຢ່າງເປັນທາງ
ການແມ່ນຍັງຖືກກະກຽມຢູ່.

ຜູ້​ນຳ​ພາ​ການ​ທ່ອງ​ທ່ຽວ​ເກາະ ອາ​ບາ​ໂກ ຄົນ​ນຶ່ງ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ “ທຸກ​ຄົນ​ຢູ່
ໃນເກາະແມ່ນໄດ້ຂາດບາງຄົນໄປ. ມັນໂສກເສົ້າຫຼາຍ.” ຜູ້ນຳພາທ່ຽວຄົນດັ່ງກ່າວໄດ້
ເວົ້າວ່າ ລາວບໍ່ໄດ້ເຫັນໝູ່ ແລະ ພີ່ນ້ອງຫຼາຍຄົນນັບຕັ້ງແຕ່ພາຍຸຫົວນັ້ນໄດ້ພັດເຂົ້າ.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ຈາກ​ພາ​ຍຸ ໂດ​ຣຽນ ແມ່ນ​ມີ​ຢູ່ 50 ຄົນ. ແຕ່​ໃນ​ຂະ​ນະ​ການ​ຄົ້ນ
ຫາຜູ້ເຄາະຮ້າຍ ແລະ ການເກັບກວາດດຳເນີນໄປນັ້ນ, ບັນດາເຈົ້າໜ້າທີ່ຄາດວ່າ ຕົວ
ເລກຈະເພີ່ມຂຶ້ນຢ່າງຫຼວງຫຼາຍ.

ຖ້ຽວ​ບິນ​ພາ​ນິດ​ຫາ​ເກາະ ອາ​ບາ​ໂກ ມີ​ກຳ​ນົດ​ຈະ​ດຳ​ເນີນ​ການ​ຕໍ່​ດ້ວຍ​ຕາ​ຕະ​ລາງ​ທີ່​ຈຳ​ກັດ
ໃນວັນພຸດວານນີ້, ແຕ່ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ຖ້ຽວບິນການຊ່ວຍເຫຼືອ ແລະ ເຮືອ
ບິນການອົບພະຍົບແມ່ນບູລິມະສິດສູງສຸດ.

ການ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້​ກ່າວ​ວ່າ ພາ​ຍຸ​ເຮີ​ຣິ​ເຄນ​ລະ​ດັບ 5 ດັ່ງ​ກ່າວ, ເຊິ່ງ​ແມ່ນ​ພາ​ຍຸ​
ທີ່ຮຸນແຮງທີ່ສຸດທີ່ເຄີຍພັດເຂົ້າຖະຫຼົ່ມ ບາຮາມາສ ນັ້ນ ໄດ້ສ້າງຄວາມເສຍຫາຍປະມານ
3 ພັນລ້ານໂດລາ.

ອ່​ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG