ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຍົກຍ້າຍຖິ່ນຖານ ຊາວ ໂຣຮິງຢາ ຢ້ານວ່າໄດ້ຈົມນໍ້າຕາຍ ຢູ່ນອກຊາຍຝັ່ງຣີສອດຂອງມາເລເຊຍ ແລ້ວ


ຮູບພາບຈາກໜ່ວຍຍາມຝັ່ງມາເລເຊຍ ວັນທີ 5 ເມສາ 2020 ທີ່ເຫັນຊາວໂຣຮິງຢາ ຢູ່ໃນເຮືອໄມ້.
ຮູບພາບຈາກໜ່ວຍຍາມຝັ່ງມາເລເຊຍ ວັນທີ 5 ເມສາ 2020 ທີ່ເຫັນຊາວໂຣຮິງຢາ ຢູ່ໃນເຮືອໄມ້.

ພວກເຈົ້່າໜ້າທີ່ ມາເລເຊຍ ກ່າວວ່າ ຜູ້ຍົກຍ້າຍຖິ່ນຖານຊາວ ໂຣຮິງຢາ 24 ຄົນ ຢ້ານວ່າໄດ້ຈົມນໍ້າ ຕາຍຢູ່ນອກເກາະຣີສອດ ໃກ້ກັບປະເທດ ໄທ ແລ້ວ.

ພວກເຈົ້າໜ້າທີ່ ມາເລເຊຍ ໄດ້ຊອກຫາ ແລະປະຕິບັດງານກູ້ໄພອົບພະຍົບ ໂຣຮິງຢາ ໃນວັນອາທິດ ວານນີ້ ຜູ້ທີ່ໄດ້ຫາຍສາບສູນໄປຫຼັງຈາກໄດ້ໂຕນລົງນໍ້າຈາກເຮືອລໍານຶ່ງ ແລະ ພະຍາຍາມລອຍໄປຫາເກາະຣີສອດ ລັງກາວີ.

ໜ່ວຍຍາມເຂດຊາຍຝັ່ງຂອງ ມາເລເຊຍ ກ່າວວ່າ 25 ຄົນໄດ້ພະຍາຍາມລອຍເຂົ້າໄປຊາຍຝັ່ງໃນ ຕອນແລງວັນເສົາທີ່ຜ່ານມາ ແຕ່ວ່າມີຜູ້ດຽວ ທີ່ຖືກລະບຸວ່າແມ່ນ ທ້າວ ນໍ ຮອຊເຊນ ອາຍຸ 27 ປີ ທີ່ລອຍໄປເຖິງເກາະ.

ເຈົ້າໜ້າທີ່ກ່າວວ່າ ລາວໄດ້ຖືກກັກໂຕໂດຍຕຳຫຼວດເພື່ອສອບສວນຄັ້ງນຶ່ງຢູ່ເທິງຝັ່ງ.

ປະເທດ ມາເລເຊຍ ທີ່ມີປະຊາຊົນສ່ວນໃຫຍ່ເປັນຊາວມຸສລິມນັ້ນ ມັກເປັນບ່ອນທີ່ຊາວ ໂຣຮິງຢາ ມຸສລິມ ເດີນທາງໄປ ເພື່ອຊອກຫາຊີວິດທີ່ດີ ຫຼັງຈາກໄດ້ຫຼົບໜີໃນປີ 2017 ຂອງການທັບມ້າງ ຈາກທະຫານຢູ່ບ້ານເກີດເມືອງນອນຂອງເຂົາເຈົ້າໃນປະເທດ ມຽນມາ ທີ່ມີປະຊາຊົນສ່ວນໃຫຍ່ເປັນ
ຊາວພຸດ ແລະ ແຕ່ນັ້ນມາໄດ້ພາກັນໄປຢູ່ສູນອົບພະຍົກໃນປະເທດ ບັງກລາແດັສ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG