ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ມອງ​ເຫັນການ​ຕໍ່​ເວ​ລາ ຂອງ​ຂໍ້​ຕົກ​ລົງ​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ ຢູ​ເຄ​ຣນ


ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ​ຕິດ​ທຸງ​ຊາດ ປາ​ນາ​ມາ Navi Star ຂົນ​ສົ່ງ​ອາ​ຫານ​ປະ​ເພດ​ເມັດ​ຈາກ ຢູ​ເຄ​ຣນ ເດີນ​ທາງ​ຕາມ​ຊ່ອງ​ແຄບ ບອ​ສ​ໂຟ​ຣັ​ສ ຜ່ານ​ນະ​ຄອນ ອິ​ສ​ຕັນ​ບູ​ລ ຫຼັງ​ຈາກ​ຖືກກວດ​ກາ​ຢ່າງ​ເປັນ​ທາງ​ການ, 7 ສິງ​ຫາ 2022.
ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ​ຕິດ​ທຸງ​ຊາດ ປາ​ນາ​ມາ Navi Star ຂົນ​ສົ່ງ​ອາ​ຫານ​ປະ​ເພດ​ເມັດ​ຈາກ ຢູ​ເຄ​ຣນ ເດີນ​ທາງ​ຕາມ​ຊ່ອງ​ແຄບ ບອ​ສ​ໂຟ​ຣັ​ສ ຜ່ານ​ນະ​ຄອນ ອິ​ສ​ຕັນ​ບູ​ລ ຫຼັງ​ຈາກ​ຖືກກວດ​ກາ​ຢ່າງ​ເປັນ​ທາງ​ການ, 7 ສິງ​ຫາ 2022.

ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ໄດ້​ກ່າວ​ໃນ​ວັນ​ພຸດມື້ນີ້​ວ່າ ທ່ານ​ເຊື່ອ​ວ່າ​ຂໍ້​ຕົກ​ລົງ​ເພື່ອ​ອະ​ນຸ​ຍາດ​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ຂອງ ຢູ​ເຄ​ຣນ ຜ່ານ​ທະ​ເລ​ດຳ​ຈະ​ຍັງ​ຄົງ​ຢູ່​ຄື​ເກົ່າ​ກາຍ​ວັນ​ໝົດ​ອາ​ຍຸ​ຂອງ​ມັນ​ໃນ​ວັນ​ເສົາ​ນີ້.

ທ່ານ ເອີ​ດູ​ອານ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ​ຢູ່​ກອງ​ປະ​ຊຸມ​ສຸດຍອດ G-20 ໃນ​ເກາະ​ບາຫຼີ, ປະ​ເທດ ອິນ​ໂດ​ເນ​ເຊຍ ​ວ່າ ມັນ​ມີ​ການ​ເຈ​ລະ​ຈາ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່ ກ່ຽວ​ກັບ ການ​ຍືດ​ເວ​ລາ​ຂໍ້​ຕົກ​ລົງ, ແລະ ວ່າ​ທ່ານ​ມີ​ແຜນ​ທີ່​ຈະ​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ຫຼັງ​ຈາກ​ເດີນ​ທາງ​ກັບ​ຈາກກອງ​ປະ​ຊຸມ​ສຸດຍອດ.

ອົງ​ການສະ​ຫະ​ປະ​ຊາ​ຊາດ ແລະ ເທີ​ກີ ໄດ້​ເປັນ​ຜູ້​ໄກ່​ເກ່ຍ​ຂໍ້​ຕົກ​ລົງ​ກັບ ຢູ​ເຄ​ຣນ ແລະ ຣັດ​ເຊຍ ໃນ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ​ທີ່ອ​ະ​ນຸ​ຍາດ​ໃຫ້ ຢູ​ເຄ​ຣນ ສົ່ງ​ອອກ​ອາ​ຫາ​ນ​ປະ​ເພດ​ເມັດ​ຈາກ​ທ່າ​ເຮືອ​ທະ​ເລ​ດຳ​ຂອງ​ເຂົາ​ເຈົ້າ​ດ້ວຍ​ກຳ​ປັ່ນ​ຖືກກວດ​ກາ​ໃນ​ປະ​ເທດ​ ເທີ​ກີ ແລະ ສຳ​ລັບ ຣັດ​ເຊຍ ເພື່ອ​ສົ່ງ​ອອກ​ອາ​ຫານ ແລະ ປຸຍ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ວ່າ ອາ​ຫານ​ປະ​ເພ​ດເມັດ ແລະ ເຄື່ອງ​ບໍ​ລິ​ໂພກ ປະ​ມານ 11 ລ້ານ​ໂຕນ​ໄດ້​ຖືກ​ສົ່ງ​ອອກ​ໄປ 42 ປະ​ເທດ​ນັບ​ຕັ້ງ​ແຕ່​ຂໍ້​ຕົກ​ລົງ​ໄດ້​ເລີ່ມ​ຂຶ້ນ.

ຣັດ​ເຊຍ ໄດ້​ເປີດ​ການ​ໂຈມ​ຕີ​ທາງ​ອາ​ກາດຫຼາຍ​ຄັ້ງ​ໃສ່ ຢູ​ເຄ​ຣນ, ແນ​ເປົ້າ​ໃສ່ 10 ພາກ​ພື້ນ ລວມ​ທັງ​ນະ​ຄອນຫຼວງ ກີ​ຢິບ, ໃນ​ການ​ຕອບ​ໂຕ້​ທ​າງ​ທະ​ຫານ​ຕໍ່​ການ​ສະ​ເຫຼີມ​ສະ​ຫຼອງ​ຂອງ ຢູ​ເຄ​ຣນ ໃນ​ຄວາມ​ສຳ​ເລັດ​ຂອງ​ສົງ​ຄາມ​ຄັ້ງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ເຂົາ​ເຈົ້າ, ເຊິ່ງ​ແມ່ນ​ການ​ຍຶດ​ຄືນ​ເມືອງ ເຄີ​ສັນ ທີ່ມີ​ຄວາມ​ສຳ​ຄັນ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ໃນ​ອາ​ທິດ​ທີ່​ຜ່ານ​ມາ.

ສັນ​ຍານ​ເຕືອນ​ໄພ​ທາງ​ອາ​ກາດ​ໄດ້​ດັງ​ຂຶ້ນ​ທົ່ວ​ປະ​ເທດ. ການ​ລະ​ດົມ​ຍິງ​ເກືອບ 100 ຄັ້ງ​ລວມ​ທັງລູກ​ສອນ​ໄຟໄດ້​ມີ​ຂຶ້ນຫຼັງ​ຈາກ​ຄວາມ​ດີ​ໃຈຫຼາຍ​ວັນ​ໃນ​ຢູ​ເຄ​ຣນ ຫຼັງ​ຈາກ ຣັດ​ເຊຍ ໄດ້​ຖອນ​ກຳ​ລັງ​ອອກ​ຈາກ​ເມືອງ ເຄີ​ສັນ ແລະ ຢູ​ເຄ​ຣນ ຍຶດ​ເອົາ​ເມືອງ​ເອກ​ຂອງ​ພາກ​ພື້ນ​ດັ່ງ​ກ່າ​ວຄື​ນ ​ທີ່ກອງ​ກຳ​ລັງ ມົ​ສ​ກູ ໄດ້​ຍຶດ​ເອົາ​ໃນ​ຕອນ​ຕົ້ນ​ຂອງ​ສົງ​ຄາມ​ດົນ​ເກືອບ 9 ເດືອນ​ນັ້ນ.

ໃນ​ເກາະ ບາຫຼີ, ປະ​ເທດ ອິນ​ໂດ​ເນ​ເຊຍ, ຢູ່ກອງ​ປະ​ຊຸມ​ຂອງ​ບັນ​ດາ​ຜູ້​ນຳ​ກຸ່ມ 20 ປະ​ເທດ​ທີ່​ມີ​ອຸດ​ສາ​ຫະ​ກຳ​ທີ່​ໃຫຍ່​ທີ່​ສຸດ​ນັ້ນ, ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ທຳ​ນຽບ​ຂາວ​ທ່ານ ເຈກ ຊຸ​ລ​ລີ​ວານ ໄດ້​ກ່າວ​ປະ​ນາມ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ.

ທ່ານ ຊຸ​ລ​ລີ​ວານ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ມັນ​ສຳ​ຄັນ​ຕໍ່​ພວກ​ເຮົາ, ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ນຳ​ໂລກ​ພົບ​ປະ​ກັນ​ຢູ່ກອງ​ປະ​ຊຸມ G-20 ໃນ​ເກາະ​ ບາຫຼີ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ຕ່າງ​ໆ​ທີ່​ມີ​ຄວາມ​ສຳ​ຄັນ​ຍິ່ງ​ຕໍ່​ຊີ​ວິດ ແລະ ການ​ທຳ​ມາ​ຫາ​ກິນ​ຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ, ຣັດ​ເຊຍ ອີກ​ຄັ້ງ​ນຶ່ງ​ໄດ້​ທຳ​ການ​ຂົ່ມ​ຂູ່ຕໍ່​ຊີ​ວິດ ແລະ ທຳ​ລາຍ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ​ຂອງ ຢູ​ເຄ​ຣນ. ການ​ໂຈມ​ຕີ​ທີ່​ວ່ານີ້​ຂອງ ຣັດ​ເຊຍ ຈະ​ມີ​ແຕ່​ສ້າງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ​ໃນ​ບັນ​ດາ​ປະ​ເທດ G-20 ກ່ຽວ​ກັບ ຜົນ​ກະ​ທົບ​ທີ່​ສ້າງ​ຄວາມບໍ່​ໝັ້ນ​ຄົງ​ຍ້ອນສົງ​ຄາມ​ຂອງ​ທ່ານ ປູ​ຕິນ. ພວກ​ເຮົາ​ຈ​ະ​ຢືນ​ຄຽງ​ຂ້າງ ຢູ​ເຄ​ຣນ ໃຫ້​ດົນ​ເທົ່າ​ທີ່​ຈະ​ດົນ​.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG