ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

20 ຄົນ ເສຍຊີວິດ ໃນເຫດບຸກໂຈມຕີໝູ່ບ້ານ ອົງການ ສະຫະປະຊາຊາດ ທີີ່ ຊູດານໃຕ້ (ວີດີໂອ)


ບັນດາ​ເຈົ້າ​ໜ້າ​ທີ່​ຊູ​ດານ​ໃຕ້ ກ່າວ​ວ່າ ພວກ​ມື​ປືນ​ໄດ້​ຖະຫລົ່ມ
ຄຸ້ມ​ບ້ານຂອງ ອົງການສະຫະປະຊາຊາດ ບ່ອນ​ພັກບັນດາ
​ພົນລະ​ເຮືອນ 5 ພັນ​ຄົນ ​ລວມທັງ ກຳລັງ​ຮັກສາ​ສັນຕິພາບ
ສະຫະ​ປະຊາ​ຊາດ ສັງຫານ​ຢ່າງ​ໜ້ອຍ 20 ຄົນ ​ແລະເຮັດ​
ໃຫ້​ບາດ​ເຈັບ 60 ຄົນ.

ພວກ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ຊາວ​ໜຸ່ມ​ຕິດ​ອາວຸດ ​ໄ​ດ້​ບຸກ​ເຂົ້າ​ໄປ
ຄ້າຍ​ຂອງ ໜ່ວຍ​ປະຕິບັດ​ງານ ສະຫະ​ປະ​ຊາ​ຊາດ ​ໃນ ຊູ​ດານ
ໃຕ້ (UNMISS) ​ໃນ​ວັນພ​ະຫັດວານ​ນີ້ ​ໃນ​ນະຄອນຫລວງ​
Bor ຂອງ​ລັດ Jonglei, ​ແລ້ວໄດ້​ເປີດ​ສາກ​ຍິງ​ປືນ​ໂຈມ​ຕີ.

​ເອກ​ອັກຄະ​ລັດ​ຖະທູດ​ ສະຫະລັດ ປະຈຳ ສະຫະ​ປະຊາ​ຊາດ ທ່ານ​ນາງ Samantha
Power ບັນ​ລະ​ຍາຍ​ການ​ໂຈມຕີ​ວ່າ “​ເປັນ​ການໂຈມ​ຕີຢ່າງ​ເປີດ​ແປນ ​ ​ໄຮ້​ມະນຸດສະທຳ
ຕໍ່​ພົນ​ລະ​ເຮືອນ​ທີ່​ບໍ່​ຕິດ​ອາ​ວຸດ.”

ທ່ານນາງ ກ່າວ​ວ່າ ສະຫະລັດ ຈະ​ປະຕິບັດ​ງານ​ກັບ ບັນດາ​ພັນທະ​ມິດ​ຂອງ​ຕົນ ​ເພື່ອ​
ພິຈາລະນາ​ວ່າ ​ໃຜ​ເປັນ​ຜູ້​ຮັບຜິດຊອບ ອັນ​ທີ່ ທ່ານ​ນາງ ຮ້ອງວ່າ “ການ​ໂຈມຕີ​ຢ່າງ​
ສະຫຍອງ​ຂວັນນີ້" ​ແລະ​ຈະ​ນຳ​ເອົາ ຜູ້​ກະທຳ​ຜິດ ມາ​ລົງ​ໂທດ.

​ໂຄສົກ ສະຫະ​ປະຊາ​ຊາດ ທ່ານ Stephane Dujarric ຮ້ອງ​ການ​ໂຈມ​ຕີ​ບ່ອນ​ພົນລ​ະ ເຮືອນທີ່​ຢູ່​ພາຍ​ໃຕ້​ການ​ຄຸ້ມ​ກັນ​ຂອງ ສະຫະ​ປະຊາ​ຊາດ ນັ້ນ​ວ່າ “​ເປັນ​ການ​ທະວີເລື້ອງ​
ທີ່​ຮ້າຍ​ແຮງ.” ທ່ານຍັງ​ກ່າວ​ອີກ​ວ່າ ການ​ໂຈມ​ຕີ​ໃດໆ​ ຕໍ່ກໍາລັງ​ຮັກສາ​ສັນຕິພາບ “​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້ ​ແລະ​ວ່າເປັນ​ອາຊະຍາ​ກຳ​ສົງ​ຄາມ.” ​
SOUTH SUDAN VOSOT
please wait
Embed

No media source currently available

0:00 0:00:34 0:00
XS
SM
MD
LG