ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສະແດງ 2 ມຸມມອງ ຢູ່ໃນທວິດເຕີ້ ກ່ຽວກັບອະດີດຜູ້ນໍາທີ່ລ່ວງລັບຂອງຈີນ ທ່ານຈຽງ ເຊີໝິນ


ແຟ້ມ-ອະດີດປະທານປະເທດຂອງຈີນ ທ່ານຈຽງ ເຊີໝິນ ສະແດງທ່າທາງໃນລະຫວ່າງການເປີດກອງປະຊຸມສະພາພັກຄອມມູນິສ ຢູ່ທີ່ຫໍປະຊຸມສະພາປະຊາຊົນ ໃນນະຄອນຫຼວງປັກກິ່ງ, ວັນທີ 8 ພະຈິກ 2012. ທ່ານຈຽງ ເສຍຊີວິດໃນວັນທີ 30 ພະຈິກ 2022, ລວມອາຍຸໄດ້ 96 ປີ.
ແຟ້ມ-ອະດີດປະທານປະເທດຂອງຈີນ ທ່ານຈຽງ ເຊີໝິນ ສະແດງທ່າທາງໃນລະຫວ່າງການເປີດກອງປະຊຸມສະພາພັກຄອມມູນິສ ຢູ່ທີ່ຫໍປະຊຸມສະພາປະຊາຊົນ ໃນນະຄອນຫຼວງປັກກິ່ງ, ວັນທີ 8 ພະຈິກ 2012. ທ່ານຈຽງ ເສຍຊີວິດໃນວັນທີ 30 ພະຈິກ 2022, ລວມອາຍຸໄດ້ 96 ປີ.

ໃນວັນພະຫັດວານນີ້, ນຶ່ງມື້ລຸນຫຼັງການເສຍຊີວິດຂອງ ທ່ານຈຽງ ເຊີໝິນ, ໜັງສືພິມຈີນ ໄດ້ປ່ຽນໜ້າທໍາອິດເປັນສີດໍາ ແລະທຸງຂອງຈີນ ໄດ້​ຖືກ​ຊັກລົງມາເຄິ່ງເສົາ ຢູ່ທີ່ສໍານັກງານຂອງລັດຖະບານ ແລະສະຖານທູດຕ່າງໆຂອງຈີນຢູ່ຕ່າງປະ ເທດ ເພື່ອສະແດງໃຫ້ເຫັນເຖິງການເຖິງ​ແກ່​ມໍ​ລະ​ນະ​ກຳຂອງອະດີດຜູ້ນໍາຂອງປະເທດຈີນ ໂດຍມີກໍານົດທີ່ຈະມີພິທີສົ່ງສະການໃນວັນທີ 6 ທັນວາທີ່ຈະມາເຖິງນີ້.

ເນື່ອງຈາກຂໍ້ຈໍາກັດຕ່າງໆທີ່ຖືກຫ້າມຢ່າງຫຼວງຫຼາຍຢູ່ໃນສື່ສັງຄົມອອນລາຍຂອງ ຈີນ, ບັນດາຜູ້ໃຊ້ສື່ສັງຄົມດັ່ງກ່າວຈໍານວນຫຼາຍ ໄດ້ພາກັນໂພສຂໍ້ຄວາມໃນທາງບວກລົງ ໂດຍເນັ້ນໜັກກ່ຽວກັບການປະຕິບັດໜ້າທີ່ຕ່າງໆຂອງທ່ານຈຽງນັບຕັ້ງ ແຕ່ທ່ານໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳ ໃນວັນທີ 30 ພະຈິກ ເປັນຕົ້ນມາ.

ຂໍ້ສັງເກດທັງຫຼາຍແມ່ນມີຄວາມແຕກຕ່າງຈາກຂໍ້ຄວາມທີ່ໂພສລົງຂອງນັກຊ່ຽວ ຊານ ແລະຜູ້ໃຊ້ທວິດເຕີ້ທີ່ອາໄສຢູ່ນອກປະເທດ ເຊິ່ງໄດ້ສົມທຽບໄລຍະເວລາທີ່ທ່ານດໍາລົງຕໍາແໜ່ງ ກັບສະພາບແວດລ້ອມທີ່ມີການປົກຄອງແບບຜະເດັດການຫຼາຍຂຶ້ນ ພາຍໃຕ້ຜູ້ນໍາຄົນປັດຈຸບັນ ທ່ານສີ ຈິ້ນຜິງ.

ຢູ່ໃນທວິດເຕີ້ຂອງ VOA ພາກພາສາຈີນກາງທີ່ໄດ້ຂໍໃຫ້ສະແດງຄວາມຄິດເຫັນກ່ຽວກັບການປະຕິບັດວຽກງານ ຂອງທ່ານຈຽງ ນັ້ນ, ໄດ້ຮັບຂໍ້ຄວາມລວມແລ້ວຫຼາຍກວ່າ 19,300 ຂໍ້ຄວາມ ພ້ອມທັງມີການກົດມັກ ແລະກໍໄດ້ກົດແບ່ງປັນອອກໄປອີກເປັນຈໍານວນຫຼາຍ.

ຜູ້​ໃຊ້​ອິນ​ເຕີເນັດຈີນບາງຄົນທີ່ໄດ້ສະແດງຄວາມຄິດເຫັນຕ່າງໆນັ້ນໄດ້ກ່າວກ່ຽວກັບຄວາມຈະເລີນຮຸ່ງເຮືອງທາງດ້ານວັດທະນະທໍາ ຢູ່ຈີນແຜ່ນດິນໃຫຍ່ ໃນຍຸກສະໄໝຂອງທ່ານຈຽງ.

ມີຄໍາເຫັນນຶ່ງກ່າວວ່າ “ມີຮູບເງົາແລະລະຄອນໂທລະພາບເກົ່າໆພ້ອມທັງມີຄວາມ ໝາຍຫຼາຍເລື້ອງໄດ້ປາກົດອອກມາໃຫ້ເຫັນໃນຊ່ວງລັດຖະບານຂອງທ່ານ. ພ້ອມ ກັນນັ້ນ ກໍຍັງໄດ້ມີການເປີດໂຕຮູບເງົາຂອງຮອລລີວູດທີ່ມີຄົນນິຍົມຫຼາຍໆເລື້ອງ ຢູ່ໃນຍຸກການປົກຄອງຂອງທ່ານອີກດ້ວຍ. ຂ້ອຍຍັງຈື່ໄດ້ວ່າ ເວລານັ້ນ ທີ່ມີການສາຍຮູບເງົາ ‘ໄທທານິກ’ ຢູ່ປະເທດ ຈີນ, ເຊິ່ງລາວໄດ້ສະແດງເຖິງຄວາມມັກ ຄວາມຮັກຂອງລາວທີ່ມີຕໍ່ໜັງເລື້ອງນີ້ອອກມາ. ໃນເວລານັ້ນ, ຂ້ອຍໄດ້ເວົ້າກັບໝູ່ຂ້ອຍວ່າ ທ່ານຈຽງສົ່ງເສີມທຸລະກິດຮູບເງົາ.”

ເມື່ອມີການສົມທຽບ ກັບທ່ານສີ ເຊິ່ງມີຄວາມຕ້ອງການ ທີ່ຈະຕັດພາກສ່ວນດັ່ງ ກ່າວອອກໄປແລ້ວ, ຜູ້​ໃຊ້​ອິນ​ເຕີເນັດຫຼາຍໆຄົນສະແດງຄວາມເຫັນວ່າ ທ່ານຈຽງ ດໍາລົງຕໍາແໜ່ງ​ເລ​ຂາ​ທິການໃຫຍ່ຂອງພັກຄອມມູນິສຈີນ ແລະປະທານປະເທດຂອງຈີນ ເປັນເວລາສອງສະໄໝ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG