ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​​ຕຳຫລວດ​​ ນະຄອນ​ນິວຢອກ 2 ຄົນ ຖືກຍິງສັງຫານ ແບບເຜົາຂົນ ໃນການແກ້ແຄ້ນ ຂອງຄົນຜິວດຳ


ບັນດາຜູ້ໄວ້ທຸກ ພາກັນຢືນຕົງ ໃນຂະນະທີ່ສົບຂອງ​​ຕຳຫລວດ​​ນະຄອນ​ນິວຢອກ 2 ຄົນ ກຳລັງຖືກນຳອອກມາຈາກ ສູນການແພດ Woodhull ເມື່ອວັນທີ 20 ທັນວາ 2014 ໃນນະຄອນ New York.
ບັນດາຜູ້ໄວ້ທຸກ ພາກັນຢືນຕົງ ໃນຂະນະທີ່ສົບຂອງ​​ຕຳຫລວດ​​ນະຄອນ​ນິວຢອກ 2 ຄົນ ກຳລັງຖືກນຳອອກມາຈາກ ສູນການແພດ Woodhull ເມື່ອວັນທີ 20 ທັນວາ 2014 ໃນນະຄອນ New York.

ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ​ໄດ້​ປະນາມ
​ການ​ຍິງ​ສັງຫານຕຳຫລວດ ນະຄອນ​ນິວຢອກ 2 ຄົນ ​ແບບ
ເຜົາ​ຂົນ ​ໃນ​ຕອນ​ກາງ​ເວັນ ຂະນະ​ທີ່​ພວກ​ເຂົາ​ເຈົ້າ ນັ່ງ​ຢູ່​ໃນ​ລົດ
ລາດຕະ​ເວນ​ຂອງ​ເຂົ​າ​ເຈົ້າ ເມື່ອວັນ​ເສົາ​ວານ​ນີ້.

ປະທານາທິບໍດີ ​ໂອ​ບາ​ມາ ຊຶ່ງ​ກຳລັງ​ພັກຜ່ອນ​ຢູ່ທີ່​ລັດ​ຮາ​ວາຍ
​ເວົ້າວ່າ “ຊາຍຜູ້​ກ້າຫານ​ສອງ​ຄົນ ບໍ່​ໄດ້​ກັບ​ຄືນ​ເມືອ​ບ້ານ​
ຫາ​ຄອບຄົວ​ທີ່​ຮັກ​ຫອມ​ ໃນ​ຄ່ຳ​ຄືນ​ນີ້ ​ແລະ ມັນ​ບໍ່​ມີເຫດ
ຜົນ​ອັນ​ໃດ​ເລີຍ ທີ່​ຈະ​ເອົາ​ມາ​ເປັນ​ຂໍ້ອ້າງ​ເຮັດ​ໃຫ້​ມັນ​ເປັນ​
ເຊັ່ນນັ້ນ.”

​ຕຳຫລວດສອງ​ຄົນ Wenjian Liu ​ແລະ Rafael Ramos ກຳລັງ​ນັ່ງ​ຢູ່ໃນ​ລົດ​ຕຳ​ຫລວດ
​ຂອງ​ພວກ​ເຂົາ​ເຈົ້າ ຢູ່​ໃນຄຸ້ມ Bedford-Stuyvesant ​ຂອງເມືອງ Brooklyn ​ເວລາ ທ້າວ
Ismayyil Brinsley ​ໄວ 28 ປີ ຍ່າງ​ເຂົ້າຫາ​ພວກ​ເຂົາ​ເຈົ້າ ​ແລ້ວ​ເປີດ​ສາກ​ຍິງ. ຫຼັງຈາກ​ນັ້ນ ທ້າວ Brinsley​ ໄດ້ແລ່ນ​ເຂົ້າ​ໄປ​ໃນ​ສະຖານີ​ລົດໄຟໃຕ້​ດິນ ​ແລ້ວ​ຍິງ​ໂຕ​ເອງ​ຕາຍ.

ຜູ້​ບັນຊາ​ການ​ຕຳຫລວດ​ລັດ​ນິວຢອກ ທ່ານ William Bratton ກ່າວ​ວ່າ​ ຊາຍ​ທັງ​ສອງ​
ທ່ານ​ນີ້ ເວົ້າງ່າຍໆ​ແລ້ວ ກໍແມ່ນວ່າ ​ຖືກ “ສັງຫານ.” ທ່ານ​ກ່າວ​ວ່າ ຜ່ານ​ມາ ທ້າວ Brinsley
ເຄີຍໄດ້ເອົາ​ຂໍ້ຄວາມ ​ ທີ່​ “ຕໍ່ຕ້ານ​ຕຳຫລວດ” ​ຢ່າງຮ້າຍ​ແຮງ ລົງ​ເຜີຍ​ແຜ່ທາງ​ອິນ​ເຕີເເນັດ
ຫຼື online.

ລັດຖະມົນຕີ​ຍຸຕິ​ທຳ​ສະຫະລັດ ທ່ານ Eric Holder ​ໄດ້​ປະນາມ ການ​ຍິງ​ສັງຫານ ​ແລະໄດ້ ​ເອີ້ນ​ການ​ກະທດັ່ງກ່າວວ່າ “​ເປັນ​ການ​ກະທຳ​ທີ່​ປ່າ​ເຖື່ອນ ແບບ​ບໍ່​ສາມາດ​ຈະບັນ​ລະ​ຍາຍ​ໄດ້.”

ທ້າວ Brinsley ​ໄດ້​ຂຽນ​ຂໍ້ຄວາມລົງ​ໃນ​ Instagram ກ່ຽວ​ກັບ​ການ​ລ້າງ​ແຄ້ນ​ໃຫ້ ທ້າວ Eric
Garner ຜູ້ບໍ່​ມີ​ອາວຸດ​ ທີ່​ຖືກ ​ຕຳຫລວດ​ຄົນຜິວ​ຂາວ ຮັດ​ຄໍ​ຕາຍ​ ​ໃນນະຄອນນິວຢອກ.

ການ​ຍິງ​ສັງຫານ​ຕຳຫລວດສອງ​ຄົນ​ນີ້ ມີ​ຂຶ້ນ​ໃນ​ເວລາ​ທີ່ ​ຄວາມ​ເຄັ່ງ​ຕຶງ​ເພີ້​ມທະວີຂຶ້ນ ໃນ​
ນະຄອນ​ນິວຢອກ​ ​ແລະ ທົ່ວ​ສະຫະ​ລັດ ລຸນຫຼັງ ​ການ​ຕັດສິນ​ໂດຍ​ຄະນະ​ຕຸລາການ ທີ່​ບໍ່ຟ້ອງ​ ໂທດ​ບັນດາ​ຕຳຫລວດ​ຜິວ​ຂາວ ສຳ​ຫລັບ​ການ​ຄາດ​ຕະກຳ​ຂອງ​ພວກ​ຜູ້ຊາຍ​ຜິວ​ດຳ ​ຜ່ານ​ມາ.

ທ້າວ Blinsley ຜູ້​ທີ່​ໄດ້​ສັງຫານ ​ຕຳຫລວດ ​ໃນ​ວັນ​ເສົາ​ວານ​ນີ້ ​ແມ່ນ​ເປັນ​ຄົນ​ຜິວ​ດຳ. ສ່ວນ​ ຕຳຫລວດສອງຄົນ​ນັ້ນ ​ແມ່ນ​ຄົນ​ເອ​ເຊຍ ​ແລະ ຄົນເຊື້ອສາຍ​ສະ​ເປ​ນ.

NY POLICE SHOOTING CNPK
please wait

No media source currently available

0:00 0:02:07 0:00

XS
SM
MD
LG