ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການລົງປະຊາມະຕິ ເຮັດໃຫ້ຊາວເທີກີ ຢູ່ນອກປະເທດ ເກີດຄວາມກັງວົນໃຈ


ເຈົ້າໜ້າທີ່ກຳລັງຂົນເອົາເຈ້ຍປ່ອນບັດທີ່ຊາວເທີກີຢູ່ຕ່າງປະເທດໄດ້ລົງຄະແນນສຽງແລ້ວ ຂຶ້ນໃສ່ເຮືອບິນ ຢູ່ເດີ່ນບິນ Tegel ໃນນະຄອນ Berlin, ເຢຍຣະມັນ ເພື່ອສົ່ງໄປເທີກີ ໃນວັນທີ 11 ເມສາ 2017 ຜ່ານມານີ້.
ເຈົ້າໜ້າທີ່ກຳລັງຂົນເອົາເຈ້ຍປ່ອນບັດທີ່ຊາວເທີກີຢູ່ຕ່າງປະເທດໄດ້ລົງຄະແນນສຽງແລ້ວ ຂຶ້ນໃສ່ເຮືອບິນ ຢູ່ເດີ່ນບິນ Tegel ໃນນະຄອນ Berlin, ເຢຍຣະມັນ ເພື່ອສົ່ງໄປເທີກີ ໃນວັນທີ 11 ເມສາ 2017 ຜ່ານມານີ້.

ຄົນ​ເທີ​ກີ​ທີ່​ອາ​ໄສ​ຢູ່​ຕ່າງປະ​ເທດກໍາລັງ​ຄອງ​ຄອຍ​ດ້ວຍ​ໃຈ​ຈົດຈໍ່ ​ຢາກຮູ້​ຜົນ​ຂອງ​ການ​
ລົງ​ປະຊາ​ມະຕິ ທີ່​ຈະ​ມີ​ຂຶ້ນ​ໃນ​ວັນ​ອ້ທິດ​ມື້ອື່ນ​ນີ້ ຢູ່​ບ້າ​ນເກີດ​ເມືອງ​ນອນຂອງ​ພວກ​ເຂົາ
ເຈົ້າ ທີ່​ມີ​ບັນຫາ​ຍ້ອນຄວາມ​ເຄັ່ງຕຶງທາງການ​ທູດ ​ແລະການນາບ​ຂູ່​ໃນຫລາຍຮູບ
ຫລາຍ​ແບບ​ຕໍ່ພວກໂຄສະນາຫາ​ສຽງສະໜັບ ສະໜຸນການປ່ອນ​ບັດ​ເລືອກເອົາ
​ຄໍາ​ວ່າ “ບໍ່​”.

ການປ່ອນ​ບັດ​ເລືອກເອົາ​ຄໍາ​ວ່າ “ເຫັນ​ດີ​” ຢູ່​ໃນ​ການລົງ​ຄະ​ແນນ​ສຽງທີ່​ຖືກ​ຕ້ອງຕາ​ມ
ລັດຖະ ທໍາມະນູນ ​ແມ່ນ​ຈະ​ເຮັດ​ໃຫ້​ປະທານາທິບໍດີ Recep Tayyip Erdogan ມີ​
ອໍານາດ​ອັນກວ້າງໆ ອັນໃໝ່ອີກ ຊຶ່ງ​ພວກ​ທີ່​ສະໜັບສະໜຸນທ່ານ​ໃຫ້​ເຫດຜົນ​ວ່າ ອັນ​
ນີ້​ແມ່ນ​ຈໍາ​ເປັນສໍາລັບ​ການ​ປະຕິບັດ​ໂຄງການ​ ​ເພື່ອພັດທະນາ​ເທີ​ກີ​ຂອງ​ເພິ່ນ​ ໃຫ້​ກ້າວ
ໜ້າຕໍ່​ໄປ​ໄດ້. ​ແຕ່​ວ່າ​ຝ່າຍ​ຄ້ານ​ກັບເວົ້າວ່າ ທ່ານ Erdogan ພະຍາຍາມ​ທີ່​ຈະ​ສ້າງຕັ້ງ
ລະບົບ​ຜະ​ເດັດ​ການ​ທັນ​ສະ​ໄໝຂຶ້ນ ຊຶ່ງ​ເຮັດ​ໃຫ້​ທ່ານ​ສາມາດຮັກສາ​ອໍານາດ​ໄປ​ຈົນ​
ຮອດ​ປີ 2029.

ຄວາມ​ເຄັ່ງ​ຕຶງໃນການ​ແຂ່ງຂັນ ທີ່​ແບ່ງ​ແຍກ​ປະຊາຊົນ​ໃນ​ເທີ​ກີ ​ອອກ​ເປັນ​ສອງ​ສ່ວນ
​ເທົ່າ​ກັນ ນັ້ນ ​ໄດ້​ມີ​ຜົນ​ກະທົບແຜ່​ລາມ​ໄປ​ຮອດ​ຊາວ​ເທີ​ກີ ​ຫລາຍ​ລ້ານ​ຄົນ​ທີ່​ອາ​ໄສ​ໃນ​
ທະວີບຢູ​ໂຣບ. ຫລາຍໆຄົນໃນ​ນັ້ນ ມີ​ສິດ​ໃນ​ການ​ລົງ​ຄະ​ແນນ​ສຽງ ​ແລະ​ກໍ​ໄດ້ໄປລົງ​
ແລ້ວ ຊຶ່ງ​ຜົນອອກ​ມາ ​ແມ່ນ​ແຕກ​ຕ່າງ​ກັນ​ໄປ​ຈາກ 40 ເປີ​ເຊັນ ຢູ່​ໃນ​ເຢຍຣະມັນ ເຖິງ
ປະມານ 60 ​ເປີ​ເຊັນຢູ່ແບ​ລ ຢຽມ.

"ເຫັນດີ" ເປັນຄຳເວົ້າໂຄສະນາ ພ້ອມດ້ວຮູບຂອງປະທານາທິບໍດີເທີກີ ທ. Recep Tayyip Erdogan ທີ່ຕິດຢູ່ປ້າຍຄີວລົດເມແຫ່ງນຶ່ງ
"ເຫັນດີ" ເປັນຄຳເວົ້າໂຄສະນາ ພ້ອມດ້ວຮູບຂອງປະທານາທິບໍດີເທີກີ ທ. Recep Tayyip Erdogan ທີ່ຕິດຢູ່ປ້າຍຄີວລົດເມແຫ່ງນຶ່ງ

ທ່ານນາງ Mürvet Öztürk ​ແມ່ນ​ນັກ​ການ​ເມືອງເຊື້ອຊາດ​ເທີ​ກີ​ຊຶ່ງ​ມີ​ບ່ອນ​ນັ່ງ​ບ່ອນນຶ່ງ
ໃນ ສະພາ​ປະ​ຈໍາ​ຂົງ​ເຂດ Hessen. ໃນ​ຈໍານວນພົນລະ​ເມືອງ​ 6 ລ້ານ​ຄົນ​ທີ່​ດໍາລົງ​ຊີ
ວິດ​ຢູ່​ໃນລັດ​ດັ່ງ​ກ່າວ​ຂອງເຢຍຣະມັນນັ້ນ ມີຄົນ​ທີ່​ມີ​ເຊື້ອສາຍ​ມາ​ຈາກເທີ​ກີຢູ່ 3 ​ແສນ
50 ພັນ​ຄົນ.

ທ່ານນາງ Öztürk ກ່າວ​ວ່າ ທ່ານ​ນາງ​ໄດ້​ຮັບ​ການ​ນາບ​ຂູ່​ຫລາຍໆ​ແບບ ພາຍຫລັງ​ທີ່​
ໄດ້​ຮັບ​ພາລະບົດບາດ​ໃນ​ການ​ຫາ​ສຽງສະໜັບ ສະໜຸນການປ່ອນ​ບັດ​ເລືອກເອົາ​ຄໍາ​ວ່າ
“ບໍ່​” ​ຍ້ອນ​ຢ້ານ​ວ່າການ​ສືບຕໍ່​ໃຫ້​ອໍານາດ​ ທີ່​ທ່ານ Erdogan ຊິງ​ເອົາ​ຢູ່​ນັ້ນ ຈະ​ເຮັດ​ໃຫ້
ສະ​ຖາ​ບັນ​ປະຊາທິປະ​ໄຕຕ່າງ​ໆ ໃນ​ເທີ​ກີ ຖືກ​ທໍາລາຍລົງ.

ຖົງເຈ້ຍປ່ອນບັດສຳລັບຊາວເທີ່ກີ ທີ່ຢູ່ຕ່າງປະເທດ.
ຖົງເຈ້ຍປ່ອນບັດສຳລັບຊາວເທີ່ກີ ທີ່ຢູ່ຕ່າງປະເທດ.

ທ່ານ​ນາງ​ກ່າວ​ວ່າ “​ພວກ​ເຮົາ​ໄດ້​ຮັບ​ຂໍ້ຄວາມ​ທີ່​ເປັນ​ການ​ນາບ​ຂູ່ຈໍານວນ​ນຶ່ງ ສົ່ງ​ມາ​
ທາງ​ອອນ​ໄລ​. ​ສ່ວນຂໍ້ຄວາມ​ນາບ​ຂູ່ອັນ​ນຶ່ງ​ອີກ ​ແມ່ນ​ສົ່ງ​ມາ​ທາງໜັງສື​ພິມ Sabah
ທີ່​ມີ​ຄວາມ​ໃກ້​ຊິດ​ກັບພັກ​ທີ່​ກໍາ​ອໍານາດຢູ່​ນັ້ນ. ພວກ​ເຂົາ​ເຈົ້າບອກ​ໃຫ້​ປະຊາຊົນ​ວ່າ
ບໍ່​ໃຫ້​ເວົ້າກັບ​ພວກ​ເຮົາ ​ແລະ​ເວົ້າວ່າພວກ​ເຮົາ​ເປັນ​ພວກ​ທໍລະ​ຍົດ ​ແລະ​ເປັນ​ສັດຕູ
​ຂອງ​ປະເທດ​ຊາດ. ພວກ​ເຮົາ​ໄດ້​ເລີ້ມການ​ໂຄສະນາຫາສຽງໃນ​ວັນ​ທີ 15 ກຸມພາ
​ແລະ​ພວ​ກເຂົາ​ກໍ​ໄດ້​ພິມຂໍ້ຄວາມ​ເຫລົ່ານີ້ໂລດໃນ​ວັນ​ທີ 16.”

ທ່ານນາງ Meral Aksener ອະດີດລັດຖະມົນຕີກະຊວງພາຍໃນກຳລັງກ່າວຄຳປາໄສ ສະໜັບສະໜູນຄຳວ່າ "ບໍ່."
ທ່ານນາງ Meral Aksener ອະດີດລັດຖະມົນຕີກະຊວງພາຍໃນກຳລັງກ່າວຄຳປາໄສ ສະໜັບສະໜູນຄຳວ່າ "ບໍ່."

ຄວາມ​ກັງວົນ​ໃຈ​ແບບ​ນີ້ກໍ​ເກີດ​ຂຶ້ນ​ເຊັ່ນ​ກັນ​ຢູ່ໃນ​ປະຊາ​ຄົມ​ຊາວ​ເທີ​ກີ-​ໂຮ​ນ​ແລນ ຊຶ່ງ​
ໄດ້​ເຮັດ​ໃຫ້ ນັກ​ການ​ເມືອງ​ຂອງ​ເມືອງ Rotterdam ຕ້ອງ​ໄດ້​ຖອຍການເຄື່ອນ​ໄຫວ​
ຄືນ​ຊົ່ວຄາວ ຍ້ອນ​ໄດ້​ຮັບການ​ນາບ​ຂູ່ຫລາຍໆຢ່າງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG