ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ເທີກີ ກ່າວວ່າ ປ. ທຣໍາ ເຫັນພ້ອມ ທີ່ຈະຢຸດ ຕິດອາວຸດ ໃຫ້ນັກລົບ ຊາວເຄີດ ໃນ ຊີເຣຍ


ປະທານາທິບໍດີເທີກີ ທ່ານ ຣີ​ເຊບ ​ເຕຢິບ ​ເອີດວນ ກ່າວຕໍ່ຜູ້ພວກສະໜັບສະໜູນ.
ປະທານາທິບໍດີເທີກີ ທ່ານ ຣີ​ເຊບ ​ເຕຢິບ ​ເອີດວນ ກ່າວຕໍ່ຜູ້ພວກສະໜັບສະໜູນ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້ກ່າວຕໍ່​ຄູ່​ຕຳ​ແໜ່​ງຝ່າຍ​ເທີ​ກີ​ວ່າ ສະຫະ
ລັດ​ ຈະບໍ່​ສະໜອງ​ອາວຸດ​ຕໍ່​ໄປ​ອີກ ໃຫ້​ແກ່​ພວກ​ນັກ​ລົບ​ຊາວເຄີ​ດ ວາຍພີຈີ ຢູ່​ໃນ​ຊີ​ເຣຍ
ອີງ​ຕາມຂອງເຈົ້າໜ້າທີ່ເທີກີຄົນນຶ່ງ ໃນ​ການ​ໂທ​ລະ​ສັບໂອ້ລົມກັນ ໃນ​ວັນ​ສຸກ​ວານ​ນີ້ ລະ
ຫວ່າງ​ຜູ້​ນຳ​ຂອງໂລກທັງສອງ​.

ລັດຖະມົນ​ຕີ​ຕ່າງປະ​ເທດ ທ່ານ​ເມີບລຸດ ກາ​ວູໂຊ​ກລູ ກ່າວ​ວ່າ ປະທານາທິບໍດີ​ທຣໍາ ​ໄດ້​ໃຫ້ຄວາມເຫັນດັ່ງກ່າວ ໃນ​ວັນ​ສຸກ​ວານ​ນີ້​ ຫຼັງ​ຈາກ​ໄດ້ໂອ້ລົມທາງ​ໂທ ລະສັບກັບປະທາ
ນາທິບໍດີ ຣີ​ເຊບ ​ເຕຢິບ ​ເອີດວນ.

ອີງ​ຕາມ​ທ່ານກາ​ວູ​ໂຊກລູແລ້ວ ປະທານາທິບໍດີ​ທຣໍາ ກ່າວ​ວ່າ ທ່ານ​ໄດ້​ໃຫ້​ຄຳສັ່ງ ​ທີ່ຈະ
ແຈ້ງວ່າ ພວກ​ນັກ​ລົບວາຍພີຈີ ຈະ​ບໍ່​ໄດ້​ຮັບ​ອາວຸດ. ທ່ານ​ຍັງ​ໄດ້ອ້າງຄຳ​ເວົ້າ​ປະທານາ
ທິບໍດີ​ສະຫະລັດ ທີ່​ກ່າວ​ວ່າ “​ເລື້ອງ​ໄຮ້ສາລະ​ນີ້ຄວນ​ໄດ້​ເສັດ​ສິ້ນ​ລົງ​ມາ​ ແຕ່​ດົນ​ແລ້ວ.”

ຖະ​ແຫລ​ງການຂອງ​ທຳນຽບຂາວ​ທີ່​ນຳອອກ​ເຜີ​ຍ​ແຜ່​ໃນ​ຕອນ​ຫລງວັນ​ສຸກ​ວານ​ນີ້ ກ່າວ
​ວ່າ ປະທານາທິບໍດີ​ທຣໍາ ​ໄດ້​ແຈ້ງໃຫ້​ທ່ານ​ເອີດວນຊາບ ​ເຖິງ​ການ “ປ່ຽນ ແປງທີ່ກຳລັງມີ
ຂຶ້ນ ໃນ​ການໃຫ້ຄວາມ​ສະໜັບສະໜູນ​ທາງທະຫານ ແກ່ຄູ່​ຮ່ວມ​ງານ​ຂອງ​ພວກ​ເຮົາ​ຢູ່ໃນ​
ຊີ​ເຣຍ.” ຖະ​ແຫລ​ງການກ່າວເຖິງ​ການ​ປ່ຽນ​ແປງນີ້​ວ່າ “ສອດຄ່ອງກັບ​ນະ​ໂຍບາຍ​ຂອງ​
ພວກ​ເຮົາ​ທີ່​ຜ່ານ​ມາ” ​ແລະ​ກ່າວ​ວ່າ ​ສະ​ທ້ອນ​ໃຫ້ເຫັນເຖິງຂັ້ນຕອນ​ໃໝ່​ໃນການສູ້ລົບ
ຫລັງ​ຈາກ​ການ​ແຕກຂອງ​ເມືອງຣັກກາເມືອງ ເອກ​ຂອງກຸ່ມ​ລັດ​ອິສລາມ ທີ່​ປະກາດ​ຕົນ​ເອງຂຶ້ນມານັ້ນ.

ຖະ​ແຫລ​ງການ​ທຳນຽບຂາວ​ ​ໄດ້ກ່າວໂດຍ​ໃຊ້​ຊື່​ຫຍໍ້​ກຸ່ມ​ກໍ່​ການ​ຮ້າຍ​ວ່າ “ການ​ສູ້​ລົບ​ຢູ່
​ເມືອງຣັກກາ​ເສັດ​ສິ້ນ​ລົງແລ້ວ ​ແລະ​ພວກ​ເຮົາ​ກຳລັງ​ກ້າວ​ໄປ​ສູ່ ການມີສະຖຽນ​ລະ​ພາບ
​ເພື່ອ​ຄໍ້າປະກັນ​ວ່າ ກຸ່ມ​ກໍ່​ການ​ຮ້າຍ ISIS ຈະ​ບໍ່ກັບ​ຄືນ​ມາອີກ.”

ຖະຫລງການບໍ່​ໄດ້ກ່າວເຖິງກຸ່ມວາຍພີຈີຢ່າງເຈາະ​ຈົງ​.

ປະທານາທິບໍດີ ດໍໂນລ ທຣໍາ ຕຽມແຈກຢາຍແຊນວິສ ແກ່ບັນດາສະມາຊິກໜ່ວຍຍາມຝັ່ງ ສະຫະລັດ ທີ່ ເລກ ເວີດ ລັດຟຣໍລິດາ.
ປະທານາທິບໍດີ ດໍໂນລ ທຣໍາ ຕຽມແຈກຢາຍແຊນວິສ ແກ່ບັນດາສະມາຊິກໜ່ວຍຍາມຝັ່ງ ສະຫະລັດ ທີ່ ເລກ ເວີດ ລັດຟຣໍລິດາ.

ທ່ານ​ເອີດວນ ​ແລະ​ທ່ານ​ທຣໍາ ຍັງ​ໄດ້​ສົນທະນາ​ຫາລືກ່ຽວກັບການ​ຊື້​ອຸບປະກອນ​ກອງ
ທັບ​ຈາກ​ສະຫະລັດ ​ໂດຍ​ເທີ​ກີ ອີງ​ຕາມ​ທຳນຽບຂາວ.

​ເທ​ກີ​ໄດ້​ຊັກ​ຊວນໃຫ້​ສະຫະລັດ ລົ້ມ​ເລີກ​ການ​ສະໜັບສະໜູນ​ຕໍ່ກຸ່ມວາຍພີຈີ ຊຶ່ງ​ເປັນ​ພວກທະຫານ​ບ້ານ​ທີ່​ສູ້​ລົບ​ກຸ່ມ​ລັດ​ອິສລາມ.

ສະຫະລັດ​ພິຈາລະນາວ່າ ຊາວເຄີຍໃນ​ຊີ​ເຣຍເປັນກຳລັງ​ສູ້​ລົບ​ທີ່​ດີ​ເລີດ​ທາງ​ພາກພື້ນ​ດິນ
ຕ້ານ​ກຸ່ມລັດ​ອິສລາມ ​ແຕ່ຕ້ອງ​ໄດ້ສ້າງຄວາມ​ກໍ້າ​ເກີ່ງ​ທາງຜົນ​ປະ​ໂຫຍ​ດ ດ້ວຍ​ການ​ຮັກສາ​ຄວາມສຳພັນ​ທີ່​ດີ​ກັບ​ເທີ​ກີ ຊຶ່ງ​ເປັນ​ພັນທະ​ມິດໃນອົງການ​ເນ​ໂຕ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG