ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວທິເບດ ອີກສອງຄົນ ເຜົາໂຕເອງ ປະທ້ວງ ການປົກຄອງຈີນ


ຊາວທິເບດເຜົາໂຕຕາຍປະທ້ວງການປົກຄອງຂອງຈີນ
ຊາວທິເບດເຜົາໂຕຕາຍປະທ້ວງການປົກຄອງຂອງຈີນ

ແຫ​ລ່ງຂ່າວ​ຜູ້​ລີ້​ໄພ​ຊາວ​ທິ​ເບ​ດ ກ່າວ​ຕໍ່ວີ​ໂອ​ເອພະ​ແນ​ກພາສາ​ທິ​ເບ​ດວ່າ ຊາວ​ທິ​ເບ​ດອີກ​ສອງ​
ຄົນ​ ໄດ້​ເຜົາໂຕເອງ​ຕາຍ ​ເພື່ອ​ປະ​ທ້ວງການປົກຄອງ​ຂອງ​ຈີນ ຢູ່​ໃນບ້ານ​ເກີດ​ເມືອງ​ນອນ​
ຂອງ​ເຂົາ​ເຈົ້າ.

​ເຂົາ​ເຈົ້າ​ກ່າວ​ວ່າ ການ​ເຜົາ​ໂຕ​ເອງຕາຍ ​ໄດ້​ເກີດ​ຂື້ນ​ໃນ​ຕອນ​ແລງ​ວັນ​ຈັນວານ​ນີ້ ຕາມ​ເວລາ​
ທ້ອງ​ຖິ່ນ ​ທີ່​ເມືອງ Ngaba ຊຶ່ງ​ຈີນຮ້ອງ​ວ່າ Aba ​ໃນແຂວງ Sichuan ​ທີ່​ຕິດ​ກັບ​ເຂດ​ທິ​ເບ​ດ.

​ໃນ​ເວລາ​ນີ້ ຍັງບໍ່​ມີ​ຂ່າວເພີ້​ມ​ເຕີມ​ໃດໆ​ອີກກ່ຽວ​ກັບ​ເລື່ອງ​ນີ້.

ການ​ເຜົາ​ໂຕ​ເອງຄັ້ງລ້າ​ສຸດນີ້ ​ເຮັດ​ໃຫ້​ຈຳນວນ​ຜູ້​ທີ່​ເຜົາ​ໂຕ​ເອງຕາຍ​ເພີ່ມ​ຂຶ້ນ​ເປັນປະມານ 50
ຄົນ ​ນັບ​ແຕ່​ເດືອນ​ມີ​ນາ ປີ 2009 ​ເປັນຕົ້ນມາ ​ເພື່ອ​ປະ​ທ້ວງ​ການ​ປົກ​ຄອງ​ຂອງຈີນ ​ໃນທິ​ເບ​ດ.

ຊາວ​ທິ​ເບ​ດ ພາກັນ​ມີຄວາມ​ບໍ່​ພໍ​ໃຈ​ເພີ່ມ​ຂຶ້ນ ​ກ່ຽວ​ກັບ​ອັນ​ທີ່​ເຂົາ​ເຈົ້າ​ເຫັນວ່າ ​ເປັນ​ການຈຳກັດ​
ຮັດ​ແຄບ​ຂອງລັດຖະບານ​ຈີນ ​ໃນດ້ານສາສະໜາແລະ​ວັດທະນາ​ທໍາ ຊຶ່ງເປັນການ​ກ່າວ​ຫາ​ທີ່
ປັກ​ກິ່ງໄດ້ປະຕິ​ເສດ.

ລັດຖະບານ​ຈີນ​ເວົ້າ​ວ່າ ການ​ເຜົາ​ໂຕ​ເອງ​ຕາຍ ​ເປັນ​ການ​ປະ​ພຶດທີ່​ປາ​ເຖື່ອນຂອງ​ຜູ້​ກໍ່​ການ​ຮ້າຍ​.
ຈີນຍັງ​ໄດ້​ກ່າວ​ຫາ​ກຸ່ມ​ທິ​ເບ​ດພົ້ນທະ​ເລ ​ແລະ​ອົງ​ດາ​ໄລລາ​ມະຜູ້​ນໍາ​ທາງດ້ານ​ຈິດ​ໃຈ​ຂອງ​ຊາວ​
ທິ​ເບ​ດວ່າເປັນ​ຜູ້ຍຸ​ແຍ່​ໃຫ້​ມີ​ການ​ແບ່ງ​ແຍກ​ປະ​ເທດ.

XS
SM
MD
LG