ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ດີດ ນາ​ຍົກ ຂອງ​ປະ​ເທດ ກິ​ເນຍ ບິ​ສ​ຊາວ ສອງ​ທ່ານ ແຂ່ງ​ຂັນກັນ ເພື່ອ​ຕຳ​ແໜ່ງ ປະ​ທາ​ນາ​ທິ​ບໍ​ດີ


ຜູ້​ຊາຍ​ສອງ​ຄົນ​ຢືນ​ຢູ່​ຕໍ່​ໜ້ປ້າຍ​ຂອງ​ຜູ້​ລົງ​ແຂ່ງ​ຂັນ​ຝ່າຍ​ຄ້ານ ທ່ານ ອູ​ມາ​ໂຣ ຊິ​ສ​ໂຊ​ໂຄ ເອັມ​ບາ​ໂລ, ນະ​ຄອນຫຼວງ ບິ​ສ​ຊາວ. 27 ທັນ​ວາ, 2019.
ຜູ້​ຊາຍ​ສອງ​ຄົນ​ຢືນ​ຢູ່​ຕໍ່​ໜ້ປ້າຍ​ຂອງ​ຜູ້​ລົງ​ແຂ່ງ​ຂັນ​ຝ່າຍ​ຄ້ານ ທ່ານ ອູ​ມາ​ໂຣ ຊິ​ສ​ໂຊ​ໂຄ ເອັມ​ບາ​ໂລ, ນະ​ຄອນຫຼວງ ບິ​ສ​ຊາວ. 27 ທັນ​ວາ, 2019.

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ທ່ານ ຂອງ​ປະ​ເທດ ກິ​ເນຍ ບິ​ສ​ຊາວ ແມ່ນ​ກຳ​ລັງ​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ການ​ແຂ່ງ​ຂັນ​ຂັ້ນ​ຊີ້​ຂາດ​ໃນ​ວັນ​ອາ​ທິດມື້ນີ້ ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນ​ບໍ່​ສາ​ມາດ​ທີ່​ຈະ​ເຂົ້າ​ຮອບ​ທີ​ສອງ​ໄດ້ ໃນ​ປະ​ເທດ​ທີ່​ປະ​ສົບ​ຄວາມ​ວຸ້ນ​ວາຍ​ໃນ​ ອາ​ຟ​ຣິ​ກາ ຕາ​ເວັນ​ຕົກ ເຊິ່ງ​ຄັ້ງ​ນຶ່ງ​ຖືກ​ອະ​ທິ​ບາ​ຍໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ດັ່ງ​ກັບ​ປະ​ເທດ ທີ່​ເພິ່ງ​ພາ​ຢາ​ເສບ​ຕິດ.

ປະ​ທາ​ນາ​ທິ​ບໍ​ດີ ໂຮ​ເຊ ມາ​ຣີ​ໂອ ວາ​ສ, ເຊິ່ງ​ກຳ​ອຳ​ນາດ​ນັບ​ຕັ້ງ​ແຕ່​ປີ 2014, ໄດ້​ປະ​ຕິ​ຍານ​ທີ່​ຈະ​ເຄົາ​ລົບ​ຜົນ​ຄະ​ແນນ​ຕ່າງໆ ໃນ​ການ​ສະ​ແດງ​ທ່າ​ທີ່ໆ​ບໍ່​ຄ່ອຍ​ເກີດ​ຂຶ້ນ​ຂອງ​ການ​ເມືອງ​ທີ່ບໍ່​ໝັ້ນ​ຄົງ​ນັ້ນ. ທ່ານ ວາ​ສ ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຖືກ​ເລືອກ​ຢ່າງ​ເປັນ​ປະ​ຊາ​ທິ​ປະ​ໄຕ​ຄົນ​ທຳ​ອິດ ທີ່​ສຳ​ເລັດ​ການ​ດຳ​ລົງ​ຕຳ​ແໜ່ງ​ຄົບ​ສະ​ໄໝ​ນຶ່ງ ໂດຍບໍ່​ໄດ້​ຖືກ​ປົດ ຫຼື ລອບ​ສັງ​ຫານ ນັບ​ຕັ້ງ​ແຕ່​ການ​ປະ​ກາດ​ເອ​ກະ​ລາດ​ຈາກ ປອກ​ຕຸຍ​ການ ໃນ​ປີ 1974.

