ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດຖະມົນຕີການຄ້າ ຈາກ 12 ປະເທດ ໃນຂົງເຂດປາຊີຟິກ ລົງນາມ ໃນຂໍ້ຕົກລົງ ການຄ້າເສລີ


ນາຍົກລັດຖະມົນຕີ ນິວຊີແລນ ທ່ານ John Key (ຂວາ) ກ່າວຖະແຫລງ ຕໍ່ບັນດາຄະນະຜູ້ແທນ ຢູ່ທີ່ການລົງນາມ ຂໍ້ຕົກລົງ ພາຄີຂ້າມມະຫາສະມຸດປາຊີຟິກ ຫຼື TPP ໃນນະຄອນ Auckland ຂອງປະເທດນິວຊີແລນ, ວັນທີ 4 ກຸມພາ 2016.
ນາຍົກລັດຖະມົນຕີ ນິວຊີແລນ ທ່ານ John Key (ຂວາ) ກ່າວຖະແຫລງ ຕໍ່ບັນດາຄະນະຜູ້ແທນ ຢູ່ທີ່ການລົງນາມ ຂໍ້ຕົກລົງ ພາຄີຂ້າມມະຫາສະມຸດປາຊີຟິກ ຫຼື TPP ໃນນະຄອນ Auckland ຂອງປະເທດນິວຊີແລນ, ວັນທີ 4 ກຸມພາ 2016.

ລັດຖະມົນຕີການຄ້າ ຈາກຂົງເຂດປາຊີຟິກ 12 ທ່ານ ໄດ້ລົງ
ນາມໃນ ຂໍ້ຕົກລົງ ພາຄີຂ້າມມະຫາສະມຸດປາຊີຟິກ ຫຼື TPP
ຢູ່ໃນ ນະຄອນ Auckland ປະເທດ New Zealand ໃນວັນ
ພະຫັດມື້ນີ້ ຕາມເວລາໃນທ້ອງຖິ່ນ ອັນເປັນຂໍ້ຕົກລົງການຄ້າ
ເສລີ ທີ່ກວ້າງຂວາງ ຊຶ່ງຈະຕັດ ພາສີອາກອນ ແລະກຳ​ແພງ ການຄ້າຕ່າງໆໃຫ້ແກ່ເກືອບເຄິ່ງໜຶ່ງ ຂອງ ເສດຖະກິດໃນໂລກ.

ທ່ານ Michael Froman ຜູ້ຕາງໜ້າດ້ານການຄ້າ ເປັນຜູ້ທີ່ໄດ້
ລົງນາມ ໃຫ້ແກ່ສະຫະລັດ.

ລັດຖະມົນຕີ ໝົດທຸກຄົນ ໄດ້ກ່າວວ່າ ເປົ້າໝາຍຂອງພວກເພິ່ນ
ແມ່ນ ເພື່ອ “ເສີມຂະຫຍາຍຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ສ້າງວຽກເຮັດງານທຳ
ແລະ ສົ່ງເສີມການພັດທະນາເສດຖະກິດ​ແບບຍືນຍົງ ສຳລັບ ປະເທດຂອງພວກເຮົາ.”

ພວກປະທ້ວງຈຳນວນໜຶ່ງ ພາກກັນເດີນຂະບວນ ຢູ່ນອກສະຖານທີ່ ການລົງນາມ ຂໍ້ຕົກລົງ ພາຄີຂ້າມມະຫາສະມຸດ ປາຊີຟິກ ໃນນະຄອນ Auckland ຂອງນິວຊີແລນ, ວັນທີ 4 ກຸມພາ 2016.
ພວກປະທ້ວງຈຳນວນໜຶ່ງ ພາກກັນເດີນຂະບວນ ຢູ່ນອກສະຖານທີ່ ການລົງນາມ ຂໍ້ຕົກລົງ ພາຄີຂ້າມມະຫາສະມຸດ ປາຊີຟິກ ໃນນະຄອນ Auckland ຂອງນິວຊີແລນ, ວັນທີ 4 ກຸມພາ 2016.

ຂໍ້ຕົກລົງນີ້ ແມ່ນສ່ວນໜຶ່ງຂອງຜົນສຳເລັດ ທີ່ປະທານາທິບໍດີ ບາຣັກ ໂອບາມາ ມີຄວາມ
ພາກພູມໃຈຫຼາຍທີ່ສຸດ ໃນການດຳລົງຕຳແໜ່ງໄລ ຍະ 7 ປີ ຂອງທ່ານ.

ທ່ານໂອບາມາ ໄດ້ອອກຖະແຫລງການສະບັບໜຶ່ງ ທີ່ກ່າວວ່າ ຂໍ້ຕົກລົງນີ້ ຈະຍົກລະດັບ
ການເປັນຜູ້ນຳ ຂອງອາເມຣິກາໃນຕ່າງປະເທດ ແລະ ຈະສະໜັບນະໜູນ ວຽກເຮັດ
ງານທຳດີໆ ຢູ່ໃນປະເທດ. ທ່ານໄດ້ກ່າວວ່າ ທ່ານຈະຊຸກຍູ້ ບັນດາສະມາຊິກສະພາ
ໃຫ້ຮັບຮອງເອົາຂໍ້ຕົງລົງນີ້ ຢ່າງວ່ອງໄວ.

US Pacific Trade Pact
please wait
Embed

No media source currently available

0:00 0:00:50 0:00

ທ່ານໂອບາມາ ເວົ້າອີກວ່າ “ຂ້າພະເຈົ້າ ຈະສືບຕໍ່ທຳງານຮ່ວມກັບ ສະມາຊິກຈາກ
ພັກເດໂມແຄຣັດ ແລະ ຣີພັບບລີກັນ ຢູ່ໃນລັດຖະສະພາ ເພື່ອບັນຍັດໃຫ້ເປັນກົດ
ໝາຍ ຢ່າງໄວທີ່ຈະໄວໄດ້ ເພື່ອເຮັດໃຫ້ເສດຖະກິດ ຂອງພວກເຮົາ ຈະເລີ່ມໄດ້ຮັບ
ຜົນປະໂຫຍດ ໃນທັນທີ ຈາກໂອກາດການສົ່ງອອກໃໝ່ໆ ທີ່ມີມູນຄ່າຫຼາຍສິບຕື້
ໂດລາ. ພວກເຮົາຄວນ ເຮັດໃຫ້ ຂໍ້ຕົກລົງ TPP ໃຫ້ມັນແລ້ວເສັດ ໃນປີນີ້ ແລະ
ເຮັດໃຫ້ພວກຄົນງານຊາວອາເມຣິກັນ ມີໂອກາດໄດ້ຮັບຄວາມສຳເລັດຫຼາຍຂຶ້ນ
ທີ່ພວກເຂົາຄວນໄດ້ຮັບ ແລະ ຊ່ອຍໃຫ້ທຸລະກິດຕ່າງໆ ຂອງຊາວອາເມຣິກັນ ແຂ່ງ
ຂັນໄດ້ ແລະ ໄດ້ຮັບໄຊຊະນະໃນທົ່ວໂລກ.”

ມັນໃຊ້ເວລາ 7 ປີ ໃນການເຈລະຈາຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ຂໍ້ຕົກລົງນີ້ ເສັດສົມບູນ.

ໂດຍພື້ນຖານແລ້ວ ມັນຈະຫຼຸດຜ່ອນ ອັນຕາພາສີຂາເຂົ້າອອກ ແລະ ກຳແພງກີດກັ້ນທາງ
ການຄ້າ ສຳລັບ ຜະລິດຕະພັນ ແລະ ການບໍລິການ ຈຳນວນຫຼາຍຢ່າງ ລວມທັງ ລົດຍົນ,
ຢາປົວພະຍາດ ແລະ ຜະລິດຕະພັນນ້ຳນົມ ຕ່າງໆດ້ວຍ. ມັນຍັງຈະຈັດຕັ້ງລະບຽບ ສຳລັບ
ແຮງງານ ແລະ ການປົກປ້ອງສະພາບແວດລ້ອມ, ແລະ ການປົກປ້ອງຊັບ​ສິນທາງດ້ານ​
ສະຕິປັນຍາ ໃຫ້ແກ່ບໍລິສັດ ລະຫວ່າງປະເທດຕ່າງໆ.

ບັນດາລັດຖະສະພາ ແລະ ສະມາຊິກສະພາ ຂອງທັງ 12 ປະເທດ ຕ້ອງໄດ້​ໃຫ້​ສັດຕະຍາ
ບັນຕໍ່ຂໍ້ຕົກລົງນີ້. ສະມາຊິກລັດຖະສະພາສະຫະລັດ ຫຼາຍຄົນ ຄັດຄ້ານຕໍ່ຂໍ້ຕົກລົງດັ່ງກ່າວ
ໂດຍໃຫ້ເຫດຜົນຕ່າງໆນາໆ.

12 Pacific Rim Countries Sign TPP Trade Deal, But Roadblocks Remain
please wait

No media source currently available

0:00 0:02:22 0:00

XS
SM
MD
LG