ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທວີດ​ເຕີ​ ​ເປີດ​ເຜີຍ ຂໍ້ມູນ ທີ່ສະແດງ ໃຫ້ເຫັນ ວ່າ ຣັດເຊຍ ແລະ ອີຣ່ານ ພະຍາຍາມ ແຊກແຊງ ເຂົ້າໃນ ການເມືອງ ສຫລ


ເຄື່ອງໝາຍຂອງບໍ​ລິ​ສັດ​ທວີດ​ເຕີ ທີ່ຕິດໄວ້ຢູ່ສໍານັກງານໃຫຍ່ ຂອງບໍລິສັດດັ່ງກ່າວ ໃນນະຄອນ ຊານ ຟຣານຊິສໂກ, ລັດຄາລິຟໍເນຍ (ພາບຖ່າຍໃນວັນທີ 28 ເມສາ, 2015).
ເຄື່ອງໝາຍຂອງບໍ​ລິ​ສັດ​ທວີດ​ເຕີ ທີ່ຕິດໄວ້ຢູ່ສໍານັກງານໃຫຍ່ ຂອງບໍລິສັດດັ່ງກ່າວ ໃນນະຄອນ ຊານ ຟຣານຊິສໂກ, ລັດຄາລິຟໍເນຍ (ພາບຖ່າຍໃນວັນທີ 28 ເມສາ, 2015).

ໃນ​ວັນ​ພຸດ​ວານນີ້ ບໍ​ລິ​ສັດ​ທວີດ​ເຕີ​ໄດ້​ເປີດ​ເຜີຍການ​ເກັບ​ກຳ​ເອົາຂໍ້​ຄວາມທີ່​ຂຽນ​ລົງ​ໃນ
​ທວີດ​ເຕີຫລາຍກວ່າ 10 ລ້ານ​ອັນ ​ທີ່​ມີ​ສ່ວນ​ພົວ​ພັນ​ກັບ​ຫລາຍ​ພັນບັນ​ຊີທີ່​ເຊື່ອມ​ໂຍງ​ກັບ
ການ​ຈັດຕັ້ງ​ໂຄ​ສະ​ນາຂອງອົງ​ການ​ຄົ້ນ​ຄວ້າ​ທາງອິນ​ເຕີ​ແນັດ​ຂອງ​ຣັດ​ເຊຍ ພ້ອມ​ທັງ​ມີ
​ບັນ​ຊີ​ທີ່ບໍ່​ຮູ້​ວ່າເປັນ​ຂອງ​ໃຜ​ຫລາຍຮ້ອຍ​ອັນ ລວມ​ທັງ​ຫລາຍ​ບັນ​ຊີທີ່​ຕັ້ງ​ຢູ່​ຂຶ້ນ​ຢູ່​ໃນ​ອີ​ຣ່ານ
ອີກ​ດ້ວຍ.

ຂໍ້​ມູນນັ້ນ ຕາມ​ການ​ວິ​ເຄາະແລະເປີດ​ເຜີຍ​ຢູ່​ໃນ​ບົດ​ລາຍ​ງານ​ຂອງຫ້ອງ​ທົດ​ລອງ​ການ​
ຄົ້ນ​ຄວ້າການ​ກະ​ທຳ​ທຸດ​ຈະ​ລິດທາງ​ດີ​ຈິ​ຕອນ ຫລື DFR ​ຂອງ​ສະ​ພາ​ແອັດແລນ​ຕິກ
ແມ່ນ​ໄດ້ປະ​ກອບ​ເປັນບັນ​ຊີ 3,841 ອັນ​ ທີ່​ມີ​ການ​ເຊື່ອ​ມໂຍງ​ກັບ​ອົງ​ການຄົ້ນ​ຄວ້າ​ທາງ
​ອິນ​ເຕີ​ແນັດທີ່​ຕັ້ງ​ຢູ່​ຣັດ​ເຊຍ, ອີກ 770 ບັນ​ຊີ ​ອາດ​ຈະ​ຕັ້ງ​ຢູ່​ໃນອີ​ຣ່ານ ພ້ອມ​ທັງ ມີ​ຂໍ້
​ຄວາມ​ໃນ​ທວີດ​ເຕີ​ອີກ 10 ລ້ານ​ອັນ ແລະມີ​ຮູບ​ພາບ, ວີ​ດິ​ໂອ ແລະ​ສິ່ງ​ໃຊ້​ໃນຂ່າວ​ສານ
ອັນ​ອື່ນໆ ຫລາຍ​ກວ່າ 2 ລ້ານ​ອັນອີກ.

​ບັນ​ຊີ​ທີ່ບໍ່​ບອກວ່າເປັນ​ຂອງ​ໃຜ​ໃນ​ຣັດ​ເຊຍ ທີ່ແນ​ເປົ້າ​ໝາຍໃສ່​ການ​ເມືອງ​ຂອງ​ສະ​ຫະ​ລັດ
​ແມ່ນ​ໂຈມ​ຕີບຸກ​ຄົນ​ທີ່​ມາ​ຈາກ​ທັງ​ພັກ​ຝ່າຍ​ຊ້າຍແລະ​ຝ່າຍ​ຂວາ. ເປົ້າ​ໝາຍ​ຕົ້ນ​ຕໍ​ຂອງ​ພວກ
​ເຂົາ​ປາ​ກົດ​ວ່າ ເພື່ອ​ສ້າງ​ໃຫ້​ເກີດ​ການ​ຂັດ​ແຍ້ງ​ກັນ ຫລາຍກວ່າ​ການ​ສົ່ງ​ເສີມ​ຝ່າຍ​ໃດ ຝ່າຍ​
ນຶ່ງ ຊຶ່ງ​ຄິດ​ວ່າ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ເຮັດ​ໃຫ້ ສະ​ຫະ​ລັດ​ມີ​ຄວາມ​ອ່ອນ​ແອ​ລົງ, ອີງ​ຕາມ​ການ
ລາຍງານ​ນັ້ນ.

​ຫ້ອງ​ຄົ້ນ​ຄວ້າ DFR ເວົ້າ​ວ່າ ບັນ​ຊີ​ປອມ​ຂອງ​ຣັດ​ເຊຍ ​ມັກ​ຈະ​ມີ​ປະ​ສິດ​ທິ​ຜົນ​ຫລາຍໂດຍ​ໄດ້
​ດຶງ​ດູດ​ເອົາ​ການ​ສົ່ງ​ຕໍ່​ທາງ​ທວີດ​ເຕີ​ຫລາຍ​ສິບ​ພັນຄັ້ງສຳ​ລັບ​ການ​ລົງ​ຂ່າວ​ອັນ​ໃດອັນ​ນຶ່ງ
ລວມທັງ​ຈາກ​ຜູ້​ອອກ​ຄຳ​ເຫັນ​ທີ່​ເປັນ​ນັກ​ວິ​ຈານ​ມີ​ຊື່​ສຽງເຊັ່ນ ແອນ ຄາວ​ເຕີ (Ann Coulter)
ທີ່​ມີ​ຫົວ​ອະ​ນຸ​ລັກ​ນິ​ຍົມ​ນັ້ນ.

ຕືກຂອງສໍານັກງານຄົ້ນຄວ້າທາງອິນເຕີແນັດ ຊຶ່ງເປັນໂຮງງານສ້າງບັນຊີປອມໃນສື່ສັງຄົມອອນລາຍ ຂອງຣັດເຊຍ ທີ່ຫລຽວເຫັນໃນເມືອງ ແຊງ ພີເຕີສເບີກໃນຣັດເຊຍ
ຕືກຂອງສໍານັກງານຄົ້ນຄວ້າທາງອິນເຕີແນັດ ຊຶ່ງເປັນໂຮງງານສ້າງບັນຊີປອມໃນສື່ສັງຄົມອອນລາຍ ຂອງຣັດເຊຍ ທີ່ຫລຽວເຫັນໃນເມືອງ ແຊງ ພີເຕີສເບີກໃນຣັດເຊຍ

ຂໍ້​ຄວາມ​ທີ່​ເອົາ​ລົງ​ໃນ​ທວີດ​ເຕີ​ບາງ​ອັນ​ນັ້ນ ຂຽນ​ວ່າ: "ວັນ​ແຫ່ງ​ການ​ຕັດ​ສິນ ​ມາ ​ຮອດ​ແລ້ວ.
ຈົ່ງ​ໄປ​ປ່ອນ​ບັດ​ເລືອກ​ເອົາທ່ານ ທ​ຣຳ ແລະ​ທ່ານ​ເພັນ​ສ໌ ຫລື #TrumpPence16 ເພື່ອ
ກອບ​ກູ້​ເອົາ​ປະ​ເທດ​ຊາດ​ທີ່ດີ​ເລີດ​ຂອງ​ພວກ​ເຮົາບໍ່​ໃຫ້​ຖືກ​ທຳ​ລາຍ! #draintheswamp
ໃຫ້​ທຳ​ຄວາມ​ສະ​ອາດ​ເອົາ​ສິ່ງບໍ່​ດີ​ອອກ​ໄປ #TrumpForPresident ໃຫ້​ເລືອກ​ເອົາ
ທ​ຣຳ" ນັ້ນ​ຄື​ຂໍ້​ຄວາມ​ຢູ່​ໃນ​ທວີດ​ເຕີປອມ ທີ່​ຂຽນໃນ​ມື້​ເລືອກ​ຕັ້ງຂອງ​ປີ 2016.

​ອີກ​ຂໍ້ຄວາມ​ນຶ່ງ ຂຽນໃນ​ເດືອນ​ມີ​ນາ​ປີນີ້ ​ເວົ້າ​ວ່າ "ການ​ເຕືອນ​ໃຫ້​ຮູ້ປະ​ຈຳ​ວັນ ທ່ານທ​ຣຳ​
ຍັງ​ບໍ່​ທັນ​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ຣັດ​ເຊຍທີ່​ໄດ້​ຮັບ​ສຽງເຫັນ​ດີ 4,193 ສຽງຢູ່​ໃນ
​ສະ​ພາ​ຕ່ຳ ແລະ 982 ສຽງ ໃນ​ສະ​ພາ​ສູງນັ້ນ​ເທື່ອ. ອັນ​ນັ້ນ ຄວນ​ຖືກ​ໃຊ້​ເປັນ​ເຫດ​ຜົນ​ທີ່​
ຈະຟ້ອງ​ໃຫ້ຜູ້​ກ່ຽວ​ລົງຈາກ​ຕຳ​ແໜ່ງໄດ້ແລ້ວບໍ່​ແມ່ນ​ຫວາ?”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG