ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະ​ຫາ​ນ ເທີ​ກີ 4 ຄົນ ແລະ ທະ​ຫານ ​ຊີ​ເຣຍ 6 ຄົນ ຖືກ​ຂ້າ​ຕາຍ ຢູ່​ໃນ​ແຂວງ ​ອິດ​ລິບ ປະ​ເທດ ​ຊີ​ເຣຍ


ພວກ​ຄົນ ກຳ​ລັງ​ກວດ​ກາ​ເບິ່ງ ຄວາມ​ເສຍ​ຫາຍ ຫຼັງ​ຈາກການ​ໂຈມ​ຮ​ຕີ​ທາງ​ອາ​ກາດຫຼາຍບັ້ນ ຕໍ່​ເມືອງ ອາ​ຣີ​ຮາ ໃນ​ແຂວງ​ອິດ​ລິບ ຂອງ​ຊີ​ເຣຍ.
ພວກ​ຄົນ ກຳ​ລັງ​ກວດ​ກາ​ເບິ່ງ ຄວາມ​ເສຍ​ຫາຍ ຫຼັງ​ຈາກການ​ໂຈມ​ຮ​ຕີ​ທາງ​ອາ​ກາດຫຼາຍບັ້ນ ຕໍ່​ເມືອງ ອາ​ຣີ​ຮາ ໃນ​ແຂວງ​ອິດ​ລິບ ຂອງ​ຊີ​ເຣຍ.

ເທີ​ກີ ໂຈມ​ຕີ​ເປົ້າ​ໝາຍ​ຕ່າງໆ ຢູ່​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ ​ໃນ​ການ​ຕອບ​ໂຕ້ ຕໍ່​ການ​ຍິງໂຈມ​ຕີ​ດ້ວຍປືນ​ໃຫຍ່ ​ໂດຍ​ກອງ​ກຳ​ລັງ​ຂອງ​ລັດ​ຖະ​ບານ​ຊີ​ເຣຍ ທີ່​ໄດ້​ສັງ​ຫານ​ທະ​ຫານ​ເທີ​ກີ ​ຢ່າງ​ໜ້ອຍ 4 ຄົນ ດັ່ງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ໄດ້​ກ່າວ​ໄປ​ໃນ​ວັນ​ຈັນ​ມື້ນີ້. ກຸ່ມ​ຕິດ​ຕາມ​ສົງ​ຄາມ​ຂອງ​ຊີ​ເຣຍກຸ່ມ​ນຶ່ງ ໄດ້​ກ່າວ​ວ່າ ທະ​ຫານ​ຊີ​ເຣຍ 6 ຄົນ ກໍ​ໄດ້​ຖືກ​ຂ້າ​ຕາຍ​ເຊັ່ນ​ກັນ.

ກາ​ນ​ໂຈມ​ຕີ​ຕອບ​ໂຕ້​ກັນນັ້ນ ທີ່ໄດ້​ເກີດ​ຂຶ້ນ ບໍ່​ເທົ່າໃດຊົ່ວ​ໂມງຫຼັງ​ຈາກ​ທີ່ ຂະ​ບວນ​ກອງ​ທະ​ຫານ​ຂອງ​ເທີກີ​ ຂະ​ໜາດ​ໃຫຍ່ ໄດ້​ເຄື່ອນ​ເຂົ້າ​ໄປ​ໃນ​ແຂວງ​ອິດ​ລິບ ທາງ​ພາກ​ຕ​າ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ອັນ​ເປັນ​ຖານ​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ​ຂອງ​ກຸ່ມ​ຕໍ່​ຕ້ານ​ລັດ​ຖະ​ບານ​ໃນ​ຊີ​ເຣຍ ເປັນ​ໄປ​ໄດ້​ສູງວ່າ ຈະ​ເພີ້ມ​ຄວາມ​ເຄັ່ງ​ຕຶງ ລະ​ຫວ່າງ​ສອງ​ປະ​ເທດ​ເພື່ອນ​ບ້ານຕໍ່​ໄປ ຊຶ່ງ​ວ່າ​ການ​ປະ​ທະ​ກັນ​ໂດຍ​ກົງເຊັ່ນ​ນີ້ ແມ່ນບໍ່​ຄ່ອຍ​ຈະ​ເກີດ​ຂຶ້ນເລີຍ.

ກ່ອນ​ໜ້ານີ້ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ເທີ​ກີ ໄດ້​ກ່າວ​ວ່າ ກອງ​ກຳ​ລັງ​ຂອງ​ເທີ​ກີ ໄດ້​ຖືກ​ສົ່ງ​ໄປ​ຍັງ​ເມືອງ​ອິ​ດ​ລິບ ອັນ​ເປັນ​ການ​ເສີມ​ກຳ​ລັງ ແລະ​ໄດ້​ຖືກ​ໂຈມ​ຕີ ຢູ່​ທີ່​ແຫ່ງ​ດັ່ງ​ກ່າວ ເຖິງ​ແມ່ນ​ວ່າ ໄດ້​ແຈ້ງ​ຈຸດທີ່​ຕັ້ງໃຫ້​ແກ່​ທາງ​ການ​ຂອງ​ທ້ອງ​ຖິ່ນ ຊາບ​ລ່ວງ​ໜ້າໄປ​ແລ້ວກໍ​ຕາມ. ກະ​ຊວງ​ດັ່ງ​ກ່າວ ໄດ້​ກ່າວ​ວ່າ ​ກອງກຳ​ລັງ​ຂອງ​ເທີ​ກີ ໄດ້​ຕອບ​ໂຕ້​ຄືນ​ຕໍ່​ການ​ໂຈມ​ຕີ ດ້ວຍ​ການ​ທຳ​ລາຍ​ເປົ້າ​ໝາຍ​ຕ່າງໆ. ພ້ອມ​ກັບ ທະ​ຫານ​ເທີ​ກີ 4 ຄົນ​ຖືກ​ຂ້າ​ຕາຍ ແລະ ກໍ​ຍັງ​ມີ​ຜູ້​ບາດ​ເຈັບອີກ 9 ຄົນ.

ໃນ​ການ​ກ່າວ​ຖະ​ແຫລງ​ຕໍ່​ບັນ​ດາ​ນັກ​ຂ່າວ ກ່ອນ​ທີ່​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​
ຢູ​ເຄ​ຣນ​ນັ້ນ ປະ​ທາ​ນາ​ທິ​ບໍ​ດີ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອາ​ນ ໄດ້​ກ່າວ​ວ່າ ກອງປືນ​ໃຫຍ່​ຂອງ​ເທີ​ກີ ຍິງ​ໂຈມ​ຕີ ​ໃນ​ຈຳ​ນວນ 46 ເປົ້າ​ໝາຍ. ທ່ານ​ເອີ​ໂດ​ອານ ໄດ້ກ່າວວ່າ ​ພວກເຮືອ​ບິນ​ລົບ ​ຂອງ​ເທີ​ກີ ຍັງ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ໂຈມ​ຕີ ແລະ​ໄດ້​ກ່າ​ວ​ອ້າງວ່າ ມີ​ຜູ້​ເສຍ​ຊີ​ວິດຫຼື​ບາດ​ເຈັບ ລະ​ຫວ່າງ 30 ຫາ 35 ຄົນ ໃນ​ຝ່າຍ​ຊີ​ເຣຍ ແຕ່ບໍ່​ໄດ້​ໃຫ້​ຫລັກ​ຖານ​ຢືນ​ຢັນ​ໃດໆ.

ທ່ານ​ເອີດູ​ອານ ໄດ້​ເວົ້າ​ວ່າ “ພວກ​ຜູ້​ທີ່​ທົດ​ລອງ ຄວາມ​ມຸ້ງ​ໝັ້ນ​ຂອງ​ເທີ​ກີ ດ້ວຍ​ການ​ໂຈມ​ຕີ​ທີ່​ໂຫດ​ຮ້າຍ​ແບບນັ້ນ ຈະ​ເຂົ້າ​ໃຈ​ໃນ​ຄວາມ​ຜິດ​ພາດ​ຂອງ​ພວກ​ເຂົາ​ເຈົ້າ.” ທ່ານ​ໄດ້​ກ່າວ​ວ່າ ​ໄດ້​ບອກຣັດ​ເຊຍ​ໄປ​ແລ້ວ​ວ່າ ອັງ​ກາ​ຣາ ຈະ​ບໍ່ຍອມ​ຮັບ “ສະ​ຖາ​ນະ​ການ​ໃດໆ ບ່ອນ​ທີ່​ພວກ​ເຮົາ​ຖືກ​ກີດ​ກັ້ນ” ບໍ່​ໃຫ້​ຕອບ​ໂຕ້​ຄືນ​ຕໍ່​ການ​ໂຈມ​ຕີ​ຂອງ​ຊີ​ເຣຍ.

ທ່ານ​ເອີ​ດູ​ອານ​ ກ່າວຕື່ມ​ວ່າ “​ມັນ​ເປັນ​ໄປ​ບໍ່​ໄດ້ ທີ່​ຈະ​ໃຫ້​ພວກ​ເຮົາ ມິດ​ງຽບ​ຢູ່ ໃນ​ເວ​ລາທີ່​ທະ​ຫານ​ຂອງພວກ​ເຮົາ ກຳ​ລັງ​ຖືກ​ເຂັ່ນ​ຂ້າຢູ່​ນັ້ນ.”

ກອງ​ທັບ​ຂອງ​ຣັດ​ເຊຍ ໄດ້​ກ່າວ​ວ່າ ໃນ​ເວ​ລາ​ຕໍ່​ມາ ກອງ​ທັບ​ອາ​ກາດ​ຂອງ​ຕົນ ໄດ້​ເຂົ້າ​ຄວບ​ຄຸມ​ນ່ານ​ຟ້າ​ຂອງ​ເມືອງ​ອິດ​ລິບ ໃນ​ວັນ​ຈັນ​ມື້ນີ້ ເພື່ອ​ໃຫ້ເປັນ​ເຂດ​ຫລຸດ​ຜ່ອນບັນ​ຫາ​ຂັດ​ແຍ້ງ ຫຼັງ​ຈາກ​ທະ​ຫານ​ເທີ​ກີ ໄດ້​ຖືກ​ໂຈ​ມ​ຕີ. ສູນ​ກາງ​ໄກ່​ເກຍ​ການປະ​ນິ​ປະ​ນອມຂອງກອງ​ທັບ ​ຣັດ​ເຊຍ ໃນ ​ຊີ​ເຣຍ ໄດ້​ກ່າວ​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງວ່າ ນ່ານ​ຟ້ານັ້ນ “ກຳ​ລັງ​ຖືກ​ຕິດ​ຕາມ​ເບິ່ງ​ຢ່າງ​ສະ​ໝ່ຳ​ສະ​ເໝີ ໂດຍກອງ​ທັບ​ອາ​ກາດ​ຂອງ​ ຣັດ​ເຊຍ.”


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG