ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາເທີກີ ຈະລົງຄະແນນສຽງ ກ່ຽວກັບການເປັນສະມາຊິກອົງການເນໂຕ້ ຂອງສະວີເດັນ ໃນວັນອັງຄານນີ້

ແຟ້ມພາບ - ປະທານາທິບໍດີ ເທກີ ທ່ານ ຣີເຊັບ ຕາຍຢິບ ເອີດວນ, ຊ້າຍ, ຈັບມືກັບນາຍົກລັດຖະມົນຕີສະວີເດັນ ທ່ານ ອຸລ ຄຣິສເຕີສັນ, ຂວາ, ໃນຂະນະທີ່ເລຂາທິການຂອງເນໂຕ້ ທ່ານ ເຈັນ ສໂຕລເຕັນເບີກ ແນມເບ່ິງກ່ອນການປະຊຸມສຸດຍອດຂອງເນໂຕ້ ໃນເມືອງ ວິລນີອຸສ, ປະເທດລີທົວເນຍ ວັນທີ 10 ກໍລະກົດ 2023.

ຫຼັງ​ຈາກ​ຄວາມຫຼ້າຊ້າ ​ມາ​ເປັນ​ເວລາ​ກວ່າ 1 ປີ, ລັດຖະສະພາເທີກີ ກໍ​ມີ​ກຳນົດ​ທີ່​ຈະ​ອະນຸມັດ​ການ​ເຂົ້າຮ່ວມ​ອົງການເນໂຕ້ ຂອງສະວີເດັນ ​ໃນ​ວັນ​ອັງຄານ​ມື້​ນີ້. ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ ​ມີ​ຂຶ້ນ​ຫຼັງ​ຈາກ​ຄະ​ນະ​ກຳ​ມະ​ການ​ການ​ຕ່າງ​ປະ​ເທດ​ຂອງເທີກີ ໄດ້​ອະ​ນຸ​ມັດ​ການ​ສະເໜີ ​ເພື່ອ​ເຂົ້າ​ເປັນ​ສະ​ມາ​ຊິກຂອງປະເທດດັ່ງກ່າວ ​ໃນ​ເດືອນ​ແລ້ວ​ນີ້.

ໃນປີ 2022, ສະວີເດັນ ແລະ ຟິນແລນ ໄດ້ສະໝັກເຂົ້າເປັນສະມາຊິກ ເນໂຕ້. ​ແລະ​ເຖິງ​ແມ່ນ​ວ່າ​ ໃນທີ່ສຸດແລ້ວ ຟິນແລນ ຈະ​ໄດ້​ເຂົ້າ​ຮ່ວມ​ອົງການ​ດັ່ງກ່າວ​ ໃນ​ເດືອນ​ເມສາ​ປີ 2023 ກໍຕາມ, ​ແຕ່​ເທີກີ ກໍ​ໄດ້​ປະຕິ​ເສດ​ ທີ່​ຈະ​ໃຫ້​ສັດຕະຍາ ບັນ ຕໍ່ຂໍ້ສະເໜີ​ຂອງສະວີເດັນ, ເຊິ່ງ​ເປັນ​ການ​ຕັດສິນ​ໃຈ​ທີ່​ເຮັດ​ໃຫ້​ບັນດາ​ພັນທະ​ມິດ​ ​ຕາ​ເວັນ​ຕົກ ຄັດຂ້ອງໝອງໃຈ.

ໃນເບື້ອງຕົ້ນ, ເທີກີ ປະຕິເສດທີ່ຈະຮັບຮອງການເປັນສະມາຊິກຂອງສະວີເດັນ ໂດຍການອ້າງວ່າ ປະເທດດັ່ງກ່າວ ປົກປ້ອງສະມາຊິກ ພັກກຳມະກອນເຄີດິສຖານ (Kurdistan) ຫຼື PKK, ເຊິ່ງເທີກີ,​ ສະຫະພາບຢູໂຣບ ແລະສະຫະລັດ ຮັບ​ຮູ້​ວ່າເປັນວ່າ ເປັນອົງການກໍ່ການຮ້າຍ.

ນັບຕັ້ງແຕ່ນັ້ນມາ, ປະເທດສະວີເດັນ ໄດ້ອອກຮ່າງກົດໝາຍຕໍ່ຕ້ານການກໍ່ການຮ້າຍ ທີ່ເຮັດໃຫ້ການເປັນສະມາຊິກຂອງອົງການກໍ່ການຮ້າຍ ຜິດກົດໝາຍ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG