ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກໂທດ ຄຸກອ່າວ Guantanamo ສອງຄົນ ຖືກສົ່ງໄປ ປະເທດການາ


ພາຍໃນເຂດຫ້ອງຄຸມຂັງທີ່ເປົ່າວ່າງໃນເຮືອນຈຳໝາຍເລກ 6. ເປັນຄຸກທີ່ເຄີຍໃຊ້ ເພື່ອຂັງນັກໂທດ ທີ່ຖານທັບທະຫານເຮືອ ສະຫະລັດ ທີ່ອ່າວ Guantanamo. 5 ມີນາ, 2013.
ພາຍໃນເຂດຫ້ອງຄຸມຂັງທີ່ເປົ່າວ່າງໃນເຮືອນຈຳໝາຍເລກ 6. ເປັນຄຸກທີ່ເຄີຍໃຊ້ ເພື່ອຂັງນັກໂທດ ທີ່ຖານທັບທະຫານເຮືອ ສະຫະລັດ ທີ່ອ່າວ Guantanamo. 5 ມີນາ, 2013.

​ເຈົ້າໜ້າ​ທີ່ກະຊວງປ້ອງກັນປະເທດ ສະຫະລັດ ໄດ້ກ່າວໃນວັນພຸດ
ວານນີ້ວ່າ ນັກໂທດສອງຄົນຈາກຄຸກທະຫານທີ່ອ່າວ Guantana-
mo ໃນຄິວບາ ໄດ້ຖືກຍົກຍ້າຍໄປຕັ້ງຖິ່ນຖານທີ່ປະເທດການາ.

ນັກໂທດທັງສອງ ທີ່​ຖືສັນຊາດເຢເມນ, ຊື່ວ່າ ທ້າວ Mahmoud
Omar Mahammed Bin Atef ແລະ ທ້າວ Khalid Moham-
med Salih al-Dhuby ໄດ້ຖືກຈັບກຸມໃນຖານະເປັນນັກຮົບຂອງ
ສັດຕ ໂດຍບໍ່ໄດ້ຖືກຕັ້ງຂໍ້ກ່າວຫາເປັນເວລາເກືອບ 14 ປີ.

ບັນດາເຈົ້າໜ້າທີ່ທຳນຽບຫ້າແຈ ກ່າວວ່າ ພາຍຫຼັງການທົບທວນ
ໃນກໍລະນີຂອງພວກເຂົາຢ່າງ ລະມັດລະວັງແລ້ວ ກໍໄດ້ມີ​ການລະ
ບຸໃຫ້ຮູ້ວ່າ ນັກໂທດທັງສອງ ບໍ່ໄດ້ມີທ່າທາງທີ່ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງ.

ໂຄສົກທຳນຽບຫ້າແຈ ທ່ານ Gary Ross ໄດ້ກ່າວວ່າ “ສະຫະລັດ ຮູ້ສຶກຂອບອົກຂອບໃຈ ຕໍ່ລັດຖະບານຂອງ ການາ ສຳລັບການກະທຳທາງດ້ານມະນຸດສະທຳຂອງພວກເຂົາເຈົ້າ ແລະ ຄວາມເຕັມໃຈໃນການສະໜັບສະໜູນຄວາມພະຍາຍາມທີ່ກຳລັງດຳເນີນຢູ່ ເພື່ອປິດ ສະຖານທີ່ກັກຂັງ ຢູ່ອ່າວ Guantanamo.”

ທ່ານກ່າວເພີ່ມເຕີມວ່າ ເມື່ອພວກເຂົາຢູ່ໃນປະເທດ ການາ,​ ບັນດາເຈົ້າໜ້າທີ່ຈະຕິດຕາມກິດ ຈະກຳຂອງຜູ້ຊາຍທັງສອງຄົນນີ້ຢ່າງໃກ້ຊິດ.

ລັດຖະມົນຕີການຕ່າງປະເທດຂອງ ການາ ໄດ້ກ່າວວ່າ ຜູ້ຊາຍທັງສອງແມ່ນປອດໄພຈາກທຸກໆ ຂໍ້ກ່າວຫາກ່ຽວກັບ ການກໍ່ການຮ້າຍ, ແຕ່ກໍໄດ້ສະເໜີ​ແນະວ່າ ພວກເຂົາອາດຈະຖືກອະນຸຍາດ ໃຫ້ອາໄສຢູ່ໃນປະເທດສຳລັບເວລາທີ່ຈຳກັດເທົ່ານັ້ນ.

ຖະແຫຼງການກະຊວງການຕ່າງປະເທດກ່າວວ່າ “ພວກເຮົາໄດ້ສະແດງໃຫ້ເຫັນຄວາມພ້ອມ ຂອງພວກເຮົາ ເພື່ອຮັບເອົາພວກເຂົາໃນໄລຍະເວລາ 2 ປີ, ຫຼັງຈາກນັ້ນພວກເຂົາກໍສາມາດ ອອກໄປຈາກປະເທດໄດ້.”

ທຳນຽບຫ້າແຈ ກ່າວວ່າ ນັກໂທດ 105 ຄົນແມ່ນຍັງຖືກ​ຂັງຢູ່ທີ່ອ່າວ Guantanamo. ຄົນອື່ນໆ ອີກຫຼາຍກວ່າ 10 ຄົນແມ່ນຄາດວ່າຈະໄດ້ຖືກຍ້າຍອອກຈາກຄຸກ ໃນສອງສາມສັບປະດາຂ້າງ ໜ້ານີ້.

ປະທານາທິບໍດີ ບາຣັກ ໂອບາມາ ຖື​ວ່າການປິດຄຸກທະຫານດັ່ງກ່າວ ເປັນໜຶ່ງໃນເປົ້າໝາຍ ບູລິມະສິດຂອງທ່ານກ່ອນທີ່ທ່ານຈະອອກຈາກການກຳຕຳແໜ່ງ.

XS
SM
MD
LG