ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະເພນີ "​ໂຜດ" ​ໄກ່ງວງ ​​ຂອງ​ທໍານຽບຂາວ ໃນໂອກາດ ບຸນຂອບຄຸນພະເຈົ້າ ມາຈາກໃສ


ປະທານາທິບໍດີ ດໍໂນລ ທຣໍາ ເຂົ້າຮ່ວມພິທີໂຜດໄກ່ງວງ ຂອງທໍານຽບຂາວ ຄັ້ງທີ 70 ທີ່ຈັດຂຶ້ນ ຢູ່ເດີ່ນ Rose Garden ຂອງທໍານຽບຂາວ ໃນວັນທີ 21 ພະຈິກ, 2017 ໂດຍທີ່ມີ ທ້າວ Barron ລູກຊາຍຂອງທ່ານ ແລະ ສະຕີໝາຍເລກນຶ່ງ ທ່ານນາງ Melania Trump ກໍເຂົ້າຮ່ວມນໍາ.
ປະທານາທິບໍດີ ດໍໂນລ ທຣໍາ ເຂົ້າຮ່ວມພິທີໂຜດໄກ່ງວງ ຂອງທໍານຽບຂາວ ຄັ້ງທີ 70 ທີ່ຈັດຂຶ້ນ ຢູ່ເດີ່ນ Rose Garden ຂອງທໍານຽບຂາວ ໃນວັນທີ 21 ພະຈິກ, 2017 ໂດຍທີ່ມີ ທ້າວ Barron ລູກຊາຍຂອງທ່ານ ແລະ ສະຕີໝາຍເລກນຶ່ງ ທ່ານນາງ Melania Trump ກໍເຂົ້າຮ່ວມນໍາ.

ການ "​ໂຜດ" ​ໄກ່ງວງ​ປະ​ຈໍາປີ​ຂອງ​ທໍານຽບຂາວ​ໃນ​ແຕ່ລະ​ປີ ​ໂດຍ​ປະທານາທິບໍດີ
ຂອງສະຫະລັດ​ອາ​ເມຣິກາ ​ເປັນ​ປະ​ເພນີ ທີ່ໜ້າສົນ​ໃຈ ທີ່​ມີ​ຂຶ້ນກ່ອນ​ຈະ​ຮອດ​ວັນ​ບຸນ
ຂອບ​ຄົນ​ພະ​ເຈົ້າ ຫຼື ບຸນ Thanksgiving. ມີ​ການ​ເລົ່າ​ຂານ​ກັນ​ວ່າ ຄວາມ​ເມດ​ຕາ​
ກະລຸນາ ຂອງ​ປະທານາທິບໍດີ Abraham Lincoln ຕໍ່​ໄກ່ງວງ​ໂຕ​ນຶ່ງ ​ເປັນ​ບໍ່ກໍາ​ເໜີດ
ຂອງ​ພິທີການ​ໂຜດ​ໄກ່ງວງ​ດັ່ງກ່າວ ທີ່​ປັດຈຸ​ບັນນີ້​ ​ເປັນ​ທີ່​ຮູ້​ກັນ​ເປັນ​ຢ່າງ​ດີ​ ໃນສັງຄົມ.
Nikoleta Ilic ນັກ​ຂ່າວ VOA ມີ​ລາຍ​ລະອຽດກ່ຽວກັບ​ພວກ​ໄກ່ງວງ​ທີ່​ນຳເອົາມາ​ໃຫ້ບັນດາປະທານາທິບໍດີຂອງ​ອາ​ເມຣິກາໂຜດນັ້ນ ຊຶ່ງ​ບົວ​ສະຫວັນ ຈະ​ນໍາ​ມາສະ​ເໜີ
ທ່ານໃນ​ອັນ​ດັບ​ຕໍ່​ໄປ.

Edward Lengel ນັກ​ປະຫວັດສາດ​ທີ່​ເປັນ​ຫົວໜ້າຂອງ​ສະມາຄົມ​ປະຫວັດສາດ​ຂອງ
​ທໍານຽບຂາວ​ເວົ້າວ່າ ມີ​ຫລາຍ​ເລື່ອງ​ທີ່​ບອກ​ເລົ່າ​ກັນ​ມາ​ ກ່ຽວກັບ​ຕົ້ນກໍາ​ເນີ​ດຂອງ​ການ​
ໂຜດ​ໄກ່ງວງ ​ໃນ​ງານ​ສະຫລອງບຸນ​ຂອບຄຸນ​ພະ​ເຈົ້າ. ທ່ານ​ເວົ້າອີກ​ວ່າ ມີ​ບາງ​ຄົນກໍ​ເລົ່າ
ຄືນ​ໄປ​ເຖິງ​ສະ​ໄໝທ່ານ Abraham Lincoln ​ໃນລະຫວ່າງ​ສົງຄາມ​ກາງ​ເມືອງ​ຂອງ
​ອາ​ເມຣິກາ.

Edward Lengel ກ່າວ​ດັ່ງນີ້ "ທ່ານ Abraham Lincoln ມີ​ລູກ​ຊາຍ​ຜູ້​ນຶ່ງ​ຊື່ Ted, ​ເວົ້າ
ຢອກ​ທ່ານ ​ກ່ຽວກັບ​ໄກ່ງວງ​ທີ່ລາວ​ລ້ຽງ ທີ່ຍ່າງ​ເລາະ​ໄປ​ເລາະ​ມາ ​ຢູ່​ຕາມຕູ້​ປ່ອນ​ບັດຕ່າງໆ
​ໃນ​ປີ 1864. ​ແລະ​ທ່ານ Abraham Lincoln ຖາມ​ລາວ​ວ່າ ​ເປັນ​ຫຍັງໄກ່ງວງ​ໂຕ​ນັ້ນ ຈຶ່ງ​
ຍ່າງ​ກ້ຽວໄປວຽນ​ມາ​ຢູ່​ແຖວ​ນັ້ນ. ​ໄກ່​ໂຕນີ້ມາໜີ້ ​ເພື່ອ​ປ່ອນ​ບັດ​ບໍ່?"

​ແລ້ວ​ທ້າວ Ted ຕອບ​ວ່າ ໄກ່ງວງ​ຂອງລາວບໍ່ສາມາດ​ປ່ອນ​ບັດ​ໄດ້ ​ເພາະວ່າ​ມັນ​ຍັງ​ນ້ອຍ
​ໂພດ ອາຍຸບໍ່ທັນເຖິງ.

ທ່ານ Lengel ​ເລົ່າຕໍ່​ໄປ​ວ່າ "ສະນັ້ນ ທ່ານ Abraham Lincoln ​ໂຜດ​ໄກ່ງວງ​ໂຕນັ້ນ
​ແລະ​ໃຫ້​ອະ​ໄພ​ແກ່​ລາວ ​ເພື່ອ​ບໍ່​ໃຫ້​ຖືກ​ນໍາ​ໄປ​ຂ້າ​ເພື່ອ​ເຮັດເປັນອາຫານ​ມາ​ຂຶ້ນ​ໂຕະ​
ສະຫລອງ ບຸນ​ຂອບ​ຄຸນ​ພະ​ເຈົ້າ​ໄດ້."

​ເມື່ອ​ທ່ານ Harry Truman ​ເປັນ​ປະທານາທິບໍດີ ​ໃນ​ຊຸມ​ປີ 1940 ເພິ່ນຈຶ່ງໄດ້​ເລີ້ມ​ປ່ອຍ
​ໃຫ້​ໄກ່ງວງ ທີ່ຈະ​ເອົາ​ມາ​ເຮັດອາຫານ​ໃນ​ງານ​ສະຫລອງບຸນ​ຂອບຄຸນ​ພະ​ເຈົ້ານັ້ນ ​ໃຫ້​
ເປັນ​ອິດສະຫລະ ເປັນປະເພນີໄປ.

​ເກືອບ​ຮອດ 20 ຕໍ່ມາ ຢູ່​ໃນ​ໂອກາດ​ທີ່​ມີ​ການ​ບັນທຶກ​ເປັນ​ຢ່າງ​ດີນັ້ນ ປະທານາທິບໍດີ
John F Kennedy ຈຶ່ງຕັດສິນ​ໃຈ ໄວ້​ຊີວິດ​ຂອງ​ໄກ່ງວງ​ໂຕ​ນຶ່ງ ​ທີ່​ເອົາ​ມາ​ທໍານຽບຂາວ
​ເພື່ອບໍ່​ເອົາຂຶ້ນ​ໂຕະອາຫານ​ໃນ​ໂອກາດ​ບຸນ​ຂອບ​ຄຸນພະ​ເຈົ້າ. ທ່ານ Kennedy ​ເວົ້າ
ວ່າ: ບໍ່ ຢ່າຂ້າມັນ ຂ້ອຍ​ຄິດ​ວ່າ ຂ້ອຍ​ຈະ​ໂຜດໄກ່ງວງ​ໂຕນີ້ ​ຈົ່ງ​ປ່ອຍ​ໃຫ້​ມັນໃຫຍ່.'

ທ່ານ Lengel ​ເລົ່າອີກ​ວ່າ “ພວກ​ເຮົາ​ຮູ້​ວ່າ ທ່ານ JFK ​ແນ່ນອນ​ ແມ່ນ​ເປັນ​ຜູ້ເລີ້ມຕົ້ນ​
ໃຫ້​ມີປະ​ເພີ​ນີອັນ​ນີ້ ​ແລະ​ກໍ​ໄດ້ປະຕິບັດ​ສືບຕໍ່ກັນແຕ່​ນັ້ນມາ ແຕ່​ກໍບໍ່ສະໝໍ່າສະ​ເໝີ."

ທໍານຽບຂາວ​ໄດ້​ໄກ່ງວງ​ມາ​ຈາກ ການ​ຊ່ວຍ​ເຫລືອ​ຂອງສະຫະພັນ​ດ້ານ​ໄກ່ງວງ.
ທ່ານ Lengel ​ເລົ່າ​ເພີ້ມວ່າ "ຂ້າພະເຈົ້າເຊື່ອ​ວ່າ ມີ​ງານ​ກິນລ້ຽງຢ່າງ​ເປັນ​ທາງ​ການແທ້ໆດ້ວຍອາຫານທີ່ປຸງແຕ່ງດ້ວຍໄກ່ງວງຢູ່ທໍານຽບຂາວ ​ແມ່ນມີຂຶ້ນຕັ້ງ​ແຕ່​
ສະ​ໄໝຂອງ​ທ່ານ Harry Truman ​ເປັນຄັ້ງທໍາ​ອິດ."

​ພວກ​ໄກ່​ງວງ​ທີ່​ໄດ້​ຈັດ​ແຈງມາ ໄດ້​ຖືກ​ໂຜດ ​ແລະ​ມັກ​ຖືກ​ສົ່ງ​ໄປ​ໄວ້​ ຢູ່​ໃນ​ສວນສັດລ້ຽງ
ຢູ່​ຄຸ້ມ​ໃກ້ໆຫັ້ນ. ​ແຕ່​ວ່າ​ໄກ່ງວງ​ທີ່​ມາເຮັດ​ໃຫ້​ທ່ານ​ປະທານາທິບໍດີ​ຮັບປະທານນັ້ນ ​ແມ່ນ​
ຊື້ດ້ວຍ​ເງິນ​ຂອງ​ທ່ານ​ເອງ ​ແລະ​ໃຫ້​ປຸງ​ແຕ່ງ​ຕາມ​ໃຈມັກຂອງ​ທ່ານ ​ແລະຂອງ​ຄອບຄົວ​
ຂອງ​ທ່ານ.

ເບິ່ງວີດິໂອກ່ຽວກັບຂ່າວນີ້

XS
SM
MD
LG