ມັນ​ມີ​ຄວາມ​ເປັນ​ຫ່ວງຫຼາຍ​ພໍ ກ່ອນ​ການ​ລົງ​ຄະ​ແນນ​ສຽງ​ຮອບ​ທຳ​ອິດ​ເມື່ອ​ວັນ​ທີ 24 ພະ​ຈິກ​ທີ່​ຜ່ານ​ມາ​ທີ່ ກຸ່ມ ECOWAS ໃນ​ພາກ​ພື້ນ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ມີ​ກຳ​ລັງ​ທະ​ຫານ​ກຽມ​ພ້ອມ​ເພື່ອ “ຈັດ​ຕັ້ງ​ປະ​ຕິ​ບັດຄຳ​ສັ່ງ” ໃນ​ກໍ​ລະ​ນີ​ມີ​ການ​ກໍ່​ລັດ​ຖະ​ປະ​ຫານ.

ໃນ​ຂະ​ນະ​ທີ່ມັນ​ບໍ່​ໄດ້​ມີ​ການ​ຍຶດ​ອຳ​ນາດ​ໃນ​ປະ​ເທດ ກີ​ເນຍ ບິ​ສ​ຊາວ ນັບ​ຕັ້ງ​ແຕ່​ປີ 2012 ເປັນ​ຕົ້ນ​ມານັ້ນ, ແນວ​ໃດ​ກໍ​ຕາມຂະ​ບວນ​ການ​ເລືອກ​ຕັ້ງ​ໃນ​ຄັ້ງ​ນີ້ ແມ່ນ ບໍ່​ໄດ້​ປະ​ເຊີນ​ກັບ​ຄວາມ​ວຸ້ນ​ວາຍ.

ໄດ້​ມີ​ກາ​ນ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ ຫຼັງ​ຈາກ​ທ່ານ ວາ​ສ ໄດ້​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ທ່ານ ແລະ ຄະ​ນະ​ລັດ​ຖະ​ບານ ບໍ່​ເຖິງ​ນຶ່ງ​ເດືອນ​ກ່ອນ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ພະ​ຈິກ​ນັ້ນ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່ງ, ທ່ານ ອາ​ຣິ​ສ​ທາຍ ໂກ​ເມັ​ສ (Aristide Gomes), ໄດ້​ປະ​ຕິ​ເສດ​ທີ່​ຈະ​ລາ​ອອກ ແລະ ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ດຳ​ລົງ​ຕຳ​ແໜ່ງ​ແທນ​ທ່ານ ກໍ​ໄດ້​ລາ​ອອກ​ຢ່າງວ່ອງ​ໄວ ໃນ​ຂະ​ນະ​ທີ່​ຄວາມ​ກົດ​ດັນ​ໃນ​ພາກ​ພື້ນ​ໄດ້​ເພີ່ມ​ຂຶ້ນ.

ຜູ້​ນຳ​ໜ້າ​ໃນ​ການ​ແຂ່ງ​ຂັນ​ຂັ້ນ​ຊີ້​ຂາດ​ຂອງວັນ​ອາ​ທິດ​ວານນີ້ ແມ່ນ​ທ່ານ ໂດ​ມິງກອ​ສ ຊີ​ໂມ​ເອ​ສ ເປ​ເຣ​ຣາ, ຜູ້​ທີ່​ມີ​ຄະ​ແນນ 40 ເປີ​ເຊັນ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ຮອບ​ທຳ​ອິດ. ທ່ານ​ມີ​ປະ​ຫວັດທີ່​ຍາວ​ນານ ກ່ຽວ​ກັບ ການ​ຂັດ​ແຍ້ງ​ທາງ​ການ​ເມືອງ​ກັບ​ທ່ານ ວາ​ສ. ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ປົດ​ທ່ານ​ອອກ​ຈາກ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ປີ 2015 ທີ່​ຜ່ານ​ມາ, ແລະ ໄດ້​ປະ​ຕິ​ເສດ​ທີ່​ຈະ​ເລືອກ​ທ່ານ​ໃນ​ຕົ້ນ​ປີນີ້ ເຖິງ​ແມ່ນ​ໄດ້​ເປັນ​ຕົວ​ເລືອກ​ຂອງ​ສະ​ພາ​ແຫ່ງ​ຊາດ​ກໍ​ຕາມ.

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີກ​ທ່ານນຶ່ງຄື ທ່ານ ອູ​ມາ​ໂຣ ຊິ​ສ​ໂຊ​ໂຄ ເອັມ​ບາ​ໂລ, ໄດ້​ຄະ​ແນນ​ສຽງ 27 ເປີ​ເຊັນ​ກວ່າ ໃນ​ການ​ເລືອກ​ຕັ້ງ​ຮອບ​ທຳ​ອິດ ແຕ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຜູ້​ລົງ​ແຂ່ງ​ຂັນ​ຈຳ​ນວນ​ນຶ່ງ ຜູ້​ທີ່ບໍ່​ໄດ້​ເຂົ້າ​ຮອບ​ຂັ້ນ​ຊີ້​ຂາດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG