ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ ເທີ​ກີກ່າວວ່າ ນັກ​ຂ່າວ ຊາວ​ອຸດີ ອາ​ເຣ​ເບຍ ຖືກ​ຂ້າ​ຕາຍ​ໃນ ສະ​ຖານ​ກົງ​ສຸນ ໃນ​ອິ​ສ​ຕັນ​ບູ​ລ


ຜູ້ຕໍ່​ຕ້ານ ຊາ​ອຸ​ດີ ອາ​ເຣ​ເບຍ ທ້າວ​ ຈາ​ມາ​ລ ຄາ​ຊອກ​ກີ ໃຫ້​ຄຳ​ເຫັນ​ໃນ​ງານທີ່​ຖືກ​ຈັດ​ຂຶ້ນ​ໂດຍ ນັກ​ສິ້ງ​ຊອມ​ເຂດ​ຕາ​ເວັນ​ອອກ​ກາງ ໃນ​ນະ​ຄອນຫຼວງ ລອນດອນ, ອັງ​ກິດ. 29 ກັນ​ຍາ, 2018.
ຜູ້ຕໍ່​ຕ້ານ ຊາ​ອຸ​ດີ ອາ​ເຣ​ເບຍ ທ້າວ​ ຈາ​ມາ​ລ ຄາ​ຊອກ​ກີ ໃຫ້​ຄຳ​ເຫັນ​ໃນ​ງານທີ່​ຖືກ​ຈັດ​ຂຶ້ນ​ໂດຍ ນັກ​ສິ້ງ​ຊອມ​ເຂດ​ຕາ​ເວັນ​ອອກ​ກາງ ໃນ​ນະ​ຄອນຫຼວງ ລອນດອນ, ອັງ​ກິດ. 29 ກັນ​ຍາ, 2018.

ພວກເຈົ້າໜ້າທີ່ເທີກີໄດ້ລົງຄວາມເຫັນວ່າ ນັກຂ່າວ ຊາວດີອາເຣເບຍ ຄົນນຶ່ງທີ່ອາໄສ
ຢູ່ໃນ ສະຫະລັດ ແບບເນລະເທດຕົນເອງ ໄດ້ຖືກຂ້າຢູ່ໃນສະຖານກົງສຸນໃນ ອິສຕັນບຸລ
ໃນສັບປະດາແລ້ວນີ້ ເວລາຜູ້ກ່ຽວໄປບ່ອນດັ່ງກ່າວ ເພື່ອເອົາເອກະສານສຳລັບການ
ແຕ່ງງານຂອງຜູ້ກ່ຽວທີ່ພວມຈະມີຂຶ້ນ.

ຢ່າງໃດກໍດີ ພວກເຈົ້າໜ້າທີ່ຊາວດີເວົ້າວ່າ ຂໍ້ກ່າວຫາທີ່ວ່ານັ້ນບໍ່ມີພື້ນຖານ.

ຄູ່ໝັ້ນຂອງທ້າວ ຈາມາລ ຄັສຊອກກີ ຜູ້ຊຶ່ງລໍຖ້າລາວຢູ່ນອກສະຖານກົງສຸນດັ່ງກ່າວ ໃນ
ວັນອັງຄານສັບປະດາແລ້ວນີ້ ເວົ້າວ່າລາວບໍ່ອອກມາຈັກເທື່ອ ຈາກສະຖານທີ່ດັ່ງກ່າວ.

ທ້າວ ຄັສຊອກກີ ເປັນຄົນສັນຊາດ ຊາ​ອຸ​ດີ ອາ​ຣາ​ເບຍ ແລະ ຂຽນຂ່າວໃຫ້ໜັງສືພິມ
ວໍຊິງຕັນ ພົສ ໄດ້ເນລະເທດຕົນເອງໃນປີກາຍນີ້ ເວລາເຈົ້າໜ້າທີ່ຊາອຸດີ ອາ​ຣາ​ເບຍ
ເລີ້ມທຳການທັບມ້າງພວກເປັນປາກເປັນສຽງທີ່ບໍ່ພໍໃຈທັງຫຼາຍ. ນັກຂ່າວຄົນດັ່ງກ່າວ
ໄດ້ຕ້ອງຕິອົງມົງກຸດຊາອຸດີ ອາ​ຣາ​ເບຍ ມູຮັມມັດ ບິນ ຊາລມັນ. ເຈົ້າໜ້າທີ່ທ່ານນຶ່ງຂອງ
ເທີກີ ໄດ້ບອກອົງການຂ່າວສານຣອຍເຕີວ່າ “ການຕີລາຄາໃນຕອນຕົ້ນໆຂອງພວກ
ຕຳຫຼວດ ເທີກີ ເຫັນວ່າ ທ່ານ ຄັ​ສ​ຊອກກີ ໄດ້ຖືກຂ້າຢູ່ສະຖານກົງສຸນຂອງຊາອຸດີ
ອາຣາເບຍ ຢູ່ ອິສຕັນບູລ. ພວກເຮົາເຊື່ອວ່າ ການຄາດຕະກຳດັ່ງກ່າວ ໄດ້ມີການວາງ
ແຜນລ່ວງໜ້າ ແລະສົບຂອງຜູ້ກ່ຽວ ໄດ້ຖືກນຳເອົາອອກໄປຈາກສະຖານກົງສຸນດັ່ງກ່າວ.
ໜັງສືພິມຣອຍເຕີ ຂອງ ເທີກີ ບໍ່ໄດ້ເວົ້າຫຍັງກ່ຽວກັບວ່າເຂົາເຈົ້າຄິດວ່າ ຄັສຊອກກີ ຖືກ
ຂ້າແບບໃດ.

ຢ່າງໃດກໍດີ ອີງຕາມໜັງສືພິມ ນິວຢອກ ໄທມສ໌ ແລ້ວແມ່ນວ່າທ້າວ ຕູຣານ ຄິສລັກສີ
ໝູ່ຂອງທ້າວ ຄັສຊອກກີ ທັງເປັນຫົວໜ້າຂ່າວສານ ອາຣັບ ທີ່ເທີກີກ່າວວ່າ ພວກເຈົ້າ
ໜ້າທີ່ ເທີກີ ໄດ້ໂທລະສັບຫາລາວ ແລະໄດ້ເນັ້ນຢໍ້າສອງຢ່າງ ຄືວ່າ ທ້າວ ຄັສຊອກກີ
ໄດ້ຖືກຂ້າ ແລະ ສົບຂອງລາວໄດ້ຖືກຕັດເປັນຕ່ອນໆ.

Turkish officials have concluded that a Saudi Arabian journalist, who had been living in a self-imposed exile in the U.S., was killed in the Saudi consulate in Istanbul last week when he went there to get a document for his upcoming marriage.

Saudi officials, however, say the allegations are baseless.

Jamal Khashoggi's fiancee, who waited for him outside the consulate Tuesday, says he never came out of the building.

Khashoggi, a Saudi national and a contributor to The Washington Post, went into exile last year when Saudi authorities began to crack down on dissident voices. The journalist had been critical of Saudi Crown Prince Muhammad bin Salman.

A Turkish official told the Reuters news agency: "The initial assessment of the Turkish police is that Mr. Khashoggi has been killed at the consulate of Saudi Arabia in Istanbul.We believe that the murder was premeditated and the body was subsequently moved out of the consulate."

Reuters' Turkish sources did not say how they thought Khashoggi was killed.

A New York Times account, however, reports that Turan Kislakci, a friend of Khashoggi and head ofthe Turkish Arab Media Association, said that Turkish officials had called him and confirmed two things -- that Khashoggi was killed and his body was dismembered.

Multiple media reports say that a group of 15 Saudi citizens descended on the consulate Tuesday and later left.Turkish officials are trying to identify them as part of their probe into Khashoggi's disappearance.

XS
SM
MD
LG