ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງເທີກີ ປະທະກັບ ຊາວເຄີດ ໃນຊີເຣຍ ຍ້ອນສ້າງຮົ້ວ ຊາຍແດນ


Turkish Forces Clash With Syrian Kurdish Protesters
please wait

No media source currently available

0:00 0:00:50 0:00

ການ​ປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ສຸກ​ວານ​ນີ້ ລະຫວ່າງ​ກຳລັງ​ຮັກສາ​ຄວາມ​ສະຫງົບຂອງ​ເທີ​ກີ ​ແລະ​ພວກ​ຊາວ​ເຄີ​ດ​ໃນ​ຊີ​ເຣຍ ​ໃກ້ໆ​ເມືອງ​ຊາຍ​ແດນ Kobani.

ກຳລັງ​ຮັກສາ​ຄວາມ​ສະຫງົບ​ຂອງ​ເທີ​ກີ ​ໄດ້​ໃຊ້​ລະ​ເບີດນ້ຳຕາແລະ​ລົດສີດ​ນ້ຳ​ຂະໜາດ​ແຮງ ສີດ​ເຂົ້າ​ໃສ່ພວກ​ປະ​ທ້ວງ ທີ່​ແກວ່ງ​ກ້ອນ​ຫີນ​ເຂົ້າ​ໃສ່ ​ການ​ກໍ່ສ້າງ​ຮົ້ວ ​ຂອງ​ເທີ​ກີ ​ໃນ​ບໍລິ​ເວນ​ຊາຍ​ແດນ​ນັ້ນ.

​ເຈົ້າໜ້າ​ທີ່​ຊາວ​ເຄີ​ດກ່າວ​ຕໍ່​ວີ​ໂອ​ເອວ່າ ກຳລັງ​ຮັກສາ​ຄວາມ​ສະຫງົບ​ຂອງ​ເທີ​ກີ​ຍັງ​ໄດ້​ຍິງ​ປືນ​ໃສ່​ພວກ​ປະ​ທ້ວງ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ຢ່າງ​ໜ້ອຍ 1 ຄົນ ​ແລະ​ບາດ​ເຈັບ​ອີກ​ຫຼາຍສິບ​ຄົນ. ກອງທັບ​ເທີ​ກີ​ໄດ້ປະຕິ​ເສດ​ຕໍ່​ການ​ກ່າວ​ຫາ​ດັ່ງກ່າວ.

ທ່ານ Ibrahim Kurdo ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ຊາວ​ເຄີ​ດ​ ໃນ​ເຂດ Kobani ກ່າວ​ວ່າ ມີ​ສອງ​ຄົນ​ເສຍ​ຊີວິດ​ຍ້ອນ​ຖືກ​ຍິງ ​ແລະ​ຫລາຍໆ​ຄົນ​ໄດ້​ຮັບບາດ​ເຈັບ ​ແລະ​ກໍ​ໄດ້​ຮັບ​ການ​ປິ່ນປົວ​ທີ່​ໂຮງໝໍ​ເມືອງ Qamishli ແລະ​ເມືອງ Kobani.

​ເມື່ອມີ​ການ​ຖາມ​ກ່ຽວ​ກັບ​ລາຍ​ງານ​ຂ່າວ​ນີ້ ​ແຫຼ່ງຂ່າວ​ຈາກກອງທັບ​ເທີ​ກີ​ກ່າວ​ຕໍ່​ອົງການ​ຂ່າວ​ຣອຍ​ເຕີ້ວ່າ “ມີ​ຄົນ​ກຸ່ມ​ນຶ່ງ​ ເຂົ້າ​ໄປ​ໃກ້ໆ​ຊາຍ​ແດນ ​ແລ້ວ​ກໍ​ທຳລາຍ ເຄື່ອງ​ຈັກ​ກໍ່ສ້າງ ​ໂຈມ​ຕີ​ຄົນ​ງານ​ແລະ​ທະຫານ​ທີ່​ຢູ່​ໃນ​ບໍລິ​ເວນ​ຊາຍ​ແດນ ​ດ້ວຍກ້ອນ​ຫີນ. ​ໄດ້​ມີ​ການ​ນຳ​ໃຊ້​ລະ​ເບີດ​ນ້ຳຕາ​ແລະ​ລົດ​ສີດ​ນ້ຳ​ຂະໜາດ​ແຮງ​ ສີດໃສ່​ພວກ​ເຂົາ. ​ແຕ່​ບໍ່​ມີ​ການ​ຍິງ​ປືນ​ເຂົ້າ​ໃສ່.”

ລັດຖະບານ​ເທີ​ກີ​ເລີ້ມສ້າງ​ຮົ້ວຢູ່​ຕາມ​ຊາຍ​ແດນ​ຂອງ​ຕົນ ​ທີ່​ຕິດ​ກັບ​ເມືອງ Kobani ຂອງ​ຊີ​ເຣຍ​ເມື່ອ​ສີ່​ມື້ກ່ອນ. ລັດຖະບານ​ເທີ​ກີ​ມອງເບິ່ງເມືອງດັ່ງກ່າວນີ້ ດ້ວຍ​ຄວາມ​ບໍ່​ສະບາຍໃຈ ຍ້ອນ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ກຳລັງ​ທະຫານບ້ານ​ຊາ​ວ​ເຄີ​ດ​ໃນ​ຊີ​ເຣຍທີ່​ມີ​ຊື່ວ່າໜ່ວຍ​ຄຸ້ມ​ຄອງ​ປະຊາຊົນ​ຫຼື PYG.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG